ພຣະນິມິດ 14 - ພຣະຄຳພີລາວສະບັບສະໄໝໃໝ່ລູກແກະຂອງພຣະເຈົ້າ ແລະ ພວກ 144,000 ຄົນ 1 ແລ້ວຂ້າພະເຈົ້າກໍໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າແມ່ນລູກແກະຂອງພຣະເຈົ້າ, ພຣະອົງຢືນຢູ່ເທິງພູເຂົາຊີໂອນກັບພວກ 144,000 ຄົນ ເຊິ່ງມີນາມຂອງພຣະອົງ ແລະ ນາມຂອງພຣະບິດາເຈົ້າຂຽນໄວ້ເທິງໜ້າຜາກຂອງພວກເຂົາ. 2 ແລະ ຂ້າພະເຈົ້າໄດ້ຍິນສຽງດັງຈາກສະຫວັນເໝືອນສຽງນ້ຳໄຫລແຮງ ແລະ ສຽງຟ້າຮ້ອງດັງກ້ອງສະໜັ່ນ. ສຽງທີ່ຂ້າພະເຈົ້າໄດ້ຍິນນັ້ນເໝືອນສຽງທີ່ບັນດານັກດີດພິນກຳລັງບັນເລງຢູ່. 3 ແລະ ພວກເຂົາໄດ້ຮ້ອງເພງບົດໃໝ່ຕໍ່ໜ້າບັນລັງ, ຕໍ່ໜ້າສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ບໍ່ມີຜູ້ໃດສາມາດຮຽນຮ້ອງເພງບົດນັ້ນໄດ້ນອກຈາກພວກ 144,000 ຄົນທີ່ໄດ້ໄຖ່ໄວ້ຈາກແຜ່ນດິນໂລກ. 4 ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ເຮັດໃຫ້ຕົນເອງເປັນມົນທິນຍ້ອນຜູ້ຍິງ ເພາະພວກເພິ່ນຮັກສາຕົນເອງໃຫ້ບໍລິສຸດຢູ່ສະເໝີ. ພວກເຂົາຕິດຕາມລູກແກະຂອງພຣະເຈົ້າໄປທຸກບ່ອນທີ່ພຣະອົງໄປ. ພວກເຂົາເປັນຜູ້ທີ່ໄດ້ໄຖ່ໄວ້ຈາກມວນມະນຸດ ແລະ ເພື່ອເປັນຜົນທຳອິດຖວາຍແກ່ພຣະເຈົ້າ ແລະ ລູກແກະຂອງພຣະເຈົ້າ. 5 ບໍ່ມີຄຳຕົວະອອກຈາກປາກຂອງພວກເຂົາ, ພວກເຂົາບໍ່ມີຕຳໜິເລີຍ. ເທວະດາທັງສາມ 6 ແລ້ວຂ້າພະເຈົ້າກໍເຫັນເທວະດາອີກຕົນໜຶ່ງກຳລັງບິນຢູ່ໃນກາງອາກາດ ແລະ ເທວະດາຕົນນັ້ນມີຂ່າວປະເສີດນິລັນດອນເພື່ອປະກາດແກ່ຜູ້ທີ່ດຳເນີນຊີວິດຢູ່ເທິງແຜ່ນດິນໂລກ, ແກ່ທຸກຊົນຊາດ, ທຸກຊົນເຜົ່າ, ທຸກພາສາ ແລະ ແກ່ທຸກໆຄົນ. 7 ເທວະດານັ້ນໄດ້ປະກາດດ້ວຍສຽງດັງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະ ຖວາຍກຽດຕິຍົດແກ່ພຣະອົງ ເພາະວ່າເວລາແຫ່ງການພິພາກສາຂອງພຣະອົງໄດ້ມາເຖິງແລ້ວ. ຈົ່ງນະມັດສະການພຣະອົງຜູ້ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸທັງຫລາຍ”. 8 ເທວະດາຕົນທີສອງໄດ້ຕິດຕາມມາ ແລະ ປະກາດວ່າ, “ຫລົ້ມຈົມແລ້ວ! ບາບີໂລນເມືອງຍິ່ງໃຫຍ່, ເຊິ່ງເຮັດໃຫ້ປະຊາຊາດທັງໝົດດື່ມເຫລົ້າອະງຸ່ນແຫ່ງການຫລິ້ນຊູ້ຂອງນາງ”. 