Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 18 - ພຣະຄຳພີລາວສະບັບສະໄໝໃໝ່


ສຽງ​ຄ່ຳຄວນ​ເໜືອ​ບາບີໂລນ​ທີ່​ຫລົ້ມຈົມ

1 ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.

2 ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ມີ​ພະລັງ​ວ່າ: “ຫລົ້ມຈົມ​ແລ້ວ! ບາບີໂລນ​ນະຄອນ​ຍິ່ງໃຫຍ່​ໄດ້​ຫລົ້ມຈົມ​ແລ້ວ! ນາງ​ນີ້​ໄດ້​ກາຍເປັນ​ບ່ອນອາໄສ​ຂອງ​ພວກ​ຜີມານຮ້າຍ ແລະ ເປັນ​ບ່ອນ​ສິງ​ຢູ່​ຂອງ​ວິນຍານສົກກະປົກ​ທຸກ​ຢ່າງ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ເປັນມົນທິນ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ສັດ​ທຸກ​ຊະນິດ​ທີ່​ເປັນມົນທິນ ແລະ ໜ້າ​ກຽດຊັງ

3 ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.


ເຕືອນ​ໃຫ້​ຫລີກໜີ​ຈາກ​ການພິພາກສາ​ຂອງ​ບາບີໂລນ

4 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອີກ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ກ່າວ​ວ່າ: “ບັນດາ​ຄົນ​ຂອງ​ເຮົາ, ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ, ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ບໍ່​ໄດ້​ມີ​ສ່ວນຮ່ວມ​ໃນ​ການ​ບາບ​ຂອງ​ນາງ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ໄພພິບັດ​ໃດໆ​ທີ່​ຈະ​ເກີດຂຶ້ນ​ກັບ​ນາງ,

5 ເພາະ​ບາບ​ຂອງ​ນາງ​ນັ້ນ​ກອງ​ສູງ​ຂຶ້ນ​ເຖິງ​ສະຫວັນ, ແລະ ພຣະເຈົ້າ​ຈື່ຈຳ​ຄວາມຜິດ​ອັນ​ຊົ່ວຮ້າຍ​ຂອງ​ນາງ​ໄດ້.

6 ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.

7 ຈົ່ງ​ໃຫ້​ນາງ​ທໍລະມານ ແລະ ໂສກເສົ້າ​ຫລາຍ​ເທົ່າ ເໝືອນດັ່ງ​ກຽດ ແລະ ຄວາມສະໜຸກສະໜານ​ທີ່​ນາງ​ໄດ້​ມອບ​ໃຫ້​ກັບ​ຕົນເອງ. ນາງ​ອວດອ້າງ​ໃນ​ໃຈ​ວ່າ, ‘ຂ້ອຍ​ນັ່ງ​ບັນລັງ​ເປັນ​ລາຊີນີ. ຂ້ອຍ​ບໍ່​ແມ່ນ​ແມ່ໝ້າຍ, ຂ້ອຍ​ຈະ​ບໍ່​ມີ​ມື້​ໂສກເສົ້າ’

8 ເຫດສະນັ້ນ ພາຍໃນ​ມື້​ດຽວ​ໄພພິບັດ​ຕ່າງໆ​ຂອງ​ນາງ​ຈະ​ຕົກ​ຖືກ​ນາງ​ຄື: ຄວາມຕາຍ, ຄວາມໂສກເສົ້າ ແລະ ຄວາມອຶດຢາກ. ນາງ​ຈະ​ຖືກ​ເຜົາຜານ​ດ້ວຍ​ໄຟ ເພາະ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ພິພາກສາ​ນາງ​ນັ້ນ​ມີ​ລິດອຳນາດ​ຍິ່ງໃຫຍ່.


ວິບັດ​ສາມ​ຢ່າງ​ເໜືອ​ການ​ຫລົ້ມຈົມ​ຂອງ​ບາບີໂລນ

9 “ເມື່ອ​ບັນດາ​ກະສັດ​ຂອງ​ໂລກ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ຫລິ້ນຊູ້ ແລະ ຮ່ວມ​ສະໜຸກສະໜານ​ກັບ​ນາງ​ເຫັນ​ຄວັນ​ໄຟ​ທີ່​ກຳລັງ​ເຜົາຜານ​ນາງ​ຢູ່, ພວກເຂົາ​ຈະ​ຮ້ອງໄຫ້ ແລະ ໄວ້ອາໄລ​ໃຫ້​ນາງ.

10 ພວກເຂົາ​ຢ້ານກົວ​ຕໍ່​ຄວາມທໍລະມານ​ຂອງ​ນາງ ພວກເຂົາ​ຈະ​ຢືນ​ຢູ່​ຫ່າງໆ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ! ບາບີໂລນ ນະຄອນ​ທີ່​ເຕັມ​ໄປ​ດ້ວຍ​ອຳນາດ​ເອີຍ! ພຽງ​ຊົ່ວໂມງ​ດຽວ​ການພິພາກສາ​ກໍ​ມາ​ເຖິງ​ເຈົ້າ!’

11 “ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ຈະ​ຮ້ອງໄຫ້​ໄວ້ອາໄລ​ນະຄອນ​ນັ້ນ​ເພາະ​ບໍ່​ມີ​ຜູ້ໃດ​ຊື້​ສິນຄ້າ​ຂອງ​ພວກເຂົາ​ອີກ​ແລ້ວ

12 ສິນຄ້າ​ເຫລົ່ານັ້ນ​ຄື: ຄຳ, ເງິນ, ອັນຍະມະນີ ແລະ ໄຂ່ມຸກ, ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າສີມ່ວງ, ຜ້າໄໝ ແລະ ຜ້າ​ສີແດງເຂັ້ມ, ໄມ້ຫອມ​ທຸກ​ຊະນິດ ແລະ ຜະລິດຕະພັນ​ທຸກ​ຊະນິດ​ທີ່​ເຮັດ​ດ້ວຍ​ງາຊ້າງ, ໄມ້​ລາຄາ​ແພງ, ທອງສຳລິດ, ເຫລັກ ແລະ ຫີນອ່ອນ,

13 ສິນຄ້າ​ອື່ນ​ອີກ​ຄື: ອົບເຊີຍ ແລະ ເຄື່ອງ​ເທດ, ເຄື່ອງຫອມ ແລະ ກຳຍານ, ເຫລົ້າອະງຸ່ນ, ນ້ຳມັນ​ໝາກກອກ, ແປ້ງລະອຽດ ແລະ ເຂົ້າຫວີດ, ງົວ ແລະ ແກະ, ມ້າ, ລົດມ້າ ແລະ ມະນຸດ​ທີ່​ຖືກ​ຂາຍ​ເປັນ​ຂ້າທາດ​ດ້ວຍ.

14 “ພວກເຂົາ​ຈະ​ກ່າວ​ວ່າ, ‘ຜົນ​ທີ່​ເຈົ້າ​ປາຖະໜາ​ຫາ​ກໍ​ໝົດ​ໄປ​ຈາກ​ເຈົ້າ​ແລ້ວ. ຄວາມຫລູຫລາ ແລະ ຄວາມງົດງາມ​ຂອງ​ເຈົ້າ​ທັງໝົດ​ໄດ້​ສູນຫາຍ​ໄປ, ຢ່າງ​ບໍ່​ມີ​ວັນ​ກັບຄືນ​ມາ’.

15 ບັນດາ​ພໍ່ຄ້າ​ທີ່​ຂາຍ​ສິ່ງຂອງ​ເຫລົ່ານີ້ ແລະ ໄດ້ຮັບ​ຄວາມຮັ່ງມີ​ຈາກ​ນະຄອນ​ນັ້ນ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ຄວາມທໍລະມານ​ຂອງ​ມັນ. ພວກເຂົາ​ຈະ​ຮ້ອງໄຫ້​ໄວ້ອາໄລ

16 ແລະ ຮ້ອງ​ອອກ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ເຈົ້າ​ນຸ່ງຫົ່ມ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າ​ສີມ່ວງ ແລະ ຜ້າ​ສີແດງເຂັ້ມ, ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ!

