ພຣະນິມິດ 16 - ພຣະຄຳພີລາວສະບັບສະໄໝໃໝ່ຂັນທັງເຈັດແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ 1 ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງດັງອອກມາຈາກວິຫານກ່າວຕໍ່ເທວະດາທັງເຈັດວ່າ, “ຈົ່ງໄປຖອກຂັນທັງເຈັດທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້ານັ້ນລົງໃສ່ແຜ່ນດິນໂລກ”. 2 ເທວະດາຕົນທຳອິດໄດ້ອອກໄປ ແລະ ຖອກຂັນຂອງຕົນລົງເທິງແຜ່ນດິນ, ແລ້ວກໍມີບາດແຜອັນໜ້າກຽດທີ່ສ້າງຄວາມເຈັບປວດກໍເກີດຂຶ້ນຕາມໂຕຂອງບັນດາຜູ້ທີ່ມີເຄື່ອງໝາຍຂອງສັດຮ້າຍ ແລະ ຂາບໄຫວ້ຮູບຈຳລອງຂອງມັນ. 3 ເທວະດາຕົນທີສອງໄດ້ເທຂັນຂອງຕົນລົງເທິງທະເລ, ແລະ ທະເລນັ້ນກໍກາຍເປັນເລືອດເໝືອນດັ່ງເລືອດຂອງຄົນຕາຍ ແລະ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນທະເລນັ້ນກໍຕາຍໝົດ. 4 ເທວະດາຕົນທີສາມໄດ້ຖອກຂັນຂອງຕົນລົງເທິງແມ່ນ້ຳ ແລະ ບໍ່ນ້ຳພຸທັງຫລາຍ, ແລ້ວນ້ຳນັ້ນກໍກາຍເປັນເລືອດ. 5 ແລ້ວຂ້າພະເຈົ້າໄດ້ຍິນເທວະດາຜູ້ຮັບຜິດຊອບນ້ຳນັ້ນກ່າວວ່າ: “ຂ້າແດ່ພຣະອົງຜູ້ບໍລິສຸດ, ພຣະອົງຜູ້ດຳລົງຢູ່ທັງໃນອະດີດ ແລະ ໃນປັດຈຸບັນ ພຣະອົງພິພາກສາລົງໂທດຢ່າງຍຸຕິທຳແລ້ວ, 6 ເນື່ອງຈາກພວກເຂົາໄດ້ເຮັດໃຫ້ຜູ້ບໍລິສຸດຂອງພຣະເຈົ້າ ແລະ ຜູ້ທຳນວາຍຂອງພຣະອົງຕ້ອງຫລັ່ງເລືອດ, ແລະ ພຣະອົງເອົາເລືອດໃຫ້ພວກເຂົາດື່ມຕາມທີ່ພວກເຂົາສົມຄວນໄດ້ຮັບ”. 7 ແລະ ຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງຕອບວ່າ: “ແມ່ນແລ້ວ, ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່ ການພິພາກສາຂອງພຣະອົງກໍເປັນຄວາມຈິງ ແລະ ຍຸຕິທຳ”. 8 ເທວະດາຕົນທີສີ່ໄດ້ຖອກຂັນຂອງຕົນລົງເທິງດວງຕາເວັນ ແລະ ດວງຕາເວັນກໍໄດ້ຮັບອະນຸຍາດໃຫ້ເຜົາໄໝ້ຄົນທັງຫລາຍດ້ວຍໄຟ. 9 ພວກເຂົາຖືກເຜົາດ້ວຍຄວາມຮ້ອນກ້າ ແລະ ພວກເຂົາກໍປ້ອຍດ່ານາມຂອງພຣະເຈົ້າຜູ້ຄວບຄຸມໄພພິບັດເຫລົ່ານີ້, ແຕ່ພວກເຂົາບໍ່ຍອມກັບໃຈ ແລະ ຖວາຍກຽດແກ່ພຣະອົງ. 10 ເທວະດາຕົນທີຫ້າໄດ້ຖອກຂັນຂອງຕົນລົງເທິງບັນລັງຂອງສັດຮ້າຍ ແລະ ອານາຈັກຂອງມັນກໍຈົມລົງສູ່ຄວາມມືດ. ຄົນທັງຫລາຍກັດລີ້ນຂອງຕົນດ້ວຍຄວາມເຈັບປວດ 11 ແລະ ປ້ອຍດ່າພຣະເຈົ້າແຫ່ງສະຫວັນເພາະຄວາມເຈັບປວດຂອງຕົນ ແລະ ບາດແຜຂອງຕົນ, ແຕ່ພວກເຂົາບໍ່ຍອມກັບໃຈຈາກສິ່ງທີ່ພວກເຂົາໄດ້ກະທຳ. 12 ເທວະດາຕົນທີຫົກໄດ້ຖອກຂັນຂອງຕົນລົງເທິງແມ່ນ້ຳເອີຟຣັດໃຫຍ່ ແລະ ນ້ຳກໍແຫ້ງເພື່ອຕຽມທາງໄວ້ສຳລັບບັນດາກະສັດຈາກທິດຕາເວັນອອກ. 13 ແລ້ວຂ້າພະເຈົ້າກໍໄດ້ເຫັນວິນຍານສົກກະປົກສາມໂຕມີຮູບຮ່າງຄ້າຍຄືກົບ, ພວກມັນອອກມາຈາກປາກຂອງພະຍານາກ, ຈາກປາກຂອງສັດຮ້າຍ ແລະ ຈາກປາກຂອງຜູ້ທຳນວາຍປອມ. 14 ພວກມັນເປັນວິນຍານຂອງມານຮ້າຍທີ່ເຮັດໝາຍສຳຄັນຕ່າງໆ, ພວກມັນອອກໄປຫາກະສັດທົ່ວໂລກເພື່ອເຕົ້າໂຮມກະສັດເຫລົ່ານັ້ນມາເຮັດການຕໍ່ສູ້ໃນວັນອັນຍິ່ງໃຫຍ່ຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່. 15 “ເບິ່ງແມ! ເຮົາຈະມາເໝືອນຂະໂມຍມາ! ຄວາມສຸກເປັນຂອງຜູ້ທີ່ຕື່ນຢູ່ ແລະ ນຸ່ງເສື້ອຜ້າຢູ່, ເພື່ອວ່າພວກເຂົາຈະໄດ້ບໍ່ຕ້ອງຍ່າງເປືອຍກາຍ ແລະ ຖືກເປີດເຜີຍດ້ວຍຄວາມອັບອາຍ”. 16 ແລ້ວພວກເຂົາໄດ້ເຕົ້າໂຮມບັນດາກະສັດມາຊຸມນຸມກັນໃນບ່ອນທີ່ພາສາເຮັບເຣີເອີ້ນວ່າອາມາເຄໂດນ. 17 ເທວະດາຕົນທີເຈັດໄດ້ຖອກຂັນຂອງຕົນລົງເທິງອາກາດ ແລະ ມີສຽງໜຶ່ງດັງມາຈາກບັນລັງໃນວິຫານວ່າ, “ສຳເລັດແລ້ວ!” 18 ຫລັງຈາກນັ້ນ ເກີດມີແສງຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ ແລະ ແຜ່ນດິນໄຫວຄັ້ງຮ້າຍແຮງ. ບໍ່ເຄີຍມີແຜ່ນດິນໄຫວຢ່າງນີ້ເລີຍ ນັບຕັ້ງແຕ່ມີມະນຸດຢູ່ເທິງແຜ່ນດິນໂລກມາ, ດັ່ງນັ້ນຈຶ່ງເປັນແຜ່ນດິນໄຫວຄັ້ງໃຫຍ່ຫລາຍ. 19 ນະຄອນຍິ່ງໃຫຍ່ນັ້ນໄດ້ແຍກອອກເປັນສາມສ່ວນ ແລະ ບັນດາເມືອງໃຫຍ່ຂອງປະເທດຕ່າງໆໄດ້ພັງທະລາຍລົງ. ພຣະເຈົ້າລະນຶກເຖິງບາບີໂລນນະຄອນຍິ່ງໃຫຍ່ ແລະ ໄດ້ໃຫ້ນະຄອນນີ້ດື່ມຈາກຈອກທີ່ເຕັມດ້ວຍເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະອົງ. 20 ເກາະທຸກແຫ່ງຫາຍໄປ ແລະ ພູທຸກໜ່ວຍກໍບໍ່ພົບ. 21 ມີໝາກເຫັບຂະໜາດໃຫຍ່ຕົກຈາກຟ້າລົງມາໃສ່ຄົນທັງປວງ ແຕ່ລະກ້ອນໜັກປະມານ 45 ກິໂລກຣາມ ແລະ ພວກເຂົາໄດ້ປ້ອຍດ່າພຣະເຈົ້າຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ ເພາະວ່າເປັນໄພພິບັດອັນຮ້າຍແຮງຫລາຍ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.