Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 13 - ພຣະຄຳພີລາວສະບັບສະໄໝໃໝ່


ການຍອມເຊື່ອຟັງ​ຜູ້​ມີ​ອຳນາດ​ປົກຄອງ

1 ທຸກຄົນ​ຕ້ອງ​ຍອມເຊື່ອຟັງ​ຜູ້​ມີ​ອຳນາດ​ປົກຄອງ ເພາະ​ບໍ່​ມີ​ຜູ້ໃດ​ມີ​ອຳນາດ​ເວັ້ນ​ແຕ່​ພຣະເຈົ້າ​ແຕ່ງຕັ້ງ​ຂຶ້ນ. ອຳນາດ​ຕ່າງໆ​ທີ່​ມີ​ຢູ່​ນັ້ນ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການແຕ່ງຕັ້ງ​ຈາກ​ພຣະເຈົ້າ.

2 ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ຜູ້​ມີ​ອຳນາດ​ກໍ​ກຳລັງ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ ແລະ ຜູ້ໃດ​ທີ່​ເຮັດ​ເຊັ່ນ​ນັ້ນ​ກໍ​ຈະ​ນຳ​ການຕັດສິນ​ລົງໂທດ​ມາ​ສູ່​ຕົນເອງ.

3 ດ້ວຍວ່າ ພວກ​ຜູ້ປົກຄອງ​ນັ້ນ​ບໍ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ຖືກ ແຕ່​ເປັນ​ໜ້າ​ຢ້ານ​ສຳລັບ​ຄົນ​ທີ່​ເຮັດ​ຜິດ. ເຈົ້າ​ຢາກ​ຈະ​ພົ້ນ​ຈາກ​ຄວາມຢ້ານ​ຕໍ່​ຜູ້​ມີ​ອຳນາດ​ແມ່ນ​ບໍ? ດັ່ງນັ້ນ ກໍ​ຈົ່ງ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການຍ້ອງຍໍ.

4 ເພາະ​ຜູ້​ມີ​ອຳນາດ​ນັ້ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດ​ຜົນປະໂຫຍດ​ຂອງ​ເຈົ້າ ແຕ່​ຖ້າ​ເຈົ້າ​ເຮັດ​ຜິດ​ກໍ​ຈົ່ງ​ຢ້ານ ເພາະ​ພວກຜູ້ປົກຄອງ​ນັ້ນ​ບໍ່​ໄດ້​ຖື​ດາບ​ໄວ້​ລ້າໆ. ພວກເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເປັນ​ຕົວແທນ​ຂອງ​ຄວາມໂກດຮ້າຍ​ທີ່​ຈະ​ນຳ​ເອົາ​ການລົງໂທດ​ມາ​ສູ່​ຜູ້​ທີ່​ເຮັດ​ຜິດ.

5 ເຫດສະນັ້ນ ຈຶ່ງ​ຈໍາເປັນ​ຕ້ອງ​ຍອມ​ເຊື່ອຟັງ​ຜູ້​ມີ​ອຳນາດ ບໍ່​ພຽງ​ເພາະ​ເຫັນ​ແກ່​ຄວາມຢ້ານ​ການລົງໂທດ ແຕ່​ເພາະ​ເຫັນ​ແກ່​ຈິດສຳນຶກ​ດ້ວຍ.

6 ນີ້​ຄື​ເຫດຜົນ​ທີ່​ພວກເຈົ້າ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ຜູ້​ໃຫ້​ເວລາ​ທັງໝົດ​ຂອງ​ຕົນ​ໃນ​ການປົກຄອງ​ບ້ານ​ເມືອງ.

7 ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໜີ້​ພວກເຂົາ​ຄື: ຖ້າ​ພວກເຈົ້າ​ໜີ້​ພາສີ ຈົ່ງ​ເສຍ​ພາສີ, ຖ້າ​ຕິດຄ້າງ​ອາກອນ ຈົ່ງ​ເສຍ​ອາກອນ, ຖ້າ​ສົມຄວນ​ໃຫ້​ຄວາມເຄົາລົບ ຈົ່ງ​ໃຫ້​ຄວາມເຄົາລົບ, ຖ້າ​ສົມຄວນ​ໃຫ້​ກຽດ ຈົ່ງ​ໃຫ້​ກຽດ.


ການສະແດງ​ຄວາມຮັກ​ຕໍ່ກັນແລະກັນ

8 ຢ່າ​ຕິດຄ້າງ​ເປັນ​ໜີ້​ຜູ້ໃດ ເວັ້ນ​ແຕ່​ໜີ້​ທີ່​ບໍ່​ອາດ​ຈ່າຍຄືນ​ໄດ້​ໝົດ ຄື​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ ເພາະ​ຜູ້​ທີ່​ຮັກ​ຄົນອື່ນ​ກໍ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.

9 ຂໍ້ບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້”, “ຢ່າ​ຂ້າຄົນ”, “ຢ່າ​ລັກຊັບ”, “ຢ່າ​ໂລບ”, ແລະ ພຣະບັນຍັດ​ອື່ນໆ​ກໍ​ລວມ​ຢູ່ໃນ​ຂໍ້​ດຽວ​ກັນ​ນີ້​ຄື, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.

10 ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ​ຂອງ​ຕົນ ເຫດສະນັ້ນ ການ​ມີ​ຄວາມຮັກ​ຈຶ່ງ​ເປັນ​ການປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.

11 ແລະ ຈົ່ງ​ເຮັດ​ຢ່າງ​ນີ້, ຈົ່ງ​ເຂົ້າໃຈ​ເວລາ​ປັດຈຸບັນ​ຄື ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຈະ​ຕື່ນ​ຈາກ​ຫລັບ ເພາະວ່າ​ບັດນີ້ ຄວາມພົ້ນ​ຂອງ​ພວກເຮົາ​ແມ່ນ​ໃກ້​ເຂົ້າ​ມາ​ຫລາຍ​ຂຶ້ນ​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນທຳອິດ.

12 ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.

13 ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.

14 ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan