Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 11 - ພຣະຄຳພີລາວສະບັບສະໄໝໃໝ່


ຊາວ​ອິດສະຣາເອນ​ທີ່​ເຫລືອ​ຢູ່

1 ຖ້າ​ຢ່າງ​ນັ້ນ ເຮົາ​ຂໍ​ຖາມ​ວ່າ, ພຣະເຈົ້າ​ໄດ້​ປະຖິ້ມ​ຄົນ​ຂອງ​ພຣະອົງ​ແລ້ວ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ເຮົາ​ເອງ​ກໍ​ເປັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ມາ​ຈາກ​ເຜົ່າ​ເບັນຢາມິນ.

2 ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,

3 “ອົງພຣະຜູ້ເປັນເຈົ້າ​ເອີຍ, ພວກເຂົາ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ, ແລະ ຮື້​ແທ່ນບູຊາ​ຂອງ​ພຣະອົງ​ລົງ, ມີ​ພຽງແຕ່​ຂ້ານ້ອຍ​ຜູ້​ດຽວ​ທີ່​ເຫລືອ​ຢູ່ ແລະ ພວກເຂົາ​ກໍ​ກຳລັງ​ພະຍາຍາມ​ຈະ​ຂ້າ​ຂ້ານ້ອຍ​ເໝືອນກັນ”?

4 ແລະ ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ? “ເຮົາ​ໄດ້​ສະຫງວນ​ຄົນ​ໄວ້​ສຳລັບ​ເຮົາ​ເຈັດພັນ​ຄົນ ເຊິ່ງ​ບໍ່​ໄດ້​ຄຸເຂົ່າລົງ​ຂາບໄຫວ້​ພະ​ບາອານ”.

5 ດ້ວຍເຫດນັ້ນ ໃນ​ປັດຈຸບັນ​ນີ້​ກໍ​ຍັງ​ມີ​ຄົນ​ທີ່​ເຫລືອ​ຢູ່ ເຊິ່ງ​ຖືກ​ເລືອກ​ໄວ້​ໂດຍ​ພຣະຄຸນ.

6 ແລະ ຖ້າ​ເລືອກ​ໂດຍ​ພຣະຄຸນ​ແລ້ວ ກໍ​ບໍ່ແມ່ນ​ໂດຍ​ການປະຕິບັດ​ອີກ​ຕໍ່ໄປ, ເພາະ​ຖ້າ​ໂດຍ​ການປະຕິບັດ ພຣະຄຸນ​ຈະ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.

7 ຖ້າ​ດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງໃດ? ປະຊາຊົນ​ອິດສະຣາເອນ​ບໍ່​ໄດ້​ຮັບ​ໃນ​ສິ່ງ​ທີ່​ພວກເຂົາ​ດິ້ນລົນ​ຊອກຫາ ແຕ່​ຜູ້​ທີ່​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ທີ່​ໄດ້​ຮັບ, ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ຖືກ​ເຮັດ​ໃຫ້​ມີ​ໃຈ​ແຂງກະດ້າງ​ໄປ

8 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ວິນຍານ​ແຫ່ງ​ຄວາມ​ມຶນຊາ​ແກ່​ພວກເຂົາ, ຕາ​ທີ່​ເບິ່ງ​ບໍ່​ເຫັນ ແລະ ຫູ​ທີ່​ບໍ່​ສາມາດ​ຍິນ ຈົນ​ເຖິງ​ທຸກ​ວັນ​ນີ້”.

9 ແລະ ດາວິດ​ກ່າວ​ວ່າ, “ຂໍ​ໃຫ້​ໂຕະອາຫານ​ຂອງ​ພວກເຂົາ​ກາຍ​ເປັນ​ບ້ວງແຮ້ວ ແລະ ເປັນ​ກັບດັກ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ແລະ ເປັນ​ການລົງໂທດ​ສຳລັບ​ພວກເຂົາ.

10 ຂໍ​ໃຫ້​ຕາ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ພວກເຂົາ​ຈະ​ເບິ່ງ​ບໍ່​ເຫັນ ແລະ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ຕະຫລອດໄປ”.


ກິ່ງ​ທີ່​ນຳ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນ

11 ເຮົາ​ຈຶ່ງ​ຖາມ​ອີກ​ວ່າ: ພວກເຂົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ຂຶ້ນ​ບໍ? ບໍ່​ເປັນ​ຢ່າງນັ້ນ​ດອກ! ແຕ່​ຍ້ອນ​ການລ່ວງລະເມີດ​ຂອງ​ພວກເຂົາ, ຄວາມພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ​ເພື່ອ​ເຮັດ​ໃຫ້​ຄົນອິດສະຣາເອນ​ມີ​ໃຈ​ອິດສາ.

12 ແຕ່​ຖ້າ​ການລ່ວງລະເມີດ​ຂອງ​ພວກເຂົາ​ໝາຍ​ເຖິງ​ຄວາມຮັ່ງມີ​ສຳລັບ​ໂລກ, ແລະ ການສູນເສຍ​ຂອງ​ພວກເຂົາ​ໝາຍ​ເຖິງ​ຄວາມຮັ່ງມີ​ສຳລັບ​ຄົນຕ່າງຊາດ​ແລ້ວ, ຄວາມສົມບູນ​ຂອງ​ພວກເຂົາ​ຍິ່ງ​ຈະ​ນຳ​ຄວາມຮັ່ງມີ​ມາ​ໃຫ້​ຫລາຍ​ເທົ່າໃດ​ນໍ!

13 ເຮົາ​ກຳລັງ​ເວົ້າ​ກັບ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. ເນື່ອງຈາກວ່າ​ເຮົາ​ເປັນ​ອັກຄະສາວົກ​ທີ່​ຖືກ​ໃຊ້​ມາ​ຫາ​ຄົນຕ່າງຊາດ, ເຮົາ​ມີ​ຄວາມພູມໃຈ​ໃນ​ພັນທະກິດ​ຂອງ​ເຮົາ

14 ໂດຍ​ມີ​ຄວາມຫວັງ​ວ່າ​ເຮົາ​ຈະ​ຊັກຊວນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ​ໃຫ້​ເກີດ​ຄວາມອິດສາ ແລະ ເພື່ອ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ​ໄດ້.

15 ເພາະ​ຖ້າ​ການ​ທີ່​ພຣະເຈົ້າ​ປະຖິ້ມ​ພວກເຂົາ ເປັນເຫດ​ໃຫ້​ໂລກ​ນີ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ, ການ​ທີ່​ພຣະອົງ​ຮັບ​ເອົາ​ພວກເຂົາ​ກັບ​ຄືນມາ​ອີກ​ນັ້ນ ກໍ​ເປັນ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍ​ໄປ​ແລ້ວ ແລະ ກັບຄືນມາ​ມີ​ຊີວິດ​ອີກ.

16 ຖ້າ​ແປ້ງ​ສ່ວນ​ທີ່​ໄດ້​ຖວາຍ​ເປັນ​ຜົນທຳອິດ​ນັ້ນ​ບໍລິສຸດ ແປ້ງ​ທັງກ້ອນ​ນັ້ນ​ກໍ​ຍ່ອມ​ບໍລິສຸດ, ຖ້າ​ຮາກ​ຕົ້ນໄມ້​ບໍລິສຸດ ກິ່ງ​ທັງໝົດ​ກໍ​ບໍລິສຸດ​ເໝືອນກັນ.

17 ຖ້າ​ກິ່ງກ້ານ​ບາງ​ສ່ວນ​ຖືກ​ຫັກ​ອອກ​ໄປ ແລະ ເຖິງແມ່ນ​ເຈົ້າ​ຈະ​ເປັນ​ໜໍ່​ຂອງ​ຕົ້ນໝາກກອກ​ປ່າ ເຈົ້າ​ກໍ​ຖືກ​ນຳມາ​ຕໍ່ເຂົ້າ​ໃນ​ທ່າມກາງ​ກິ່ງ​ອື່ນໆ, ແລະ ບັດນີ້ ເຈົ້າ​ກໍ​ໄດ້​ຮັບ​ນ້ຳ​ຫລໍ່ລ້ຽງ​ຈາກ​ຮາກ​ຕົ້ນໝາກກອກເທດ​ນັ້ນ,

18 ກໍ​ຢ່າ​ຄິດ​ວ່າ​ຕົນ​ເອງ​ຢູ່​ເໜືອ​ກວ່າ​ກິ່ງ​ເຫລົ່ານັ້ນ. ຖ້າ​ເຈົ້າ​ເປັນ​ຢ່າງ​ນັ້ນ ກໍ​ຈົ່ງ​ພິຈາລະນາ​ສິ່ງ​ນີ້​ວ່າ: ບໍ່​ແມ່ນ​ເຈົ້າ​ທີ່​ຄ້ຳຊູ​ຮາກ ແຕ່​ແມ່ນ​ຮາກ​ທີ່​ຄ້ຳຊູ​ເຈົ້າ.

19 ແລ້ວ​ເຈົ້າ​ຈະ​ເວົ້າ​ວ່າ, “ກິ່ງ​ເຫລົ່ານັ້ນ​ຖືກ​ຫັກອອກ​ເພື່ອ​ວ່າ​ຈະ​ໄດ້​ເອົາ​ຂ້ອຍ​ມາ​ຕໍ່​ເຂົ້າ​ໃສ່”.

20 ກໍ​ແມ່ນ​ແລ້ວ ແຕ່​ທີ່​ພວກເຂົາ​ຖືກ​ຫັກ​ອອກ​ໄປ​ນັ້ນ​ກໍ​ເພາະ​ບໍ່​ເຊື່ອ ສ່ວນ​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ຄວາມເຊື່ອ. ຢ່າ​ໄດ້​ຈອງຫອງ​ເລີຍ, ແຕ່​ຈົ່ງ​ຢຳເກງ.

21 ເພາະວ່າ ຖ້າ​ພຣະເຈົ້າ​ຍັງ​ບໍ່​ໄດ້​ລະເວັ້ນ​ກິ່ງ​ເດີມ​ໄວ້ ພຣະອົງ​ກໍ​ຈະ​ບໍ່​ລະເວັ້ນ​ເຈົ້າ​ໄວ້​ເໝືອນກັນ.

22 ເຫດສະນັ້ນ, ຈົ່ງ​ພິຈາລະນາ​ທັງ​ຄວາມເມດຕາ ແລະ ຄວາມເຂັ້ມງວດ​ຂອງ​ພຣະເຈົ້າ​ຄື: ເຂັ້ມງວດ​ກັບ​ບັນດາ​ຜູ້​ທີ່​ລົ້ມລົງ, ແຕ່​ເມດຕາ​ເຈົ້າ​ກໍ​ຕໍ່​ເມື່ອ​ເຈົ້າ​ຍັງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເມດຕາ​ຂອງ​ພຣະອົງ. ຖ້າ​ບໍ່​ດັ່ງນັ້ນ​ເຈົ້າ​ກໍ​ຈະ​ຖືກ​ຕັດ​ອອກ​ເໝືອນກັນ.

23 ແລະ ຖ້າ​ພວກເຂົາ​ບໍ່​ດື້ດ້ານ​ຢູ່​ໃນ​ຄວາມ​ບໍ່ເຊື່ອ ພວກເຂົາ​ກໍ​ຈະ​ຖືກ​ນໍາ​ມາ​ຕໍ່​ເຂົ້າໃສ່ ເພາະວ່າ​ພຣະເຈົ້າ​ສາມາດ​ນຳ​ພວກເຂົາ​ມາ​ຕໍ່​ເຂົ້າໃສ່​ໄດ້​ອີກ.

24 ດ້ວຍວ່າ ຖ້າ​ເຈົ້າ​ຖືກ​ຕັດອອກ​ຈາກ​ຕົ້ນ​ທີ່​ເປັນ​ຕົ້ນໝາກກອກປ່າ​ຕາມ​ທຳມະຊາດ ແລະ ນຳ​ມາ​ຕໍ່​ກິ່ງ​ເຂົ້າ​ກັບ​ຕົ້ນໝາກກອກ​ບ້ານ​ທີ່​ຂັດ​ກັບ​ທຳມະຊາດ ຈະ​ງ່າຍ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ທີ່​ຈະ​ນຳ​ເອົາ​ກິ່ງ​ຕ່າງໆ​ຕາມ​ທຳມະຊາດ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ເດີມ​ຂອງ​ມັນ​ເອງ!


ອິດສະຣາເອນ​ທັງໝົດ​ຈະ​ລອດພົ້ນ

25 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ

26 ແລະ ດ້ວຍ​ວິທີ​ນີ້ ອິດສະຣາເອນ​ທັງໝົດ​ກໍ​ຈະ​ພົ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ພຣະຜູ້ຊ່ວຍໃຫ້ພົ້ນ​ຈະ​ມາ​ຈາກ​ຊີໂອນ, ພຣະອົງ​ຈະ​ກຳຈັດ​ຄວາມອະທຳ​ໃຫ້​ພົ້ນ​ຈາກ​ຢາໂຄບ.

27 ແລະ ນີ້​ເປັນ​ພັນທະສັນຍາ​ຂອງ​ເຮົາ​ກັບ​ພວກເຂົາ ເມື່ອ​ເຮົາ​ຍົກ​ຄວາມບາບ​ຂອງ​ພວກເຂົາ​ໄປ”.

28 ຖ້າ​ຈະ​ເວົ້າ​ຕາມ​ຂ່າວປະເສີດ ພວກເຂົາ​ເປັນ​ສັດຕູ​ເພື່ອ​ເຫັນ​ແກ່​ພວກເຈົ້າ ແຕ່​ຖ້າ​ຈະ​ເວົ້າ​ຕາມ​ການ​ເລືອກ​ໄວ້​ນັ້ນ ພວກເຂົາ​ກໍ​ເປັນ​ທີ່ຮັກ​ເພື່ອ​ເຫັນ​ແກ່​ບັນດາ​ບັນພະບຸລຸດ,

29 ເພາະວ່າ​ຂອງປະທານ​ຈາກ​ພຣະເຈົ້າ ແລະ ການ​ເອີ້ນ​ຂອງ​ພຣະອົງ​ນັ້ນ​ປ່ຽນແປງບໍ່ໄດ້.

30 ເໝືອນກັນ​ກັບ​ພວກເຈົ້າ​ເອງ​ຜູ້​ທີ່​ເມື່ອກ່ອນ​ເຄີຍ​ບໍ່​ເຊື່ອ​ຟັງ​ພຣະເຈົ້າ ແຕ່​ບັດນີ້ ໄດ້​ຮັບ​ຄວາມ​ເມດຕາ​ອັນ​ເປັນ​ຜົນ​ມາ​ຈາກ​ການ​ບໍ່​ເຊື່ອ​ຟັງ​ຂອງ​ພວກເຂົາ,

31 ດັ່ງນັ້ນ ໃນ​ເວລາ​ນີ້​ພວກເຂົາ​ກໍ​ບໍ່​ເຊື່ອ​ຟັງ​ເໝືອນກັນ ເພື່ອວ່າ​ບັດນີ້ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ອັນ​ເປັນ​ຜົນ​ມາ​ຈາກ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຈົ້າ.

32 ດ້ວຍວ່າ ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ມະນຸດ​ທັງຫລາຍ​ບໍ່ເຊື່ອຟັງ ເພື່ອ​ວ່າ​ພຣະອົງ​ຈະ​ເມດຕາ​ພວກເຂົາ​ທຸກຄົນ.


ຄຳສັນລະເສີນ

33 ໂອ ຄວາມຮັ່ງມີ​ແຫ່ງ​ປັນຍາ ແລະ ຄວາມຮູ້​ຂອງ​ພຣະເຈົ້າ​ກໍ​ເລິກເຊິ່ງ​ແທ້! ຂໍ້ຕັດສິນ​ຂອງ​ພຣະອົງ​ນັ້ນ​ກໍ​ບໍ່​ສາມາດ​ຢັ່ງຮູ້​ໄດ້ ແລະ ວິຖີທາງ​ຂອງ​ພຣະອົງ​ກໍ​ເກີນກວ່າ​ຈະ​ຄົ້ນຫາ​ໄດ້!

34 “ຜູ້ໃດ​ນໍ ຮູ້​ຈິດໃຈ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້? ຫລື ຜູ້ໃດ​ນໍ ທີ່​ເປັນ​ທີ່ປຶກສາ​ຂອງ​ພຣະອົງ?”

35 “ຜູ້ໃດ​ນໍ ເຄີຍ​ຖວາຍ​ສິ່ງໃດ​ໃຫ້​ພຣະເຈົ້າ ທີ່​ພຣະເຈົ້າ​ຈະ​ຕ້ອງ​ໃຊ້ຄືນ​ແກ່​ຕົນ?”

36 ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan