ພຣະນິມິດ 8 - ພຣະຄຳພີລາວສະບັບສະໄໝໃໝ່ຕາປະທັບດວງທີເຈັດ ແລະ ໝໍ້ຄຳ 1 ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີເຈັດອອກ ກໍເກີດຄວາມງຽບສະຫງັດໃນສະຫວັນປະມານເຄິ່ງຊົ່ວໂມງ. 2 ແລະ ຂ້າພະເຈົ້າໄດ້ເຫັນເທວະດາເຈັດຕົນທີ່ຢືນຢູ່ຕໍ່ໜ້າພຣະເຈົ້າ ແລະ ເທວະດາເຫລົ່ານັ້ນໄດ້ຮັບແກເຈັດອັນ. 3 ເທວະດາອີກຕົນໜຶ່ງຖືໝໍ້ຄຳໜຶ່ງໜ່ວຍ, ໄດ້ເຂົ້າມາ ແລະ ຢືນຢູ່ທີ່ແທ່ນບູຊາ. ເທວະດາຕົນນັ້ນໄດ້ຮັບເຄື່ອງຫອມຈຳນວນຫລວງຫລາຍເພື່ອເຜົາຖວາຍເທິງແທ່ນບູຊາທອງຄຳທີ່ຢູ່ຕໍ່ໜ້າບັນລັງພ້ອມກັບຄຳອະທິຖານຂອງຄົນຂອງພຣະເຈົ້າ. 4 ຄວັນຂອງເຄື່ອງຫອມ, ພ້ອມກັບຄຳອະທິຖານຂອງຄົນຂອງພຣະເຈົ້ານັ້ນໄດ້ລອຍຈາກມືຂອງເທວະດາຂຶ້ນໄປຢູ່ຕໍ່ໜ້າພຣະເຈົ້າ. 5 ແລ້ວເທວະດາຕົນນັ້ນໄດ້ຖືໝໍ້ທີ່ເຕັມດ້ວຍໄຟຈາກແທ່ນບູຊາ, ແລ້ວໂຍນລົງເທິງແຜ່ນດິນໂລກ, ເຮັດໃຫ້ເກີດມີສຽງດັງກ້ອງຂອງສຽງຟ້າຮ້ອງ, ສຽງດັງ, ຟ້າແມບເຫລື້ອມ ແລະ ແຜ່ນດິນໄຫວ. ແກທັງເຈັດ 6 ຫລັງຈາກນັ້ນ ເທວະດາເຈັດຕົນທີ່ຖືແກເຈັດອັນກໍຕຽມເປົ່າແກ. 7 ເທວະດາຕົນທີໜຶ່ງເປົ່າແກຂອງຕົນຂຶ້ນ, ກໍມີໝາກເຫັບຕົກ ແລະ ໄຟປົນເລືອດ ແລ້ວຖືກໂຍນລົງມາເທິງແຜ່ນດິນໂລກ. ໜຶ່ງສ່ວນສາມຂອງໂລກຖືກໄໝ້, ໜຶ່ງສ່ວນສາມຂອງຕົ້ນໄມ້ກໍຖືກໄໝ້ ແລະ ຫຍ້າຂຽວກໍຖືກໄໝ້ຈົນໝົດ. 8 ເທວະດາຕົນທີສອງເປົ່າແກຂອງຕົນຂຶ້ນ ແລ້ວກໍມີສິ່ງໜຶ່ງເໝືອນພູເຂົາໜ່ວຍໃຫຍ່ທີ່ໄຟກຳລັງລຸກໄໝ້ຢູ່ ໄດ້ຖືກໂຍນລົງໃນທະເລ. ໜຶ່ງສ່ວນສາມຂອງທະເລໄດ້ກາຍເປັນເລືອດ, 9 ໜຶ່ງສ່ວນສາມຂອງສິ່ງທີ່ມີຊີວິດຢູ່ໃນທະເລໄດ້ຕາຍໄປ ແລະ ໜຶ່ງສ່ວນສາມຂອງເຮືອທັງຫລາຍໄດ້ຖືກທຳລາຍໄປ. 10 ເທວະດາຕົນທີສາມເປົ່າແກຂອງຕົນຂຶ້ນ ແລະ ດາວໃຫຍ່ດວງໜຶ່ງທີ່ມີໄຟກຳລັງລຸກໄໝ້ຢູ່ເໝືອນກັບທວນໄຟກໍຕົກຈາກທ້ອງຟ້າລົງໃສ່ໜຶ່ງໃນສາມຂອງແມ່ນ້ຳທັງຫລາຍ ແລະ ລົງໃສ່ບໍ່ນ້ຳພຸຕ່າງໆ 11 ດາວດວງນັ້ນຊື່ວ່າຂົມ ເຮັດໃຫ້ໜຶ່ງສ່ວນສາມຂອງນ້ຳນັ້ນມີລົດຂົມ ແລະ ຄົນຈໍານວນຫລວງຫລາຍໄດ້ຕາຍໄປເນື່ອງຈາກນ້ຳກາຍເປັນນ້ຳຂົມ. 12 ເທວະດາອົງທີສີ່ໄດ້ເປົ່າແກຂອງຕົນຂຶ້ນ ແລະ ໜຶ່ງສ່ວນສາມຂອງດວງຕາເວັນ, ດວງເດືອນ ແລະ ດວງດາວຕ່າງໆກໍຢຸດເຄື່ອນໄຫວ, ດັ່ງນັ້ນຈຶ່ງເຮັດໃຫ້ໜຶ່ງສ່ວນສາມຂອງທັງສາມສິ່ງນັ້ນຈຶ່ງມືດໄປ. ເຮັດໃຫ້ເວລາໜຶ່ງໃນສາມຂອງກາງເວັນບໍ່ມີແສງສະຫວ່າງ ແລະ ໜຶ່ງສ່ວນສາມຂອງກາງຄືນກໍເໝືອນກັນ. 13 ໃນຂະນະທີ່ຂ້າພະເຈົ້າເຝົ້າເບິ່ງຢູ່ນັ້ນ, ຂ້າພະເຈົ້າກໍໄດ້ຍິນສຽງນົກອິນຊີທີ່ກຳລັງບິນຢູ່ກາງອາກາດຮ້ອງດ້ວຍສຽງອັນດັງວ່າ: “ວິບັດ! ວິບັດ! ວິບັດແກ່ຄົນທັງຫລາຍທີ່ອາໄສຢູ່ໃນແຜ່ນດິນໂລກ, ເພາະສຽງແກຂອງເທວະດາອີກສາມຕົນທີ່ກຳລັງຈະເປົ່ານັ້ນ!” |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.