Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 12 - ພຣະຄຳພີລາວສະບັບສະໄໝໃໝ່


ເຄື່ອງບູຊາ​ທີ່​ມີຊີວິດ

1 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.

2 ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.

3 ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.

4 ເພາະວ່າ ພວກເຮົາ​ແຕ່ລະຄົນ​ມີ​ຮ່າງກາຍ​ດຽວ​ທີ່​ປະກອບ​ດ້ວຍ​ອະໄວຍະວະ​ຫລາຍ​ຢ່າງ ແລະ ອະໄວຍະວະ​ເຫລົ່ານັ້ນ​ກໍ​ມີ​ໜ້າທີ່​ບໍ່​ຄື​ກັນ​ສັນໃດ,

5 ດັ່ງນັ້ນ ໃນ​ພຣະຄຣິດເຈົ້າ ພວກເຮົາ​ຫລາຍຄົນ​ກໍ​ປະກອບ​ເຂົ້າ​ເປັນ​ກາຍ​ດຽວ ແລະ ແຕ່ລະ​ອະໄວຍະວະ​ກໍ​ເປັນ​ສ່ວນຫນຶ່ງ​ຂອງ​ອະໄວຍະວະ​ທັງໝົດ​ສັນນັ້ນ.

6 ພວກເຮົາ​ມີ​ຂອງປະທານ​ແຕກຕ່າງ​ກັນ ຕາມ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ພວກເຮົາ. ຖ້າ​ຜູ້ໃດ​ມີ​ຂອງປະທານ​ດ້ານ​ການ​ປະກາດ​ພຣະທຳ ກໍ​ຈົ່ງ​ໃຊ້​ຂອງປະທານ​ນີ້​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ຕົນ​ມີ.

7 ຖ້າ​ມີ​ດ້ານ​ການບົວລະບັດ​ຮັບໃຊ້ ກໍ​ຈົ່ງ​ບົວລະບັດ​ຮັບໃຊ້, ຖ້າ​ມີ​ດ້ານ​ການສັ່ງສອນ ກໍ​ຈົ່ງ​ສັ່ງສອນ,

8 ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.


ຮັກ​ດ້ວຍ​ການກະທຳ

9 ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.

10 ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ.

11 ຢ່າ​ຂາດ​ຄວາມ​ກະຕືລືລົ້ນ ແຕ່​ຈົ່ງ​ຮັກສາ​ຄວາມຮ້ອນຮົນ​ຝ່າຍ​ຈິດວິນຍານ​ຂອງ​ພວກເຈົ້າ​ໄວ້ ແລະ ຮັບໃຊ້​ອົງພຣະຜູ້ເປັນເຈົ້າ.

12 ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ.

13 ຈົ່ງ​ແບ່ງປັນ​ແກ່​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ມີ​ຄວາມຕ້ອງການ. ຈົ່ງ​ຕ້ອນຮັບແຂກ​ດ້ວຍ​ໃຈເຫລື້ອມໃສ.

14 ຈົ່ງ​ອວຍພອນ​ແກ່​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ, ຈົ່ງ​ອວຍພອນ ແລະ ຢ່າ​ປ້ອຍດ່າ​ເລີຍ.

15 ຈົ່ງ​ຊື່ນຊົມຍິນດີ​ຮ່ວມ​ກັບ​ຜູ້​ທີ່​ຊື່ນຊົມຍິນດີ ຈົ່ງ​ຮ້ອງໄຫ້​ຮ່ວມ​ກັບ​ຜູ້​ທີ່​ຮ້ອງໄຫ້.

16 ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ ຢ່າ​ອວດອົ່ງທະນົງຕົນ.

17 ຢ່າ​ເຮັດ​ຊົ່ວ​ຕອບແທນ​ຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ເອົາໃຈໃສ່​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ຖືກຕ້ອງ.

18 ຖ້າ​ເປັນ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ກັບ​ທຸກໆ​ຄົນ​ຢ່າງ​ສະຫງົບສຸກ.

19 ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ແກ້ແຄ້ນ​ເລີຍ ແຕ່​ຈົ່ງ​ປ່ອຍ​ໃຫ້​ພຣະເຈົ້າ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”. ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້.

20 ໃນ​ທາງ​ກົງກັນຂ້າມ, “ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ ຈົ່ງ​ເອົາ​ອາຫານ​ໃຫ້​ລາວ​ກິນ ເມື່ອ​ລາວ​ຫິວນ້ຳ ຈົ່ງ​ເອົາ​ນ້ຳ​ໃຫ້​ລາວ​ດື່ມ ການ​ເຮັດ​ຢ່າງນັ້ນ, ເປັນການ​ທີ່​ເຈົ້າ​ໄດ້​ກອງ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ໃສ່​ໄວ້​ເທິງ​ຫົວ​ຂອງ​ລາວ”.

21 ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan