ໂຣມ 6 - ພຣະຄຳພີລາວສະບັບສະໄໝໃໝ່ຕາຍຕໍ່ຄວາມບາບ ມີຊີວິດຢູ່ໃນພຣະຄຣິດເຈົ້າ 1 ຖ້າເປັນຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ? ພວກເຮົາຄວນສືບຕໍ່ເຮັດບາບເພື່ອວ່າພຣະຄຸນຂອງພຣະເຈົ້າອາດເພີ່ມຂຶ້ນບໍ? 2 ບໍ່ເປັນຢ່າງນັ້ນດອກ! ພວກເຮົາເປັນຜູ້ທີ່ໄດ້ຕາຍຕໍ່ບາບກຳນັ້ນແລ້ວ; ພວກເຮົາຈະດຳເນີນຊີວິດໃນຄວາມບາບນັ້ນຕໍ່ໄປໄດ້ຢ່າງໃດ? 3 ຫລື ພວກເຈົ້າບໍ່ຮູ້ບໍວ່າພວກເຮົາທັງໝົດທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະຄຣິດເຈົ້າເຢຊູ ກໍໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ? 4 ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ ເພື່ອວ່າພວກເຮົາເອງກໍຈະໄດ້ມີຊີວິດໃໝ່ ເໝືອນດັ່ງທີ່ພຣະຄຣິດເຈົ້າໄດ້ຖືກເຮັດໃຫ້ເປັນຄືນມາຈາກຕາຍດ້ວຍສະຫງ່າລາສີຂອງພຣະບິດາເຈົ້າ. 5 ເພາະຖ້າພວກເຮົາໄດ້ມີສ່ວນຮ່ວມກັບພຣະອົງໃນການຕາຍເໝືອນພຣະອົງແລ້ວ, ພວກເຮົາກໍຈະມີສ່ວນຮ່ວມໃນການເປັນຄືນມາຈາກຕາຍເໝືອນພຣະອົງ. 6 ເພາະພວກເຮົາຮູ້ແລ້ວວ່າ ຊີວິດເກົ່າຂອງພວກເຮົາຖືກຄຶງໄວ້ກັບພຣະອົງແລ້ວ ເພື່ອວ່າກາຍທີ່ຖືກຄອບຄອງໂດຍບາບນັ້ນຈະຖືກກຳຈັດໄປ ເພື່ອພວກເຮົາຈະບໍ່ເປັນຂ້າທາດຂອງຄວາມບາບອີກຕໍ່ໄປ 7 ເພາະວ່າ ຜູ້ໃດທີ່ຕາຍໄປແລ້ວກໍເປັນອິດສະຫລະຈາກຄວາມບາບ. 8 ບັດນີ້ ຖ້າພວກເຮົາໄດ້ຕາຍກັບພຣະຄຣິດເຈົ້າແລ້ວ, ພວກເຮົາເຊື່ອວ່າພວກເຮົາຈະມີຊີວິດຢູ່ດ້ວຍກັນກັບພຣະອົງ. 9 ເພາະພວກເຮົາຮູ້ວ່າພຣະຄຣິດເຈົ້າຖືກເຮັດໃຫ້ເປັນຄືນມາຈາກຕາຍແລ້ວ ພຣະອົງຈະບໍ່ມີວັນຕາຍອີກ, ຄວາມຕາຍບໍ່ມີອຳນາດເໜືອພຣະອົງອີກຕໍ່ໄປ. 10 ທີ່ພຣະອົງຕາຍນັ້ນກໍຕາຍຕໍ່ບາບຄັ້ງດຽວພໍ ແຕ່ທີ່ພຣະອົງມີຊີວິດຢູ່ນັ້ນພຣະອົງກໍມີຊີວິດຢູ່ເພື່ອພຣະເຈົ້າ. 11 ໃນທຳນອງດຽວກັນ ຈົ່ງຖືວ່າພວກເຈົ້າເອງໄດ້ຕາຍຕໍ່ຄວາມບາບແລ້ວ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະຄຣິດເຈົ້າເຢຊູ. 12 ເຫດສະນັ້ນ, ຢ່າໃຫ້ຄວາມບາບໄດ້ຄອບຄອງຮ່າງກາຍທີ່ຕ້ອງຕາຍຂອງພວກເຈົ້າ ເຊິ່ງເຮັດໃຫ້ພວກເຈົ້າຕ້ອງຍອມເຮັດຕາມຄວາມປາຖະໜາຊົ່ວຂອງຮ່າງກາຍນັ້ນ. 13 ຢ່າມອບອະໄວຍະວະສ່ວນໃດໃນຮ່າງກາຍຂອງພວກເຈົ້າໃຫ້ແກ່ຄວາມບາບ ເພື່ອເປັນເຄື່ອງມືຂອງຄວາມຊົ່ວຮ້າຍ ແຕ່ຈົ່ງຖວາຍໂຕຂອງພວກເຈົ້າເອງແກ່ພຣະເຈົ້າໃນຖານະເປັນຜູ້ທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍສູ່ຊີວິດ; ແລະ ຈົ່ງຖວາຍອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກເຈົ້າແກ່ພຣະອົງ ເພື່ອເປັນເຄື່ອງມືຂອງຄວາມຊອບທຳ. 14 ເພາະຄວາມບາບຈະບໍ່ເປັນນາຍຂອງພວກເຈົ້າອີກຕໍ່ໄປ, ເພາະວ່າພວກເຈົ້າບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດ, ແຕ່ຢູ່ພາຍໃຕ້ພຣະຄຸນ. ຂ້າທາດຂອງຄວາມຊອບທຳ 15 ຖ້າເປັນເຊັ່ນນີ້ແລ້ວຈະວ່າຢ່າງໃດ? ພວກເຮົາຈະເຮັດບາບເພາະພວກເຮົາບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດແຕ່ຢູ່ພາຍໃຕ້ພຣະຄຸນບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ! 16 ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າຍອມມອບພວກເຈົ້າເອງໃຫ້ເຊື່ອຟັງຢ່າງຂ້າທາດຕໍ່ຜູ້ໃດ ພວກເຈົ້າກໍເປັນຂ້າທາດຂອງຜູ້ທີ່ພວກເຈົ້າເຊື່ອຟັງນັ້ນ? ບໍ່ວ່າພວກເຈົ້າຈະເປັນຂ້າທາດຂອງຄວາມບາບ ເຊິ່ງນຳໄປສູ່ຄວາມຕາຍ ຫລື ເປັນຂ້າທາດຂອງການເຊື່ອຟັງ ເຊິ່ງນຳໄປສູ່ຄວາມຊອບທຳ. 17 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າທີ່ເຖິງແມ່ນວ່າພວກເຈົ້າເຄີຍເປັນຂ້າທາດຂອງຄວາມບາບ ແຕ່ພວກເຈົ້າກໍໄດ້ເຊື່ອຟັງຄຳສອນທີ່ໄດ້ມອບໝາຍໃຫ້ແກ່ພວກເຈົ້ານັ້ນຢ່າງສຸດໃຈ. 18 ພວກເຈົ້າໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະຈາກຄວາມບາບ ແລະ ໄດ້ກາຍເປັນຂ້າທາດຂອງຄວາມຊອບທຳແລ້ວ. 19 ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ. 20 ເມື່ອພວກເຈົ້າເປັນຂ້າທາດຂອງຄວາມບາບ ພວກເຈົ້າກໍບໍ່ໄດ້ຢູ່ພາຍໃຕ້ການຄຸ້ມຄອງຂອງຄວາມຊອບທຳ. 21 ໃນເວລານັ້ນພວກເຈົ້າໄດ້ຮັບປະໂຫຍດຫຍັງຈາກສິ່ງເຫລົ່ານັ້ນ ເຊິ່ງເວລານີ້ພວກເຈົ້າກໍລະອາຍໃຈ? ຜົນຂອງສິ່ງເຫລົ່ານັ້ນກໍຄືຄວາມຕາຍ! 22 ແຕ່ບັດນີ້ພວກເຈົ້າໄດ້ເປັນອິດສະຫລະຈາກຄວາມບາບແລ້ວ ແລະ ໄດ້ກາຍເປັນຂ້າທາດຂອງພຣະເຈົ້າແລ້ວ, ປະໂຫຍດທີ່ພວກເຈົ້າໄດ້ຮັບນັ້ນນຳໄປສູ່ຄວາມບໍລິສຸດ ແລະ ຜົນທີ່ໄດ້ຮັບກໍຄືຊີວິດນິລັນດອນ. 23 ເພາະຄ່າຕອບແທນຂອງຄວາມບາບກໍຄືຄວາມຕາຍ, ແຕ່ຂອງປະທານທີ່ມາຈາກພຣະເຈົ້າກໍຄືຊີວິດນິລັນດອນໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.