Biblia Todo Logo
Bìoball air-loidhne

- Sanasan -

ຟີເລໂມນ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ, ເຖິງ ຟີເລໂມນ​ເພື່ອນ​ທີ່ຮັກ ແລະ ຜູ້ຮ່ວມງານ​ຂອງ​ພວກເຮົາ

2 ເຖິງ​ອັບເຟຍ​ນ້ອງສາວ​ຂອງ​ພວກເຮົາ ແລະ ເຖິງ​ອາຂີໂປ​ຜູ້​ເປັນ​ເພື່ອນທະຫານ​ຂອງ​ພວກເຮົາ ແລະ ເຖິງ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ:

3 ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ຈົ່ງ​ມີ​ແກ່​ພວກເຈົ້າ.


ໂມທະນາ​ຂອບພະຄຸນ ແລະ ຄຳອະທິຖານ

4 ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພະຄຸນ​ພຣະເຈົ້າ​ຢູ່​ສະເໝີ,

5 ເພາະ​ເຮົາ​ໄດ້​ຍິນ​ກ່ຽວກັບ​ຄວາມຮັກ​ຂອງ​ເຈົ້າ​ທີ່​ເຈົ້າ​ມີ​ຕໍ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຄວາມເຊື່ອ​ຂອງ​ເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.

6 ເຮົາ​ອະທິຖານ​ຂໍ​ໃຫ້​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ຮ່ວມ​ກັນ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ເຖິງ​ສິ່ງ​ດີ​ທຸກຢ່າງ​ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ.

7 ນ້ອງຊາຍ​ເອີຍ, ຄວາມຮັກ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ ແລະ ມີ​ກຳລັງໃຈ​ຫລາຍ ເພາະວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຊື່ນໃຈ.


ໂປໂລ​ຂໍຮ້ອງ​ເລື່ອງ​ໂອເນຊີໂມ

8 ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ໃນ​ພຣະຄຣິດເຈົ້າ​ເຮົາ​ອາດ​ຈະ​ກ້າ​ສັ່ງ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ສົມຄວນ​ເຮັດ,

9 ແຕ່​ຂໍຮ້ອງ​ເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມຮັກ ເຮົາ​ໂປໂລ​ຜູ້​ເຖົ້າແກ່ ແລະ ບັດນີ້​ຍັງ​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າເຢຊູ​ດ້ວຍ.

10 ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.

11 ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ, ແຕ່​ດຽວນີ້​ລາວ​ເປັນ​ປະໂຫຍດ​ທັງ​ແກ່​ເຈົ້າ ແລະ ແກ່​ເຮົາ​ເໝືອນ​ກັນ.

12 ບັດນີ້ ເຮົາ​ໄດ້​ສົ່ງ​ລາວ​ຜູ້​ເປັນ​ໝາກ​ຫົວໃຈ​ຂອງ​ເຮົາ​ກັບ​ຄືນ​ມາ​ຫາ​ເຈົ້າ.

13 ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ລາວ​ຈະ​ສາມາດ​ຊ່ວຍເຫລືອ​ເຮົາ​ແທນ​ເຈົ້າ​ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ.

14 ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງໃດ​ກ່ອນ​ໄດ້​ຮັບ​ຄວາມເຫັນ​ຈາກ​ເຈົ້າ, ເພື່ອ​ວ່າ​ຄວາມດີ​ໃດໆ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ເບິ່ງ​ຄື​ວ່າ​ຖືກ​ບັງຄັບ ແຕ່​ຈະ​ເປັນ​ຄວາມສະໝັກໃຈ.

15 ບາງທີ​ເຫດຜົນ​ທີ່​ລາວ​ໄດ້​ຈາກ​ເຈົ້າ​ໄປ​ຊົ່ວໄລຍະໜຶ່ງ ກໍ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ລາວ​ກັບ​ຄືນ​ມາ​ຢ່າງ​ຖາວອນ

16 ບໍ່​ແມ່ນ​ໃນ​ຖານະ​ຂ້າທາດ​ອີກ​ຕໍ່ໄປ, ແຕ່​ດີ​ກວ່າ​ຂ້າທາດ​ອີກ ເປັນ​ເໝືອນ​ນ້ອງ​ຮັກ​ຄົນ​ໜຶ່ງ. ລາວ​ເປັນ​ທີ່ຮັກ​ຂອງ​ເຮົາ ແລະ ລາວ​ຈະ​ເປັນ​ທີ່ຮັກ​ຂອງ​ເຈົ້າ​ຫລາຍ​ຂຶ້ນ​ກວ່າ​ນັ້ນ​ອີກ, ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.

17 ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ກໍ​ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ທີ່​ເຈົ້າ​ຕ້ອນຮັບ​ເຮົາ.

18 ຖ້າ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ​ປະການ​ໃດ ຫລື ເປັນ​ໜີ້​ເຈົ້າ​ສິ່ງໃດ, ກໍ​ໃຫ້​ເຈົ້າ​ຄິດໄລ່​ເອົາ​ນໍາ​ເຮົາ.

19 ເຮົາ​ໂປໂລ​ຂຽນ​ຂໍ້ຄວາມ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ. ເຮົາ​ຈະ​ໃຊ້​ແທນ​ໃຫ້​ໂດຍ​ບໍ່​ເອີ່ຍ​ເຖິງ​ວ່າ​ໂຕ​ເຈົ້າ​ເອງ​ກໍ​ເປັນ​ໜີ້​ຊີວິດ​ເຮົາ.

20 ນ້ອງຊາຍ​ເອີຍ, ເຮົາ​ປາຖະໜາ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ບາງ​ຢ່າງ​ຈາກ​ເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ, ຄື​ເຮັດ​ໃຫ້​ເຮົາ​ໄດ້​ຊື່ນ​ໃຈ​ໃນ​ພຣະຄຣິດເຈົ້າ.

21 ເຮົາ​ໄດ້​ຂຽນ​ເຖິງ​ເຈົ້າ​ດ້ວຍ​ຄວາມ​ໝັ້ນໃຈ​ວ່າ​ເຈົ້າ​ຈະ​ເຊື່ອຟັງ ເພາະ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ຫລາຍ​ກວ່າ​ທີ່​ເຮົາ​ຂໍ​ນັ້ນ​ອີກ.

22 ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.

23 ເອປາຟາ ເພື່ອນ​ນັກໂທດ​ຂອງ​ເຮົາ​ໃນ​ພຣະຄຣິດເຈົ້າເຢຊູ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.

24 ເຊັ່ນ​ດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ເໝືອນ​ກັນ.

25 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan