Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 20 - ພຣະຄຳພີລາວສະບັບສະໄໝໃໝ່


ໜຶ່ງພັນ​ປີ

1 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ຖື​ກະແຈ​ຂອງ​ເຫວເລິກ ແລະ ໂສ້​ເສັ້ນ​ໃຫຍ່​ໃນ​ມື​ຂອງ​ເພິ່ນ.

2 ເທວະດາ​ນັ້ນ​ໄດ້​ຈັບ​ພະຍານາກ​ທີ່​ເປັນ​ງູ​ດຶກດຳບັນ, ຜູ້​ທີ່​ເປັນ​ມານຮ້າຍ ຫລື ມານຊາຕານ ແລະ ຜູກມັດ​ມັນ​ໄວ້​ໜຶ່ງພັນ​ປີ.

3 ເພິ່ນ​ໄດ້​ໂຍນ​ມັນ​ລົງ​ໃນ​ເຫວເລິກ, ໃສ່​ກະແຈ ແລະ ປະທັບຕາ​ໃສ່​ມັນ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ອອກ​ມາ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ອີກ​ຈົນ​ກວ່າ​ຈະ​ຄົບ​ໜຶ່ງພັນ​ປີ. ຫລັງຈາກນັ້ນ, ມັນ​ຈະ​ຕ້ອງ​ຖືກ​ປ່ອຍ​ອອກ​ມາ​ຊົ່ວໄລຍະ​ສັ້ນໆ.

4 ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.

5 (ສ່ວນ​ຄົນຕາຍ​ອື່ນໆ​ທີ່​ເຫລືອ​ຢູ່​ນັ້ນ ບໍ່​ໄດ້​ກັບ​ຄືນ​ມາ​ມີຊີວິດ​ຈົນກວ່າ​ຈະ​ຄົບ​ໜຶ່ງພັນ​ປີ). ນີ້​ແມ່ນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ.

6 ບັນດາ​ຜູ້​ຮ່ວມ​ໃນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ​ນີ້​ກໍ​ເປັນສຸກ ແລະ ບໍລິສຸດ. ຄວາມຕາຍ​ຄັ້ງ​ທີສອງ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກເຂົາ, ແຕ່​ພວກເຂົາ​ຈະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ ແລະ ຂອງ​ພຣະຄຣິດເຈົ້າ ແລະ ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ​ເປັນ​ເວລາ​ໜຶ່ງພັນ​ປີ.


ການພິພາກສາ​ມານຊາຕານ

7 ເມື່ອ​ໜຶ່ງພັນ​ປີ​ຜ່ານພົ້ນ​ໄປ​ແລ້ວ, ມານຊາຕານ​ຈະ​ຖືກ​ປ່ອຍ​ອອກ​ມາ​ຈາກ​ບ່ອນ​ຄຸກ​ຂອງ​ມັນ

8 ແລະ ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ​ທົ່ວ​ສີ່​ມຸມ​ຂອງ​ໂລກ​ທີ່​ເອີ້ນ​ວ່າ​ໂກກ ແລະ ມາໂກກ. ເພື່ອ​ຮວບຮວມ​ພວກເຂົາ​ມາ​ເຮັດ​ການສູ້ຮົບ. ພວກເຂົາ​ມີ​ຈຳນວນ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ຢູ່​ຕາມ​ຝັ່ງທະເລ.

9 ພວກເຂົາ​ຍົກ​ທັບ​ຂ້າມ​ຄວາມກວ້າງ​ຂອງ​ໂລກ ແລະ ມາ​ອ້ອມ​ຄ້າຍ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ ຄື​ນະຄອນ​ທີ່​ພຣະອົງ​ຮັກ​ນັ້ນ. ແຕ່​ໄຟ​ຈາກ​ສະຫວັນ​ໄດ້​ລົງ​ມາ ແລະ ເຜົາຜານ​ພວກເຂົາ.

10 ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ການພິພາກສາ​ຄົນຕາຍ

11 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.

12 ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.

13 ທະເລ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ທະເລ​ຄືນ​ມາ, ຄວາມຕາຍ ແລະ ແດນມໍລະນາ​ກໍ​ສົ່ງ​ຄົນ​ທັງຫລາຍ​ທີ່​ຕາຍ​ຢູ່​ໃນ​ນັ້ນ​ຄືນ​ມາ ແລະ ແຕ່ລະຄົນ​ໄດ້​ຖືກ​ພິພາກສາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ.

14 ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ. ບຶງໄຟ​ນີ້​ແຫລະ​ຄື​ຄວາມຕາຍ​ຄັ້ງ​ທີສອງ.

15 ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan