Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 2 - ພຣະຄຳພີລາວສະບັບສະໄໝໃໝ່


ການ​ພິພາກສາ​ອັນ​ຊອບທຳ​ຂອງ​ພຣະເຈົ້າ

1 ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.

2 ພວກເຮົາ​ຮູ້​ຢູ່​ວ່າ​ການ​ທີ່​ພຣະເຈົ້າ​ພິພາກສາ​ລົງໂທດ​ຜູ້​ທີ່​ເຮັດ​ຢ່າງ​ນັ້ນ​ແມ່ນ​ອີງໃສ່​ຄວາມຈິງ.

3 ດັ່ງນັ້ນ ເມື່ອ​ເຈົ້າ​ຜູ້​ເປັນ​ພຽງ​ແຕ່​ມະນຸດ​ທີ່​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ຈະ​ໜີ​ຈາກ​ການພິພາກສາລົງໂທດ​ຂອງ​ພຣະເຈົ້າ​ໄດ້​ບໍ?

4 ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?

5 ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.

6 ພຣະເຈົ້າ “ຈະ​ຕອບແທນ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ”.

7 ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.

8 ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.

9 ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ;

10 ແຕ່​ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ.

11 ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ເຫັນແກ່​ໜ້າ​ຜູ້ໃດ.

12 ຄົນບາບ​ທຸກ​ຄົນ​ທີ່​ບໍ່ມີກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ຕ້ອງ​ອ້າງເຖິງ​ກົດບັນຍັດ, ແຕ່​ຄົນບາບ​ທຸກຄົນ​ທີ່​ຢູ່​ພາຍໃຕ້​ກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຖືກ​ຕັດສິນ​ຕາມ​ກົດບັນຍັດ​ນັ້ນ.

13 ດ້ວຍວ່າ ຜູ້​ທີ່​ຊອບທຳ​ໃນ​ສາຍຕາ​ພຣະເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ໄດ້​ຍິນ​ໄດ້​ຟັງ​ກົດບັນຍັດ ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ​ທີ່​ພຣະເຈົ້າ​ຈະ​ປະກາດ​ວ່າ​ເປັນ​ຜູ້ຊອບທຳ.

14 (ແທ້ຈິງແລ້ວ ຄົນຕ່າງຊາດ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ ເມື່ອ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ກົດບັນຍັດ​ກຳນົດ​ໄວ້​ຕາມ​ນິໄສ​ປົກກະຕິ​ຂອງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ເປັນ​ກົດບັນຍັດ​ໃຫ້​ຕົນເອງ​ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ມີ​ກົດບັນຍັດ​ກໍ​ຕາມ.

15 ເພາະ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ​ຂໍ້ກຳນົດ​ຕ່າງໆ​ຂອງ​ກົດບັນຍັດ ໄດ້​ຈາລຶກ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ, ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ ຄວາມຄິດ​ຂອງ​ພວກເຂົາ​ນັ້ນ​ແຫລະ​ທີ່​ກ່າວໂທດ ຫລື ຈະ​ແກ້ໂຕ​ໃຫ້​ພວກເຂົາ.)

16 ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ຊາວ​ຢິວ ແລະ ກົດບັນຍັດ

17 ແຕ່​ຖ້າ​ພວກເຈົ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄົນ​ຢິວ, ຖ້າ​ພວກເຈົ້າ​ເພິ່ງພາ​ກົດບັນຍັດ ແລະ ອວດອ້າງ​ວ່າ​ພວກເຈົ້າ​ມີ​ຄວາມສຳພັນ​ໃກ້ຊິດ​ກັບ​ພຣະເຈົ້າ,

18 ຖ້າ​ພວກເຈົ້າ​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ເຫັນພ້ອມ​ໃນ​ສິ່ງ​ທີ່​ດີເລີດ ເພາະ​ພວກເຈົ້າ​ໄດ້​ຮັບ​ການ​ສອນ​ຈາກ​ກົດບັນຍັດ,

19 ຖ້າ​ພວກເຈົ້າ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຜູ້ນຳທາງ​ໃຫ້​ຄົນຕາບອດ, ເປັນ​ຄວາມສະຫວ່າງ​ໃຫ້​ແກ່​ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມມືດ,

20 ເປັນ​ຜູ້ສອນ​ຄົນໂງ່, ເປັນ​ຄູສອນ​ເດັກນ້ອຍ ເພາະ​ເຈົ້າ​ມີ​ຄວາມຮູ້ ແລະ ຄວາມຈິງ​ທີ່​ຢູ່​ໃນ​ກົດບັນຍັດ

21 ແລ້ວ​ພວກເຈົ້າ​ຜູ້​ສອນ​ຄົນອື່ນ​ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ສອນ​ຕົນ​ເອງ? ພວກເຈົ້າ​ຜູ້​ເທດສະໜາ​ວ່າ​ຢ່າລັກ, ແຕ່​ພວກເຈົ້າ​ຍັງ​ລັກ​ຢູ່​ບໍ?

22 ພວກເຈົ້າ​ຜູ້​ກ່າວ​ວ່າ​ຢ່າ​ຫລິ້ນຊູ້ ແຕ່​ພວກເຈົ້າ​ເອງ​ຍັງ​ຫລິ້ນຊູ້​ຢູ່​ບໍ? ພວກເຈົ້າ​ຜູ້​ກຽດຊັງ​ຮູບເຄົາລົບ ແຕ່​ພວກເຈົ້າ​ເອງ​ຍັງ​ປຸ້ນ​ວິຫານ​ຢູ່​ບໍ?

23 ພວກເຈົ້າ​ຜູ້​ອວດອ້າງ​ໃນ​ກົດບັນຍັດ ແຕ່​ພວກເຈົ້າ​ເອງ​ໝິ່ນປະໝາດ​ພຣະເຈົ້າ​ໂດຍ​ຝ່າຝືນ​ກົດບັນຍັດ​ບໍ?

24 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ​ກໍ​ເພາະ​ພວກເຈົ້າ​ທັງຫລາຍ”.

25 ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.

26 ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ຕາມ​ຂໍ້ກຳນົດ​ຂອງ​ກົດບັນຍັດ ຈະ​ຖື​ວ່າ​ພວກເຂົາ​ໄດ້​ຮັບພິທີຕັດ​ແລ້ວ​ບໍ່​ແມ່ນ​ບໍ?

27 ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.

28 ຜູ້​ທີ່​ເປັນ​ຄົນ​ຢິວ​ແທ້​ທີ່​ບໍ່​ແມ່ນ​ຄົນ​ຢິວ​ແຕ່​ພຽງ​ພາຍນອກ, ທັງ​ການ​ຮັບພິທີຕັດ​ແທ້​ກໍ​ບໍ່ແມ່ນ​ການ​ຮັບພິທີຕັດ​ແຕ່​ພຽງ​ພາຍນອກ ແລະ ທາງ​ຮ່າງກາຍ​ເທົ່ານັ້ນ.

29 ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan