ໂຣມ 16 - ພຣະຄຳພີລາວສະບັບສະໄໝໃໝ່ຄຳທັກທາຍສ່ວນຕົວ 1 ເຮົາຂໍຝາກນ້ອງສາວຂອງເຮົາ ຄືນາງຟອຍເບ ເຊິ່ງເປັນຜູ້ດູແລຂອງຄຣິສຕະຈັກໃນເມືອງເກັນເຂໄອ. 2 ເຮົາຂໍໃຫ້ພວກເຈົ້າຮັບນາງໄວ້ໃນອົງພຣະຜູ້ເປັນເຈົ້າຕາມສົມຄວນແກ່ຄົນຂອງພຣະເຈົ້າ ແລະ ຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການ ເພາະວ່ານາງເອງໄດ້ຊ່ວຍເຫລືອຄົນຈໍານວນຫລາຍລວມທັງເຮົາດ້ວຍ. 3 ຂໍຝາກຄວາມຄິດເຖິງມາຍັງປີຊະກີລາ ແລະ ອາກີລາ ເພື່ອນຮ່ວມງານຂອງເຮົາໃນພຣະເຢຊູຄຣິດເຈົ້າ. 4 ພວກເພິ່ນໄດ້ສ່ຽງຊີວິດຂອງຕົນເອງເພື່ອເຮົາ. ບໍ່ພຽງແຕ່ເຮົາເທົ່ານັ້ນ ແຕ່ຄຣິສຕະຈັກທັງຫລາຍຂອງຄົນຕ່າງຊາດກໍສຳນຶກໃນບຸນຄຸນຂອງພວກເພິ່ນດ້ວຍ. 5 ຂໍຝາກຄວາມຄິດເຖິງມາຍັງຄຣິສຕະຈັກທີ່ໄດ້ມາຮ່ວມປະຊຸມທີ່ເຮືອນຂອງພວກເພິ່ນເໝືອນກັນ. ຂໍຝາກຄວາມຄິດເຖິງມາຍັງເອປາຍເນດເພື່ອນທີ່ຮັກຂອງເຮົາ ເຊິ່ງເປັນຄົນທຳອິດໃນແຂວງເອເຊຍທີ່ກັບໃຈມາເຊື່ອໃນພຣະຄຣິດເຈົ້າ. 6 ຂໍຝາກຄວາມຄິດເຖິງມາຍັງນາງມາຣີ ຜູ້ທີ່ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອພວກເຈົ້າທັງຫລາຍ. 7 ຂໍຝາກຄວາມຄິດເຖິງມາຍັງອັນດາໂຣນິໂກ ແລະ ນາງຢູເນຍ ຍາດຕິພີ່ນ້ອງຂອງເຮົາທີ່ເຄີຍຕິດຄຸກກັບເຮົາ. ພວກເພິ່ນເປັນຄົນມີຊື່ສຽງດີໃນທ່າມກາງພວກອັກຄະສາວົກ ແລະ ມາເຊື່ອໃນພຣະຄຣິດເຈົ້າກ່ອນເຮົາດ້ວຍ. 8 ຂໍຝາກຄວາມຄິດເຖິງມາຍັງອຳເປຍ ຜູ້ເປັນທີ່ຮັກຂອງເຮົາໃນອົງພຣະຜູ້ເປັນເຈົ້າ. 9 ຂໍຝາກຄວາມຄິດເຖິງມາຍັງອູຣະບານເພື່ອນຮ່ວມງານຂອງພວກເຮົາໃນພຣະຄຣິດເຈົ້າ ແລະ ຊະຕາຂີເພື່ອນທີ່ຮັກຂອງເຮົາ. 10 ຂໍຝາກຄວາມຄິດເຖິງມາຍັງອະເປເລ ຜູ້ທີ່ຈົ່ງຮັກພັກດີຕໍ່ພຣະຄຣິດເຈົ້າ. ຂໍຝາກຄວາມຄິດເຖິງມາຍັງບັນດາຜູ້ທີ່ຢູ່ໃນຄອບຄົວຂອງອາຣິສະໂຕບູໂລ. 11 ຂໍຝາກຄວາມຄິດເຖິງມາຍັງເຮໂຣດີໂອນ ຍາດພີ່ນ້ອງຂອງເຮົາ. ຂໍຝາກຄວາມຄິດເຖິງມາຍັງຄອບຄົວຂອງນາຣະກິດ ຜູ້ທີ່ຢູ່ໃນອົງພຣະຜູ້ເປັນເຈົ້າ. 12 ຂໍຝາກຄວາມຄິດເຖິງມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ແມ່ຍິງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ. ຂໍຝາກຄວາມຄິດເຖິງມາຍັງເປຊີດາເພື່ອນທີ່ຮັກຂອງເຮົາ ແມ່ຍິງອີກຄົນໜຶ່ງທີ່ໄດ້ເຮັດວຽກຢ່າງໜັກໜ່ວງໃນອົງພຣະຜູ້ເປັນເຈົ້າ. 13 ຂໍຝາກຄວາມຄິດເຖິງມາຍັງຣູໂຟ ຜູ້ທີ່ເລືອກໄວ້ໃນອົງພຣະຜູ້ເປັນເຈົ້າ ແລະ ແມ່ຂອງເພິ່ນຜູ້ທີ່ເປັນແມ່ຂອງເຮົາດ້ວຍ. 14 ຂໍຝາກຄວາມຄິດເຖິງມາຍັງອາຊິນກຣິດ, ຟະເລໂກນ, ເຮຣະເມ, ປະໂຕບາ, ເຮຣະມາ ແລະ ບັນດາພີ່ນ້ອງທີ່ຢູ່ກັບພວກເພິ່ນ. 15 ຂໍຝາກຄວາມຄິດເຖິງມາຍັງຟີໂລໂລກ, ຢູລີອາ, ເນເຣກັບນ້ອງສາວຂອງເພິ່ນ ແລະ ໂອລິມປາກັບຄົນຂອງພຣະເຈົ້າທຸກຄົນທີ່ຢູ່ກັບພວກເພິ່ນ. 16 ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ. ຄຣິສຕະຈັກທັງຫລາຍຂອງພຣະຄຣິດເຈົ້າ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍດ້ວຍ. 17 ພີ່ນ້ອງທັງຫລາຍ ເຮົາຂໍໃຫ້ພວກເຈົ້າລະວັງບັນດາຜູ້ທີ່ເປັນເຫດໃຫ້ເກີດຄວາມແຕກແຍກ ແລະ ເປັນເຫດໃຫ້ພວກເຈົ້າສະດຸດ ເຊິ່ງຂັດກັບຫລັກຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ. ຈົ່ງຢູ່ຫ່າງຈາກຄົນພວກເຂົາ. 18 ດ້ວຍວ່າ ຄົນຢ່າງນີ້ບໍ່ໄດ້ຮັບໃຊ້ພຣະຄຣິດເຈົ້າຂອງພວກເຮົາ ແຕ່ພວກເຂົາເຮັດເພື່ອປາກເພື່ອທ້ອງຂອງຕົນເອງ. ພວກເຂົາລໍ້ລວງຄົນຊື່ດ້ວຍຄຳເວົ້າອັນອ່ອນຫວານ ແລະ ຄຳຍ້ອງຍໍທີ່ບໍ່ຈິງໃຈ. 19 ຄົນທັງຫລາຍໄດ້ຍິນເຖິງການເຊື່ອຟັງຂອງພວກເຈົ້າແລ້ວ, ເຮົາຈຶ່ງຊື່ນຊົມຍິນດີນໍາພວກເຈົ້າ ແຕ່ເຮົາກໍຢາກໃຫ້ພວກເຈົ້າສະຫລາດໃນສິ່ງທີ່ດີ ແລະ ເປັນຄົນໂງ່ໃນສິ່ງທີ່ຊົ່ວຮ້າຍ. 20 ຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຈະທຳລາຍຊາຕານໄວ້ໃຕ້ຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສະຖິດຢູ່ກັບພວກເຈົ້າທັງຫລາຍ. 21 ຕີໂມທຽວ ເພື່ອນຮ່ວມງານຂອງເຮົາກັບລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງຂອງເຮົາ ກໍຂໍຝາກຄວາມຄິດເຖິງມາຍັງເຈົ້າທັງຫລາຍດ້ວຍ. 22 ເຮົາຄື ເຕຣະຕຽວຜູ້ຂຽນຈົດໝາຍສະບັບນີ້ ຂໍຝາກຄວາມຄິດເຖິງມາຍັງພວກເຈົ້າໃນອົງພຣະຜູ້ເປັນເຈົ້າ. 23 ທ່ານໄຄໂຢ ຜູ້ທີ່ມີນໍ້າໃຈຕ້ອນຮັບເຮົາກັບທັງຄຣິສຕະຈັກບ່ອນນີ້ ກໍໄດ້ຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ. ເອຣາຊະໂຕ ຜູ້ອຳນວຍການຝ່າຍກິດຈະການສາທາລະນະຂອງເມືອງນີ້ ແລະ ກູອາໂຕ ພີ່ນ້ອງຂອງພວກເຮົາ ກໍໄດ້ຝາກຄວາມຄິດເຖິງມາຍັງພວກເຈົ້າ. 24 ຂໍໃຫ້ພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາຢູ່ກັບພວກເຈົ້າທຸກຄົນ ອາແມນ. 25 ບັດນີ້ ແດ່ພຣະອົງຜູ້ສາມາດເຮັດໃຫ້ພວກເຈົ້າຕັ້ງໝັ້ນຄົງຢູ່ໂດຍຂ່າວປະເສີດຂອງເຮົາຄື ຂໍ້ຄວາມທີ່ເຮົາໄດ້ປະກາດເລື່ອງພຣະເຢຊູຄຣິດເຈົ້າ ເຊິ່ງສອດຄ່ອງກັບການເປິດເຜິຍຂໍ້ເລິກລັບທີ່ໄດ້ປິດບັງໄວ້ຕັ້ງແຕ່ເວລາດົນນານຜ່ານມາ, 26 ແຕ່ບັດນີ້ ໄດ້ຖືກເປີດເຜີຍ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຜ່ານທາງຂໍ້ຂຽນຕ່າງໆຂອງການທຳນວາຍຕາມຄຳສັ່ງຂອງພຣະເຈົ້າອົງນິລັນດອນ ເພື່ອຄົນຕ່າງຊາດທັງປວງຈະໄດ້ມາເຊື່ອຟັງພຣະອົງໂດຍທາງຄວາມເຊື່ອ 27 ແດ່ພຣະເຈົ້າຜູ້ດຽວຜູ້ປ່ຽມດ້ວຍສະຕິປັນຍາໄດ້ຮັບສະຫງ່າລາສີຕະຫລອດໄປເປັນນິດທາງພຣະເຢຊູຄຣິດເຈົ້າ! ອາແມນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.