ພຣະນິມິດ 6 - ພຣະຄຳພີລາວສະບັບສະໄໝໃໝ່ຕາປະທັບທັງເຈັດ 1 ຂ້າພະເຈົ້າໄດ້ແນມເບິ່ງຂະນະທີ່ລູກແກະຂອງພຣະເຈົ້າແກະຕາປະທັບດວງທຳອິດຕາປະທັບທັງເຈັດອອກ. ແລ້ວຂ້າພະເຈົ້າໄດ້ຍິນໜຶ່ງໃນສິ່ງທີ່ມີຊີວິດທັງສີ່ກ່າວຂຶ້ນດ້ວຍສຽງເໝືອນສຽງຟ້າຮ້ອງວ່າ: “ມາເທາະ!” 2 ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າຂາວໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືທະນູ ແລະ ໄດ້ຮັບມົງກຸດ, ແລ້ວເພິ່ນໄດ້ຂີ່ມ້າອອກໄປຢ່າງຜູ້ມີໄຊທີ່ຕັ້ງໃຈອອກໄປເອົາຊະນະເສິກ. 3 ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສອງອອກ, ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງກ່າວຂຶ້ນວ່າ, “ມາເທາະ!” 4 ແລ້ວມ້າອີກໂຕໜຶ່ງກໍອອກມາເປັນສີແດງເຂັ້ມ. ຜູ້ຂີ່ມ້ານີ້ໄດ້ຮັບລິດອຳນາດທີ່ຈະນຳສັນຕິສຸກອອກຈາກແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຂ້າກັນ. ເພິ່ນໄດ້ຮັບດາບໃຫຍ່ດວງໜຶ່ງ. 5 ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສາມອອກ, ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສາມກ່າວຂຶ້ນວ່າ, “ມາເທາະ!” ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າດຳໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືຊີງສັ່ງຄູ່ໜຶ່ງຢູ່ໃນມືຂອງຕົນ. 6 ແລ້ວຂ້າພະເຈົ້າໄດ້ຍິນສຽງເບິ່ງຄືວ່າດັງຂຶ້ນມາຈາກທ່າມກາງສິ່ງທີ່ມີຊີວິດທັງສີ່ວ່າ, “ເຂົ້າຫວີດສອງພາວຕໍ່ແຮງງານມື້ໜຶ່ງຕໍ່ແຮງງານມື້ໜຶ່ງ ແລະ ເຂົ້າບາເລຫົກພາວຕໍ່ແຮງງານມື້ໜຶ່ງ ແລະ ຢ່າເຮັດໃຫ້ນ້ຳມັນ ແລະ ເຫລົ້າອະງຸ່ນເສຍຫາຍ!” 7 ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສີ່ອອກ, ຂ້າພະເຈົ້າກໍໄດ້ຍິນສິ່ງທີ່ມີຊີວິດຕົນທີສີ່ກ່າວວ່າ, “ມາເທາະ!” 8 ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມ້າສີຈືດໂຕໜຶ່ງ! ຜູ້ຂີ່ມ້ານີ້ຊື່ວ່າຄວາມຕາຍ, ແລະ ແດນມໍລະນາກໍຕາມຫລັງຜູ້ນີ້ມາໃກ້ໆ ທັງສອງໄດ້ຮັບສິດອຳນາດທີ່ຈະຂ້າໜຶ່ງໃນສີ່ຂອງແຜ່ນດິນໂລກດ້ວຍດາບ, ດ້ວຍຄວາມອຶດຢາກ ແລະ ດ້ວຍພະຍາດໂລຄາ ແລະ ດ້ວຍສັດປ່າໃນແຜ່ນດິນໂລກ. 9 ເມື່ອພຣະອົງແກະຕາປະທັບດວງທີຫ້າອອກ. ຂ້າພະເຈົ້າເຫັນຢູ່ໃຕ້ແທ່ນບູຊາມີຈິດວິນຍານຂອງບັນດາຄົນທັງຫລາຍທີ່ໄດ້ຖືກຂ້າເພາະປະກາດພຣະທຳຂອງພຣະເຈົ້າ ແລະ ຄຳພະຍານທີ່ພວກເຂົາໄດ້ຮັກສາໄວ້. 10 ພວກເຂົາຮ້ອງສຽງດັງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ຜູ້ບໍລິສຸດ ແລະ ຜູ້ເປັນຄວາມຈິງ, ອີກດົນປານໃດພຣະອົງຈຶ່ງຈະພິພາກສາບັນດາຄົນທີ່ອາໄສຢູ່ໃນແຜ່ນດິນໂລກ ແລະ ແກ້ແຄ້ນແທນເລືອດຂອງພວກຂ້ານ້ອຍ?” 11 ຫລັງຈາກນັ້ນ ພວກເຂົາແຕ່ລະຄົນກໍໄດ້ຮັບເສື້ອຄຸມສີຂາວ ແລະ ພຣະອົງກ່າວບອກພວກເຂົາໃຫ້ລໍຖ້າຕໍ່ໄປອີກໜ້ອຍໜຶ່ງຈົນກວ່າເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງທີ່ຖືກຂ້າແບບດຽວກັບພວກເຂົາຈະຄົບຈຳນວນ. 12 ຂ້າພະເຈົ້າໄດ້ເຝົ້າເບິ່ງຂະນະທີ່ພຣະອົງແກະຕາປະທັບດວງທີຫົກອອກ. ແລ້ວກໍເກີດແຜ່ນດິນໄຫວຄັ້ງໃຫຍ່. ດວງຕາເວັນກໍປ່ຽນເປັນສີດຳເໝືອນກັບຜ້າກະສອບເຂົ້າທີ່ເຮັດດ້ວຍຂົນແບ້, ເດືອນທັງດວງກໍປ່ຽນເປັນສີແດງເລືອດ, 13 ແລະ ດວງດາວໃນທ້ອງຟ້າກໍຕົກລົງມາສູ່ແຜ່ນດິນໂລກ, ເປັນເໝືອນດັ່ງໝາກເດື່ອຫລົ່ນລົງຈາກຕົ້ນເມື່ອຖືກສັ່ນດ້ວຍລົມແຮງ. 14 ຟ້າສະຫວັນກໍຫົດເຂົ້າເໝືອນດັ່ງໜັງສືມ້ວນທີ່ຖືກກໍ້ມ້ວນໄວ້, ແລະ ພູທຸກໜ່ວຍ ແລະ ເກາະທຸກແຫ່ງກໍຖືກເຄື່ອນຍ້າຍໄປຈາກບ່ອນເດີມຂອງມັນ. 15 ແລ້ວບັນດາກະສັດຂອງແຜ່ນດິນໂລກ, ພວກເຈົ້າຊາຍ, ພວກນາຍພົນ, ຮັ່ງມີ, ຜູ້ຍິ່ງໃຫຍ່ ແລະ ຄົນອື່ນໆທຸກຄົນ, ທັງຂ້າທາດ ຫລື ຜູ້ເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖ້ຳ ແລະ ຢູ່ໃນຫລືບໂງ່ນຫີນຕາມພູເຂົາຕ່າງໆ. 16 ພວກເຂົາຮ້ອງບອກບັນດາພູເຂົາ ແລະ ໂງ່ນຫີນວ່າ, “ຈົ່ງເຈື່ອນລົງເທິງພວກເຮົາ ແລະ ບັງພວກເຮົາໃຫ້ພົ້ນຈາກໜ້າຂອງພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນ ແລະ ໃຫ້ພວກເຮົາພົ້ນຈາກຄວາມໂກດຮ້າຍຂອງລູກແກະຂອງພຣະເຈົ້າ! 17 ເພາະວັນຍິ່ງໃຫຍ່ແຫ່ງຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ ແລະ ຜູ້ໃດຈະສາມາດທົນຕໍ່ວັນນັ້ນໄດ້?” |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.