ໂຣມ 8 - ພຣະຄຳພີລາວສະບັບສະໄໝໃໝ່ຊີວິດຜ່ານທາງພຣະວິນຍານບໍລິສຸດເຈົ້າ 1 ເຫດສະນັ້ນ ບັດນີ້ຈຶ່ງບໍ່ມີການລົງໂທດແກ່ບັນດາຜູ້ທີ່ຢູ່ໃນພຣະເຢຊູຄຣິດເຈົ້າ 2 ເພາະວ່າໂດຍທາງພຣະເຢຊູຄຣິດເຈົ້າ ກົດຂອງພຣະວິນຍານບໍລິສຸດເຈົ້າອັນເຮັດໃຫ້ມີຊີວິດນັ້ນ ໄດ້ປົດປ່ອຍເຈົ້າໃຫ້ເປັນອິດສະຫລະຈາກກົດຂອງຄວາມບາບ ແລະ ຄວາມຕາຍ. 3 ເພາະສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເນື່ອງຈາກເນື້ອໜັງເຮັດໃຫ້ອ່ອນແອນັ້ນພຣະເຈົ້າກໍໄດ້ເຮັດແລ້ວ ໂດຍສົ່ງພຣະບຸດຂອງພຣະອົງເອງມາໃນສະພາບເໝືອນກັບມະນຸດທີ່ເປັນຄົນບາບ ເພື່ອເປັນເຄື່ອງບູຊາໄຖ່ຄວາມບາບ ແລະ ດັ່ງນັ້ນພຣະອົງໄດ້ຕັດສິນລົງໂທດຄວາມບາບໃນມະນຸດທີ່ເປັນຄົນບາບ, 4 ເພື່ອຂໍ້ກຳນົດອັນຊອບທຳຂອງກົດບັນຍັດຈະໄດ້ສຳເລັດຄົບຖ້ວນໃນພວກເຮົາທັງຫລາຍ ຜູ້ທີ່ບໍ່ດຳເນີນຊີວິດຕາມທຳມະຊາດບາບ ແຕ່ດຳເນີນຊີວິດຕາມພຣະວິນຍານບໍລິສຸດເຈົ້າ. 5 ຜູ້ທີ່ດຳເນີນຊີວິດຕາມເນື້ອໜັງກໍໃສ່ໃຈໃນສິ່ງທີ່ເນື້ອໜັງຕ້ອງການ ແຕ່ຜູ້ທີ່ດຳເນີນຊີວິດຕາມພຣະວິນຍານບໍລິສຸດເຈົ້າ ກໍໃສ່ໃຈໃນສິ່ງທີ່ພຣະວິນຍານບໍລິສຸດເຈົ້າຕ້ອງການ. 6 ຈິດໃຈທີ່ຖືກຄວບຄຸມໂດຍເນື້ອໜັງກໍນໍາໄປສູ່ຄວາມຕາຍ ແຕ່ຈິດໃຈທີ່ຄວບຄຸມໂດຍພຣະວິນຍານບໍລິສຸດເຈົ້າກໍນໍາໄປສູ່ຊີວິດ ແລະ ສັນຕິສຸກ, 7 ຈິດໃຈທີ່ຖືກຄວບຄຸມໂດຍເນື້ອໜັງກໍເປັນສັດຕູຕໍ່ພຣະເຈົ້າ, ມັນບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ ແລະ ມັນຈະຢູ່ໃຕ້ກົດບັນຍັດຂອງພຣະເຈົ້າກໍບໍ່ໄດ້. 8 ບັນດາຜູ້ທີ່ຢູ່ຝ່າຍເນື້ອໜັງກໍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. 9 ເຖິງຢ່າງໃດກໍຕາມ ຖ້າພຣະວິນຍານຂອງພຣະເຈົ້າສະຖິດຢູ່ໃນພວກເຈົ້າທັງຫລາຍ ພວກເຈົ້າກໍບໍ່ໄດ້ຢູ່ຝ່າຍເນື້ອໜັງແຕ່ຢູ່ຝ່າຍພຣະວິນຍານ ແລະ ຖ້າຜູ້ໃດບໍ່ມີພຣະວິນຍານຂອງພຣະຄຣິດເຈົ້າ ຜູ້ນັ້ນກໍບໍ່ໄດ້ເປັນຂອງພຣະຄຣິດເຈົ້າ. 10 ແຕ່ຖ້າພຣະຄຣິດເຈົ້າຢູ່ໃນພວກເຈົ້າ ເຖິງວ່າຮ່າງກາຍຂອງພວກເຈົ້າຈະຕາຍໄປເພາະຄວາມບາບ ແຕ່ພຣະວິນຍານໃຫ້ຊີວິດເພາະຄວາມຊອບທຳ. 11 ແລະ ຖ້າພຣະວິນຍານຂອງພຣະອົງຜູ້ເຮັດໃຫ້ພຣະເຢຊູເຈົ້າເປັນຄືນມາຈາກຕາຍຢູ່ໃນພວກເຈົ້າ, ພຣະວິນຍານຜູ້ເຮັດໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍນັ້ນກໍຈະໃຫ້ຊີວິດແກ່ຮ່າງກາຍທີ່ຕ້ອງຕາຍຂອງພວກເຈົ້າເໝືອນກັນ ເພາະພຣະວິນຍານທີ່ຢູ່ໃນພວກເຈົ້າ. 12 ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ ພວກເຮົາຈຶ່ງມີພັນທະແຕ່ບໍ່ແມ່ນພັນທະຕໍ່ເນື້ອໜັງທີ່ເຮົາຕ້ອງດຳເນີນຊີວິດຕາມຢ່າງເນື້ອໜັງນັ້ນ. 13 ເພາະຖ້າພວກເຈົ້າດຳເນີນຊີວິດຕາມເນື້ອໜັງພວກເຈົ້າກໍຈະຕາຍ, ແຕ່ຖ້າພວກເຈົ້າໄດ້ປະຫານການກະທຳອັນຊົ່ວຮ້າຍຂອງຮ່າງກາຍຂອງພວກເຈົ້າໂດຍພຣະວິນຍານ ພວກເຈົ້າກໍຈະມີຊີວິດຢູ່. 14 ເພາະພຣະວິນຍານຂອງພຣະເຈົ້ານຳພາຜູ້ໃດ ຜູ້ນັ້ນແຫລະເປັນບຸດຂອງພຣະເຈົ້າ. 15 ພຣະວິນຍານທີ່ພວກເຈົ້າໄດ້ຮັບນັ້ນບໍ່ໄດ້ເຮັດໃຫ້ພວກເຈົ້າເປັນຂ້າທາດ, ເພື່ອໃຫ້ພວກເຈົ້າມີຊີວິດຢູ່ໃນຄວາມຢ້ານກົວອີກ, ແຕ່ກົງກັນຂ້າມ ພຣະວິນຍານທີ່ພວກເຈົ້າໄດ້ຮັບນັ້ນໄດ້ເຮັດໃຫ້ພວກເຈົ້າຖືກຮັບມາເປັນບຸດ ແລະ ໂດຍພຣະອົງ ພວກເຮົາຈຶ່ງຮ້ອງວ່າ, “ອັບບາ, ພໍ່”. 16 ພຣະວິນຍານເອງໄດ້ຢືນຢັນຮ່ວມກັບຈິດວິນຍານຂອງພວກເຮົາວ່າພວກເຮົາເປັນບຸດຂອງພຣະເຈົ້າ. 17 ບັດນີ້ ຖ້າພວກເຮົາເປັນບຸດຂອງພຣະອົງແລ້ວພວກເຮົາກໍເປັນຜູ້ຮັບມໍລະດົກ ຄືເປັນຜູ້ຮັບມໍລະດົກຈາກພຣະເຈົ້າ ແລະ ເປັນຜູ້ຮ່ວມຮັບມໍລະດົກດ້ວຍກັນກັບພຣະຄຣິດເຈົ້າ, ຖ້າພວກເຮົາຮ່ວມທົນທຸກທໍລະມານດ້ວຍກັນກັບພຣະອົງ ພວກເຮົາກໍຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະອົງດ້ວຍ. ຄວາມທຸກທໍລະມານໃນປັດຈຸບັນ ແລະ ສະຫງ່າລາສີທີ່ຈະມາໃນພາຍໜ້າ 18 ເຮົາເຫັນວ່າຄວາມທຸກທໍລະມານຂອງພວກເຮົາໃນປັດຈຸບັນແມ່ນທຽບບໍ່ໄດ້ກັບສະຫງ່າລາສີທີ່ຈະເປີດເຜີຍໃນພວກເຮົາ. 19 ເພາະສັບພະສິ່ງທີ່ພຣະເຈົ້າສ້າງຈົດຈໍ່ຄອຍຖ້າໃຫ້ບຸດທັງຫລາຍຂອງພຣະເຈົ້າປາກົດ. 20 ເພາະວ່າ ສັບພະສິ່ງທີ່ພຣະເຈົ້າສ້າງນັ້ນໄດ້ຕົກຢູ່ພາຍໃຕ້ຄວາມຫຍຸ້ງຍາກບໍ່ແມ່ນຕາມໃຈມັກຂອງມັນເອງ ແຕ່ໂດຍຄວາມຕັ້ງໃຈຂອງຜູ້ທີ່ບັງຄັບໃຫ້ມັນຕ້ອງຕົກຢູ່ໃນສະພາບດັ່ງກ່າວ ໂດຍມີຄວາມຫວັງ 21 ວ່າ, ສັບພະສິ່ງທີ່ພຣະເຈົ້າສ້າງນັ້ນຈະໄດ້ຮັບການປົດປ່ອຍຈາກການຜູກມັດໃຫ້ຕ້ອງເສື່ອມສູນ ແລະ ຈະຖືກນຳເຂົ້າສູ່ເສລີພາບອັນຮຸ່ງເຮືອງຂອງບຸດທັງຫລາຍຂອງພຣະເຈົ້າ. 22 ພວກເຮົາຮູ້ຢູ່ວ່າສັບພະສິ່ງທີ່ພຣະເຈົ້າສ້າງທັງໝົດນັ້ນກຳລັງໂອ່ຍຄາງດ້ວຍຄວາມເຈັບປວດ ເຫມືອນດັ່ງແມ່ຍິງເຈັບທ້ອງຈະເກີດລູກຈົນເຖິງປັດຈຸບັນນີ້. 23 ບໍ່ພຽງເທົ່ານັ້ນ ແມ່ນແຕ່ພວກເຮົາເອງຜູ້ທີ່ມີພຣະວິນຍານເປັນຜົນທຳອິດກໍຍັງໂອ່ຍຄາງຢູ່ພາຍໃນເໝືອນກັນຂະນະທີ່ພວກເຮົາຄອຍຖ້າການຮັບເປັນບຸດບຸນທຳຂອງພວກເຮົາໄປສູ່ການເປັນບຸດ ຄືການໄຖ່ຮ່າງກາຍຂອງພວກເຮົາໃຫ້ລອດພົ້ນ. 24 ເພາະວ່າໃນຄວາມຫວັງນີ້ພວກເຮົາໄດ້ຮັບຄວາມພົ້ນແລ້ວ ແຕ່ຄວາມຫວັງທີ່ຕາເຫັນໄດ້ນັ້ນກໍບໍ່ແມ່ນຄວາມຫວັງເລີຍ. ຜູ້ໃດແດ່ຍັງຈະຫວັງໃນສິ່ງທີ່ຕົນເອງມີຢູ່ແລ້ວ? 25 ແຕ່ຖ້າພວກເຮົາຫວັງໃນສິ່ງທີ່ພວກເຮົາຍັງບໍ່ມີ ພວກເຮົາກໍຈະຄອຍຖ້າສິ່ງນັ້ນດ້ວຍຄວາມອົດທົນ. 26 ໃນທຳນອງດຽວກັນນັ້ນ ພຣະວິນຍານຊ່ວຍພວກເຮົາໃນຍາມທີ່ພວກເຮົາອ່ອນກຳລັງ. ພວກເຮົາບໍ່ຮູ້ວ່າພວກເຮົາຄວນຈະອະທິຖານຂໍສິ່ງໃດ ແຕ່ພຣະວິນຍານເອງຈະອະທິຖານອ້ອນວອນແທນພວກເຮົາ ດ້ວຍການໂອ່ຍຄາງທີ່ບໍ່ອາດຈະຫາຖ້ອຍຄຳໃດມາບັນລະຍາຍໄດ້. 27 ແລະ ພຣະເຈົ້າຜູ້ທີ່ຄົ້ນຫາຫົວໃຈຂອງພວກເຮົາກໍຮູ້ຄວາມນຶກຄິດຂອງພຣະວິນຍານ ເພາະວ່າພຣະວິນຍານອະທິຖານອ້ອນວອນແທນບັນດາຄົນຂອງພຣະເຈົ້າຕາມຄວາມປະສົງຂອງພຣະເຈົ້າ. ຍິ່ງກວ່າຜູ້ມີໄຊ 28 ແລະ ພວກເຮົາຮູ້ແລ້ວວ່າໃນທຸກໆສິ່ງພຣະເຈົ້າເຮັດໃຫ້ເກີດຜົນດີແກ່ບັນດາຜູ້ທີ່ຮັກພຣະອົງ ຄືຜູ້ທີ່ໄດ້ເອີ້ນຕາມຄວາມປະສົງຂອງພຣະອົງ. 29 ເພາະບັນດາຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ລ່ວງໜ້າແລ້ວນັ້ນ ພຣະອົງກໍໄດ້ກຳນົດໄວ້ກ່ອນເພື່ອໃຫ້ເປັນເໝືອນພຣະບຸດຂອງພຣະອົງ ເພື່ອພຣະບຸດຈະໄດ້ເປັນບຸດກົກໃນທ່າມກາງພີ່ນ້ອງຫລາຍຄົນ. 30 ແລະ ບັນດາຜູ້ທີ່ພຣະອົງກຳນົດໄວ້ກ່ອນນັ້ນພຣະອົງກໍເອີ້ນເໝືອນກັນ, ບັນດາຜູ້ທີ່ພຣະອົງໄດ້ເອີ້ນນັ້ນ ພຣະອົງກໍຖືວ່າເປັນຜູ້ຊອບທຳເໝືອນກັນ, ບັນດາຜູ້ທີ່ພຣະອົງຖືວ່າເປັນຜູ້ຊອບທຳ ພຣະອົງກໍໃຫ້ຮັບສະຫງ່າລາສີເໝືອນກັນ. 31 ຖ້າເປັນຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດເພື່ອຕອບສະໜອງຕໍ່ສິ່ງເຫລົ່ານີ້? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາຜູ້ໃດຈະຕໍ່ສູ້ພວກເຮົາໄດ້? 32 ພຣະອົງຜູ້ບໍ່ໄດ້ຫວງພຣະບຸດອົງດຽວຂອງພຣະອົງ ແຕ່ໄດ້ມອບພຣະບຸດນັ້ນໃຫ້ແກ່ພວກເຮົາທຸກຄົນ ຖ້າເປັນຢ່າງນັ້ນພຣະອົງຈະບໍ່ເມດຕາໃຫ້ທຸກສິ່ງແກ່ພວກເຮົາພ້ອມກັບພຣະບຸດນັ້ນບໍ? 33 ຜູ້ໃດຈະຟ້ອງບັນດາຜູ້ທີ່ພຣະເຈົ້າເລືອກໄວ້ແລ້ວ? ເພາະພຣະເຈົ້າເອງຖືວ່າພວກເຮົາເປັນຜູ້ຊອບທຳ. 34 ຜູ້ໃດຈະກ່າວໂທດໄດ້ອີກ? ບໍ່ມີຜູ້ໃດ. ພຣະເຢຊູຄຣິດເຈົ້າຜູ້ຕາຍ ແລະ ຫລາຍກວ່ານັ້ນອີກ ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ ບັດນີ້ ພຣະອົງຢູ່ເບື້ອງຂວາມືຂອງພຣະເຈົ້າ ແລະ ກຳລັງອະທິຖານອ້ອນວອນເພື່ອພວກເຮົາດ້ວຍ. 35 ຜູ້ໃດຈະແຍກພວກເຮົາອອກຈາກຄວາມຮັກຂອງພຣະຄຣິດເຈົ້າໄດ້? ຈະເປັນຄວາມເດືອດຮ້ອນ ຫລື ຄວາມທຸກຍາກລຳບາກ ຫລື ການຂົ່ມເຫັງ ຫລື ການອຶດຢາກ ຫລື ການເປືອຍກາຍ ຫລື ໄພອັນຕະລາຍ ຫລື ຄົມດາບ? 36 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເພາະເຫັນແກ່ພຣະອົງ ພວກຂ້ານ້ອຍຈຶ່ງປະເຊີນຄວາມຕາຍໝົດມື້ຈົນຄ່ຳ; ພວກຂ້ານ້ອຍທັງຫລາຍຖືກຖືວ່າເປັນເໝືອນແກະສຳລັບເອົາໄວ້ຂ້າ”. 37 ບໍ່ແມ່ນດອກ ໃນສະຖານະການທັງໝົດນີ້ ພວກເຮົາເປັນຍິ່ງກວ່າຜູ້ມີໄຊ ໂດຍທາງພຣະອົງຜູ້ຮັກພວກເຮົາທັງຫລາຍ. 38 ເພາະເຮົາເຊື່ອໝັ້ນວ່າ ບໍ່ວ່າຄວາມຕາຍ ຫລື ຊີວິດ, ບໍ່ວ່າເທວະດາ ຫລື ຜີມານຮ້າຍ, ບໍ່ວ່າໃນປັດຈຸບັນ ຫລື ໃນອະນາຄົດ ຫລື ລິດອຳນາດໃດໆ, 39 ບໍ່ວ່າຄວາມສູງ ຫລື ຄວາມເລິກ ຫລື ສິ່ງອື່ນໃດໃນສັບພະສິ່ງທີ່ພຣະເຈົ້າສ້າງທັງໝົດ ກໍບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າທີ່ມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.