ພຣະນິມິດ 9 - ພຣະຄຳພີລາວສະບັບສະໄໝໃໝ່1 ເທວະດາຕົນທີຫ້າເປົ່າແກຂອງຕົນ ແລະ ຂ້າພະເຈົ້າໄດ້ເຫັນດາວດວງໜຶ່ງຕົກຈາກຟ້າລົງມາເທິງແຜ່ນດິນໂລກ. ດາວນັ້ນໄດ້ຮັບກະແຈໄຂປ່ອງຂອງເຫວເລິກ. 2 ເມື່ອດາວນັ້ນໄດ້ເປີດເຫວເລິກແລ້ວ, ຄວັນກໍພຸ່ງອອກມາເໝືອນດັ່ງຄວັນຈາກເຕົາຫລອມອັນໃຫຍ່. ດວງຕາເວັນ ແລະ ທ້ອງຟ້າກໍມືດມົວໄປໂດຍຄວັນທີ່ຂຶ້ນມາຈາກເຫວເລິກນັ້ນ. 3 ແລະ ມີຝູງຕັກແຕນອອກຈາກຄວັນນັ້ນບິນລົງມາຍັງແຜ່ນດິນໂລກ ແລະ ພວກມັນໄດ້ຮັບອຳນາດເໝືອນກັບອຳນາດຂອງແມງງອດໃນແຜ່ນດິນໂລກ. 4 ພວກມັນຖືກສັ່ງຫ້າມບໍ່ໃຫ້ທຳລາຍຫຍ້າ ຫລື ພືດ ຫລື ຕົ້ນໄມ້ໃນໂລກ, ແຕ່ໃຫ້ທຳລາຍສະເພາະຄົນທີ່ບໍ່ມີຕາປະທັບຂອງພຣະເຈົ້າຢູ່ເທິງໜ້າຜາກຂອງພວກເຂົາ. 5 ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫລົ່ານັ້ນ ແຕ່ໃຫ້ທໍລະມານພວກເຂົາເປັນເວລາຫ້າເດືອນ. ແລະ ຄວາມເຈັບປວດທີ່ພວກເຂົາທໍລະມານນີ້ເປັນເໝືອນດັ່ງຖືກແມງງອດຕອດ. 6 ຕະຫລອດວັນເຫລົ່ານັ້ນຄົນທັງຫລາຍຈະຮ້ອງຫາຄວາມຕາຍແຕ່ຈະບໍ່ພົບຄວາມຕາຍນັ້ນ, ພວກເຂົາຢາກຕາຍແຕ່ຄວາມຕາຍຈະປົບໜີໄປຈາກພວກເຂົາ. 7 ຕັກແຕນເຫລົ່ານັ້ນມີລັກສະນະເໝືອນດັ່ງຝູງມ້າທີ່ຕຽມພ້ອມເພື່ອສູ້ຮົບ. ເທິງຫົວຂອງພວກມັນມີສິ່ງໜຶ່ງເໝືອນມົງກຸດຄຳ ແລະ ໜ້າຂອງພວກມັນຄ້າຍຄືກັນກັບໜ້າມະນຸດ. 8 ຜົມຂອງພວກມັນເໝືອນຜົມຂອງຜູ້ຍິງ ແລະ ແຂ້ວຂອງພວກມັນເໝືອນກັບແຂ້ວຂອງໂຕສິງ. 9 ພວກມັນມີເສື້ອເກາະເອິກເໝືອນກັບເສື້ອເກາະເອິກເຫລັກ ແລະ ສຽງປີກຂອງພວກມັນເໝືອນສຽງກ້ອງກັງວານຂອງຝູງມ້າຮົບ ແລະ ສຽງຂອງລົດມ້າຈຳນວນຫລາຍຄັນທີ່ແລ່ນເຂົ້າສູ່ສະໜາມຮົບ. 10 ພວກມັນມີຫາງພ້ອມກັບໄລ, ເໝືອນຫາງແມງງອດ ແລະ ຫາງຂອງພວກມັນມີອຳນາດທີ່ຈະທໍລະມານມະນຸດເປັນເວລາຫ້າເດືອນ. 11 ພວກມັນມີເທວະດາແຫ່ງເຫວເລິກເປັນກະສັດປົກຄອງພວກມັນ, ເຊິ່ງມີຊື່ໃນພາສາເຮັບເຣີວ່າອາບັດໂດນ ແລະ ມີຊື່ໃນພາສາກຣີກວ່າອາໂປລິໂອນ (ມີຄວາມໝາຍວ່າ, ຜູ້ທຳລາຍ). 12 ວິບັດທຳອິດຜ່ານໄປແລ້ວ ຍັງມີອີກສອງວິບັດທີ່ຈະມາເຖິງ. 13 ເທວະດາຕົນທີຫົກເປົ່າແກ ແລະ ຂ້າພະເຈົ້າໄດ້ຍິນສຽງມາຈາກເຂົາທັງສີ່ທີ່ຢູ່ແທ່ນບູຊາຄຳທີ່ຕັ້ງຢູ່ຕໍ່ໜ້າພຣະເຈົ້າ. 14 ສຽງນັ້ນກ່າວຕໍ່ເທວະດາຕົນທີຫົກທີ່ຖືແກຢູ່ວ່າ, “ຈົ່ງປົດປ່ອຍເທວະດາທັງສີ່ທີ່ຖືກມັດໄວ້ທີ່ແມ່ນ້ຳໃຫຍ່ຊື່ວ່າເອີຟຣັດ”. 15 ແລະ ເທວະດາທັງສີ່ທີ່ພຣະເຈົ້າໄດ້ຕຽມໄວ້ພ້ອມສຳລັບຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍຖືກປົດປ່ອຍໃຫ້ໄປຂ້າມະນຸດໜຶ່ງສ່ວນສາມ. 16 ຈຳນວນພົນທະຫານມ້າມີສອງຮ້ອຍລ້ານ. ຂ້າພະເຈົ້າໄດ້ຍິນຈຳນວນຂອງພວກເຂົາ. 17 ມ້າ ແລະ ຜູ້ຂີ່ມ້າທີ່ຂ້າພະເຈົ້າໄດ້ເຫັນໃນນິມິດນັ້ນມີລັກສະນະດັ່ງນີ້ຄື: ເສື້ອເກາະເອິກຂອງພວກເຂົາສີໄຟແດງ, ສີຟ້າເຂັ້ມ ແລະ ສີເຫລືອງຄືມາດ. ຫົວຂອງມ້າເຫລົ່ານັ້ນຄ້າຍຄືກັບຫົວໂຕສິງ ແລະ ມີໄຟ, ມີຄວັນ ແລະ ມີມາດພຸ່ງອອກມາຈາກປາກຂອງພວກມັນ. 18 ໜຶ່ງສ່ວນສາມຂອງມະນຸດຖືກຂ້າດ້ວຍໄພພິບັດສາມຢ່າງຄື: ໄຟ, ຄວັນ ແລະ ມາດທີ່ໄດ້ພຸ່ງອອກມາຈາກປາກຂອງມ້າ. 19 ອຳນາດຂອງມ້າເຫລົ່ານັ້ນຢູ່ທີ່ປາກ ແລະ ຫາງຂອງພວກມັນ, ເພາະຫາງຂອງພວກມັນເໝືອນງູ ແລະ ມີຫົວຫລາຍຫົວ ເຊິ່ງມັນເຮັດອັນຕະລາຍໄດ້. 20 ມະນຸດທີ່ເຫລືອທີ່ບໍ່ຖືກຂ້າດ້ວຍໄພພິບັດເຫລົ່ານີ້ຍັງບໍ່ຍອມກັບໃຈຈາກການກະທຳຂອງຕົນ, ພວກເຂົາບໍ່ຢຸດຂາບໄຫວ້ພວກຜີມານຮ້າຍ ແລະ ຮູບເຄົາລົບທີ່ເຮັດດ້ວຍຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບເຫລົ່ານັ້ນບໍ່ສາມາດເບິ່ງເຫັນ, ໄດ້ຍິນ ຫລື ຍ່າງໄປມາໄດ້. 21 ທັງພວກເຂົາບໍ່ໄດ້ກັບໃຈຈາກຄາດຕະກຳ, ການໃຊ້ເວດມົນຄາຖາ, ການຜິດສິນທຳທາງເພດ ແລະ ການລັກທີ່ຕົນເຮັດຢູ່. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.