9 ເທວະດາຕົນທີສາມໄດ້ຕິດຕາມມາ ແລະ ປະກາດດ້ວຍສຽງອັນດັງວ່າ, “ຖ້າຜູ້ໃດຂາບໄຫວ້ສັດຮ້າຍກັບຮູບຈຳລອງຂອງມັນ ແລະ ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມືຂອງຕົນ, 10 ພວກເຂົາຈະຕ້ອງດື່ມເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ, ເຊິ່ງໄດ້ຖອກລົງໃນຈອກແຫ່ງຄວາມໂກດຮ້າຍຂອງພຣະອົງ. ພວກເຂົາຈະຖືກທໍລະມານດ້ວຍໄຟກັບມາດຕໍ່ໜ້າບັນດາເທວະດາຜູ້ບໍລິສຸດ ແລະ ຕໍ່ໜ້າລູກແກະຂອງພຣະເຈົ້າ. 11 ແລະ ຄວັນແຫ່ງຄວາມທໍລະມານຂອງພວກເຂົາຈະພຸ່ງຂຶ້ນຕະຫລອດໄປເປັນນິດ. ບັນດາຄົນເຫລົ່ານັ້ນທີ່ຂາບໄຫວ້ສັດຮ້າຍກັບຮູບຈຳລອງຂອງມັນ ຫລື ຜູ້ທີ່ໄດ້ຮັບເຄື່ອງໝາຍຊື່ຂອງມັນຈະບໍ່ໄດ້ຢຸດພັກເລີຍບໍ່ວ່າກາງເວັນ ຫລື ກາງຄືນ”. 12 ໃນເລື່ອງນີ້ຄົນຂອງພຣະເຈົ້າຜູ້ຖືຮັກສາກົດບັນຍັດຂອງພຣະອົງ ແລະ ຍັງສັດຊື່ຕໍ່ພຣະເຢຊູເຈົ້າຈະຕ້ອງມີມານະອົດທົນ. 13 ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງຂຽນດັ່ງນີ້: ນັບແຕ່ນີ້ໄປຄວາມສຸກມີແກ່ບັນດາຜູ້ທີ່ຕາຍແລ້ວຄືຜູ້ທີ່ຕາຍໃນອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າກ່າວວ່າ, “ແມ່ນແລ້ວ, ພວກເຂົາຈະພັກຜ່ອນຈາກການເຮັດວຽກຂອງຕົນ ເພາະຜົນງານຂອງພວກເຂົາຈະຕິດຕາມພວກເຂົາໄປ”. ການເກັບກ່ຽວໂລກ ແລະ ການຢຽບນ້ຳໝາກອະງຸ່ນ 14 ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີເມກສີຂາວ ແລະ ມີຜູ້ໜຶ່ງ “ເໝືອນບຸດມະນຸດ” ນັ່ງຢູ່ເທິງເມກນັ້ນ ສວມມົງກຸດຄຳເທິງຫົວ ແລະ ໃນມືຂອງພຣະອົງຖືກ່ຽວດວງຄົມ. 15 ແລ້ວເທວະດາອີກຕົນໜຶ່ງກໍອອກມາຈາກວິຫານ ແລະ ຮ້ອງບອກຜູ້ນັ່ງຢູ່ເທິງເມກນັ້ນດ້ວຍສຽງອັນດັງວ່າ, “ໃຊ້ກ່ຽວຂອງພຣະອົງ ແລະ ກ່ຽວສາ, ເພາະວ່າເວລາເກັບກ່ຽວໄດ້ມາເຖິງແລ້ວ, ເພາະຜົນທີ່ຈະເກັບກ່ຽວຈາກແຜ່ນດິນໂລກກໍສຸກແລ້ວ”. 16 ດັ່ງນັ້ນ ຜູ້ທີ່ນັ່ງຢູ່ເທິງເມກຈຶ່ງແກ່ວງກ່ຽວລົງມາເທິງແຜ່ນດິນໂລກ ແລະ ແຜ່ນດິນໂລກກໍຖືກເກັບກ່ຽວ. 17 ເທວະດາອີກຕົນໜຶ່ງກໍໄດ້ອອກມາຈາກວິຫານໃນສະຫວັນ ແລະ ຖືກ່ຽວດວງຄົມເໝືອນກັນ. 18 ຍັງມີເທວະດາອີກຕົນໜຶ່ງທີ່ມີໜ້າທີ່ກຳກັບໄຟ ກໍໄດ້ອອກມາຈາກແທ່ນບູຊາ ແລະ ຮ້ອງສຽງດັງບອກເທວະດາຜູ້ຖືກ່ຽວດວງຄົມນັ້ນວ່າ, “ໃຊ້ກ່ຽວດວງຄົມຂອງທ່ານເກັບກ່ຽວພວງໝາກອະງຸ່ນທີ່ແຜ່ນດິນໂລກສາ ເພາະໝາກອະງຸ່ນກໍສຸກແລ້ວ”. 19 ເທວະດາຜູ້ຖືກ່ຽວຈຶ່ງແກ່ວງກ່ຽວໄປເທິງແຜ່ນດິນໂລກ ເກັບກ່ຽວໝາກອະງຸ່ນ ແລະ ຖິ້ມລົງໃນອ່າງຢຽບໝາກອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ. 20 ພວກເຂົາຖືກຢຽບໃນອ່າງຢຽບໝາກອະງຸ່ນຢູ່ນອກເມືອງ ເລືອດໄຫລລົ້ນອອກຈາກອ່າງຢຽບໝາກອະງຸ່ນນັ້ນສູງເຖິງລະດັບບັງຫງຽນຂອງມ້າ ແລະ ໄຫລໄປປະມານ 3,000 ກິໂລແມັດ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.