Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 7 - ພຣະຄຳພີລາວສະບັບສະໄໝໃໝ່


ປົດປ່ອຍ​ອອກຈາກ​ກົດບັນຍັດ ມາ​ຜູກມັດ​ກັບ​ພຣະຄຣິດເຈົ້າ

1 ພີ່ນ້ອງ​ທັງຫລາຍ​ພວກເຈົ້າ​ບໍ່​ຮູ້​ບໍ, ເພາະ​ເຮົາ​ກຳລັງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຮູ້​ກົດບັນຍັດ ວ່າ​ກົດບັນຍັດ​ນັ້ນ​ມີ​ສິດອຳນາດ​ເໜືອ​ຜູ້ໃດຜູ້​ໜຶ່ງ​ກໍ​ໃນຂະນະ​ທີ່​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ເທົ່ານັ້ນ?

2 ຕົວຢ່າງ, ຕາມ​ກົດບັນຍັດ​ແລ້ວ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ມີ​ຂໍ້ຜູກມັດ​ກັບ​ຜົວ​ຂອງ​ນາງ​ຕາບໃດ​ທີ່​ຜົວ​ຍັງ​ມີຊີວິດ​ຢູ່, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ໄປ, ນາງ​ກໍ​ພົ້ນ​ຈາກ​ກົດ​ທີ່​ຜູກມັດ​ນາງ​ກັບ​ຜົວ​ຂອງ​ນາງ.

3 ດັ່ງນັ້ນ ຖ້າ​ນາງ​ໄປ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ຂະນະ​ທີ່​ຜົວ​ຂອງ​ນາງ​ຍັງ​ມີຊີວິດ​ຢູ່​ນາງ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນຊູ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ພົ້ນ​ຈາກ​ກົດ​ນັ້ນ ແລະ ຖ້າ​ນາງ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ ນາງ​ກໍ​ບໍ່​ໄດ້​ເປັນ​ຍິງຫລິ້ນຊູ້.

4 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.

5 ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.

6 ແຕ່​ບັດນີ້ ໂດຍ​ການຕາຍ​ຕໍ່​ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຜູກມັດ​ພວກເຮົາ ພວກເຮົາ​ກໍ​ໄດ້​ຮັບ​ການປົດປ່ອຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ຮັບໃຊ້​ຕາມ​ທາງ​ໃໝ່​ຄື​ຕາມ​ພຣະວິນຍານບໍລິສຸດເຈົ້າ, ບໍ່​ແມ່ນ​ຕາມ​ທາງ​ເກົ່າ ຄື​ຕາມ​ກົດບັນຍັດ​ທີ່​ເປັນ​ຕົວອັກສອນ.


ກົດບັນຍັດ ແລະ ຄວາມບາບ

7 ຖ້າ​ເປັນ​ຢ່າງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງໃດ? ກົດບັນຍັດ​ຄື​ຄວາມບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ! ແທ້ຈິງ​ແລ້ວ​ຖ້າ​ບໍ່​ແມ່ນ​ເພາະ​ກົດບັນຍັດ​ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ບາບ ເພາະ​ຖ້າ​ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ວ່າ, “ຢ່າ​ໂລບ”. ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ຄວາມໂລບ.

8 ແຕ່ວ່າ​ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ກໍ່​ຄວາມໂລບ​ທຸກ​ຊະນິດ​ຂຶ້ນ​ໃນ​ໂຕ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດບັນຍັດ​ຄວາມບາບ​ກໍ​ຕາຍ​ແລ້ວ.

9 ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.

10 ເຮົາ​ພົບ​ວ່າ​ພຣະບັນຍັດ​ມີ​ຈຸດປະສົງ​ນຳ​ຊີວິດ​ມາ​ໃຫ້ ແຕ່​ຄວາມຈິງ​ແລ້ວ​ນຳ​ຄວາມຕາຍ​ມາ​ໃຫ້.

11 ເພາະວ່າ ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ຫລອກລວງ​ເຮົາ ແລະ ຄວາມບາບ​ໄດ້​ເຮັດ​ໃຫ້​ເຮົາ​ຕາຍ​ໂດຍ​ທາງ​ພຣະບັນຍັດ​ນັ້ນ.

12 ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ສັກສິດ ແລະ ພຣະບັນຍັດ​ກໍ​ສັກສິດ, ຊອບທຳ ແລະ ດີ.

13 ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.

14 ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.

15 ເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່ ເພາະ​ສິ່ງ​ທີ່​ເຮົາ​ຢາກ​ເຮັດ​ເຮົາ​ບໍ່​ໄດ້​ເຮັດ ແຕ່​ສິ່ງ​ທີ່​ເຮົາ​ກຽດຊັງ​ເຮົາ​ກັບ​ໄປ​ເຮັດ.

16 ແລະ ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ນັ້ນ ເຮົາ​ກໍ​ເຫັນພ້ອມ​ວ່າ​ກົດບັນຍັດ​ນັ້ນ​ດີ.

17 ດັ່ງນັ້ນ ຈຶ່ງ​ບໍ່​ແມ່ນ​ໂຕ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນີ້​ອີກ​ຕໍ່ໄປ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.

18 ເພາະ​ເຮົາ​ຮູ້​ວ່າ​ບໍ່​ມີ​ສິ່ງ​ດີ​ອັນໃດ​ຢູ່​ໃນ​ໂຕ​ເຮົາ, ນັ້ນ​ກໍ​ຄື ທຳມະຊາດ​ບາບ​ຂອງ​ເຮົາ​ທີ່​ຢູ່​ໃນ. ເພາະວ່າ​ເຮົາ​ປາຖະໜາ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຮົາ​ເຮັດ​ບໍ່​ໄດ້.

19 ດ້ວຍວ່າ ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ດີ​ທີ່​ເຮົາ​ຢາກ​ເຮັດ ແຕ່​ສິ່ງ​ທີ່​ຊົ່ວ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ເຮົາ​ກໍ​ຍັງ​ເຮັດ​ຢູ່.

20 ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ເອງ​ບໍ່​ຢາກ​ເຮັດ​ກໍ​ບໍ່ແມ່ນ​ໂຕ​ເຮົາ​ເອງ​ເປັນ​ຜູ້​ເຮັດ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.

21 ດັ່ງນັ້ນ ເຮົາ​ຈຶ່ງ​ພົບ​ວ່າ​ມີ​ກົດ​ນີ້​ຢູ່​ຄື: ເມື່ອ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ດີ ຄວາມຊົ່ວ​ກໍ​ຢູ່​ທີ່​ນັ້ນ​ກັບ​ເຮົາ​ແລ້ວ.

22 ເພາະວ່າ​ສ່ວນເລິກ​ໃນ​ຈິດໃຈ​ຂອງ​ເຮົາ​ແລ້ວ​ເຮົາ​ປິຕິຍິນດີ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າ,

23 ແຕ່​ເຮົາ​ເຫັນ​ກົດ​ອື່ນ​ອີກ​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ, ກົດ​ນີ້​ຕໍ່ສູ້​ກັບ​ກົດ​ພາຍໃນ​ຈິດໃຈ​ຂອງ​ເຮົາ ແລະ ເຮັດໃຫ້​ເຮົາ​ເປັນ​ນັກໂທດ​ຂອງ​ກົດ​ແຫ່ງ​ຄວາມບາບ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ.

24 ເຮົາ​ເປັນ​ຄົນ​ທີ່​ໜ້າເວດທະນາ​ແທ້​ນໍ! ຜູ້ໃດ​ຈະ​ກອບກູ້​ເຮົາ​ໃຫ້​ລອດພົ້ນ​ຈາກ​ຮ່າງກາຍ​ແຫ່ງ​ຄວາມຕາຍ​ນີ້​ໄດ້?

25 ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊ່ວຍ​ໃຫ້​ເຮົາ​ລອດພົ້ນ​ໄດ້​ໂດຍ​ຜ່ານ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ! ເຫດສະນັ້ນ ທາງດ້ານ​ຈິດໃຈ​ຂອງ​ເຮົາ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ໃນ​ດ້ານ​ທຳມະຊາດ​ບາບ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດ​ແຫ່ງ​ຄວາມບາບ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan