Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 3 - ພຣະຄຳພີລາວສະບັບສະໄໝໃໝ່


ເຖິງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ

1 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ຖື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ ດາວ​ທັງ​ເຈັດ​ດວງ. ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ມີ​ຊື່ສຽງ​ໃນ​ການ​ມີຊີວິດ​ຢູ່ ແຕ່​ເຈົ້າ​ໄດ້​ຕາຍ​ແລ້ວ.

2 ຈົ່ງ​ຕື່ນ​ຂຶ້ນ! ເສີມກຳລັງ​ສ່ວນ​ທີ່​ເຫລືອ​ຢູ່ ແລະ ສ່ວນ​ທີ່​ກຳລັງ​ຈະ​ຕາຍ​ນັ້ນ, ເພາະ​ເຮົາ​ພົບ​ວ່າ​ການກະທຳ​ຂອງ​ເຈົ້າ​ບໍ່​ສຳເລັດ​ໃນ​ສາຍຕາ​ພຣະເຈົ້າ​ຂອງ​ເຮົາ.

3 ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.

4 ແຕ່​ກໍ​ມີ​ພວກເຈົ້າ​ສອງສາມ​ຄົນ​ໃນ​ເມືອງ​ຊາເດ ທີ່​ບໍ່​ໄດ້​ເຮັດ​ໃຫ້​ເຄື່ອງນຸ່ງ​ຂອງ​ຕົນ​ເປື້ອນເປິ. ພວກເຂົາ​ຈະ​ຍ່າງ​ໄປ​ກັບ​ເຮົາ, ນຸ່ງ​ຊຸດ​ສີຂາວ, ເພາະ​ພວກເຂົາ​ສົມຄວນ​ແລ້ວ.

5 ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ກໍ​ຈະ​ນຸ່ງ​ຊຸດ​ສີຂາວ​ເໝືອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ໜັງສື​ແຫ່ງ​ຊີວິດ​ຈັກເທື່ອ, ແຕ່​ຈະ​ຮັບຮູ້​ຊື່​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະອົງ.

6 ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.


ເຖິງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ

7 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.

8 ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.

9 ເຮົາ​ຈະ​ເຮັດໃຫ້​ບັນດາ​ຜູ້​ເປັນ​ທຳມະສາລາ​ຂອງ​ຊາຕານ, ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນຢິວ​ທັງ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ, ແຕ່​ເປັນ​ຄົນຂີ້ຕົວະ, ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມາ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເຈົ້າ ແລະ ຮັບຮູ້​ວ່າ​ເຮົາ​ຮັກ​ເຈົ້າ.

10 ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.

11 ເຮົາ​ຈະ​ມາ​ໃນ​ໄວໆ​ນີ້. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ມົງກຸດ​ຂອງ​ເຈົ້າ​ໄປ​ໄດ້.

12 ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.

13 ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.


ເຖິງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ

14 “ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.

15 ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ບໍ່​ເຢັນ​ບໍ່​ຮ້ອນ. ເຮົາ​ຢາກ​ໃຫ້​ເຈົ້າ​ເປັນ​ຢ່າງ​ໃດ​ຢ່າງ​ໜຶ່ງ!

16 ເພາະ​ເຈົ້າ​ພຽງແຕ່​ອຸ່ນໆ ບໍ່​ຮ້ອນ ຫລື ບໍ່​ເຢັນ. ດັ່ງນັ້ນ, ເຮົາ​ກຳລັງ​ຈະ​ຄາຍ​ເຈົ້າ​ອອກຈາກ​ປາກ​ຂອງ​ເຮົາ.

17 ເຈົ້າ​ກ່າວ​ວ່າ, ‘ຂ້ອຍ​ຮັ່ງມີ; ຂ້ອຍ​ໄດ້​ຊັບສົມບັດ​ຫລວງຫລາຍ ແລະ ບໍ່​ຕ້ອງ​ການ​ສິ່ງໃດ​ເລີຍ’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ຕົນເອງ​ເປັນ​ຄົນ​ໜ້າເວດທະນາ, ໜ້າສົງສານ, ຍາກຈົນ, ຕາບອດ ແລະ ເປືອຍກາຍ​ຢູ່.

18 ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.

19 ບັນດາ​ຜູ້​ທີ່​ເຮົາ​ຮັກ ເຮົາ​ກໍ​ຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງ​ກະຕືລືລົ້ນ ແລະ ກັບໃຈ.

20 ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.

21 ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.

22 ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan