ພຣະນິມິດ 12 - ພຣະຄຳພີລາວສະບັບສະໄໝໃໝ່ແມ່ຍິງ ແລະ ພະຍານາກ 1 ມີໝາຍສຳຄັນອັນຍິ່ງໃຫຍ່ປາກົດຂຶ້ນໃນສະຫວັນຄື: ຍິງຄົນໜຶ່ງມີດວງອາທິດປົກຄຸມໂຕເໝືອນນຸ່ງເສື້ອຜ້າ, ມີດວງຈັນຢູ່ໃຕ້ຕີນ ແລະ ມີດາວສິບສອງດວງເປັນມົງກຸດສວມຢູ່ເທິງຫົວຂອງນາງ. 2 ຍິງນັ້ນຖືພາ ແລະ ຮ້ອງດ້ວຍຄວາມເຈັບປວດເພາະນາງໃກ້ຈະເກີດລູກແລ້ວ. 3 ຫລັງຈາກນັ້ນ ກໍມີໝາຍສຳຄັນອີກຢ່າງໜຶ່ງໄດ້ປາກົດຂຶ້ນໃນສະຫວັນຄື: ພະຍານາກໃຫຍ່ສີແດງໂຕໜຶ່ງມີເຈັດຫົວ ແລະ ສິບເຂົາ, ທັງເຈັດຫົວສວມມົງກຸດ 4 ຫາງຂອງພະຍານາກນັ້ນໄດ້ກວາດໜຶ່ງສ່ວນສາມຂອງດວງດາວໃນທ້ອງຟ້າ ແລະ ແກວ່ງດວງດາວນັ້ນລົງໃສ່ແຜ່ນດິນໂລກ. ພະຍານາກນັ້ນຢືນຢູ່ຕໍ່ໜ້າແມ່ຍິງຜູ້ທີ່ກຳລັງຈະເກີດລູກ, ເພື່ອວ່າມັນຈະໄດ້ກິນເດັກນ້ອຍດ້ວຍຄວາມຫິວໂຫຍໃນທັນທີທີ່ເດັກນັ້ນເກີດມາ. 5 ນາງໄດ້ເກີດລູກຊາຍຜູ້ໜຶ່ງ, ເປັນເດັກນ້ອຍຜູ້ຊາຍ, ຜູ້ທີ່ “ຈະປົກຄອງປະຊາຊາດທັງປວງດ້ວຍຄາທາເຫລັກ”. ແລະ ລູກຂອງນາງໄດ້ຖືກດຶງຂຶ້ນໄປຫາພຣະເຈົ້າ ແລະ ໄປທີ່ບັນລັງຂອງພຣະອົງ. 6 ຍິງນັ້ນໄດ້ໜີເຂົ້າໄປຍັງຖິ່ນແຫ້ງແລ້ງກັນດານໄປສູ່ບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບນາງ, ຢູ່ທີ່ນັ້ນນາງຈະໄດ້ຮັບການລ້ຽງດູເປັນເວລາໜຶ່ງພັນສອງຮ້ອຍຫົກສິບວັນ. 7 ຫລັງຈາກນັ້ນ ກໍໄດ້ເກີດສົງຄາມຂຶ້ນໃນສະຫວັນ. ມີຄາເອນ ແລະ ບັນດາເທວະດາຂອງເພິ່ນກໍພາກັນຕໍ່ສູ້ກັບພະຍານາກ, ສ່ວນພະຍານາກ ແລະ ບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ. 8 ແຕ່ພະຍານາກບໍ່ເຂັ້ມແຂງພໍ ແລະ ພວກມັນໄດ້ສູນເສຍບ່ອນຢູ່ຂອງພວກມັນໃນສະຫວັນ. 9 ພະຍານາກໃຫຍ່ທີ່ຖືກໂຍນລົງມານັ້ນແມ່ນງູດຶກດຳບັນທີ່ເອີ້ນວ່າມານຮ້າຍ ຫລື ມານຊາຕານ, ຜູ້ທີ່ນຳພາຄົນທັງໂລກໃຫ້ຫລົງຜິດ. ມັນຖືກໂຍນລົງມາເທິງໂລກພ້ອມກັບບັນດາເທວະດາຂອງມັນ. 10 ແລ້ວຂ້າພະເຈົ້າໄດ້ຍິນສຽງດັງໃນສະຫວັນກ່າວວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກຂອງພຣະເຈົ້າຂອງພວກເຮົາ, ແລະ ສິດອຳນາດແຫ່ງພຣະຄຣິດເຈົ້າຂອງພຣະອົງມາເຖິງແລ້ວ. ເພາະຜູ້ທີ່ກ່າວໂທດບັນດາພີ່ນ້ອງຂອງພວກເຮົາ, ຜູ້ທີ່ກ່າວໂທດພວກເຂົາຕໍ່ໜ້າພຣະເຈົ້າຂອງພວກເຮົາທັງກາງເວັນ ແລະ ກາງຄືນ. ໄດ້ຖືກໂຍນລົງໄປແລ້ວ. 11 ພວກເຂົາໄດ້ຊະນະພະຍານາກ ໂດຍໂລຫິດຂອງລູກແກະຂອງພຣະເຈົ້າ ແລະ ໂດຍຄຳພະຍານຂອງພວກເຂົາເອງ, ພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງຫລາຍ ແມ່ນແຕ່ຄວາມຕາຍພວກເຂົາກໍບໍ່ຢ້ານ. 12 ເຫດສະນັ້ນ ຈົ່ງຊື່ນຊົມຍິນດີ, ຟ້າສະຫວັນ ແລະ ບັນດາຜູ້ອາໄສໃນຟ້າສະຫວັນເອີຍ! ແຕ່ວິບັດແກ່ແຜ່ນດິນໂລກ ແລະ ທະເລ, ເພາະວ່າມານຮ້າຍໄດ້ລົງໄປຫາພວກເຈົ້າແລ້ວ! ມັນເຕັມດ້ວຍຄວາມຄຽດແຄ້ນ, ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ”. 13 ເມື່ອພະຍານາກເຫັນວ່າຕົນໄດ້ຖືກໂຍນລົງເທິງແຜ່ນດິນໂລກແລ້ວ, ມັນກໍໄລ່ຕາມຫາແມ່ຍິງຜູ້ທີ່ໄດ້ເກີດລູກເປັນເດັກນ້ອຍຜູ້ຊາຍນັ້ນ. 14 ຍິງນັ້ນໄດ້ຮັບປີກນົກອິນຊີໃຫຍ່ສອງປີກເພື່ອຈະໄດ້ບິນໄປຍັງບ່ອນທີ່ໄດ້ຈັດຕຽມໄວ້ໃຫ້ນາງໃນຖິ່ນແຫ້ງແລ້ງກັນດານ, ຢູ່ທີ່ນັ້ນນາງຈະໄດ້ຮັບການປົກປ້ອງລ້ຽງດູໃຫ້ພົ້ນຈາກການໂຈມຕີຂອງພະຍານາກຕະຫລອດໜຶ່ງວາລະ, ສອງວາລະ ແລະ ເຄິ່ງວາລະ. 15 ແລ້ວພະຍານາກນັ້ນກໍໄດ້ພົ່ນນ້ຳອອກຈາກປາກຂອງມັນເໝືອນແມ່ນ້ຳເພື່ອຊັດນາງໃຫ້ລອຍໄປຕາມກະແສນ້ຳ. 16 ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ໂດຍອ້າປາກອອກ ແລະ ກືນເອົາແມ່ນ້ຳທີ່ພະຍານາກພົ່ນອອກຈາກປາກຂອງມັນນັ້ນ. 17 ແລ້ວພະຍານາກກໍຄຽດແຄ້ນຍິງນັ້ນ ແລະ ໄປເຮັດສົງຄາມກັບລູກຫລານຂອງນາງທີ່ເຫລືອຄື ຄົນເຫລົ່ານັ້ນທີ່ຖືຮັກສາກົດບັນຍັດຂອງພຣະເຈົ້າ ແລະ ຢຶດຖືຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.