17 ພາຍ​ໃນ​ຊົ່ວໂມງ​ດຽວ​ຊັບສົມບັດ​ອັນ​ມະຫາສານ​ກໍ​ໄດ້​ຖືກ​ທຳລາຍ!’ “ນາຍ​ເຮືອ​ທຸກຄົນ, ທຸກຄົນ​ທີ່​ເດີນທາງ​ດ້ວຍ​ເຮືອ, ທະຫານເຮືອ ແລະ ຄົນ​ທັງປວງ​ທີ່​ຫາລ້ຽງຊີບ​ຈາກ​ທະເລ​ຈະ​ຢືນ​ຢູ່​ຫ່າງໆ.

18 ເມື່ອ​ພວກເຂົາ​ເຫັນ​ຄວັນ​ທີ່​ກຳລັງ​ເຜົາ​ນະຄອນ​ນັ້ນ ພວກເຂົາ​ຈະ​ຮ້ອງ​ວ່າ, ‘ເຄີຍ​ມີ​ນະຄອນ​ໃດ​ທີ່​ເໝືອນ​ນະຄອນ​ຍິ່ງໃຫຍ່​ນີ້?’

19 ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນດິນ​ໃສ່​ຫົວ​ຂອງ​ຕົນ, ຮ້ອງໄຫ້, ໂສກເສົ້າ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ບ່ອນ​ທີ່​ເຮັດ​ໃຫ້​ທຸກຄົນ​ຜູ້​ມີ​ເຮືອ​ເດີນ​ທະເລ ຮັ່ງມີ​ໂດຍ​ຄວາມຮັ່ງມີ​ຂອງ​ມັນ ພາຍ​ໃນ​ຊົ່ວໂມງ​ດຽວ​ມັນ​ກໍ​ຖືກ​ທຳລາຍ!’

20 “ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


ການພິພາກສາ​ສຸດທ້າຍ​ຂອງ​ບາບີໂລນ

21 ຫລັງຈາກ​ນັ້ນ ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ໄດ້​ຍົກ​ກ້ອນຫີນ​ຂະໜາດ​ເທົ່າ​ຫີນໂມ້​ໃຫຍ່​ຖິ້ມ​ລົງ​ໃນ​ທະເລ ແລະ ກ່າວ​ວ່າ: “ບາບີໂລນ​ນະຄອນ​ຍິ່ງໃຫຍ່​ຈະ​ຖືກ​ຖິ້ມ​ລົງ ດ້ວຍ​ຄວາມຮຸນແຮງ​ຢ່າງ​ນີ້​ແຫລະ, ຈະ​ບໍ່​ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.

22 ສຽງ​ດົນຕີ​ຈາກ​ນັກດີດພິນ ແລະ ນັກດົນຕີ, ຄົນເປົ່າຂຸ່ຍ ແລະ ຄົນເປົ່າແກ, ຈະ​ບໍ່​ໄດ້ຍິນ​ໃນ​ນະຄອນ​ນີ້​ອີກ​ຈັກເທື່ອ. ບໍ່​ມີ​ຄົນງານ​ຂອງ​ການຄ້າ​ໃດໆ ທີ່​ຈະ​ພົບ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ຫີນໂມ້ແປ້ງ ຈະ​ບໍ່​ໄດ້​ຍິນ​ໃນ​ນະຄອນ​ນີ້​ອີກ.

23 ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.

24 ໃນ​ເມືອງ​ນີ້​ພົບ​ໄດ້​ແຕ່​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ເລືອດ​ຂອງ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ເລືອດ​ຂອງ​ທຸກຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນໂລກ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan