ພຣະນິມິດ 11 - ພຣະຄຳພີລາວສະບັບສະໄໝໃໝ່ພະຍານທັງສອງ 1 ຂ້າພະເຈົ້າໄດ້ຮັບໄມ້ອໍ້ອັນໜຶ່ງເໝືອນກັບໄມ້ວັດແທກ ແລະ ໄດ້ຮັບຄຳສັ່ງວ່າ, “ຈົ່ງໄປ ແລະ ວັດແທກວິຫານຂອງພຣະເຈົ້າ, ແທ່ນບູຊາ ແລະ ນັບຈຳນວນຜູ້ທີ່ນະມັດສະການຢູ່ທີ່ນັ້ນ. 2 ແຕ່ຍົກເວັ້ນເດີ່ນຊັ້ນນອກ, ເນື່ອງຈາກທີ່ນັ້ນໄດ້ຍົກໃຫ້ຄົນຕ່າງຊາດແລ້ວ. ພວກເຂົາຈະຢຽບຢ່ຳນະຄອນສັກສິດເປັນເວລາສີ່ສິບສອງເດືອນ. 3 ເຮົາຈະມອບລິດອຳນາດໃຫ້ແກ່ພະຍານທັງສອງຂອງເຮົາ ແລະ ພວກເຂົາຈະນຸ່ງຫົ່ມຜ້າກະສອບເຂົ້າ ແລະ ຈະທຳນວາຍເປັນເວລາໜຶ່ງພັນສອງຮ້ອຍຫົກສິບວັນ” 4 ພະຍານທັງສອງຄື “ຕົ້ນໝາກກອກສອງຕົ້ນ ແລະ ຫລັກຕະກຽງຄຳສອງອັນທີ່ຕັ້ງຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າຂອງໂລກ”. 5 ຖ້າຜູ້ໃດພະຍາຍາມທີ່ຈະທຳລາຍພະຍານທັງສອງ, ໄຟຈະອອກມາຈາກປາກຂອງພວກເພິ່ນ ແລະ ເຜົາຜານບັນດາສັດຕູຂອງພວກເພິ່ນ. ຜູ້ໃດຢາກທຳລາຍພວກເພິ່ນຜູ້ນັ້ນຈະຕ້ອງຕາຍຢ່າງນີ້ແຫລະ. 6 ພວກເພິ່ນມີອຳນາດທີ່ຈະອັດທ້ອງຟ້າເພື່ອບໍ່ໃຫ້ຝົນຕົກຂະນະທີ່ພວກເພິ່ນກຳລັງທຳນວາຍຢູ່ນັ້ນ, ແລະ ພວກເພິ່ນມີອຳນາດເຮັດໃຫ້ນ້ຳກາຍເປັນເລືອດ ແລະ ເພື່ອຟາດແຜ່ນດິນໂລກດ້ວຍໄພພິບັດທຸກຊະນິດໄດ້ເລື້ອຍຕາມທີ່ພວກເພິ່ນຕ້ອງການ. 7 ແລະ ເມື່ອທັງສອງໄດ້ເປັນພະຍານສຳເລັດແລ້ວ, ສັດຮ້າຍຈາກເຫວເລິກຈະຂຶ້ນມາທຳຮ້າຍພວກເພິ່ນ, ຈະເອົາຊະນະພວກເພິ່ນ ແລະ ຂ້າພວກເພິ່ນ. 8 ຊາກສົບຂອງພະຍານທັງສອງຈະຖືກຖິ້ມຢູ່ເທິງຖະໜົນແຫ່ງນະຄອນໃຫຍ່ ເຊິ່ງຖືກປຽບທຽບວ່າເປັນໂຊໂດມ ແລະ ເອຢິບ. ບ່ອນທີ່ອົງພຣະຜູ້ເປັນເຈົ້າຂອງພວກເພິ່ນໄດ້ຖືກຄຶງເທິງໄມ້ກາງແຂນ. 9 ຕະຫລອດສາມວັນເຄິ່ງນັ້ນຄົນຈຳນວນໜຶ່ງຈາກທຸກກຸ່ມຄົນ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກປະເທດຈະມາຈ້ອງເບິ່ງສົບຂອງພວກເພິ່ນ ແລະ ບໍ່ຍອມໃຫ້ຝັງສົບ. 10 ຜູ້ອາໄສຢູ່ໃນແຜ່ນດິນໂລກຈະເບິ່ງສົບຂອງພວກເພິ່ນດ້ວຍຄວາມດີໃຈ ແລະ ຈະສະເຫລີມສະຫລອງໂດຍໃຫ້ຂອງຂວັນແກ່ກັນ, ເພາະຜູ້ທຳນວາຍທັງສອງນີ້ໄດ້ທໍລະມານບັນດາຜູ້ທີ່ອາໄສຢູ່ໃນໂລກ. 11 ແຕ່ຫລັງຈາກສາມວັນເຄິ່ງແລ້ວລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າກໍໄດ້ເຂົ້າໃນສົບນັ້ນ, ພວກເພິ່ນທັງສອງຈຶ່ງລຸກຢືນຂຶ້ນ, ຄົນທີ່ພົບເຫັນກໍຢ້ານກົວຫລາຍ. 12 ແລ້ວພວກເພິ່ນກໍໄດ້ຍິນສຽງດັງຈາກສະຫວັນກ່າວກັບພວກເພິ່ນວ່າ, “ຈົ່ງຂຶ້ນມາທີ່ນີ້”. ແລ້ວພະຍານທັງສອງນັ້ນກໍຂຶ້ນໄປໃນເມກສູ່ສະຫວັນ ຂະນະທີ່ສັດຕູທັງຫລາຍຂອງພວກເພິ່ນເບິ່ງຢູ່. 13 ໃນຊົ່ວໂມງນັ້ນເອງກໍເກີດແຜ່ນດິນໄຫວຢ່າງຮ້າຍແຮງ ແລະ ໜຶ່ງສ່ວນສິບຂອງເມືອງນັ້ນໄດ້ຖະຫລົ່ມລົງ. ມີຄົນຕາຍເຈັດພັນຄົນໃນແຜ່ນດິນໄຫວຄັ້ງນີ້, ສ່ວນຜູ້ທີ່ລອດຊີວິດກໍຕົກໃຈຢ້ານ ແລະ ຖວາຍກຽດຕິຍົດແກ່ພຣະເຈົ້າແຫ່ງຟ້າສະຫວັນ. 14 ວິບັດທີສອງໄດ້ຜ່ານພົ້ນໄປ, ວິບັດທີສາມຈະມາເຖິງໃນໄວໆນີ້. ແກທີເຈັດ 15 ເທວະດາຕົນທີເຈັດເປົ່າແກຂອງຕົນ ແລະ ມີສຽງດັງຫລາຍສຽງໃນສະຫວັນ ເຊິ່ງກ່າວວ່າ: “ອານາຈັກຂອງໂລກນີ້ໄດ້ກາຍເປັນ ອານາຈັກຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ເປັນຂອງພຣະຄຣິດເຈົ້າຂອງພຣະອົງແລ້ວ ແລະ ພຣະອົງຈະປົກຄອງຕະຫລອດໄປເປັນນິດ”. 16 ແລ້ວຜູ້ອາວຸໂສທັງຊາວສີ່ທ່ານທີ່ນັ່ງເທິງບັນດາບັນລັງຂອງຕົນຕໍ່ໜ້າພຣະເຈົ້າ ກໍໝອບໜ້າລົງນະມັດສະການພຣະເຈົ້າ, 17 ໂດຍກ່າວວ່າ: “ພວກຂ້ານ້ອຍທັງຫລາຍຂອບພຣະຄຸນພຣະອົງ, ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່, ຜູ້ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ດຳລົງຢູ່ໃນອະດີດ, ເພາະພຣະອົງໄດ້ສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະ ໄດ້ເລີ່ມປົກຄອງແລ້ວ. 18 ບັນດາປະຊາຊາດກໍໂກດຮ້າຍ, ແຕ່ຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ. ເວລານັ້ນໄດ້ມາເຖິງແລ້ວສຳລັບພິພາກສາຄົນທີ່ໄດ້ຕາຍແລ້ວ, ແລະ ເພື່ອມອບບຳເໜັດແກ່ບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ບັນດາຄົນຂອງພຣະອົງຜູ້ທີ່ຢຳເກງນາມຂອງພຣະອົງ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນເວລາສຳລັບການທຳລາຍບັນດາຜູ້ທີ່ທຳລາຍໂລກ”. 19 ແລ້ວວິຫານຂອງພຣະເຈົ້າໃນສະຫວັນກໍເປີດອອກ ແລະ ຂ້າພະເຈົ້າໄດ້ເຫັນຫີບພັນທະສັນຍາພາຍໃນວິຫານຂອງພຣະອົງ. ແລະ ທີ່ນັ້ນເກີດຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸໝາກເຫັບຕົກຢ່າງຮ້າຍແຮງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.