ພຣະນິມິດ 2 - ພຣະຄຳພີລາວສະບັບສະໄໝໃໝ່ເຖິງຄຣິສຕະຈັກທີ່ເມືອງເອເຟໂຊ 1 “ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງເອເຟໂຊວ່າ: ນີ້ແມ່ນຖ້ອຍຄຳຂອງພຣະອົງຜູ້ຖືດາວທັງເຈັດໄວ້ໃນມືຂວາຂອງພຣະອົງ ແລະ ຍ່າງຢູ່ທ່າມກາງຫລັກຕະກຽງຄຳທັງເຈັດນັ້ນ. 2 ເຮົາຮູ້ຈັກການກະທຳຂອງເຈົ້າ, ພາລະກິດອັນຍາກລຳບາກຂອງເຈົ້າ ແລະ ຄວາມອົດທົນຂອງເຈົ້າ. ເຮົາຮູ້ວ່າເຈົ້າບໍ່ສາມາດທົນທານຕໍ່ຄົນຊົ່ວຮ້າຍໄດ້, ເຈົ້າໄດ້ທົດລອງບັນດາຜູ້ທີ່ອ້າງຕົນວ່າເປັນອັກຄະສາວົກແຕ່ບໍ່ໄດ້ເປັນ ແລະ ເຈົ້າກໍພົບໄດ້ວ່າພວກເຂົາຕົວະ. 3 ເຈົ້າໄດ້ອົດທົນບາກບັ່ນ ແລະ ອົດທົນຕໍ່ຄວາມຍາກລໍາບາກເພື່ອນາມຂອງເຮົາ ແລະ ເຈົ້າກໍບໍ່ໄດ້ເມື່ອຍລ້າ. 4 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າຄື: ເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າ. 5 ຈົ່ງລະນຶກວ່າເຈົ້າໄດ້ຕົກລົງມາໄກເທົ່າໃດ! ຈົ່ງກັບໃຈໃໝ່ ແລະ ເຮັດສິ່ງທີ່ເຈົ້າເຄີຍເຮັດຕັ້ງແຕ່ທຳອິດ. ຖ້າເຈົ້າບໍ່ກັບໃຈໃໝ່ເຮົາຈະມາຫາເຈົ້າ ແລະ ຍົກຫລັກຕະກຽງຂອງເຈົ້າອອກຈາກບ່ອນນີ້. 6 ແຕ່ເຈົ້າຍັງມີຂໍ້ດີຢູ່ຄື: ເຈົ້າໄດ້ກຽດຊັງຂໍ້ປະຕິບັດຂອງພວກນິໂກລາຍເຕ ເຊິ່ງເຮົາກໍກຽດຊັງເໝືອນກັນ. 7 ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ໄດ້ຮັບໄຊຊະນະເຮົາຈະໃຫ້ຜູ້ນັ້ນມີສິດກິນຜົນຈາກຕົ້ນໄມ້ແຫ່ງຊີວິດທີ່ຢູ່ໃນອຸທິຍານສະຫວັນຂອງພຣະເຈົ້າ. ເຖິງຄຣິສຕະຈັກທີ່ເມືອງຊະມີນາ 8 “ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງຊະມີນາວ່າ: ນີ້ແມ່ນຖ້ອຍຄຳຂອງພຣະອົງຜູ້ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ, ຜູ້ທີ່ໄດ້ຕາຍແລ້ວ ແລະ ໄດ້ມີຊີວິດຄືນມາອີກ. 9 ເຮົາຮູ້ຈັກຄວາມທຸກຍາກ ແລະ ຄວາມຍາກຈົນຂອງເຈົ້າ, ແຕ່ເຈົ້າກໍຮັ່ງມີ! ເຮົາຮູ້ຈັກການໃສ່ຮ້າຍປ້າຍສີຂອງບັນດາຜູ້ທີ່ເວົ້າວ່າຕົນເອງເປັນຄົນຢິວ ແລະ ບໍ່ໄດ້ເປັນ, ແຕ່ເປັນທຳມະສາລາຂອງຊາຕານ. 10 ຢ່າຢ້ານການທົນທຸກທີ່ເຈົ້າກຳລັງຈະປະເຊີນ. ເຮົາບອກເຈົ້າວ່າ, ມານຮ້າຍຈະຂັງພວກເຈົ້າບາງຄົນໄວ້ໃນຄຸກເພື່ອທົດລອງພວກເຈົ້າ ແລະ ພວກເຈົ້າຈະທົນທຸກເພາະການຂົ່ມເຫັງເຖິງສິບວັນ. ຈົ່ງສັດຊື່ເຖິງແມ່ນວ່າຈະຕ້ອງຕາຍ ແລະ ເຮົາຈະມອບຊີວິດໃຫ້ເຈົ້າເພື່ອເປັນມົງກຸດແຫ່ງໄຊຊະນະ. 11 ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ໄດ້ຮັບໄຊຊະນະຈະບໍ່ຖືກທຳຮ້າຍໂດຍຄວາມຕາຍຄັ້ງທີສອງ. ເຖິງຄຣິສຕະຈັກທີ່ເມືອງເປຄາໂມ 12 “ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງເປຄາໂມວ່າ: ພຣະອົງຜູ້ຖືດາບສອງຄົມກ່າວວ່າ. 13 ເຮົາຮູ້ວ່າເຈົ້າອາໄສຢູ່ບ່ອນໃດ ຄືບ່ອນທີ່ຊາຕານຄອງບັນລັງ. ແຕ່ເຈົ້າກໍຍັງສັດຊື່ຕໍ່ນາມຂອງເຮົາ. ເຈົ້າບໍ່ໄດ້ປະຖິ້ມຄວາມເຊື່ອຂອງເຈົ້າທີ່ມີໃນເຮົາ, ບໍ່ວ່າແມ່ນແຕ່ໃນວັນທີ່ອັນຕີປາ ຜູ້ເປັນພະຍານທີ່ສັດຊື່ຂອງເຮົາໄດ້ຖືກຂ້າຕາຍຢູ່ໃນເມືອງຂອງເຈົ້າ ຄືບ່ອນທີ່ຊາຕານຢູ່. 14 ເຖິງປານນັ້ນ ເຮົາມີບາງຂໍ້ຕໍ່ວ່າເຈົ້າຄື: ມີບາງຄົນໃນທ່າມກາງພວກເຈົ້າທີ່ຢຶດຖືຄຳສອນຂອງບາລາອາມ ເຊິ່ງໄດ້ສອນບາຫລາກໃຫ້ຊັກຊວນຊາວອິດສະຣາເອນໃຫ້ເຮັດບາບດ້ວຍການກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບ ແລະ ການເຮັດຜິດສິນທຳທາງເພດ. 15 ເຊັ່ນດຽວກັນນັ້ນ, ກໍຍັງມີບາງຄົນໃນພວກເຈົ້າທີ່ຢຶດຖືຄຳສອນຂອງພວກນິໂກລາຍເຕ. 16 ເຫດສະນັ້ນ ຈົ່ງກັບໃຈໃໝ່! ບໍ່ດັ່ງນັ້ນ, ເຮົາຈະມາຫາເຈົ້າໄວໆນີ້ ແລະ ເຮົາຈະຕໍ່ສູ້ກັບພວກເຂົາດ້ວຍດາບແຫ່ງປາກຂອງເຮົາ. 17 ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດໄດ້ຮັບໄຊຊະນະເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແລະ ເຮົາຈະໃຫ້ຫີນຂາວອັນມີຊື່ໃໝ່ຈາລຶກໄວ້ແກ່ຜູ້ນັ້ນ ເຊິ່ງຜູ້ທີ່ໄດ້ຮັບເທົ່ານັ້ນຈຶ່ງຈະຮູ້ຈັກ. ເຖິງຄຣິສຕະຈັກທີ່ເມືອງທົວເຕຣາ 18 “ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງທົວເຕຣາວ່າ: ຖ້ອຍຄຳເຫລົ່ານີ້ເປັນຂອງພຣະບຸດຂອງພຣະເຈົ້າ ຜູ້ທີ່ມີຕາເໝືອນດັ່ງໄຟລຸກໄໝ້ ແລະ ຜູ້ທີ່ມີຕີນເໝືອນດັ່ງທອງສຳລິດທີ່ຂັດເງົາ. 19 ເຮົາຮູ້ຈັກການກະທຳຂອງເຈົ້າ, ຄວາມຮັກ ແລະ ຄວາມເຊື່ອຂອງເຈົ້າ, ການຮັບໃຊ້ ແລະ ຄວາມອົດທົນບາກບັ່ນຂອງເຈົ້າ ແລະ ເຮົາຮູ້ວ່າປັດຈຸບັນເຈົ້າກຳລັງເຮັດສິ່ງເຫລົ່ານີ້ຫລາຍຂຶ້ນກວ່າຕອນທຳອິດ. 20 ເຖິງປານນັ້ນ ເຮົາກໍມີຂໍ້ນີ້ຕໍ່ວ່າເຈົ້າຄື: ເຈົ້າທົນຟັງເຢເຊເບນ ແມ່ຍິງທີ່ເອີ້ນຕົນເອງວ່າເປັນຜູ້ທຳນວາຍ. ຄຳສອນຂອງນາງເຮັດໃຫ້ຜູ້ຮັບໃຊ້ຂອງເຮົາຫລົງເຮັດຜິດສິນທຳທາງເພດ ແລະ ກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບ. 21 ເຮົາໄດ້ໃຫ້ໂອກາດຍິງນັ້ນກັບໃຈຈາກການຜິດສິນທຳຂອງນາງ, ແຕ່ນາງກໍບໍ່ຍອມ. 22 ດັ່ງນັ້ນ ເຮົາຈະໂຍນນາງລົງເທິງຕຽງແຫ່ງຄວາມທຸກທໍລະມານ ແລະ ເຮົາຈະເຮັດໃຫ້ບັນດາຫລິ້ນຊູ້ກັບນາງທຸກທໍລະມານຢ່າງໜັກ, ເວັ້ນແຕ່ພວກເຂົາຈະກັບໃຈຈາກວິຖີຊີວິດຂອງນາງ. 23 ເຮົາຈະຟາດບັນດາລູກຂອງນາງໃຫ້ຕາຍ. ດັ່ງນັ້ນຄຣິສຕະຈັກທັງຫລາຍຈະໄດ້ຮູ້ວ່າເຮົາຄືຜູ້ສຳຫລວດຄວາມຄິດ ແລະ ຈິດໃຈ ແລະ ເຮົາຈະຕອບແທນພວກເຈົ້າແຕ່ລະຄົນຕາມການກະທຳຂອງພວກເຈົ້າ. 24 ບັດນີ້ ເຮົາກ່າວກັບພວກເຈົ້າທີ່ເຫລືອຢູ່ໃນເມືອງທົວເຕຣາ, ກັບພວກເຈົ້າທີ່ບໍ່ຢຶດຖືຄຳສອນຂອງນາງ ແລະ ບໍ່ໄດ້ຮຽນຮູ້ສິ່ງທີ່ເອີ້ນວ່າຄວາມເລິກລັບຂອງຊາຕານນັ້ນ ‘ເຮົາຈະບໍ່ມອບພາລະອື່ນໃຫ້ແກ່ພວກເຈົ້າ, 25 ນອກຈາກວ່າພວກເຈົ້າຈະຢຶດໝັ້ນໃນສິ່ງທີ່ພວກເຈົ້າມີຢູ່ຈົນກວ່າເຮົາຈະມາ’. 26 ຜູ້ໃດທີ່ຮັບໄຊຊະນະ ແລະ ເຮັດຕາມຄວາມປະສົງຂອງເຮົາຈົນເຖິງທີ່ສຸດ, ເຮົາຈະໃຫ້ຜູ້ນັ້ນມີສິດອຳນາດເໜືອປະຊາຊາດຕ່າງໆ. 27 ຜູ້ນັ້ນ ‘ຈະປົກຄອງພວກເຂົາດ້ວຍຄ້ອນເຫລັກ ແລະ ຈະທຸບພວກເຂົາໃຫ້ໝຸ່ນເປັນຕ່ອນໆຄືກັບເຄື່ອງປັ້ນດິນເຜົາ’ ເໝືອນດັ່ງທີ່ເຮົາໄດ້ຮັບສິດອຳນາດຈາກພຣະບິດາເຈົ້າຂອງເຮົາ. 28 ເຮົາຈະມອບດາວອາລຸນໃຫ້ແກ່ຜູ້ນັ້ນດ້ວຍ. 29 ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.