Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 4 - ພຣະຄຳພີລາວສະບັບສະໄໝໃໝ່


ອັບຣາຮາມ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ

1 ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງໃດ​ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍເລືອດ?

2 ຖ້າ​ພຣະເຈົ້າ​ຖືວ່າ​ອັບຣາຮາມ​ເປັນ​ຜູ້ຊອບທຳ​ໂດຍ​ການປະຕິບັດ ເພິ່ນ​ກໍ​ມີ​ສິ່ງ​ທີ່​ຈະ​ອວດອ້າງ​ໄດ້ ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ບໍ່​ເປັນ​ຢ່າງ​ນັ້ນ​ເລີຍ.

3 ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.

4 ສ່ວນ​ຄົນ​ທີ່​ເຮັດການ​ກໍ​ບໍ່​ຖືວ່າ​ຄ່າຈ້າງ​ຂອງ​ລາວ​ເປັນ​ຂອງຂັວນ ແຕ່​ຖືວ່າ​ເປັນ​ສິ່ງ​ທີ່​ລາວ​ສົມຄວນ​ໄດ້​ຮັບ.

5 ສ່ວນ​ຄົນ​ທີ່​ບໍ່​ໄດ້​ອາໄສ​ການປະຕິບັດ ແຕ່​ໄດ້​ວາງໃຈ​ໃນ​ພຣະເຈົ້າ​ຜູ້​ເຮັດ​ໃຫ້​ຄົນຊົ່ວ​ເປັນ​ຄົນຊອບທຳ ພຣະອົງ​ຖືວ່າ​ຄວາມເຊື່ອ​ຂອງ​ລາວ​ເປັນ​ຄວາມຊອບທຳ.

6 ດາວິດ​ໄດ້​ກ່າວ​ຢ່າງ​ດຽວກັນ​ນີ້​ເມື່ອ​ເພິ່ນ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ໂດຍ​ບໍ່​ໄດ້​ອາໄສ​ການປະຕິບັດ​ວ່າ:

7 “ຄວາມສຸກ​ມີ​ແກ່​ບັນດາ ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໃນ​ການ​ລ່ວງລະເມີດ​ຂອງ​ຕົນ, ຜູ້​ທີ່​ບາບ​ທັງຫລາຍ​ຂອງ​ຕົນ​ໄດ້​ຮັບ​ການປົກບັງ​ໄວ້​ແລ້ວ.

8 ຄວາມສຸກ​ມີ​ແກ່ ຜູ້​ທີ່​ອົງພຣະຜູ້ເປັນເຈົ້າ​ຈະ​ບໍ່​ຖືໂທດ​ບາບ​ຂອງ​ພວກເຂົາ​ອີກ”.

9 ຄວາມສຸກ​ນີ້​ມີ​ແກ່​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ເທົ່ານັ້ນ ຫລື ມີ​ແກ່​ຜູ້​ທີ່​ບໍ່ຮັບພິທີຕັດ​ເໝືອນກັນ? ພວກເຮົາ​ໄດ້​ກ່າວ​ແລ້ວ​ວ່າ​ເພາະ​ຄວາມເຊື່ອ​ຂອງ​ອັບຣາຮາມ​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ.

10 ສິ່ງ​ນີ້​ເກີດຂຶ້ນ​ເມື່ອໃດ? ກ່ອນ ຫລື ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ? ບໍ່​ແມ່ນ​ຫລັງຈາກ​ຮັບ​ພິທີຕັດ ແຕ່​ເກີດຂຶ້ນ​ກ່ອນ​ໄດ້​ຮັບ​ພິທີຕັດ!

11 ແລະ ເພິ່ນ​ໄດ້​ຮັບ​ພິທີຕັດ​ເປັນ​ເຄື່ອງໝາຍ ເຊິ່ງ​ເປັນ​ຕາປະທັບ​ແຫ່ງ​ຄວາມຊອບທຳ​ທີ່​ເພິ່ນ​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ຂະນະ​ທີ່​ເພິ່ນ​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ. ດ້ວຍເຫດ​ນີ້ ເພິ່ນ​ຈຶ່ງ​ເປັນ​ບິດາ​ຂອງ​ຄົນ​ທັງຫລາຍ​ທີ່​ເຊື່ອ​ແຕ່​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ ເຊິ່ງ​ພຣະເຈົ້າ​ຖືວ່າ​ພວກເຂົາ​ເຫລົ່ານັ້ນ​ເປັນ​ຜູ້ຊອບທຳ​ດ້ວຍ.

12 ແລະ ເພິ່ນ​ຍັງ​ເປັນ​ບິດາ​ຂອງ​ຜູ້​ທີ່​ຮັບ​ພິທີຕັດ​ແລ້ວ ຄົນ​ເຫລົ່ານີ້​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ຍັງ​ມີ​ຄວາມເຊື່ອ​ຕາມ​ແບບ​ຄວາມເຊື່ອ​ທີ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ມີ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ຈະ​ຮັບ​ພິທີຕັດ​ນັ້ນ.

13 ບໍ່​ແມ່ນ​ໂດຍ​ທາງ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມຊອບທຳ​ທີ່​ມາ​ຈາກ​ຄວາມເຊື່ອ, ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຈຶ່ງ​ໄດ້​ຮັບ​ຄຳ​ສັນຍາ​ໃຫ້​ເປັນ​ຜູ້​ທີ່​ຈະ​ໄດ້​ຮັບ​ໂລກ​ນີ້​ເປັນ​ມໍລະດົກ.

14 ເພາະ​ຖ້າ​ບັນດາ​ຜູ້​ທີ່​ຢຶດຖື​ກົດບັນຍັດ​ໄດ້​ເປັນ​ຜູ້​ຮັບ​ມໍລະດົກ ຄວາມເຊື່ອ​ກໍ​ເສຍປະໂຫຍດ ແລະ ຄຳ​ສັນຍາ​ຂອງ​ພຣະເຈົ້າ​ກໍ​ບໍ່​ມີ​ຄຸນຄ່າ​ເລີຍ,

15 ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.

16 ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.

17 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ”. ເພິ່ນ​ເປັນ​ບິດາ​ຂອງ​ເຮົາ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຜູ້​ທີ່​ເພິ່ນ​ເຊື່ອ ຄື​ພຣະເຈົ້າ​ຜູ້​ໃຫ້​ຊີວິດ​ແກ່​ຄົນ​ທີ່​ຕາຍ​ແລ້ວ ແລະ ເອີ້ນ​ສິ່ງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ​ມາ.

18 ທັງ​ທີ່​ບໍ່​ສົມຄວນ​ຈະ​ມີ​ຄວາມຫວັງ​ອັນໃດ ອັບຣາຮາມ​ກໍ​ຍັງ​ເຊື່ອ​ເພາະ​ເພິ່ນ​ມີ​ຄວາມຫວັງ​ເພິ່ນ​ຈຶ່ງ​ໄດ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ​ເໝືອນ​ທີ່​ໄດ້​ກ່າວ​ກັບ​ເພິ່ນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ”.

19 ຄວາມເຊື່ອ​ຂອງ​ເພິ່ນ​ບໍ່​ໄດ້​ຖອຍລົງ​ເລີຍ ເຖິງແມ່ນວ່າ​ເພິ່ນ​ປະເຊີນ​ກັບ​ຄວາມຈິງ​ທີ່​ວ່າ​ຮ່າງກາຍ​ຂອງ​ເພິ່ນ​ເໝືອນ​ໄດ້​ຕາຍ​ໄປ​ແລ້ວ ເພາະ​ເພິ່ນ​ມີ​ອາຍຸ​ປະມານ​ຮ້ອຍປີ​ແລ້ວ ແລະ ຄວາມຈິງ​ທີ່​ວ່າ​ທ້ອງ​ຂອງ​ນາງ​ຊາຣາ​ກໍ​ເປັນ​ເໝືອນ​ກັບ​ຕາຍ​ແລ້ວ.

20 ແຕ່​ເພິ່ນ​ກໍ​ບໍ່​ໄດ້​ສົງໄສ​ໃນ​ຄຳ​ສັນຍາ​ຂອງ​ພຣະເຈົ້າ ແຕ່​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ ແລະ ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ,

21 ເພາະ​ເຊື່ອໝັ້ນ​ເຕັມ​ທີ່​ວ່າ​ພຣະເຈົ້າ​ມີ​ລິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.

22 ນີ້​ຄື​ເຫດຜົນ​ທີ່ “ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.

23 ຄຳ​ວ່າ “ຖືວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ນີ້ ບໍ່​ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ,

24 ແຕ່​ສຳລັບ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ດ້ວຍ, ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ.

25 ພຣະເຢຊູເຈົ້າ​ໄດ້​ຖືກ​ມອບໄວ້​ໃຫ້​ເຖິງ​ແກ່​ຄວາມຕາຍ​ເພາະ​ບາບກຳ​ຂອງ​ພວກເຮົາ ແລະ ໄດ້​ຄືນມາ​ມີຊີວິດ​ເພື່ອ​ໃຫ້​ພວກເຮົາ​ເປັນ​ຜູ້ຊອບທຳ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan