ພຣະນິມິດ 21 - ພຣະຄຳພີລາວສະບັບສະໄໝໃໝ່ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ 1 ແລ້ວຂ້າພະເຈົ້າໄດ້ເຫັນ “ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່” ເພາະສະຫວັນເດີມ ແລະ ແຜ່ນດິນໂລກເດີມໄດ້ຜ່ານພົ້ນໄປແລ້ວ ແລະ ກໍບໍ່ມີທະເລອີກແລ້ວ. 2 ຂ້າພະເຈົ້າໄດ້ເຫັນນະຄອນສັກສິດ ຄືເຢຣູຊາເລັມໃໝ່ທີ່ພຣະເຈົ້າໃຫ້ລົງມາຈາກສະຫວັນ, ນະຄອນນີ້ໄດ້ຮັບການຈັດຕຽມໄວ້ເໝືອນເຈົ້າສາວແຕ່ງໂຕງົດງາມລໍຖ້າຮັບຜົວຂອງຕົນ. 3 ແລະ ຂ້າພະເຈົ້າໄດ້ຍິນສຽງດັງມາຈາກບັນລັງກ່າວວ່າ, “ເບິ່ງແມ! ບັດນີ້ທີ່ສະຖິດຂອງພຣະເຈົ້າກໍມາຢູ່ທ່າມກາງມະນຸດແລ້ວ, ພຣະອົງຈະຢູ່ກັບພວກເຂົາ. ພວກເຂົາຈະເປັນຄົນຂອງພຣະອົງ ແລະ ພຣະເຈົ້າເອງຈະສະຖິດຢູ່ກັບພວກເຂົາ ແລະ ເປັນພຣະເຈົ້າຂອງພວກເຂົາ. 4 ‘ພຣະອົງຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ. ທີ່ນັ້ນຈະບໍ່ມີຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດອີກຕໍ່ໄປ, ເພາະລະບົບເກົ່າຂອງສິ່ງຕ່າງໆໄດ້ຜ່ານພົ້ນໄປແລ້ວ”. 5 ພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນກ່າວວ່າ, “ເຮົາກຳລັງສ້າງທຸກສິ່ງຂຶ້ນໃໝ່!” ແລ້ວພຣະອົງໄດ້ກ່າວອີກວ່າ, “ຈົ່ງຂຽນສິ່ງນີ້ລົງ ເພາະຂໍ້ຄວາມເຫລົ່ານີ້ແມ່ນເຊື່ອຖືໄດ້ ແລະ ເປັນຄວາມຈິງ”. 6 ພຣະອົງກ່າວກັບຂ້າພະເຈົ້າວ່າ: “ສຳເລັດແລ້ວ. ເຮົາເປັນອາລະຟາ ແລະ ໂອເມຄາ, ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ. ຜູ້ໃດທີ່ຫິວນ້ຳ ເຮົາຈະໃຫ້ຜູ້ນັ້ນດື່ມນ້ຳແຫ່ງຊີວິດຈາກບໍ່ນ້ຳພຸໂດຍບໍ່ຕ້ອງເສຍຄ່າອັນໃດ. 7 ຜູ້ທີ່ໄດ້ຮັບໄຊຊະນະຈະໄດ້ຮັບທັງໝົດນີ້ເປັນມໍລະດົກ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນລູກຂອງເຮົາ. 8 ແຕ່ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາຄົນທີ່ໃຊ້ເວດມົນຄາຖາ, ຄົນຂາບໄຫວ້ຮູບເຄົາລົບ ແລະ ຄົນເວົ້າຕົວະທັງໝົດນັ້ນ ພວກເຂົາຈະຖືກສົ່ງລົງສູ່ບຶງໄຟທີ່ມີມາດລຸກໄໝ້ຢູ່. ນີ້ຄືຄວາມຕາຍຄັ້ງທີສອງ”. ເຢຣູຊາເລັມໃໝ່ຜູ້ເປັນເຈົ້າສາວຂອງລູກແກະຂອງພຣະເຈົ້າ 9 ໜຶ່ງໃນເທວະດາເຈັດຕົນ ທີ່ຖືຂັນແຫ່ງໄພພິບັດເຈັດປະການສຸດທ້າຍນັ້ນໄດ້ມາຫາຂ້າພະເຈົ້າ ແລະ ກ່າວວ່າ, “ເຊີນມາ, ເຮົາຈະໃຫ້ທ່ານເບິ່ງເຈົ້າສາວ ຄູ່ສົມລົດຂອງລູກແກະຂອງພຣະເຈົ້າ”. 10 ໂດຍພຣະວິນຍານເທວະດານັ້ນໄດ້ນຳຂ້າພະເຈົ້າໄປທີ່ພູເຂົາໃຫຍ່ ແລະ ສູງ, ແລະ ໄດ້ສະແດງໃຫ້ຂ້າພະເຈົ້າເຫັນນະຄອນສັກສິດ ຄືເຢຣູຊາເລັມທີ່ພຣະເຈົ້າໃຫ້ລົງມາຈາກສະຫວັນ. 11 ເມືອງນັ້ນສ່ອງແສງດ້ວຍສະຫງ່າລາສີຂອງພຣະເຈົ້າ ແລະ ປະກາຍຂອງເມືອງນັ້ນເໝືອນດັ່ງອັນຍະມະນີທີ່ລໍ້າຄ່າທີ່ສຸດ, ເໝືອນດັ່ງໂມຣາ, ໃສເໝືອນດັ່ງແກ້ວ. 12 ນະຄອນນັ້ນມີກຳແພງໃຫຍ່, ສູງ, ມີສິບສອງປະຕູ ແລະ ມີເທວະດາສິບສອງຕົນຢູ່ທີ່ປະຕູ. ຢູ່ເທິງປະຕູໄດ້ຈາລຶກຊື່ຂອງສິບສອງຕະກູນຂອງອິດສະຣາເອນ. 13 ທິດຕາເວັນອອກມີສາມປະຕູ, ທິດເໜືອມີສາມປະຕູ, ທິດໃຕ້ມີສາມປະຕູ ແລະ ທິດຕາເວັນຕົກມີສາມປະຕູ. 14 ກຳແພງນະຄອນນັ້ນມີສິບສອງຮາກຖານ, ແລະ ເທິງຮາກຖານເຫລົ່ານັ້ນໄດ້ຈາລຶກຊື່ຂອງອັກຄະສາວົກສິບສອງຄົນຂອງລູກແກະຂອງພຣະເຈົ້າ. 15 ເທວະດາຕົນທີ່ໄດ້ເວົ້າກັບຂ້າພະເຈົ້ານັ້ນ ໄດ້ຖືໄມ້ວັດແທກຄຳເພື່ອວັດແທກນະຄອນ, ວັດແທກປະຕູ ແລະ ວັດແທກກຳແພງຂອງນະຄອນນັ້ນ. 16 ນະຄອນນັ້ນມີຮູບຮ່າງເປັນຮູບສີ່ຫລ່ຽມມົນທົນ, ມີລວງຍາວລວງກວ້າງເທົ່າກັນ. ເທວະດາໄດ້ແທກນະຄອນນັ້ນດ້ວຍເຄື່ອງວັດແທກ ແລະ ພົບວ່າມີ 12,000 ສະຕາເດຍ ຄວາມກວ້າງ, ຄວາມສູງ ແລະ ຄວາມຍາວເທົ່າກັນ. 17 ເທວະດານັ້ນຍັງໄດ້ແທກກຳແພງໂດຍໃຊ້ເຄື່ອງວັດແທກຂອງມະນຸດ, ແລະ ມີຄວາມໜາ 144 ສອກ. 18 ກຳແພງນັ້ນສ້າງດ້ວຍຫີນໂມຣາ ແລະ ນະຄອນນັ້ນສ້າງດ້ວຍຄຳບໍລິສຸດທີ່ໃສເໝືອນດັ່ງແກ້ວ. 19 ຮາກຖານຂອງກຳແພງປະດັບດ້ວຍອັນຍະມະນີທີ່ລໍ້າຄ່າທຸກຊະນິດ. ຮາກຖານທີໜຶ່ງຄືຫີນໂມຣາ, ຮາກຖານທີສອງຄືພອຍສີຟ້າ, ຮາກຖານທີສາມຄືພອຍສີຂຽວ, ຮາກຖານທີສີ່ຄືມໍລະກົດ, 20 ຮາກຖານທີຫ້າຄືໂກເມນ, ຮາກຖານທີຫົກຄືພອຍຫລາຍສີ, ຮາກຖານທີເຈັດຄືພອຍສີຂຽວເຫລືອງ, ຮາກຖານທີແປດຄືພອຍສີຟ້າຂຽວ, ຮາກຖານທີເກົ້າຄືບຸບຣາຄຳ, ຮາກຖານທີສິບຄືຢົກ, ຮາກຖານທີສິບເອັດຄືພອຍສີແດງສົ້ມ, ຮາກຖານທີສິບສອງຄືເພທາຍສີມ່ວງ. 21 ປະຕູທັງສິບສອງປະຕູເຮັດດ້ວຍໄຂ່ມຸກສິບສອງໜ່ວຍ, ແຕ່ລະປະຕູເຮັດດ້ວຍໄຂ່ມຸກໜຶ່ງໜ່ວຍ. ຖະໜົນໃຫຍ່ຂອງນະຄອນນັ້ນເປັນຄຳ, ໃສເໝືອນດັ່ງແກ້ວໂປ່ງໃສ. 22 ຂ້າພະເຈົ້າບໍ່ໄດ້ເຫັນວິຫານໃນນະຄອນນີ້ເລີຍ ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່ ແລະ ລູກແກະຂອງພຣະເຈົ້າຄືວິຫານແຫ່ງນະຄອນນັ້ນ. 23 ນະຄອນນີ້ບໍ່ຕ້ອງການດວງອາທິດ ຫລື ດວງເດືອນເພື່ອສ່ອງແສງ ເພາະສະຫງ່າລາສີຂອງພຣະເຈົ້າໃຫ້ແສງສະຫວ່າງ ແລະ ລູກແກະຂອງພຣະເຈົ້າຄືຕະກຽງແຫ່ງນະຄອນນີ້. 24 ບັນດາປະຊາຊາດຈະເດີນໃນແສງສະຫວ່າງຂອງນະຄອນນີ້ ແລະ ບັນດາກະສັດຂອງໂລກຈະນຳເອົາຄວາມງົດງາມຂອງຕົນເຂົ້າມາໃນນະຄອນນີ້. 25 ປະຕູທັງຫລາຍຂອງນະຄອນນີ້ບໍ່ເຄີຍປິດ, ເພາະຈະບໍ່ມີກາງຄືນຢູ່ທີ່ນັ້ນ. 26 ສະຫງ່າລາສີ ແລະ ກຽດຕິຍົດຂອງບັນດາປະຊາຊາດທັງຫລາຍຈະຖືກນຳເຂົ້າມາໃນນະຄອນນີ້. 27 ບໍ່ມີສິ່ງທີ່ເປັນມົນທິນ ຫລື ຜູ້ໃດທີ່ເຮັດສິ່ງທີ່ໜ້າອັບອາຍ ຫລື ຫລອກລວງ ຈະເຂົ້າໃນນະຄອນນີ້ໄດ້ເລີຍ, ມີແຕ່ບັນດາຜູ້ທີ່ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າເທົ່ານັ້ນຈຶ່ງຈະເຂົ້າໄດ້. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.