Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 1 - ພຣະຄຳພີລາວສະບັບສະໄໝໃໝ່


ບົດບັນຍາຍ

1 ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,

2 ໂຢຮັນ​ໄດ້​ເປັນ​ພະຍານ​ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ນັ້ນ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູຄຣິດເຈົ້າ.

3 ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ຄຳທັກທາຍ ແລະ ບົດເພງ​ສັນເສີນ

4 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,

5 ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,

6 ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.

7 “ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.

8 ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ນິມິດ​ຂອງ​ໂຢຮັນ​ກ່ຽວກັບ​ພຣະຄຣິດເຈົ້າ

9 ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.

10 ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,

11 ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.

12 ຂ້າພະເຈົ້າ​ຫັນ​ໄປ​ເບິ່ງ​ສຽງ​ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ. ແລະ ເມື່ອ​ຂ້າພະເຈົ້າ​ຫັນ​ໄປ​ຂ້າພະເຈົ້າ​ໄດ້​ເຫັນ​ຫລັກຕະກຽງ​ຄຳ​ເຈັດ​ອັນ,

13 ແລະ ໃນ​ທ່າມກາງ​ຫລັກຕະກຽງ​ເຫລົ່ານັ້ນ​ມີ​ຜູ້​ໜຶ່ງ “ເໝືອນດັ່ງ​ບຸດມະນຸດ”, ນຸ່ງ​ເສື້ອຄຸມ​ຍາວ​ຈົນ​ເຖິງ​ຕີນ ແລະ ມີ​ສາຍສະພາຍ​ຄຳ​ພາດ​ອ້ອມ​ເອິກ​ຂອງ​ພຣະອົງ.

14 ຜົມ​ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ຂາວ​ເໝືອນດັ່ງ​ຂົນແກະ, ຂາວ​ເໝືອນດັ່ງ​ຫິມະ, ຕາ​ຂອງ​ພຣະອົງ​ເໝືອນດັ່ງ​ໄຟ​ທີ່​ກຳລັງ​ລຸກໄໝ້.

15 ຕີນ​ຂອງ​ພຣະອົງ​ເໝືອນດັ່ງ​ທອງສຳລິດ​ທີ່​ເຮືອງແສງ​ຢູ່​ໃນ​ເຕົາຫລອມ ແລະ ສຽງ​ຂອງ​ພຣະອົງ​ເໝືອນດັ່ງ​ສຽງ​ນ້ຳ​ທີ່​ໄຫລແຮງ.

16 ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.

17 ເມື່ອ​ຂ້າພະເຈົ້າ​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມລົງ​ທີ່​ຕີນ​ຂອງ​ພຣະອົງ​ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ. ຫລັງຈາກ​ນັ້ນ ພຣະອົງ​ວາງ​ມື​ຂວາ​ຂອງ​ພຣະອົງ​ເທິງ​ຂ້າພະເຈົ້າ ແລະ ກ່າວ​ວ່າ: “ຢ່າ​ຢ້ານ​ເລີຍ. ເຮົາ​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ.

18 ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.

19 “ເຫດສະນັ້ນ, ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ຂະນະ​ນີ້ ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍໜ້າ.

20 ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan