Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 7 - ພຣະຄຳພີລາວສະບັບສະໄໝໃໝ່


ປະທັບຕາ 144,000 ຄົນ

1 ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ​ຢືນ​ຢູ່​ທີ່​ສີ່​ມຸມ​ຂອງ​ແຜ່ນດິນໂລກ ດຶງ​ລົມ​ທັງ​ສີ່​ທິດ​ຂອງ​ແຜ່ນດິນໂລກ​ບໍ່​ໃຫ້​ລົມ​ພັດ​ມາ​ເທິງ​ແຜ່ນດິນ ຫລື ພັດ​ເທິງ​ທະເລ ຫລື ພັດ​ເທິງ​ຕົ້ນໄມ້​ໃດໆ.

2 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ທາງ​ທິດຕາເວັນອອກ, ຖື​ຕາປະທັບ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ເພື່ອ​ບອກ​ເທວະດາ​ທັງ​ສີ່​ທີ່​ໄດ້​ຮັບ​ສິດອຳນາດ​ໃຫ້​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ແລະ ທະເລ​ວ່າ:

3 “ຢ່າ​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ຫລື ທະເລ ຫລື ຕົ້ນໄມ້​ຈົນ​ກວ່າ​ພວກເຮົາ​ຈະ​ໄດ້​ປະທັບຕາ​ເທິງ​ໜ້າຜາກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກ່ອນ”.

4 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ຈຳນວນ​ຂອງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ມີ​ຄື: ໜຶ່ງແສນສີ່ສິບສີ່ພັນ​ຄົນ​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ.

5 ຈາກ​ເຜົ່າ​ຢູດາ ສິບສອງພັນ​ຄົນ​ໄດ້​ຮັບ​ການ​ປະທັບຕາ, ຈາກ​ເຜົ່າ​ຣູເບັນ ສິບສອງພັນ​ຄົນ ຈາກ​ເຜົ່າ​ກຸນກາດ ສິບສອງພັນ​ຄົນ

6 ຈາກ​ເຜົ່າ​ອາເຊ ສິບສອງພັນ​ຄົນ ຈາກ​ເຜົ່າ​ເນັບທາລີ ສິບສອງພັນ​ຄົນ ຈາກ​ເຜົ່າ​ມານາເຊ ສິບສອງພັນ​ຄົນ

7 ຈາກ​ເຜົ່າ​ຊີເມໂອນ ສິບສອງພັນ​ຄົນ ຈາກ​ເຜົ່າ​ເລວີ ສິບສອງພັນ​ຄົນ ຈາກ​ເຜົ່າ​ອິດຊາຄາ ສິບສອງພັນ​ຄົນ

8 ຈາກ​ເຜົ່າ​ເຊບູໂລນ ສິບສອງພັນ​ຄົນ ຈາກ​ເຜົ່າ​ໂຢເຊັບ ສິບສອງພັນ​ຄົນ ຈາກ​ເຜົ່າ​ເບັນຢາມິນ ສິບສອງພັນ​ຄົນ


ຄົນ​ຈໍານວນ​ຫລວງຫລາຍ​ໃສ່​ເສື້ອຄຸມ​ສີຂາວ

9 ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.

10 ແລະ ພວກເພິ່ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ຄວາມພົ້ນ​ມາ​ຈາກ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ມາ​ຈາກ​ລູກແກະ​ຂອງ​ພຣະເຈົ້າ”.

11 ເທວະດາ​ທຸກ​ຕົນ​ຢືນ​ຢູ່​ອ້ອມ​ບັນລັງ ແລະ ອ້ອມ​ພວກ​ຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່. ພວກເຂົາ​ກົ້ມໜ້າ​ລົງ​ຕໍ່ໜ້າ​ບັນລັງ ແລະ ນະມັດສະການ​ພຣະເຈົ້າ,

12 ໂດຍ​ຮ້ອງ​ວ່າ: “ອາແມນ! ຂໍ​ໃຫ້​ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳ​ຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງ​ມີ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ, ອາແມນ!”

13 ແລ້ວ​ຜູ້ອາວຸໂສ​ທ່ານ​ໜຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຄົນ​ເຫລົ່ານີ້​ທີ່​ນຸ່ງ​ເສື້ອຄຸມ​ສີຂາວ​ນັ້ນ​ແມ່ນ​ຜູ້ໃດ ແລະ ພວກເຂົາ​ມາ​ຈາກໃສ?”

14 ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ເອີຍ ທ່ານ​ເອງ​ຍ່ອມ​ຮູ້​ຢູ່​ແລ້ວ”. ແລະ ທ່ານ​ຜູ້​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ມາ​ຈາກ​ຄວາມທຸກຍາກລຳບາກ​ຄັ້ງໃຫຍ່ ພວກເຂົາ​ໄດ້​ຊຳລະ​ເສື້ອຄຸມ​ຂອງ​ຕົນ ແລະ ເຮັດ​ໃຫ້​ຕົນ​ຂາວ​ດ້ວຍ​ເລືອດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.

15 ເຫດສະນັ້ນ, “ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະເຈົ້າ ແລະ ຮັບໃຊ້​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ໃນ​ວິຫານ​ຂອງ​ພຣະອົງ, ແລະ ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ຈະ​ກຳບັງ​ພວກເຂົາ​ໄວ້​ດ້ວຍ​ການ​ສະຖິດ​ຂອງ​ພຣະອົງ.

16 ພວກເຂົາ​ຈະ​ບໍ່​ຫິວ​ອີກ​ຈັກເທື່ອ, ພວກເຂົາ​ຈະ​ບໍ່​ກະຫາຍ​ອີກ​ຈັກເທື່ອ. ‘ຕາເວັນ​ຈະ​ບໍ່​ເຜົາໄໝ້​ພວກເຂົາ’, ຫລື ຄວາມຮ້ອນ​ອັນ​ແຮງກ້າ​ໃດໆ

17 ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan