ພຣະນິມິດ 4 - ພຣະຄຳພີລາວສະບັບສະໄໝໃໝ່ບັນລັງໃນສະຫວັນ 1 ຫລັງຈາກນັ້ນຂ້າພະເຈົ້າໄດ້ເບິ່ງໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີປະຕູໜຶ່ງເປີດໄວ້ໃນສະຫວັນ. ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນທຳອິດກ່າວແກ່ຂ້າພະເຈົ້າເໝືອນກັບສຽງແກວ່າ: “ຂຶ້ນມາທີ່ນີ້ ແລະ ເຮົາຈະສະແດງສິ່ງທີ່ຈະຕ້ອງເກີດຂຶ້ນຫລັງຈາກນີ້ແກ່ເຈົ້າ”. 2 ໃນທັນໃດນັ້ນ ຂ້າພະເຈົ້າກໍຢູ່ໃນພຣະວິນຍານ ແລະ ຕໍ່ໜ້າຂ້າພະເຈົ້າມີບັນລັງຕັ້ງຢູ່ໃນສະຫວັນພ້ອມດ້ວຍຜູ້ໜຶ່ງນັ່ງຢູ່ເທິງບັນລັງນັ້ນ. 3 ແລະ ຜູ້ທີ່ນັ່ງຢູ່ທີ່ນັ້ນປາກົດດັ່ງຫີນໂມຣາ ແລະ ນິນ. ມີຮຸ້ງກິນນ້ຳສ່ອງແສງເໝືອນດັ່ງມໍລະກົດອ້ອມຮອບບັນລັງ. 4 ອ້ອມຮອບບັນລັງນັ້ນມີອີກຊາວສີ່ບັນລັງ ແລະ ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ. ພວກເພິ່ນນຸ່ງເຄື່ອງຂາວ ແລະ ມີມົງກຸດຄຳຢູ່ເທິງຫົວຂອງພວກເພິ່ນ. 5 ມີແສງຟ້າແມບເຫລື້ອມ, ສຽງດັງກ້ອງ ແລະ ສຽງຟ້າຮ້ອງມາຈາກບັນລັງ. ຕໍ່ໜ້າບັນລັງນັ້ນມີຕະກຽງເຈັດອັນຮຸ່ງຢູ່. ສິ່ງເຫລົ່ານີ້ແມ່ນວິນຍານທັງເຈັດຂອງພຣະເຈົ້າ. 6 ດ້ານໜ້າບັນລັງຍັງມີສິ່ງທີ່ຄ້າຍຄືທະເລແກ້ວ, ໃສເໝືອນແກ້ວ. ໃນບໍລິເວນໃຈກາງອ້ອມຮອບບັນລັງມີສິ່ງທີ່ມີຊີວິດສີ່ຕົນ ແລະສິ່ງທີ່ມີຊີວິດເຫລົ່ານັ້ນມີຕາເຕັມຢູ່ທັງດ້ານໜ້າ ແລະ ດ້ານຫລັງ. 7 ສິ່ງທີ່ມີຊີວິດຕົນທີໜຶ່ງຄ້າຍຄືໂຕສິງ, ຕົນທີສອງຄ້າຍຄືງົວ, ຕົນທີສາມມີໜ້າຄ້າຍຄືມະນຸດ, ຕົນທີສີ່ຄ້າຍຄືນົກອິນຊີທີ່ກຳລັງບິນຢູ່. 8 ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່’, ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”. 9 ເມື່ອສິ່ງທີ່ມີຊີວິດເຫລົ່ານັ້ນໄດ້ຖວາຍສະຫງ່າລາສີ, ກຽດ ແລະ ຄຳຂອບພຣະຄຸນແກ່ພຣະອົງຜູ້ນັ່ງຢູ່ເທິງບັນລັງ ແລະ ຜູ້ດຳລົງຢູ່ຕະຫລອດເປັນນິດ, 10 ຜູ້ອາວຸໂສທັງຊາວສີ່ທ່ານກໍໝອບລົງຕໍ່ໜ້າພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນ ແລະ ນະມັດສະການພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ. ພວກເພິ່ນວາງມົງກຸດຂອງຕົນລົງຕໍ່ໜ້າບັນລັງ ແລະ ຮ້ອງວ່າ: 11 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກຂ້ານ້ອຍ ພຣະອົງສົມຄວນທີ່ຈະຮັບສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າພຣະອົງໄດ້ສ້າງທຸກສິ່ງ ແລະ ໂດຍຄວາມປະສົງຂອງພຣະອົງ ສິ່ງເຫລົ່ານີ້ໄດ້ຖືກສ້າງຂຶ້ນ ແລະ ດໍາລົງຢູ່”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.