Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 5 - ພຣະຄຳພີລາວສະບັບສະໄໝໃໝ່


ໜັງສືມ້ວນ ແລະ ລູກແກະ​ຂອງ​ພຣະເຈົ້າ

1 ແລ້ວ​ຂ້າພະເຈົ້າ​ເຫັນ​ໜັງສືມ້ວນ​ໃນ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ໜັງສືມ້ວນ​ນີ້​ຂຽນ​ໄວ້​ທັງ​ສອງ​ດ້ານ ແລະ ປະທັບ​ດ້ວຍ​ຕາປະທັບ​ເຈັດ​ດວງ.

2 ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ກຳລັງ​ປະກາດ​ດ້ວຍ​ສຽງ​ດັງ​ວ່າ: “ຜູ້ໃດ​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ ເປີດ​ໜັງສືມ້ວນ​ນີ້?”

3 ແຕ່​ບໍ່​ມີ​ຜູ້ໃດ​ໃນ​ສະຫວັນ ຫລື ເທິງ​ແຜ່ນດິນໂລກ ຫລື ໃຕ້​ແຜ່ນດິນໂລກ​ສາມາດ​ເປີດ​ໜັງສືມ້ວນ​ອອກ ຫລື ແມ່ນແຕ່​ເບິ່ງ​ຂ້າງໃນ​ຂອງ​ໜັງສືມ້ວນ​ນີ້​ໄດ້.

4 ຂ້າພະເຈົ້າ​ໄດ້​ແຕ່​ຮ້ອງໄຫ້​ເພາະ​ບໍ່​ພົບ​ຜູ້ໃດ​ທີ່​ສົມຄວນ​ທີ່​ຈະ​ເປີດ​ໜັງສືມ້ວນ​ອອກ ຫລື ເບິ່ງ​ຂ້າງໃນ​ໄດ້.

5 ແລ້ວ​ໜຶ່ງ​ໃນ​ບັນດາ​ຜູ້ອາວຸໂສ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້! ເບິ່ງ​ແມ, ສິງ​ແຫ່ງ​ເຜົ່າ​ຢູດາ, ຮາກເຫງົ້າ​ຂອງ​ດາວິດ​ຊະນະ​ແລ້ວ. ພຣະອົງ​ສາມາດ​ເປີດ​ໜັງສືມ້ວນ ແລະ ຕາປະທັບ​ທັງ​ເຈັດ​ໄດ້”.

6 ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.

7 ລູກແກະ​ຂອງ​ພຣະເຈົ້າ​ໄດ້​ໄປ ແລະ ຮັບ​ໜັງສືມ້ວນ​ຈາກ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ.

8 ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.

9 ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.

10 ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ພວກເຂົາ​ຈະ​ປົກຄອງ​ເທິງ​ແຜ່ນດິນໂລກ”.

11 ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.

12 ເທວະດາ​ເຫລົ່ານັ້ນ​ໄດ້​ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ລູກແກະ​ຂອງ​ພຣະເຈົ້າ, ຜູ້​ຖືກ​ຂ້າ, ຜູ້​ສົມຄວນ​ໄດ້​ຮັບ​ລິດອຳນາດ ແລະ ຄວາມ​ຮັ່ງມີ, ສະຕິປັນຍາ ແລະ ກຳລັງ ກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”

13 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ຂອງ​ທຸກ​ສິ່ງທີ່ມີຊີວິດ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ໃຕ້​ແຜ່ນດິນໂລກ ແລະ ໃນ​ທະເລ, ແລະ ທຸກສິ່ງ​ໃນ​ທີ່​ນັ້ນ​ກ່າວ​ວ່າ: “ແດ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ແດ່​ລູກແກະ​ຂອງ​ພຣະເຈົ້າ ຂໍ​ຖວາຍ​ຄຳສັນລະເສີນ ແລະ ກຽດຕິຍົດ, ສະຫງ່າລາສີ ແລະ ລິດອຳນາດ ຕະຫລອດໄປ​ເປັນນິດ!”

14 ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan