ພຣະນິມິດ 17 - ພຣະຄຳພີລາວສະບັບສະໄໝໃໝ່ບາບີໂລນ, ຍິງໂສເພນີທີ່ນັ່ງຢູ່ເທິງສັດຮ້າຍ 1 ໜຶ່ງໃນເທວະດາເຈັດຕົນທີ່ຖືຂັນເຈັດໜ່ວຍນັ້ນມາຫາຂ້າພະເຈົ້າ ແລະ ກ່າວວ່າ, “ມາ, ເຮົາຈະສະແດງໃຫ້ທ່ານເຫັນການລົງໂທດຍິງໂສເພນີທີ່ໂຫດຮ້າຍຜູ້ນັ່ງຢູ່ເທິງແມ່ນ້ຳທັງຫລາຍນັ້ນ. 2 ບັນດາກະສັດທົ່ວໂລກໄດ້ເຮັດຜິດສິນທຳທາງເພດກັບນາງ, ແລະ ຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກກໍເມົາເຫລົ້າອະງຸ່ນແຫ່ງການຜິດສິນທຳທາງເພດຂອງນາງ”. 3 ແລ້ວເທວະດາຕົນນັ້ນໄດ້ນຳຂ້າພະເຈົ້າໄປໃນພຣະວິນຍານເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ທີ່ນັ້ນຂ້າພະເຈົ້າໄດ້ເຫັນແມ່ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມ ເຊິ່ງມີຫລາຍຊື່ທີ່ເປັນຄຳໝິ່ນປະໝາດເຕັມໄປທັງໂຕ, ມີເຈັດຫົວ ແລະ ສິບເຂົາ. 4 ແມ່ຍິງຄົນນັ້ນນຸ່ງເຄື່ອງສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍດ້ວຍຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງຖືຈອກຄຳໄວ້ໃນມືຂອງນາງ, ເຊິ່ງເຕັມໄປດ້ວຍສິ່ງທີ່ໜ້າກຽດຊັງ ແລະ ຄວາມສົກກະປົກຂອງການຫລິ້ນຊູ້ຂອງນາງ. 5 ຊື່ທີ່ຂຽນໄວ້ເທິງໜ້າຜາກຂອງນາງເປັນຄວາມເລິກລັບວ່າ: ບາບີໂລນນະຄອນຍິ່ງໃຫຍ່ ແມ່ຂອງຍິງໂສເພນີ ແລະ ສິ່ງທີ່ໜ້າກຽດຊັງທັງຫລາຍຂອງແຜ່ນດິນໂລກ. 6 ຂ້າພະເຈົ້າເຫັນແມ່ຍິງຄົນນັ້ນເມົາດ້ວຍເລືອດຂອງບັນດາຜູ້ບໍລິສຸດຂອງພຣະເຈົ້າ, ເລືອດຂອງບັນດາຜູ້ທີ່ເປັນພະຍານເພື່ອພຣະເຢຊູເຈົ້າ. ເມື່ອຂ້າພະເຈົ້າເຫັນນາງແລ້ວກໍປະຫລາດໃຈຫລາຍ. 7 ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ດ້ວຍເຫດໃດທ່ານຈຶ່ງປະຫລາດໃຈ? ເຮົາຈະອະທິບາຍຄວາມເລິກລັບຂອງແມ່ຍິງຄົນນັ້ນກັບສັດຮ້າຍທີ່ມີເຈັດຫົວ ແລະ ສິບເຂົາທີ່ນາງຂີ່ໃຫ້ທ່ານຟັງ. 8 ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ. 9 “ໃນເລື່ອງນີ້ຕ້ອງໃຊ້ຄວາມຄິດ ແລະ ປັນຍາ. ເຈັດຫົວນັ້ນແມ່ນເນີນພູເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່. 10 ທັງຍັງໝາຍເຖິງກະສັດເຈັດອົງ. ຫ້າອົງໄດ້ລ່ວງໄປແລ້ວ, ອົງໜຶ່ງເປັນຢູ່ ແລະ ອີກອົງໜຶ່ງຍັງບໍ່ມາ, ແຕ່ເມື່ອມາແລ້ວຈະຕ້ອງຢູ່ພຽງຊົ່ວຂະນະໜຶ່ງ. 11 ສັດຮ້າຍທີ່ຄັ້ງໜຶ່ງເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່ ນັ້ນຄືກະສັດອົງທີແປດ. ມັນຮ່ວມຢູ່ໃນກຸ່ມຂອງກະສັດທັງເຈັດອົງດ້ວຍ ແລະ ກຳລັງຈະໄປສູ່ຄວາມຈິບຫາຍຂອງມັນ. 12 “ສ່ວນເຂົາທັງສິບທີ່ທ່ານໄດ້ເຫັນນັ້ນຄືກະສັດສິບອົງທີ່ຍັງບໍ່ໄດ້ຮັບອານາຈັກເທື່ອ, ແຕ່ຈະໄດ້ຮັບສິດອຳນາດໃນຖານະກະສັດຮ່ວມກັບສັດຮ້າຍນັ້ນເປັນໄລຍະເວລາໜຶ່ງຊົ່ວໂມງ. 13 ພວກເຂົາມີເປົ້າໝາຍດຽວກັນ ແລະ ຈະມອບອຳນາດ ແລະ ສິດອຳນາດຂອງຕົນໃຫ້ສັດຮ້າຍນັ້ນ. 14 ພວກເຂົາຈະສູ້ຮົບກັບລູກແກະຂອງພຣະເຈົ້າ, ແຕ່ລູກແກະຂອງພຣະເຈົ້າຈະຊະນະພວກເຂົາເພາະພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະ ເປັນກະສັດເໜືອກະສັດທັງຫລາຍ ແລະ ບັນດາຄົນທີ່ຢູ່ກັບພຣະອົງເປັນຜູ້ທີ່ພຣະອົງໄດ້ເອີ້ນ, ເລືອກໄວ້ ແລະ ເປັນຜູ້ຕິດຕາມທີ່ສັດຊື່ຂອງພຣະອົງ”. 15 ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ນ້ຳທັງຫລາຍທີ່ທ່ານໄດ້ເຫັນ ບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ຄືບັນດາປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາຕ່າງໆ. 16 ສັດຮ້າຍ ແລະ ເຂົາສິບອັນທີ່ທ່ານໄດ້ເຫັນນັ້ນຈະກຽດຊັງຍິງໂສເພນີ. ພວກເຂົາຈະນຳນາງໄປສູ່ຄວາມຈິບຫາຍ ແລະ ປ່ອຍໃຫ້ນາງເປືອຍກາຍ, ພວກເຂົາຈະກິນຊີ້ນຂອງນາງ ແລະ ເຜົານາງດ້ວຍໄຟ. 17 ເພາະພຣະເຈົ້າໃສ່ສິ່ງນັ້ນເຂົ້າໄປໃນໃຈຂອງພວກເຂົາເພື່ອໃຫ້ບັນລຸຕາມຈຸດປະສົງຂອງພຣະອົງໂດຍໃຫ້ພວກເຂົາເຫັນດີມອບອຳນາດການປົກຄອງຂອງພວກເຂົາແກ່ສັດຮ້າຍນັ້ນຈົນກວ່າຈະສຳເລັດຕາມພຣະທຳຂອງພຣະເຈົ້າ. 18 ແມ່ຍິງທີ່ທ່ານໄດ້ເຫັນນັ້ນຄືນະຄອນຍິ່ງໃຫຍ່ ເຊິ່ງປົກຄອງບັນດາກະສັດຂອງໂລກ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.