ໂຣມ 10 - ພຣະຄຳພີລາວສະບັບສະໄໝໃໝ່1 ພີ່ນ້ອງທັງຫລາຍເອີຍ, ຄວາມປາຖະໜາໃນໃຈ ແລະ ຄຳອະທິຖານຂອງເຮົາຕໍ່ພຣະເຈົ້າເພື່ອຊົນຊາດອິດສະຣາເອນຄື ຂໍໃຫ້ພວກເຂົາທັງຫລາຍໄດ້ຮັບຄວາມພົ້ນ. 2 ເພາະເຮົາສາມາດເປັນພະຍານໄດ້ວ່າ ພວກເຂົາຮ້ອນຮົນເພື່ອພຣະເຈົ້າ ແຕ່ຄວາມຮ້ອນຮົນຂອງພວກເຂົາບໍ່ໄດ້ຕັ້ງຢູ່ເທິງຄວາມຮູ້. 3 ເນື່ອງຈາກພວກເຂົາບໍ່ຮູ້ຈັກຄວາມຊອບທຳຂອງພຣະເຈົ້າ ແລະ ພະຍາຍາມຕັ້ງຄວາມຊອບທຳຂອງຕົນເອງຂຶ້ນມາ, ພວກເຂົາຈຶ່ງບໍ່ຍອມຮັບຄວາມຊອບທຳຂອງພຣະເຈົ້າ. 4 ພຣະຄຣິດເຈົ້າເປັນບົດສະຫລຸບສຸດທ້າຍຂອງກົດບັນຍັດ ເພື່ອຈະມີຄວາມຊອບທຳສຳລັບທຸກຄົນທີ່ເຊື່ອ. 5 ໂມເຊໄດ້ຂຽນເຖິງຄວາມຊອບທຳຕາມກົດບັນຍັດໄວ້ຢ່າງນີ້ວ່າ, “ຜູ້ໃດທີ່ເຮັດສິ່ງເຫລົ່ານີ້ຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້”. 6 ແຕ່ຄວາມຊອບທຳໂດຍຄວາມເຊື່ອກ່າວວ່າ, “ຢ່າຄິດໃນໃຈວ່າ, ‘ຜູ້ໃດຈະຂຶ້ນໄປເທິງສະຫວັນ?’” (ຄືນໍາເອົາພຣະຄຣິດເຈົ້າລົງມາ) 7 “ຫລື ‘ຜູ້ໃດຈະລົງໄປໃນບ່ອນເລິກ?’” (ຄືນໍາເອົາພຣະຄຣິດເຈົ້າຂຶ້ນມາຈາກຄວາມຕາຍ). 8 ແຕ່ຄວາມຊອບທຳນັ້ນໄດ້ກ່າວໄວ້ຢ່າງໃດ? “ຖ້ອຍຄຳນີ້ຢູ່ໃກ້ເຈົ້າ ຢູ່ໃນປາກຂອງເຈົ້າ ແລະ ຢູ່ໃນໃຈຂອງເຈົ້າ” ຄືຖ້ອຍຄຳແຫ່ງຄວາມເຊື່ອທີ່ພວກເຮົາກຳລັງປະກາດຢູ່ນັ້ນ, 9 ຖ້າເຈົ້າຍອມຮັບດ້ວຍປາກຂອງເຈົ້າວ່າ, “ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອໃນໃຈຂອງເຈົ້າວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ ເຈົ້າກໍຈະໄດ້ຮັບຄວາມພົ້ນ. 10 ດ້ວຍວ່າ ເຈົ້າເຊື່ອດ້ວຍໃຈ ຈຶ່ງໄດ້ຖືວ່າເປັນຜູ້ຊອບທຳ ແລະ ເພາະເຈົ້າຍອມຮັບດ້ວຍປາກ ຈຶ່ງໃຫ້ເຈົ້າໄດ້ລອດພົ້ນ. 11 ຕາມທີ່ພຣະຄຳພີກ່າວໄວ້ວ່າ, “ຜູ້ໃດທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ”. 12 ເພາະບໍ່ມີຄວາມແຕກຕ່າງກັນລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ ອົງພຣະຜູ້ເປັນເຈົ້າອົງດຽວກັນເປັນອົງພຣະຜູ້ເປັນເຈົ້າຂອງຄົນທັງປວງ ແລະ ອວຍພອນຢ່າງບໍລິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ, 13 ເພາະວ່າ, “ທຸກຄົນທີ່ຮ້ອງອອກນາມຂອງອົງພຣະຜູ້ເປັນເຈົ້າກໍຈະໄດ້ຮັບຄວາມພົ້ນ”. 14 ແຕ່ຜູ້ທີ່ຍັງບໍ່ເຊື່ອຈະຮ້ອງຫາພຣະອົງໄດ້ຢ່າງໃດ? ແລະ ຜູ້ທີ່ຍັງບໍ່ເຄີຍໄດ້ຍິນເຖິງເລື່ອງຂອງພຣະອົງ ຈະເຊື່ອໃນພຣະອົງໄດ້ຢ່າງໃດ? ແລະ ຖ້າບໍ່ມີຜູ້ໃດປະກາດໃຫ້ພວກເຂົາຟັງ ພວກເຂົາຈະໄດ້ຍິນເຖິງເລື່ອງຂອງພຣະອົງໄດ້ຢ່າງໃດ? 15 ແລະ ຖ້າບໍ່ມີຜູ້ໃດໃຊ້ພວກເຂົາໄປ ພວກເຂົາຈະໄປປະກາດໄດ້ຢ່າງໃດ? ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ຕີນຂອງຜູ້ນຳຂ່າວປະເສີດມາກໍງົດງາມແທ້ນໍ!” 16 ແຕ່ບໍ່ແມ່ນວ່າຄົນອິດສະຣາເອນທຸກຄົນຈະຍອມຮັບຂ່າວປະເສີດນັ້ນ ເພາະເອຊາຢາໄດ້ກ່າວໄວ້ວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຜູ້ໃດແດ່ທີ່ໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ?” 17 ດັ່ງນັ້ນ ຄວາມເຊື່ອເກີດຂຶ້ນໄດ້ກໍເພາະການໄດ້ຍິນຖ້ອຍຄຳ ແລະ ຖ້ອຍຄຳທີ່ໄດ້ຍິນນັ້ນກໍຄືເລື່ອງຂອງພຣະຄຣິດເຈົ້າ. 18 ແຕ່ເຮົາຂໍຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນພວກເຂົາໄດ້ຍິນແລ້ວ. “ສຽງຂອງພວກເຂົາໄດ້ອອກໄປທົ່ວໂລກ ຖ້ອຍຄຳຂອງພວກເຂົາໄປເຖິງທີ່ສຸດປາຍແຜ່ນດິນໂລກ”. 19 ເຮົາຂໍຖາມອີກວ່າ ຊົນຊາດອິດສະຣາເອນບໍ່ເຂົ້າໃຈບໍ? ຕອນທຳອິດໂມເຊກ່າວວ່າ, “ເຮົາຈະເຮັດໃຫ້ເຈົ້າອິດສາບັນດາຜູ້ທີ່ບໍ່ແມ່ນຊົນຊາດ; ເຮົາຈະຍົວະໃຫ້ເຈົ້າໃຈຮ້າຍດ້ວຍຊົນຊາດທີ່ບໍ່ມີຄວາມເຂົ້າໃຈ”. 20 ແລະ ເອຊາຢາກ້າກ່າວວ່າ, “ບັນດາຜູ້ທີ່ບໍ່ໄດ້ສະແຫວງຫາເຮົາກໍພົບເຮົາ ເຮົາໄດ້ສະແດງຕົນເອງແກ່ບັນດາຜູ້ທີ່ບໍ່ໄດ້ເອີ້ນຫາເຮົາ”. 21 ແຕ່ເພິ່ນກ່າວເຖິງພວກອິດສະຣາເອນວ່າ, “ເຮົາໄດ້ຍື່ນມືຂອງເຮົາອອກໝົດມື້ ໃຫ້ແກ່ຊົນຊາດທີ່ບໍ່ເຊື່ອຟັງ ແລະ ດື້ດ້ານ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.