ໂຣມ 15 - ພຣະຄຳພີລາວສະບັບສະໄໝໃໝ່1 ພວກເຮົາທີ່ເຂັ້ມແຂງແລ້ວກໍຄວນອົດທົນຕໍ່ຄວາມຜິດພາດຂອງຜູ້ທີ່ຍັງອ່ອນຕໍ່ຄວາມເຊື່ອ ແລະ ພວກເຮົາບໍ່ຄວນເຮັດຕາມຄວາມພໍໃຈຂອງຕົນເອງ. 2 ພວກເຮົາແຕ່ລະຄົນຄວນເຮັດໃຫ້ເພື່ອນບ້ານພໍໃຈ ເພື່ອເປັນຜົນດີແກ່ພວກເຂົາ, ເພື່ອເສີມສ້າງພວກເຂົາຂຶ້ນ. 3 ເພາະແມ່ນແຕ່ພຣະຄຣິດເຈົ້າກໍບໍ່ໄດ້ເຮັດສິ່ງທີ່ພຣະອົງເອງພໍໃຈ, ແຕ່ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ: “ຄຳໝິ່ນປະໝາດຂອງຜູ້ທີ່ໝິ່ນປະໝາດພຣະອົງນັ້ນໄດ້ຕົກໃສ່ຂ້ານ້ອຍ”. 4 ເພາະທຸກສິ່ງທີ່ຂຽນໄວ້ໃນອະດີດກໍຂຽນຂຶ້ນເພື່ອສັ່ງສອນພວກເຮົາ, ເພື່ອວ່າພວກເຮົາຈະໄດ້ມີຄວາມຫວັງໂດຍຄວາມອົດທົນ ແລະ ມີກຳລັງໃຈຈາກພຣະຄຳພີ. 5 ຂໍພຣະເຈົ້າຜູ້ໃຫ້ຄວາມອົດທົນ ແລະ ກຳລັງໃຈນັ້ນໄດ້ໃຫ້ພວກເຈົ້າທັງຫລາຍເປັນນ້ຳໜຶ່ງໃຈດຽວກັນຕາມຢ່າງພຣະເຢຊູຄຣິດເຈົ້າ, 6 ເພື່ອວ່າພວກເຈົ້າຈະໄດ້ຖວາຍກຽດແກ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາດ້ວຍຈິດໃຈດຽວກັນ ແລະ ສຽງດຽວກັນ. 7 ດັ່ງນັ້ນ, ຈົ່ງຍອມຮັບເຊິ່ງກັນແລະກັນ ເໝືອນດັ່ງພຣະຄຣິດເຈົ້າຍອມຮັບພວກເຈົ້າ ເພື່ອຈະນຳການສັນລະເສີນມາຖວາຍແກ່ພຣະເຈົ້າ. 8 ດ້ວຍວ່າ ເຮົາຂໍບອກພວກເຈົ້າວ່າພຣະຄຣິດເຈົ້າໄດ້ກາຍເປັນຜູ້ຮັບໃຊ້ຂອງພວກຢິວ ທີ່ເປັນການສະແດງຄວາມຈິງຂອງພຣະເຈົ້າ ເພື່ອຢືນຢັນຄຳສັນຍາທີ່ໄດ້ໃຫ້ໄວ້ກັບບັນດາບັນພະບຸລຸດ 9 ເພື່ອໃຫ້ຄົນຕ່າງຊາດໄດ້ຖວາຍກຽດຕິຍົດແກ່ພຣະເຈົ້າເພາະຄວາມເມດຕາຂອງພຣະອົງ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເຫດສະນັ້ນ ຂ້ານ້ອຍຈຶ່ງຈະສັນລະເສີນພຣະອົງໃນທ່າມກາງຄົນຕ່າງຊາດທັງຫລາຍ; ຂ້ານ້ອຍຈະຮ້ອງເພງສັນລະເສີນນາມຂອງພຣະອົງ”. 10 ແລະ ກ່າວອີກວ່າ, “ຄົນຕ່າງຊາດທັງຫລາຍເອີຍ ຈົ່ງຊື່ນຊົມຍິນດີຮ່ວມກັບຄົນຂອງພຣະອົງ”. 11 ແລະ ອີກຕອນໜຶ່ງທີ່ວ່າ, “ຄົນຕ່າງຊາດທັງໝົດເອີຍ ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າ ຊົນຊາດທັງໝົດເອີຍ ຈົ່ງຮ້ອງເພງສັນລະເສີນພຣະອົງ”. 12 ແລະ ເອຊາຢາກໍກ່າວອີກວ່າ, “ຮາກຂອງເຢຊີ ຈະປົ່ງຂຶ້ນມາ, ຜູ້ທີ່ຈະຂຶ້ນມາເພື່ອປົກຄອງປະຊາຊາດທັງຫລາຍ ຄົນຕ່າງຊາດທັງຫລາຍຈະມີຄວາມຫວັງໃນພຣະອົງ”. 13 ຂໍໃຫ້ພຣະເຈົ້າແຫ່ງຄວາມຫວັງເຮັດໃຫ້ພວກເຈົ້າບໍລິບູນດ້ວຍຄວາມຊື່ນຊົມຍິນດີ ແລະ ສັນຕິສຸກທັງປວງເໝືອນທີ່ພວກເຈົ້າວາງໃຈໃນພຣະອົງ ເພື່ອວ່າພວກເຈົ້າຈະເຕັມລົ້ນດ້ວຍຄວາມຫວັງໂດຍລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ. ໂປໂລຜູ້ຮັບໃຊ້ມາຍັງຄົນຕ່າງຊາດ 14 ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາແນ່ໃຈວ່າພວກເຈົ້າເອງບໍລິບູນດ້ວຍຄວາມດີ, ເຕັມໄປດ້ວຍຄວາມຮູ້ ແລະ ສາມາດສັ່ງສອນກັນແລະກັນໄດ້. 15 ແຕ່ເຮົາກ້າຂຽນບາງເລື່ອງເຖິງພວກເຈົ້າ ກໍເພື່ອຈະເຕືອນພວກເຈົ້າໃນເລື່ອງເຫລົ່ານັ້ນອີກ ກໍຍ້ອນພຣະຄຸນທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຮົາ 16 ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າໄປຍັງຄົນຕ່າງຊາດ ເຮັດໜ້າທີ່ປະໂລຫິດປະກາດຂ່າວປະເສີດຂອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະໄດ້ກາຍເປັນເຄື່ອງຖວາຍບູຊາທີ່ພຣະເຈົ້າຍອມຮັບ ເຊິ່ງພຣະວິນຍານບໍລິສຸດເຈົ້າໄດ້ຊຳລະໃຫ້ບໍລິສຸດແລ້ວ. 17 ເຫດສະນັ້ນ, ໃນພຣະເຢຊູຄຣິດເຈົ້າ ເຮົາພູມໃຈໃນສິ່ງຕ່າງໆທີ່ໄດ້ເຮັດໃຫ້ແກ່ພຣະເຈົ້າ. 18 ເຮົາບໍ່ກ້າຈະກ່າວເຖິງສິ່ງໃດນອກຈາກສິ່ງທີ່ພຣະຄຣິດເຈົ້າໄດ້ກະທຳຜ່ານທາງເຮົາ ໃນການນຳຄົນຕ່າງຊາດມາເຊື່ອຟັງພຣະເຈົ້າດ້ວຍສິ່ງທີ່ເຮົາໄດ້ເວົ້າ ແລະ ໄດ້ເຮັດ 19 ຄືດ້ວຍລິດອຳນາດແຫ່ງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ໂດຍທາງລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ ເຮົາຈຶ່ງໄດ້ປະກາດຂ່າວປະເສີດຂອງພຣະຄຣິດເຈົ້າຢ່າງຄົບຖ້ວນໃນທຸກບ່ອນ ຕັ້ງແຕ່ນະຄອນເຢຣູຊາເລັມໄປທົ່ວຈົນມາຮອດອີລີຣິກົມ. 20 ເຮົາປາຖະໜາສະເໝີວ່າຈະປະກາດຂ່າວປະເສີດໃນບ່ອນທີ່ບໍ່ມີຜູ້ໃດຮູ້ຈັກພຣະຄຣິດເຈົ້າ ເພື່ອວ່າເຮົາຈະໄດ້ບໍ່ກໍ່ຂຶ້ນເທິງຮາກຖານທີ່ຄົນອື່ນວາງໄວ້ 21 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ບັນດາຄົນທີ່ບໍ່ເຄີຍຖືກບອກເຖິງເລື່ອງຂອງພຣະອົງກໍຈະໄດ້ເຫັນ ແລະ ບັນດາຄົນທີ່ບໍ່ເຄີຍໄດ້ຍິນນັ້ນກໍຈະເຂົ້າໃຈ”. 22 ນີ້ແມ່ນສາເຫດທີ່ຂັດຂວາງເຮົາຢູ່ສະເໝີ ເຮັດໃຫ້ເຮົາບໍ່ໄດ້ມາຫາພວກເຈົ້າ. ໂປໂລວາງແຜນຈະໄປນະຄອນໂຣມ 23 ແຕ່ບັດນີ້ບໍ່ມີບ່ອນໃດເຫລືອໃຫ້ເຮົາເຮັດພາລະກິດໃນຂົງເຂດເຫລົ່ານີ້ແລ້ວ ແລະ ເນື່ອງຈາກເຮົາປາຖະໜາທີ່ຈະມາຫາພວກເຈົ້າຫລາຍປີແລ້ວ 24 ເຮົາຈຶ່ງວາງແຜນຈະມາຫາພວກເຈົ້າຕອນເວລາທີ່ໄປປະເທດສະເປນນັ້ນ. ເຮົາຫວັງວ່າຈະໄດ້ມາຢ້ຽມຢາມພວກເຈົ້າຂະນະເດີນທາງຜ່ານໄປ ແລະ ຫວັງຈະໃຫ້ພວກເຈົ້າຊ່ວຍເຫລືອເຮົາໃນການເດີນທາງໄປທີ່ນັ້ນ ຫລັງຈາກໄດ້ຢ້ຽມຢາມຖາມຂ່າວ ແລະ ຫລັງຈາກໄດ້ພົບປະສັງສັນຢູ່ກັບພວກເຈົ້າໄລຍະໜຶ່ງ. 25 ແຕ່ຂະນະນີ້ເຮົາກຳລັງເດີນທາງໄປນະຄອນເຢຣູຊາເລັມ ເພື່ອຮັບໃຊ້ບັນດາຄົນຂອງພຣະເຈົ້າຢູ່ທີ່ນັ້ນ. 26 ເພາະພີ່ນ້ອງໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາຍິນດີທີ່ຈະບໍລິຈາກໃຫ້ແກ່ຜູ້ທີ່ຍາກຈົນໃນທ່າມກາງບັນດາຄົນຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມ. 27 ພວກເຂົາຍິນດີທີ່ຈະເຮັດຢ່າງນັ້ນ ແລະ ຄວາມຈິງແລ້ວພວກເຂົາກໍເປັນໜີ້ພີ່ນ້ອງເຫລົ່ານັ້ນດ້ວຍ ເພາະວ່າຖ້າຄົນຕ່າງຊາດມີສ່ວນຮ່ວມໃນພອນຝ່າຍຈິດວິນຍານຂອງຊາວຢິວ ພວກເຂົາກໍເປັນໜີ້ພີ່ນ້ອງຊາວຢິວ ກໍສົມຄວນທີ່ຈະແບ່ງປັນພອນຝ່າຍວັດຖຸໃຫ້ແກ່ພີ່ນ້ອງເຫລົ່ານັ້ນ. 28 ດັ່ງນັ້ນ ຫລັງຈາກສຳເລັດພາລະກິດນີ້ ແລະ ເບິ່ງແຍງຈົນແນ່ໃຈວ່າພວກພີ່ນ້ອງໄດ້ຮັບເຄື່ອງຊ່ວຍເຫລືອນີ້ຮຽບຮ້ອຍແລ້ວ ເຮົາກໍຈະໄປປະເທດສະເປນ ແລະ ແວ່ຢ້ຽມຢາມພວກເຈົ້າໃນລະຫວ່າງທາງ. 29 ເຮົາຮູ້ວ່າ ເມື່ອມາຫາພວກເຈົ້ານັ້ນ ເຮົາຈະມາພ້ອມດ້ວຍພອນອັນບໍລິບູນຂອງພຣະຄຣິດເຈົ້າ. 30 ພີ່ນ້ອງທັງຫລາຍເອີຍ ໂດຍເຫັນແກ່ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ໂດຍເຫັນແກ່ຄວາມຮັກຈາກພຣະວິນຍານບໍລິສຸດເຈົ້າ ເຮົາຂໍໃຫ້ພວກເຈົ້າຮ່ວມໃນການຕໍ່ສູ້ຂອງເຮົາດ້ວຍການອະທິຖານຕໍ່ພຣະເຈົ້າເພື່ອເຮົາ. 31 ຂໍອະທິຖານໃຫ້ເຮົາໄດ້ຮັບການຊ່ວຍເຫລືອໃຫ້ພົ້ນຈາກຄົນທີ່ບໍ່ເຊື່ອທັງຫລາຍໃນແຂວງຢູດາຍ ແລະ ຂໍໃຫ້ບັນດາຄົນຂອງພຣະເຈົ້າໃນນະຄອນເຢຣູຊາເລັມຍອມຮັບເຄຶ່ອງຊ່ວຍເຫລືອຂອງເຮົາ, 32 ເພື່ອວ່າ ໂດຍຄວາມປະສົງຂອງພຣະເຈົ້າ ເຮົາຈະໄດ້ມາຫາພວກເຈົ້າດ້ວຍຄວາມຊື່ນຊົມຍິນດີ ແລະ ໄດ້ຮັບຄວາມຊື່ນໃຈຮ່ວມກັນກັບພວກເຈົ້າ. 33 ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກຢູ່ກັບພວກເຈົ້າທັງຫລາຍ. ອາແມນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.