Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 5 - ພຣະຄຳພີລາວສະບັບສະໄໝໃໝ່


ສັນຕິສຸກ ແລະ ຄວາມຫວັງ

1 ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,

2 ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.

3 ຫລາຍກວ່ານັ້ນ​ອີກ ແຕ່​ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ຄວາມທຸກຍາກລໍາບາກ​ຂອງ​ພວກເຮົາ​ດ້ວຍ, ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ​ຄວາມທຸກຍາກລໍາບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ,

4 ຄວາມອົດທົນ​ເຮັດ​ໃຫ້​ພວກເຮົາ​ມີ​ລັກສະນະນິໄສ​ທີ່​ພິສູດ​ແລ້ວ​ວ່າ​ໃຊ້ການໄດ້ ແລະ ລັກສະນະນິໄສ​ຢ່າງນີ້​ເຮັດ​ໃຫ້​ມີ​ຄວາມຫວັງ

5 ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.

6 ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.

7 ຫາ​ຍາກ​ທີ່ສຸດ​ຈະ​ມີ​ຄົນ​ຍອມ​ຕາຍ​ເພື່ອ​ຄົນຊອບທຳ, ເຖິງ​ວ່າ​ອາດ​ຈະ​ມີ​ບາງຄົນ​ກ້າ​ຕາຍ​ເພື່ອ​ຄົນ​ດີ​ກໍ​ໄດ້.

8 ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.

9 ໃນ​ເມື່ອ​ບັດນີ້​ພວກເຮົາ​ໄດ້​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ແລ້ວ​ໂດຍ​ເລືອດ​ຂອງ​ພຣະອົງ​ແລ້ວ ຫລາຍ​ກວ່າ​ນັ້ນ​ອີກ​ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜ່ານທາງ​ພຣະອົງ​ຢ່າງ​ແນ່ນອນ!

10 ເພາະວ່າ​ຖ້າ​ພວກເຮົາ​ຍັງ​ໄດ້​ຄືນດີກັນ​ກັບ​ພຣະເຈົ້າ​ໂດຍ​ການຕາຍ​ຂອງ​ພຣະບຸດ​ຂອງ​ພຣະອົງ​ໃນຂະນະ​ທີ່​ພວກເຮົາ​ເຄີຍເປັນ​ສັດຕູ​ກັນ​ກັບ​ພຣະອົງ ຫລາຍ​ກວ່າ​ນັ້ນ​ອີກ​ເມື່ອ​ພວກເຮົາ​ໄດ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ​ຜ່ານທາງ​ຊີວິດ​ຂອງ​ພຣະອົງ​ຢ່າງ​ແນ່ນອນ!

11 ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ, ບັດນີ້ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະເຈົ້າ​ແລ້ວ.


ຄວາມຕາຍ​ຜ່ານທາງ​ອາດາມ ຊີວິດ​ຜ່ານທາງ​ພຣະຄຣິດເຈົ້າ

12 ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ.

13 ແທ້ຈິງແລ້ວ ຄວາມບາບ​ກໍ​ມີ​ຢູ່​ໃນ​ໂລກ​ກ່ອນ​ມີ​ກົດບັນຍັດ, ແຕ່​ເມື່ອ​ຍັງ​ບໍ່​ມີ​ກົດບັນຍັດ​ກໍ​ບໍ່​ຖືວ່າ​ມີ​ບາບ.

14 ເຖິງຢ່າງໃດ​ກໍ​ຕາມ, ຄວາມຕາຍ​ກໍ​ຄອບຄອງ​ມາ​ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ຈົນ​ເຖິງ​ສະໄໝ​ຂອງ​ໂມເຊ, ແມ່ນ​ແຕ່​ຄົນ​ທີ່​ບໍ່​ໄດ້​ເຮັດ​ບາບ​ໂດຍ​ລະເມີດ​ຄຳສັ່ງ​ເໝືອນ​ກັບ​ອາດາມ ຜູ້​ທີ່​ເປັນ​ແບບ​ຂອງ​ພຣະອົງ​ຜູ້​ທີ່​ຈະ​ມາ​ພາຍຫລັງ.

15 ແຕ່​ວ່າ​ຂອງປະທານ​ນັ້ນ​ຕ່າງ​ຈາກ​ການລ່ວງລະເມີດ. ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ພຽງແຕ່​ຄົນ​ດຽວ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຂອງປະທານ​ທີ່​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ດຽວ​ນັ້ນ ກໍ​ຈະ​ໄຫລລົ້ນ​ໄປ​ສູ່​ຄົນ​ຈຳນວນ​ຫລວງຫລາຍ!

16 ແລະ ຂອງປະທານ​ຈາກ​ພຣະເຈົ້າ​ກໍ​ບໍ່​ສາມາດ​ທຽບ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບ​ຂອງ​ມະນຸດ​ຄົນດຽວ​ຄື: ການພິພາກສາ​ເກີດຂຶ້ນ​ຫລັງຈາກ​ການເຮັດບາບ​ພຽງແຕ່​ເທື່ອ​ດຽວ ແລະ ນຳ​ໄປ​ສູ່​ການລົງໂທດ, ແຕ່​ຂອງປະທານ​ເກີດຂຶ້ນ​ຫລັງຈາກ​ການລ່ວງລະເມີດ​ຫລາຍ​ຄັ້ງ ແລະ ນຳ​ໄປ​ສູ່​ການ​ນັບ​ວ່າ​ເປັນ​ຜູ້ຊອບທຳ.

17 ຖ້າຫາກວ່າ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ຄົນດຽວ ເປັນເຫດ​ໃຫ້​ຄວາມຕາຍ​ໄດ້​ຄອບຄອງ​ໂດຍ​ຜ່ານທາງ​ມະນຸດ​ຄົນດຽວ​ນັ້ນ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ບັນດາ​ຜູ້​ທີ່​ໄດ້​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ ຂອງປະທານ​ແຫ່ງ​ຄວາມຊອບທຳ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ຢ່າງ​ລົ້ນເຫລືອ ກໍ​ຈະ​ຄອບຄອງ​ໃນ​ຊີວິດ​ໂດຍ​ຜ່ານ​ທາງ​ມະນຸດ​ຜູ້​ດຽວ​ຄື ພຣະເຢຊູຄຣິດເຈົ້າ.

18 ດັ່ງນັ້ນ, ການລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.

19 ດ້ວຍວ່າ ການ​ບໍ່​ເຊື່ອຟັງ​ຂອງ​ມະນຸດ​ຄົນ​ດຽວ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຄົນບາບ​ຢ່າງໃດ ການເຊື່ອຟັງ​ຂອງ​ມະນຸດ​ຄົນດຽວ​ກໍ​ເຮັດໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຜູ້ຊອບທຳ​ຢ່າງນັ້ນ.

20 ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,

21 ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan