Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 15 - ພຣະຄຳພີລາວສະບັບສະໄໝໃໝ່


ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ທັງ​ເຈັດ

1 ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.

2 ແລະ ຂ້າພະເຈົ້າ​ແນມ​ເຫັນ​ສິ່ງ​ໜຶ່ງ​ຄ້າຍຄື​ກັນ​ກັບ​ທະເລ​ແກ້ວ​ປົນ​ໄຟ, ບັນດາ​ຜູ້​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ກັບ​ຮູບຈຳລອງ ແລະ ໂຕເລກ​ປະຈຳ​ຊື່​ຂອງ​ມັນ​ຢືນ​ຢູ່​ແຄມ​ທະເລ​ນັ້ນ. ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ

3 ແລະ ໄດ້​ຮ້ອງ​ບົດເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ບົດເພງ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ກິດຈະການ​ຂອງ​ພຣະອົງ​ຍິ່ງໃຫຍ່ ແລະ ອັດສະຈັນ​ຫລາຍ. ຂ້າແດ່​ກະສັດ​ແຫ່ງ​ປະຊາຊາດ​ທັງປວງ, ວິຖີທາງ​ຂອງ​ພຣະອົງ​ກໍ​ຍຸຕິທຳ ແລະ ເປັນ​ຄວາມ​ຈິງ.

4 ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.

5 ຫລັງຈາກນີ້ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ວິຫານ​ໃນ​ສະຫວັນ ນັ້ນ​ແມ່ນ​ຫໍເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ ແລະ ຫໍເຕັນ​ນັ້ນ​ກໍ​ເປີດ​ອອກ.

6 ເທວະດາ​ເຈັດ​ຕົນ​ທີ່​ຖື​ໄພພິບັດ​ທັງ​ເຈັດ​ກໍ​ອອກມາ​ຈາກ​ວິຫານ. ພວກເພິ່ນ​ນຸ່ງ​ຜ້າຝ້າຍລິນິນ​ສະອາດ, ຜ້າຝ້າຍລິນິນ​ເຫລື້ອມ ແລະ ຄາດ​ສາຍສະພາຍ​ຄຳ​ຮອບ​ໜ້າເອິກ​ຂອງ​ພວກເພິ່ນ.

7 ແລ້ວ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ເອົາ​ຂັນ​ຄຳ​ທັງ​ເຈັດ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ​ນັ້ນ​ມອບ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ.

8 ແລະ ວິຫານ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າລາສີ ແລະ ລິດອຳນາດ​ຂອງ​ພຣະເຈົ້າ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າໄປ​ໃນ​ວິຫານ​ໄດ້​ຈົນກວ່າ​ໄພພິບັດ​ທັງ​ເຈັດ​ຈາກ​ເທວະດາ​ເຈັດ​ຕົນ​ນັ້ນ​ຈະ​ສຳເລັດ​ສົມບູນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan