ພຣະນິມິດ 10 - ພຣະຄຳພີລາວສະບັບສະໄໝໃໝ່ເທວະດາ ແລະ ໜັງສືມ້ວນນ້ອຍ 1 ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີອຳນາດອີກຕົນໜຶ່ງລົງມາຈາກສະຫວັນ. ມີເມກປົກຄຸມເພິ່ນໄວ້ ພ້ອມກັບມີຮຸ້ງກິນນ້ຳຢູ່ເໜືອຫົວຂອງເພິ່ນ, ໃບໜ້າຂອງເພິ່ນເໝືອນດັ່ງຕາເວັນ ແລະ ຂາຂອງເພິ່ນເໝືອນດັ່ງເສົາໄຟທີ່ລຸກໄໝ້. 2 ເພິ່ນຖືໜັງສືມ້ວນນ້ອຍ ເຊິ່ງເປີດໄວ້ຢູ່ໃນມືຂອງເພິ່ນ. ເພິ່ນໄດ້ວາງຕີນຂວາຂອງເພິ່ນຢູ່ເທິງທະເລ ແລະ ຕີນຊ້າຍຂອງເພິ່ນຢູ່ເທິງແຜ່ນດິນ, 3 ເພິ່ນຮ້ອງສຽງດັງເໝືອນດັ່ງສຽງຮ້ອງຂອງສິງ. ເມື່ອເພິ່ນຮ້ອງຂຶ້ນ, ສຽງຟ້າຮ້ອງທັງເຈັດກໍກ່າວຂຶ້ນ, 4 ເມື່ອສຽງຟ້າຮ້ອງທັງເຈັດກ່າວຂຶ້ນ, ຂ້າພະເຈົ້າກໍກຳລັງຈະລົງມືຂຽນ, ແຕ່ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງປິດບັງສິ່ງທີ່ຟ້າຮ້ອງທັງເຈັດໄດ້ກ່າວໄວ້ ແລະ ຢ່າຂຽນລົງໄປ”. 5 ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລ ແລະ ເທິງແຜ່ນດິນນັ້ນກໍຍົກມືຂວາຂອງເພິ່ນຂຶ້ນສະຫວັນ. 6 ແລະ ເພິ່ນໄດ້ສາບານໂດຍອ້າງພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ, ຜູ້ສ້າງຟ້າສະຫວັນ ແລະ ສັບພະທຸກສິ່ງທີ່ຢູ່ໃນນັ້ນ, ຜູ້ສ້າງໂລກ ແລະ ສັບພະທຸກສິ່ງທີ່ຢູ່ໃນໂລກ, ທະເລ ແລະ ສັບພະທຸກສິ່ງທີ່ຢູ່ໃນທະເລ ແລະ ກ່າວວ່າ, “ຈະບໍ່ມີການຊັກຊ້າອີກຕໍ່ໄປແລ້ວ! 7 ແຕ່ໃນວັນທີ່ເທວະດາຕົນທີເຈັດຈະເປົ່າແກນັ້ນ ແຜນການອັນເລິກລັບຂອງພຣະເຈົ້າກໍຈະສຳເລັດຕາມທີ່ພຣະອົງໄດ້ປະກາດໄວ້ແກ່ພວກຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ”. 8 ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນນັ້ນກໍກ່າວກັບຂ້າພະເຈົ້າອີກວ່າ: “ຈົ່ງໄປຮັບເອົາໜັງສືມ້ວນທີ່ພືອອກຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລ ແລະ ເທິງແຜ່ນດິນນັ້ນ”. 9 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ໄປ ແລະ ຂໍໜັງສືມ້ວນນ້ອຍຈາກເທວະດານັ້ນ. ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງຮັບເອົາໜັງສືມ້ວນນ້ອຍ ແລະ ກິນໜັງສືມ້ວນນ້ອຍນີ້. ໜັງສືມ້ວນນ້ອຍນີ້ຈະເຮັດໃຫ້ທ້ອງຂອງເຈົ້າຂົມ, ‘ແຕ່ເມື່ອຢູ່ໃນປາກຂອງເຈົ້າຈະຫວານເໝືອນດັ່ງນ້ຳເຜິ້ງ’”. 10 ຂ້າພະເຈົ້າຈັບເອົາໜັງສືມ້ວນນ້ອຍຈາກມືຂອງເທວະດາ ແລະ ໄດ້ກິນໜັງສືມ້ວນນ້ອຍນັ້ນ. ເມື່ອຢູ່ໃນປາກຂອງຂ້າພະເຈົ້າກໍມີລົດຫວານເໝືອນດັ່ງນ້ຳເຜິ້ງ, ແຕ່ເມື່ອຂ້າພະເຈົ້າກິນລົງໄປທ້ອງແລ້ວກໍກາຍເປັນລົດຂົມ. 11 ແລ້ວມີຜູ້ບອກຂ້າພະເຈົ້າວ່າ, “ເຈົ້າຕ້ອງທຳນວາຍອີກກ່ຽວກັບຄົນທັງຫລາຍ, ປະຊາຊາດທັງຫລາຍ, ພາສາທັງຫລາຍ ແລະ ບັນດາກະສັດທັງຫລາຍ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.