Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 22 - ພຣະຄຳພີລາວສະບັບສະໄໝໃໝ່


ສວນເອເດັນ​ຖືກ​ສ້າງຄືນໃໝ່

1 ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ

2 ລົງ​ມາ​ກາງ​ຖະໜົນ​ໃຫຍ່​ຂອງ​ນະຄອນ​ນັ້ນ. ສອງ​ຟາກ​ຂອງ​ແມ່ນ້ຳ​ນັ້ນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ​ຕັ້ງ​ຢູ່ ເຊິ່ງ​ເກີດຜົນ​ສິບສອງ​ເທື່ອ, ຄື​ເກີດຜົນ​ທຸກ​ເດືອນ. ແລະ ໃບ​ຂອງ​ຕົ້ນໄມ້​ນັ້ນ​ໃຊ້​ຮັກສາ​ບັນດາ​ປະຊາຊາດ​ໃຫ້​ຫາຍດີ.

3 ທີ່​ນັ້ນ​ບໍ່​ມີ​ການສາບແຊ່ງ​ໃດໆ​ອີກ​ຕໍ່ໄປ. ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຮັບໃຊ້​ພຣະອົງ.

4 ພວກເຂົາ​ທັງຫລາຍ​ຈະ​ເຫັນ​ໜ້າ​ຂອງ​ພຣະອົງ ແລະ ມີ​ຊື່​ຂອງ​ພຣະອົງ​ຈະ​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຂົາ.

5 ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


ໂຢຮັນ ແລະ ເທວະດາ

6 ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.

7 “ເບິ່ງແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ຄວາມສຸກ​ມີ​ແກ່​ຜູ້​ທີ່​ຖື​ຮັກສາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສືມ້ວນ​ນີ້”.

8 ຂ້າພະເຈົ້າ ໂຢຮັນ ເປັນ​ຜູ້​ທີ່​ໄດ້​ຍິນ ແລະ ໄດ້​ເຫັນ​ສິ່ງ​ເຫລົ່ານີ້. ແລະ ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ສິ່ງ​ເຫລົ່ານີ້​ແລ້ວ, ຂ້າພະເຈົ້າ​ກໍ​ໝອບ​ລົງ​ເພື່ອ​ນະມັດສະການ​ທີ່​ຕີນ​ຂອງ​ເທວະດາ​ຕົນ​ທີ່​ໄດ້​ສະແດງ​ເຫດການ​ເຫລົ່ານີ້​ໃຫ້​ແກ່​ຂ້າພະເຈົ້າ.

9 ແຕ່​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນຜູ້ຮັບໃຊ້​ຮ່ວມ​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ຄື​ບັນດາ​ຜູ້ທຳນວາຍ ແລະ ຄົນ​ທັງປວງ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສືມ້ວນ​ນີ້. ຈົ່ງ​ນະມັດສະການ​ພຣະເຈົ້າ!”

10 ແລ້ວ​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປະທັບຕາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ເພາະວ່າ​ເວລາ​ໃກ້​ຈະ​ມາ​ເຖິງ​ແລ້ວ.

11 ຜູ້​ທີ່​ເຮັດຜິດ​ກໍ​ໃຫ້​ເຮັດຜິດ​ຕໍ່ໄປ, ຜູ້​ທີ່​ຊົ່ວຊ້າ​ກໍ​ໃຫ້​ຊົ່ວຊ້າ​ຕໍ່ໄປ, ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ ແລະ ຜູ້​ທີ່​ເປັນ​ຄົນ​ບໍລິສຸດ​ກໍ​ໃຫ້​ເປັນ​ຄົນ​ບໍລິສຸດ​ຕໍ່ໄປ”.


ຄຳລົງທ້າຍ​ທີ່​ເປັນ​ຄຳ​ເຊີນ ແລະ ຄຳ​ເຕືອນ

12 “ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.

13 ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ເປັນ​ຜູ້ກົກ ແລະ ເປັນ​ຜູ້ສຸດທ້າຍ.

14 “ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.

15 ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.

16 “ເຮົາ​ຄື​ເຢຊູ, ເຮົາ​ໄດ້​ໃຊ້​ເທວະດາ​ຂອງ​ເຮົາ​ມາ​ເປັນພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ເພື່ອ​ຄຣິສຕະຈັກ​ຕ່າງໆ. ເຮົາ​ເປັນ​ຮາກ ແລະ ເປັນ​ເຊື້ອສາຍ​ຂອງ​ດາວິດ ແລະ ເຮົາ​ເປັນ​ດາວ​ຍາມ​ເຊົ້າ​ທີ່​ສົດໃສ”.

17 ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.

18 ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ວ່າ: ຖ້າ​ຜູ້ໃດ​ເພີ່ມເຕີມ​ສິ່ງໃດ​ລົງ​ໄປ, ພຣະເຈົ້າ​ຈະ​ເພີ່ມເຕີມ​ໄພພິບັດ​ທີ່​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້​ໃຫ້​ແກ່​ຜູ້​ນັ້ນ.

19 ແລະ ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ຈາກ​ຄຳທຳນວາຍ​ນີ້, ພຣະເຈົ້າ​ຈະ​ຕັດ​ສ່ວນແບ່ງ​ຂອງ​ຜູ້​ນັ້ນ​ອອກຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ໃນ​ເມືອງ​ສັກສິດ​ນັ້ນ ເຊິ່ງ​ໄດ້​ບັນລະຍາຍ​ໄວ້​ໃນ​ໜັງສືມ້ວນ​ນີ້.

20 ພຣະອົງ​ຜູ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ກ່າວ​ວ່າ, “ແນ່ນອນ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍ​ມາ​ເຖີດ.

21 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ. ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan