Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,

2 ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ຜ່ານທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ສັກສິດ.

3 ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,

4 ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

5 ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.

6 ແລະ ພວກເຈົ້າ​ກໍ​ຮ່ວມ​ຢູ່​ໃນ​ບັນດາ​ຄົນຕ່າງຊາດ​ຜູ້​ທີ່​ໄດ້​ເອີ້ນ​ໃຫ້​ເປັນ​ຂອງ​ພຣະເຢຊູຄຣິດເຈົ້າ​ເໝືອນກັນ.

7 ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ໂປໂລ​ປາຖະໜາ​ທີ່​ຈະ​ມາ​ຢ້ຽມຢາມ​ນະຄອນ​ໂຣມ

8 ກ່ອນອື່ນ ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ, ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຖືກ​ກ່າວ​ໄປ​ທົ່ວ​ໂລກ.

9 ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ

10 ໃນ​ຄຳອະທິຖານ​ຂອງ​ເຮົາ​ທຸກ​ຄັ້ງ ແລະ ເຮົາ​ອະທິຖານ​ວ່າ​ໃນ​ທີ່ສຸດ​ນີ້​ຖ້າ​ເປັນ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຂໍ​ໃຫ້​ເຮົາ​ມີ​ໂອກາດ​ມາ​ຫາ​ພວກເຈົ້າ.

11 ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ເພື່ອ​ເຮົາ​ຈະ​ໄດ້​ແບ່ງປັນ​ຂອງປະທານ​ຝ່າຍ​ຈິດວິນຍານ​ບາງ​ຢ່າງ​ໃຫ້​ແກ່​ພວກເຈົ້າ ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ

12 ຄື​ວ່າ​ພວກເຈົ້າ ແລະ ເຮົາ​ຈະ​ໄດ້​ໜູນໃຈ​ເຊິ່ງກັນແລະກັນ​ໂດຍ​ຄວາມເຊື່ອ​ຂອງ​ພວກເຮົາ​ທັງ​ສອງ​ຝ່າຍ.

13 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.

14 ເຮົາ​ມີ​ພັນທະ​ຕໍ່​ທັງ​ຊາວ​ກຣີກ ແລະ ຜູ້​ທີ່​ບໍ່​ແມ່ນ​ຊາວ​ກຣີກ, ທັງ​ຕໍ່​ຄົນມີປັນຍາ ແລະ ທັງ​ຕໍ່​ຄົນໂງ່.

15 ດ້ວຍເຫດນີ້ ເຮົາ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ໃນ​ນະຄອນ​ໂຣມ​ເໝືອນກັນ.

16 ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.

17 ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຕໍ່ສູ້​ຄວາມບາບ​ຂອງ​ມະນຸດ

18 ພຣະເຈົ້າ​ໄດ້​ສະແດງ​ຄວາມໂກດຮ້າຍ​ຈາກ​ສະຫວັນ​ຕໍ່ສູ້​ຄວາມ​ອະທຳ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ມະນຸດ ຜູ້​ທີ່​ໃຊ້​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ປົກປິດ​ຄວາມຈິງ,

19 ດ້ວຍວ່າ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ກ່ຽວກັບ​ພຣະເຈົ້າ​ນັ້ນ​ກໍ​ໄດ້​ປາກົດ​ແຈ້ງ​ແກ່​ພວກເຂົາ, ເພາະວ່າ​ພຣະເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃຫ້​ປາກົດ​ແຈ້ງ​ແກ່​ພວກເຂົາ​ແລ້ວ.

20 ເພາະວ່າ​ຕັ້ງແຕ່​ການ​ສ້າງ​ໂລກ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ລິດອຳນາດ​ອັນ​ຖາວອນ ແລະ ຄວາມເປັນພຣະເຈົ້າ​ຂອງ​ພຣະອົງ​ພວກເຮົາ​ກໍ​ໄດ້​ເຫັນ​ຢ່າງ​ຊັດເຈນ ແລະ ເຂົ້າໃຈ​ໄດ້​ຈາກ​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ, ດັ່ງນັ້ນ ມະນຸດ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ໂຕ​ໄດ້.

21 ເພາະ​ເຖິງແມ່ນວ່າ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ບໍ່​ໄດ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ສົມ​ກັບ​ການ​ທີ່​ພຣະອົງ​ເປັນ​ພຣະເຈົ້າ ທັງ​ບໍ່​ໄດ້​ຂອບພຣະຄຸນ​ພຣະອົງ, ແຕ່ວ່າ​ຄວາມຄິດ​ຂອງ​ພວກເຂົາ​ກາຍເປັນ​ສິ່ງ​ທີ່​ໄຮ້ປະໂຫຍດ ແລະ ຈິດໃຈ​ອັນ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.

22 ເຖິງ​ພວກເຂົາ​ອ້າງ​ຕົນ​ວ່າ​ເປັນ​ຄົນມີປັນຍາ ພວກເຂົາ​ກໍ​ກາຍເປັນ​ຄົນ​ໂງ່

23 ແລະ ເອົາ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຜູ້​ເປັນ​ອະມະຕະ​ໄປ​ແລກປ່ຽນ​ກັບ​ຮູບເຄົາລົບ​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ມະນຸດ​ທີ່​ຕ້ອງ​ຕາຍ, ຕາມ​ແບບ​ຂອງ​ສັດປີກ, ສັດເລືອຄານ ແລະ ສັດ​ຕ່າງໆ.

24 ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ເຮັດ​ບາບ​ທາງເພດ​ຕາມ​ຕັນຫາ​ຊົ່ວ​ໃນ​ໃຈ​ຂອງ​ພວກເຂົາ ເຮັດ​ສິ່ງ​ທີ່​ໜ້າອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ.

25 ພວກເຂົາ​ເອົາ​ຄວາມຈິງ​ເລື່ອງ​ພຣະເຈົ້າ​ມາ​ປ່ຽນ​ກັບ​ຄວາມບໍ່ຈິງ, ພວກເຂົາ​ຂາບໄຫວ້ ແລະ ບົວລະບັດ​ຮັບໃຊ້​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ​ມາ​ແທນ​ພຣະເຈົ້າ​ຜູ້​ສ້າງ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດໄປ​ເປັນນິດ. ອາແມນ.

26 ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ປ່ອຍ​ພວກເຂົາ​ໄວ້​ໃນ​ກິເລດຕັນຫາ​ອັນ​ໜ້າອັບອາຍ. ແມ່ນແຕ່​ພວກແມ່ຍິງ​ຂອງ​ພວກເຂົາ​ກໍ​ປ່ຽນ​ຈາກ​ການ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ໃຫ້​ຜິດທຳມະຊາດ​ໄປ.

27 ໃນ​ທຳນອງ​ດຽວ​ກັນ ພວກຜູ້ຊາຍ​ກໍ​ເລີກ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດຕັນຫາ​ຕໍ່​ກັນ. ຜູ້ຊາຍ​ກັບ​ຜູ້ຊາຍ​ເຮັດ​ການຊົ່ວ​ໜ້າອັບອາຍ​ຕໍ່​ກັນ, ພວກເຂົາ​ຈຶ່ງ​ໄດ້​ຮັບ​ການລົງໂທດ​ທີ່​ສົມ​ກັບ​ການກະທຳ​ຂອງ​ຕົນ.

28 ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.

29 ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ທຸກ​ຢ່າງ, ຄວາມ​ຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມອິດສາ, ການຂ້າຟັນ, ການ​ຕໍ່ສູ້​ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາ​ມັກ​ເວົ້າ​ນິນທາ,

30 ໃສ່ຮ້າຍປ້າຍສີກັນ, ກຽດຊັງ​ພຣະເຈົ້າ, ອວດດີ, ໝິ່ນປະໝາດ ແລະ ອວດໂຕ. ພວກເຂົາ​ຄິດຫາ​ທາງ​ໃໝ່ໆ​ຂຶ້ນ​ໃນ​ການເຮັດຊົ່ວ, ພວກເຂົາ​ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ,

31 ພວກເຂົາ​ບໍ່​ມີ​ຄວາມເຂົ້າໃຈ, ບໍ່​ມີ​ຄວາມຊື່ສັດ, ບໍ່​ມີ​ຄວາມຮັກ, ບໍ່ມີຄວາມເມດຕາ.

32 ເຖິງແມ່ນວ່າ ພວກເຂົາ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ​ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງປານນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ ຍັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan