ໂຣມ 14 - ພຣະຄຳພີລາວສະບັບສະໄໝໃໝ່ຜູ້ອ່ອນແອ ແລະ ຜູ້ເຂັ້ມແຂງ 1 ຈົ່ງຍອມຮັບຜູ້ທີ່ອ່ອນແອໃນຄວາມເຊື່ອ ໂດຍບໍ່ການຜິດຖຽງກັນໃນເລື່ອງຄວາມເຫັນແຕກຕ່າງກັນ. 2 ຄົນໜຶ່ງເຊື່ອວ່າກິນໄດ້ທຸກຢ່າງ, ແຕ່ອີກຄົນໜຶ່ງທີ່ມີຄວາມເຊື່ອອ່ອນແອ ກໍກິນແຕ່ຜັກເທົ່ານັ້ນ. 3 ຄົນທີ່ກິນທຸກຢ່າງກໍຢ່າໄດ້ໝິ່ນປະໝາດຄົນທີ່ບໍ່ກິນ ແລະ ຄົນທີ່ບໍ່ກິນກໍຢ່າໄດ້ຕັດສິນຄົນທີ່ກິນ ເພາະພຣະເຈົ້າໄດ້ຍອມຮັບພວກເຂົາແລ້ວ. 4 ເຈົ້າແມ່ນຜູ້ໃດຈຶ່ງຈະຕັດສິນຄົນຮັບໃຊ້ຂອງຄົນອື່ນ? ຜູ້ຮັບໃຊ້ນັ້ນຈະຕັ້ງໝັ້ງຄົງ ຫລື ລົ້ມລົງກໍຂຶ້ນຢູ່ກັບນາຍຂອງພວກເຂົາ ແລະ ພວກເຂົາຈະຕັ້ງໝັ້ນຄົງຢູ່ໄດ້ ເພາະອົງພຣະຜູ້ເປັນເຈົ້າສາມາດເຮັດໃຫ້ພວກເຂົາຕັ້ງໝັ້ນຄົງຢູ່ໄດ້. 5 ຄົນໜຶ່ງຖືວ່າວັນໜຶ່ງສັກສິດກວ່າອີກວັນໜຶ່ງ; ສ່ວນອີກຄົນໜຶ່ງຖືວ່າທຸກວັນກໍເໝືອນກັນໝົດ. ແຕ່ລະຄົນຄວນແນ່ໃຈໃນຄວາມຄິດເຫັນຂອງຕົນຢ່າງເຕັມທີ່. 6 ຜູ້ໃດກໍຕາມຖືວັນໃດວັນໜຶ່ງເປັນພິເສດ ກໍຖືເພື່ອອົງພຣະຜູ້ເປັນເຈົ້າ. ຜູ້ທີ່ກິນຊີ້ນ ກໍກິນເພື່ອອົງພຣະຜູ້ເປັນເຈົ້າເພາະພວກເຂົາໄດ້ຂອບພຣະຄຸນພຣະເຈົ້າ ແລະ ຜູ້ທີ່ບໍ່ກິນ ກໍບໍ່ກິນເພື່ອອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນພຣະເຈົ້າ. 7 ເພາະບໍ່ມີຜູ້ໃດໃນພວກເຮົາຈັກຄົນທີ່ມີຊີວິດຢູ່ເພື່ອຕົນເອງເທົ່ານັ້ນ ແລະ ບໍ່ມີຜູ້ໃດໃນພວກເຮົາຈັກຄົນທີ່ຕາຍເພື່ອຕົນເອງເທົ່ານັ້ນ. 8 ຖ້າພວກເຮົາຢູ່ ພວກເຮົາກໍຢູ່ເພື່ອອົງພຣະຜູ້ເປັນເຈົ້າ ແລະ ຖ້າພວກເຮົາຕາຍ ພວກເຮົາກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ ຫລື ຕາຍ, ພວກເຮົາກໍເປັນຂອງອົງພຣະຜູ້ເປັນເຈົ້າ. 9 ເພາະເຫດນີ້ແຫລະ, ພຣະຄຣິດເຈົ້າໄດ້ຕາຍ ແລະ ໄດ້ຄືນມາສູ່ຊີວິດ ກໍເພື່ອພຣະອົງຈະເປັນອົງພຣະຜູ້ເປັນເຈົ້າຂອງທັງຄົນຕາຍ ແລະ ຄົນເປັນ. 10 ແລ້ວເປັນຫຍັງ ພວກເຈົ້າຈຶ່ງຕັດສິນພີ່ນ້ອງຂອງຕົນ? ຫລື ເປັນຫຍັງພວກເຈົ້າຈຶ່ງໝິ່ນປະໝາດພີ່ນ້ອງຂອງຕົນ? ເພາະວ່າ ພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະເຈົ້າ 11 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາມີຊີວິດຢູ່ແນ່ນອນສັນໃດ ທຸກຄົນຈະຄຸເຂົ່າຂາບລົງຕໍ່ໜ້າເຮົາສັນນັ້ນ; ທຸກລີ້ນຈະຍອມຮັບພຣະເຈົ້າ’”. 12 ດັ່ງນັ້ນ ພວກເຮົາແຕ່ລະຄົນຈະຕ້ອງລາຍງານເລື່ອງຂອງຕົນເອງຕໍ່ພຣະເຈົ້າ. 13 ເຫດສະນັ້ນ ໃຫ້ພວກເຮົາເລີກຕັດສິນກັນ. ແຕ່ຈົ່ງຕັດສິນໃຈວ່າຈະບໍ່ວາງສິ່ງທີ່ເຮັດໃຫ້ສະດຸດ ຫລື ວາງເຄື່ອງກີດຂວາງໃນທາງຂອງພີ່ນ້ອງ. 14 ໃນຖານະຜູ້ທີ່ຢູ່ໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາແນ່ໃຈຢ່າງເຕັມທີ່ວ່າບໍ່ມີອາຫານໃດເປັນມົນທິນໃນໂຕຂອງມັນເອງ, ແຕ່ຖ້າຜູ້ໃດຖືວ່າສິ່ງໃດເປັນມົນທິນ ສິ່ງນັ້ນກໍເປັນມົນທິນສຳລັບລາວ. 15 ຖ້າພີ່ນ້ອງຂອງພວກເຈົ້າເປັນທຸກໃຈເພາະສິ່ງທີ່ພວກເຈົ້າກິນ ພວກເຈົ້າກໍບໍ່ໄດ້ປະພຶດຕົນດ້ວຍຄວາມຮັກອີກຕໍ່ໄປ. ຢ່າໃຫ້ການກິນຂອງພວກເຈົ້າທຳລາຍຄົນທີ່ພຣະຄຣິດເຈົ້າໄດ້ຕາຍແທນນັ້ນຕ້ອງຈິບຫາຍໄປ. 16 ດັ່ງນັ້ນ ຢ່າໃຫ້ສິ່ງທີ່ເຈົ້າເຫັນວ່າດີນັ້ນຖືກກ່າວວ່າເປັນສິ່ງຊົ່ວຮ້າຍ. 17 ດ້ວຍວ່າ ອານາຈັກຂອງພຣະເຈົ້າບໍ່ແມ່ນເລື່ອງຂອງການກິນ ແລະ ການດື່ມ ແຕ່ເປັນເລື່ອງຂອງຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີໃນພຣະວິນຍານບໍລິສຸດເຈົ້າ, 18 ເພາະວ່າ ຜູ້ໃດທີ່ຮັບໃຊ້ພຣະຄຣິດເຈົ້າຢ່າງນີ້ກໍເປັນທີ່ພໍໃຈພຣະເຈົ້າ ແລະ ເປັນທີ່ພໍໃຈມະນຸດດ້ວຍ. 19 ເຫດສະນັ້ນ, ໃຫ້ພວກເຮົາພະຍາຍາມທີ່ຈະເຮັດສິ່ງທີ່ນຳໄປສູ່ຄວາມສະຫງົບສຸກ ແລະ ການເສີມສ້າງເຊິ່ງກັນແລະກັນ. 20 ຢ່າທຳລາຍກິດຈະການຂອງພຣະເຈົ້າເພາະເຫັນແກ່ອາຫານເລີຍ. ອາຫານທຸກຢ່າງປາດສະຈາກມົນທິນກໍຈິງ, ແຕ່ຖ້າຄົນໃດທີ່ກິນສິ່ງໃດແລ້ວເຮັດໃຫ້ຄົນອື່ນສະດຸດໃຈກໍມີຄວາມຜິດ. 21 ການບໍ່ກິນຊີ້ນສັດ ຫລື ດື່ມເຫລົ້າອະງຸ່ນ ຫລື ເຮັດສິ່ງອື່ນໃດ ກໍດີກວ່າເປັນຕົ້ນເຫດໃຫ້ພີ່ນ້ອງສະດຸດໃຈ. 22 ດັ່ງນັ້ນ ສິ່ງໃດກໍຕາມທີ່ພວກເຈົ້າເຊື່ອກ່ຽວກັບເລື່ອງເຫລົ່ານີ້ ຈົ່ງຢຶດຖືໄວ້ເປັນເລື່ອງລະຫວ່າງພວກເຈົ້າເອງກັບພຣະເຈົ້າ. ຄວາມສຸກມີແກ່ຜູ້ທີ່ບໍ່ກ່າວໂທດຕົນເອງໃນສິ່ງທີ່ຕົນເຫັນວ່າດີ. 23 ແຕ່ຜູ້ທີ່ຍັງສົງໄສຢູ່ນັ້ນ ຖ້າພວກເຂົາກິນກໍມີຄວາມຜິດ ເພາະພວກເຂົາບໍ່ໄດ້ກິນຕາມຄວາມເຊື່ອ ແລະ ສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອກໍເປັນບາບ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.