ພຣະນິມິດ 13 - ພຣະຄຳພີລາວສະບັບສະໄໝໃໝ່ສັດຮ້າຍຈາກທະເລ 1 ສ່ວນພະຍານາກຢືນຢູ່ແຄມທະເລ. ແລະ ຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕໜຶ່ງຂຶ້ນມາຈາກທະເລ. ມັນມີສິບເຂົາ ແລະ ເຈັດຫົວ, ທັງເຈັດເຂົາສວມມົງກຸດສວມ ແລະ ຢູ່ເທິງແຕ່ລະຫົວມີຊື່ທີ່ເປັນຄຳໝິ່ນປະໝາດ. 2 ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນຄ້າຍຄືກັບເສືອດາວ, ແຕ່ມີຕີນເໝືອນຕີນໝີ ແລະ ມີປາກເໝືອນປາກສິງ. ພະຍານາກໄດ້ໃຫ້ອຳນາດ ແລະ ບັນລັງກັບສິດອຳນາດອັນຍິ່ງໃຫຍ່ຂອງມັນແກ່ສັດຮ້າຍນັ້ນ. 3 ຫົວໜຶ່ງໃນບັນດາຫົວຂອງສັດຮ້າຍນັ້ນເບິ່ງຄືວ່າມີບາດແຜທີ່ເຮັດໃຫ້ເຖິງຕາຍ, ແຕ່ບາດແຜທີ່ເຮັດໃຫ້ເຖິງຕາຍນັ້ນຫາຍດີແລ້ວ. ຄົນທັງໂລກກໍເຕັມໄປດ້ວຍຄວາມອັດສະຈັນໃຈ ແລະ ໄດ້ຕິດຕາມມານຮ້າຍນັ້ນ. 4 ປະຊາຊົນໄດ້ຂາບໄຫວ້ພະຍານາກເພາະມັນໃຫ້ສິດອຳນາດແກ່ສັດຮ້າຍນັ້ນ ແລະ ພວກເຂົາໄດ້ຂາບໄຫວ້ສັດຮ້າຍເໝືອນກັນ ແລະ ພວກເຂົາຖາມກັນວ່າ, “ຜູ້ໃດຈະເປັນເໝືອນສັດຮ້າຍນີ້? ຜູ້ໃດສາມາດສູ້ຮົບກັບມັນໄດ້?” 5 ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ມີປາກເພື່ອເວົ້າຄຳເວົ້າທີ່ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອໃຊ້ສິດອຳນາດຂອງມັນເປັນເວລາສີ່ສິບສອງເດືອນ. 6 ມັນອ້າປາກກ່າວໝິ່ນປະໝາດພຣະເຈົ້າ ແລະ ກ່າວຮ້າຍຕໍ່ນາມຂອງພຣະອົງ, ຕໍ່ທີ່ສະຖິດຂອງພຣະອົງ ແລະ ຕໍ່ບັນດາຜູ້ທີ່ຢູ່ໃນສະຫວັນ. 7 ມັນໄດ້ຮັບອຳນາດທີ່ຈະສູ້ຮົບກັບບັນດາຜູ້ບໍລິສຸດຂອງພຣະເຈົ້າ ແລະ ຊະນະພວກເຂົາ. ມັນໄດ້ຮັບສິດອຳນາດເໜືອທຸກຊົນເຜົ່າ, ທຸກຄົນ, ທຸກພາສາ ແລະ ທຸກຊົນຊາດ. 8 ບັນດາຄົນທີ່ຢູ່ໃນແຜ່ນດິນໂລກຈະຂາບໄຫວ້ສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າ, ລູກແກະຂອງພຣະເຈົ້າຜູ້ຖືກຂ້າຕາຍຕັ້ງແຕ່ການສ້າງໂລກ. 9 “ຜູ້ໃດກໍຕາມມີຫູ ກໍຈົ່ງຟັງສາ. 10 “ຖ້າຜູ້ໃດຖືກກຳນົດໃຫ້ເປັນຊະເລີຍ, ພວກເຂົາກໍຈະຕ້ອງໄປເປັນຊະເລີຍ. ຖ້າຜູ້ໃດຖືກກຳນົດໃຫ້ຖືກຂ້າດ້ວຍດາບ ພວກເຂົາກໍຈະຕ້ອງຖືກຂ້າດ້ວຍດາບ”. ໃນເລື່ອງນີ້ບັນດາຄົນຂອງພຣະເຈົ້າຈະຕ້ອງມີຄວາມອົດທົນ ແລະ ຄວາມສັດຊື່. ສັດຮ້າຍຈາກແຜ່ນດິນໂລກ 11 ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕທີສອງຂຶ້ນມາຈາກແຜ່ນດິນໂລກ. ມັນມີສອງເຂົາເໝືອນເຂົາແກະນ້ອຍ, ແຕ່ມັນເວົ້າເໝືອນກັບພະຍານາກ. 12 ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍແຕ່ຫາຍດີແລ້ວ. 13 ແລະ ມັນສະແດງໝາຍສຳຄັນທີ່ຍິ່ງໃຫຍ່, ແມ່ນແຕ່ເຮັດໃຫ້ໄຟຕົກຈາກສະຫວັນລົງມາສູ່ໂລກຕໍ່ໜ້າຕໍ່ຕາມະນຸດ. 14 ເພາະໝາຍສຳຄັນເຫລົ່ານີ້ມັນຈຶ່ງໄດ້ຮັບອຳນາດໃຫ້ກະທຳການແທນສັດຮ້າຍໂຕທຳອິດ, ມັນຫລອກລວງຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກ. ມັນສັ່ງໃຫ້ພວກເຂົາສ້າງຮູບຈຳລອງຂຶ້ນເພື່ອເປັນກຽດແກ່ສັດຮ້າຍທີ່ຖືກບາດເຈັບດ້ວຍດາບແຕ່ຍັງບໍ່ຕາຍນັ້ນ. 15 ສັດຮ້າຍໂຕທີສອງໄດ້ຮັບອຳນາດທີ່ຈະໃຫ້ລົມຫາຍໃຈແກ່ຮູບຈໍາລອງຂອງສັດຮ້າຍໂຕທຳອິດ, ເພື່ອວ່າຮູບຈຳລອງນັ້ນຈະສາມາດເວົ້າໄດ້ ແລະ ເຮັດໃຫ້ທຸກຄົນທີ່ບໍ່ຍອມຂາບໄຫວ້ຮູບຈຳລອງຖືກຂ້າຕາຍ. 16 ມັນຍັງບັງຄັບທຸກຄົນທັງຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫລື ທີ່ໜ້າຜາກຂອງພວກເຂົາ, 17 ເພື່ອບໍ່ໃຫ້ຜູ້ໃດເຮັດການຊື້ ຫລື ຂາຍໄດ້ ເວັ້ນໄວ້ແຕ່ພວກເຂົາຈະມີເຄື່ອງໝາຍ, ເຊິ່ງເປັນຊື່ຂອງສັດຮ້າຍ ຫລື ໂຕເລກປະຈຳຊື່ຂອງສັດຮ້າຍນັ້ນ. 18 ໃນເລື່ອງນີ້ຕ້ອງໃຊ້ສະຕິປັນຍາ. ຜູ້ໃດມີຄວາມເຂົ້າໃຈກໍໃຫ້ຄິດໄລ່ໂຕເລກຂອງສັດຮ້າຍນັ້ນ ເພາະໂຕເລກນັ້ນແທນຊື່ບຸກຄົນໜຶ່ງ. ໂຕເລກນັ້ນແມ່ນ 666. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.