ໂຣມ 3 - ພຣະຄຳພີລາວສະບັບສະໄໝໃໝ່ຄວາມສັດຊື່ຂອງພຣະເຈົ້າ 1 ຖ້າຢ່າງນັ້ນ ການເປັນຄົນຢິວຈະໄດ້ປຽບກວ່າຄົນອື່ນຢ່າງໃດ ຫລື ການຮັບພິທີຕັດມີປະໂຫຍດອັນໃດ? 2 ກໍມີປະໂຫຍດຫລາຍໃນທຸກດ້ານ! ປະການທຳອິດ ພວກເຂົາໄດ້ຮັບມອບໝາຍໃຫ້ຮັກສາທຸກຖ້ອຍຄຳຂອງພຣະເຈົ້າ. 3 ຖ້າມີບາງຄົນບໍ່ສັດຊື່ ແລ້ວຈະເປັນຢ່າງໃດ? ຄວາມບໍ່ສັດຊື່ຂອງພວກເຂົານັ້ນຈະເຮັດໃຫ້ຄວາມສັດຊື່ຂອງພຣະເຈົ້າເສຍປະໂຫຍດບໍ? 4 ບໍ່ເປັນຢ່າງນັ້ນ! ພຣະເຈົ້າກ່າວແຕ່ຄວາມຈິງ ເຖິງແມ່ນວ່າມະນຸດທຸກຄົນຈະເປັນຄົນເວົ້າຕົວະກໍຕາມ. ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ: “ເພື່ອພຣະອົງຈະໄດ້ຮັບການພິສູດວ່າ ເປັນຝ່າຍຖືກເມື່ອພຣະອົງກ່າວ ແລະ ຊະນະເມື່ອພຣະອົງພິພາກສາ”. 5 ແຕ່ຖ້າຄວາມອະທຳຂອງພວກເຮົາເຮັດໃຫ້ເຫັນຄວາມຊອບທຳຂອງພຣະເຈົ້າຊັດເຈນຫລາຍຂຶ້ນ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າບໍ່ຍຸຕິທຳບໍທີ່ໃຫ້ຄວາມໂກດຮ້າຍຂອງພຣະອົງລົງມາເທິງພວກເຮົາ? (ເຮົາກຳລັງໃຊ້ເຫດຜົນຢ່າງມະນຸດ.) 6 ບໍ່ແມ່ນຢ່າງນັ້ນແນ່ນອນ! ເພາະຖ້າເປັນຢ່າງນັ້ນແລ້ວ, ພຣະເຈົ້າຈະພິພາກສາໂລກໄດ້ຢ່າງໃດ? 7 ມີບາງຄົນອາດຕອບໂຕ້ວ່າ, “ຖ້າຄວາມຕົວະຂອງເຮົາເຮັດໃຫ້ເຫັນຄວາມສັດຊື່ຂອງພຣະເຈົ້າຊັດເຈນຂຶ້ນ ແລະ ເປັນການເພີ່ມເຕີມກຽດຕິຍົດຂອງພຣະອົງ, ແລ້ວເປັນຫຍັງເຮົາຍັງຖືກຕັດສິນລົງໂທດວ່າເປັນຄົນບາບ?” 8 ເປັນຫຍັງບໍ່ກ່າວວ່າ, “ໃຫ້ພວກເຮົາເຮັດຊົ່ວເພື່ອຄວາມດີຈະໄດ້ເກີດຂຶ້ນ”? ຕາມທີ່ມີບາງຄົນໃສ່ຮ້າຍວ່າເຮົາເວົ້າຢ່າງນັ້ນ. ການລົງໂທດຄົນຢ່າງນັ້ນກໍຍຸຕິທຳແລ້ວ. ບໍ່ມີຜູ້ໃດຊອບທຳຈັກຄົນ 9 ຖ້າດັ່ງນັ້ນແລ້ວເຮົາຈະສະຫລຸບວ່າຢ່າງໃດ? ພວກເຮົາຊາວຢິວໄດ້ປຽບກວ່າຄົນອື່ນບໍ? ບໍ່ເປັນດັ່ງນັ້ນດອກ! ເພາະເຮົາກໍໄດ້ຊີ້ໃຫ້ເຫັນແລ້ວວ່າທັງຄົນຢິວ ແລະ ຄົນຕ່າງຊາດກໍລ້ວນແຕ່ຢູ່ໃຕ້ອຳນາດຂອງຄວາມບາບເໝືອນກັນທຸກຄົນ. 10 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ບໍ່ມີຈັກຄົນທີ່ຊອບທຳ ບໍ່ມີແມ່ນແຕ່ຄົນດຽວ; 11 ບໍ່ມີຜູ້ໃດທີ່ເຂົ້າໃຈ ບໍ່ມີຜູ້ໃດທີ່ສະແຫວງຫາພຣະເຈົ້າ. 12 ທຸກຄົນໄດ້ຫັນໜີໄປ, ພວກເຂົາພາກັນກາຍເປັນຄົນໄຮ້ຄ່າໄປໝົດ; ບໍ່ມີຈັກຄົນທີ່ເຮັດຄວາມດີ ບໍ່ມີແມ່ນແຕ່ຄົນດຽວ”. 13 “ຄໍຂອງພວກເຂົາຄືຂຸມຝັງສົບທີ່ໄຂຢູ່ ພວກເຂົາໃຊ້ລີ້ນຂອງຕົນໃນການລໍ້ລວງ”. “ມີພິດງູຮ້າຍຢູ່ທີ່ຮິມສົບຂອງພວກເຂົາ”. 14 “ປາກຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ແລະ ຄຳຂົມຂື່ນ”. 15 “ຕີນຂອງພວກເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ; 16 ພວກເຂົາປະແຕ່ຄວາມຈິບຫາຍ ແລະ ຄວາມທຸກໄວ້ຕາມທາງຂອງພວກເຂົາ, 17 ແລະ ພວກເຂົາບໍ່ຮູ້ຈັກທາງແຫ່ງຄວາມສະຫງົບສຸກ”. 18 “ພວກເຂົາບໍ່ຄິດທີ່ຈະຢ້ານກົວພຣະເຈົ້າເລີຍ”. 19 ບັດນີ້ ພວກເຮົາຮູ້ວ່າສິ່ງໃດທີ່ກົດບັນຍັດໄດ້ກ່າວໄວ້ກໍກ່າວແກ່ຜູ້ທີ່ຢູ່ໃຕ້ກົດບັນຍັດ, ເພື່ອວ່າທຸກປາກຈະມິດງຽບຢູ່ ແລະ ເພື່ອໃຫ້ທັງໂລກຮັບຜິດຊອບຕໍ່ພຣະເຈົ້າ. 20 ເຫດສະນັ້ນ, ບໍ່ມີຜູ້ໃດທີ່ຖືວ່າເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າໂດຍການເຮັດຕາມກົດບັນຍັດ, ກົດບັນຍັດພຽງແຕ່ເຮັດໃຫ້ພວກເຮົາສັງເກດຮູ້ຈັກຄວາມບາບ. ຄວາມຊອບທຳໂດຍທາງຄວາມເຊື່ອ 21 ແຕ່ບັດນີ້ ຄວາມຊອບທຳຈາກພຣະເຈົ້າ ເຊິ່ງຢູ່ນອກກົດບັນຍັດນັ້ນໄດ້ປາກົດແຈ້ງແລ້ວ, ເຊິ່ງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍໄດ້ເປັນພະຍານເຖິງເລື່ອງນີ້. 22 ຄວາມຊອບທຳນີ້ແມ່ນໄດ້ມາຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າໄປເຖິງທຸກຄົນທີ່ເຊື່ອ ເຊິ່ງບໍ່ມີຂໍ້ແຕກຕ່າງກັນລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ, 23 ເພາະວ່າທຸກຄົນໄດ້ເຮັດບາບ ແລະ ຂາດຈາກສະຫງ່າລາສີຂອງພຣະເຈົ້າ, 24 ແລະ ພຣະເຈົ້າໄດ້ຖືວ່າພວກເຂົາເປັນຄົນຊອບທຳ ໂດຍພຣະຄຸນຂອງພຣະອົງທີ່ບໍ່ຄິດຄ່າ ຜ່ານທາງການໄຖ່ທີ່ມາໂດຍພຣະຄຣິດເຈົ້າເຢຊູ. 25 ພຣະເຈົ້າໃຫ້ພຣະເຢຊູເຈົ້າເປັນເຄື່ອງຖວາຍບູຊາໄຖ່ບາບແກ່ທຸກຄົນທີ່ມີຄວາມເຊື່ອໃນໂລຫິດຂອງພຣະເຢຊູເຈົ້າ. ພຣະເຈົ້າກະທຳເຊັ່ນນີ້ກໍເພື່ອສະແດງໃຫ້ເຫັນຄວາມຍຸຕິທຳຂອງພຣະອົງ ເພາະໂດຍຄວາມອົດກັ້ນ ພຣະອົງຈຶ່ງບໍ່ໄດ້ລົງໂທດພວກເຂົາທີ່ໄດ້ເຮັດບາບກ່ອນໜ້ານັ້ນ. 26 ພຣະອົງໄດ້ເຮັດຢ່າງນີ້ກໍເພື່ອສະແດງຄວາມຍຸຕິທຳຂອງພຣະອົງໃນເວລາປັດຈຸບັນ ເພື່ອວ່າພຣະອົງຈະເປັນຜູ້ຊອບທຳ ແລະ ເປັນຜູ້ທີ່ເຮັດໃຫ້ບັນດາຄົນທີ່ມີຄວາມເຊື່ອໃນພຣະເຢຊູເຈົ້າຖືກນັບວ່າເປັນຜູ້ຊອບທຳດ້ວຍ. 27 ເມື່ອເປັນຢ່າງນີ້ແລ້ວ ເຮົາມີສິ່ງໃດທີ່ຈະອວດອ້າງໄດ້? ບໍ່ມີເລີຍ ຈະອ້າງສິ່ງໃດເປັນຫລັກ? ຈະອ້າງວ່າໂດຍການປະຕິບັດຕາມກົດບັນຍັດບໍ? ບໍ່ດອກ, ແຕ່ໂດຍການອ້າງຄວາມເຊື່ອເປັນຫລັກ. 28 ເພາະພວກເຮົາຢືນຢັນວ່າຄົນໃດຄົນໜຶ່ງຈະຖືວ່າເປັນຄົນຊອບທຳໄດ້ກໍໂດຍຄວາມເຊື່ອ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ. 29 ຫລື ພຣະເຈົ້າເປັນພຣະເຈົ້າຂອງຄົນຢິວເທົ່ານັ້ນບໍ? ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ, ພຣະອົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ, 30 ດ້ວຍວ່າ ມີພຣະເຈົ້າພຽງແຕ່ອົງດຽວ, ພຣະອົງຈະຖືວ່າຄົນທີ່ຮັບພິທີຕັດນັ້ນເປັນຄົນຊອບທຳໂດຍຄວາມເຊື່ອ ແລະ ຈະຖືວ່າຄົນທີ່ບໍ່ຮັບພິທີຕັດກໍເປັນຄົນຊອບທຳໂດຍທາງຄວາມເຊື່ອເໝືອນກັນ. 31 ຖ້າຢ່າງນັ້ນ ພວກເຮົາລຶບລ້າງກົດບັນຍັດດ້ວຍຄວາມເຊື່ອບໍ? ບໍ່ແມ່ນຢ່າງນັ້ນດອກ! ພວກເຮົາເປັນຜູ້ສະໜັບສະໜູນກົດບັນຍັດ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.