ພຣະນິມິດ 19 - ພຣະຄຳພີລາວສະບັບສະໄໝໃໝ່ຮາເລລູຢາສາມເທື່ອຕໍ່ກັບການຫລົ້ມຈົມຂອງບາບີໂລນ 1 ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຮ້ອງຂອງຝູງຊົນໃນສະຫວັນຮ້ອງວ່າ: “ຮາເລລູຢາ! ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດເປັນຂອງພຣະເຈົ້າຂອງພວກເຮົາທັງຫລາຍ, 2 ເພາະບັນດາການຕັດສິນຂອງພຣະອົງກໍຖືກຕ້ອງ ແລະ ຍຸຕິທຳ. ພຣະອົງໄດ້ຕັດສິນລົງໂທດຍິງໂສເພນີທີ່ໂຫດຮ້າຍນັ້ນແລ້ວ ຜູ້ທີ່ເຮັດໃຫ້ໂລກຊົ່ວຊ້າໄປດ້ວຍການຫລິ້ນຊູ້ຂອງມັນ. ພຣະອົງໃຫ້ມັນຊົດໃຊ້ເລືອດຂອງຜູ້ຮັບໃຊ້ຂອງພຣະອົງແລ້ວ”. 3 ແລະ ພວກເຂົາກໍຮ້ອງສຽງດັງອີກວ່າ: “ຮາເລລູຢາ! ຄວັນໄຟຈາກເມືອງນັ້ນພຸ່ງຂຶ້ນຕະຫລອດໄປເປັນນິດ”. 4 ຜູ້ອາວຸໂສຊາວສີ່ທ່ານ ແລະ ສິ່ງທີ່ມີຊີວິດທັງສີ່ກໍກົ້ມລົງ ແລະ ນະມັດສະການພຣະເຈົ້າ ຜູ້ທີ່ນັ່ງຢູ່ເທິງບັນລັງ. ແລະ ພວກເພິ່ນກ່າວວ່າ: “ອາແມນ, ຮາເລລູຢາ!” 5 ແລ້ວມີສຽງໜຶ່ງອອກມາຈາກບັນລັງວ່າ: “ຈົ່ງສັນລະເສີນພຣະເຈົ້າຂອງພວກເຮົາ, ພວກເຈົ້າທັງຫລາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງ, ຜູ້ທີ່ຢຳເກງພຣະອົງ, ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ!” 6 ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຄົນຈຳນວນຫລວງຫລາຍ, ເໝືອນສຽງນ້ຳໄຫລແຮງ ແລະ ເໝືອນສຽງຟ້າຮ້ອງ, ຮ້ອງວ່າ: “ຮາເລລູຢາ! ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ນັ້ນປົກຄອງຢູ່. 7 ໃຫ້ພວກເຮົາທັງຫລາຍຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍກຽດແກ່ພຣະອົງ! ເພາະງານສົມລົດຂອງລູກແກະຂອງພຣະເຈົ້າໄດ້ມາເຖິງແລ້ວ, ແລະ ເຈົ້າສາວຂອງພຣະອົງໄດ້ຕຽມໂຕພ້ອມແລ້ວ. 8 ຜ້າຝ້າຍລິນິນເນື້ອລະອຽດດີ, ສົດໃສ ແລະ ສະອາດ, ໄດ້ມອບໃຫ້ແກ່ເຈົ້າສາວເພື່ອສວມໃສ່”. (ຜ້າຝ້າຍລິນິນເນື້ອລະອຽດດີນັ້ນໝາຍເຖິງການປະຕິບັດອັນຊອບທຳຂອງບັນດາຜູ້ບໍລິສຸດຂອງພຣະເຈົ້າ.) 9 ແລ້ວເທວະດານັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງຂຽນວ່າ: ‘ຄວາມສຸກມີແກ່ບັນດາຜູ້ທີ່ໄດ້ຮັບເຊີນມາຮ່ວມງານລ້ຽງສະຫລອງສົມລົດຂອງລູກແກະຂອງພຣະເຈົ້າ!’” ແລະ ເທວະດານັ້ນກ່າວຕື່ມອີກວ່າ, “ສິ່ງເຫລົ່ານີ້ເປັນພຣະຄຳແທ້ຂອງພຣະເຈົ້າ”. 10 ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”. ນັກຮົບສະຫວັນເອົາຊະນະສັດຮ້າຍ 11 ຂ້າພະເຈົ້າໄດ້ເຫັນສະຫວັນເປີດອອກ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີມ້າຂາວໂຕໜຶ່ງ, ພຣະອົງຜູ້ຂີ່ມ້ານັ້ນມີຊື່ວ່າສັດຊື່ ແລະ ທ່ຽງແທ້. ພຣະອົງພິພາກສາ ແລະ ສູ້ຮົບດ້ວຍຄວາມຍຸຕິທຳ 12 ດວງຕາຂອງພຣະອົງເໝືອນແປວໄຟ ແລະ ເທິງຫົວພຣະອົງມີມົງກຸດຫລາຍອັນ. ມີຊື່ຈາລຶກໄວ້ເທິງພຣະອົງທີ່ບໍ່ມີຜູ້ໃດຮູ້ຈັກຊື່ນັ້ນເລີຍນອກຈາກພຣະອົງເອງ. 13 ເສື້ອຄຸມທີ່ພຣະອົງຫົ່ມນັ້ນກໍໄດ້ຈຸ່ມໃນເລືອດ ແລະ ນາມຂອງພຣະອົງຄືພຣະຄຳຂອງພຣະເຈົ້າ. 14 ບັນດາກອງທັບຂອງສະຫວັນໄດ້ຕິດຕາມພຣະອົງໄປ, ນັ່ງຢູ່ເທິງມ້າຂາວ ແລະ ນຸ່ງຜ້າຝ້າຍລິນິນເນື້ອລະອຽດດີ, ຂາວ ແລະ ສະອາດ. 15 ມີດາບຄົມອອກມາຈາກປາກຂອງພຣະອົງ ໃຊ້ດາບນີ້ຟາດລົງທີ່ຊົນຊາດທັງຫລາຍ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກ”. ພຣະອົງຢຽບໃນອ່າງຢຽບອະງຸ່ນແຫ່ງຄວາມໃຈຮ້າຍຂອງຄວາມໂກດຮ້າຍຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່. 16 ທີ່ເສື້ອຄຸມ ແລະ ທີ່ກົກຂາຂອງພຣະອົງມີນາມນີ້ຈາລຶກວ່າ: ກະສັດເໜືອກະສັດທັງຫລາຍ ແລະ ເຈົ້ານາຍເໜືອເຈົ້ານາຍທັງຫລາຍ. 17 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງຢືນຢູ່ໃນຕາເວັນ ເຊິ່ງຮ້ອງສຽງດັງໃສ່ນົກທັງຫລາຍທີ່ກຳລັງບິນຢູ່ກາງອາກາດວ່າ, “ຈົ່ງມາ, ມາເຕົ້າໂຮມກັນເພື່ອງານລ້ຽງໃຫຍ່ຂອງພຣະເຈົ້າ, 18 ເພື່ອພວກເຈົ້າຈະໄດ້ກິນຊີ້ນຂອງບັນດາກະສັດ, ຊີ້ນຂອງບັນດານາຍພົນ ແລະ ຜູ້ມີອຳນາດ, ຊີ້ນມ້າ ແລະ ຊີ້ນຂອງຄົນຂີ່ມ້າ ແລະ ຊີ້ນຂອງປະຊາຊົນທັງໝົດ, ຊີ້ນຂອງອິດສະຫລະ ແລະ ຂ້າທາດ, ຊີ້ນຂອງຜູ້ໃຫຍ່ ແລະ ຜູ້ນ້ອຍ”. 19 ແລ້ວຂ້າພະເຈົ້າກໍໄດ້ເຫັນສັດຮ້າຍ ແລະ ບັນດາກະສັດຂອງໂລກພ້ອມທັງກອງທັບຂອງພວກເຂົາມາເຕົ້າໂຮມກັນເພື່ອສູ້ຮົບກັບພຣະອົງຜູ້ນັ່ງຢູ່ເທິງມ້າ ແລະ ກອງທັບຂອງພຣະອົງ. 20 ແຕ່ສັດຮ້າຍນັ້ນຖືກຈັບພ້ອມດ້ວຍຜູ້ທຳນວາຍປອມທີ່ໄດ້ເຮັດໝາຍສຳຄັນແທນສັດຮ້າຍນັ້ນ. ດ້ວຍໝາຍສຳຄັນເຫລົ່ານີ້ມັນໄດ້ຫລອກລວງບັນດາຜູ້ທີ່ໄດ້ຮັບເຄື່ອງໝາຍຂອງສັດຮ້າຍນັ້ນ ແລະ ໄດ້ຂາບໄຫວ້ຮູບຈຳລອງຂອງມັນ. ທັງສັດຮ້າຍ ແລະ ຜູ້ທຳນວາຍປອມໄດ້ຖືກຖິ້ມລົງທັງເປັນໃນບຶງໄຟທີ່ມີມາດລຸກໄໝ້ຢູ່. 21 ສ່ວນພວກທີ່ເຫລືອກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງຜູ້ນັ່ງຢູ່ເທິງມ້ານັ້ນ, ແລະ ນົກທັງໝົດກໍພາກັນກິນຊີ້ນຂອງພວກເຂົາ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.