Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 9 - ພຣະຄຳພີລາວສະບັບສະໄໝໃໝ່

1 ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.


ພຣະເຢຊູເຈົ້າ​ປ່ຽນ​ລັກສະນະ​ຮ່າງກາຍ
(ມທ 17:1-13; ລກ 9:28-36)

2 ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ.

3 ເຄື່ອງນຸ່ງ​ຂອງ​ພຣະອົງ​ກາຍເປັນ​ສີຂາວ​ສ່ອງແສງ​ເຫລື້ອມໃສ, ຂາວ​ກວ່າ​ສິ່ງໃດ​ໃນ​ໂລກ​ນີ້​ຈະ​ຟອກ​ໃຫ້​ຂາວ​ເຊັ່ນ​ນັ້ນ​ໄດ້.

4 ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.

5 ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.

6 (ເປໂຕ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ສິ່ງໃດ​ດີ ເພາະ​ພວກເພິ່ນ​ຕົກໃຈຢ້ານ​ຫລາຍ.)

7 ແລ້ວ​ກໍ​ມີ​ກ້ອນເມກ​ປາກົດ​ຂຶ້ນ​ມາ​ປົກຄຸມ​ພວກເພິ່ນ​ໄວ້, ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຈົ່ງ​ເຊື່ອຟັງ​ເພິ່ນ!”

8 ທັນໃດ​ນັ້ນ ເມື່ອ​ພວກເພິ່ນ​ຫລຽວ​ເບິ່ງ​ອ້ອມຮອບ​ໂຕ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.

9 ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ.

10 ພວກສາວົກ​ທັງ​ສາມ​ໄດ້​ຖືຮັກສາ​ຂໍ້ຄຳສັ່ງ​ນີ້​ໄວ້​ກັບ​ຕົນເອງ ໂດຍ​ປຶກສາ​ກັນ​ວ່າ, “ການເປັນຄືນມາຈາກຕາຍ” ໝາຍ​ຄວາມ​ວ່າ​ແນວໃດ.

11 ແລະ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ​ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”

12 ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ?

13 ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ໄດ້​ເຮັດ​ກັບ​ເພິ່ນ​ຕາມໃຈ​ມັກ​ທຸກ​ຢ່າງ ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ເພິ່ນ”.


ພຣະເຢຊູເຈົ້າ​ຮັກສາ​ເດັກຊາຍ​ຜູ້​ໜຶ່ງ​ທີ່​ຖືກ​ວິນຍານສົກກະປົກ​ສິງ
(ມທ 17:14-19,22,23; ລກ 9:37-45)

14 ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ສາວົກ​ຄົນ​ອື່ນໆ​ແລ້ວ ພວກເພິ່ນ​ກໍ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຫຸ້ມອ້ອມ​ພວກເຂົາ​ຢູ່ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.

15 ໃນທັນໃດ​ນັ້ນ ເມື່ອ​ປະຊາຊົນ​ທັງຫລາຍ​ເຫັນ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ປະຫລາດໃຈ​ຫລາຍ ແລະ ພາກັນ​ຟ້າວ​ແລ່ນ​ເຂົ້າ​ມາ​ຄຳນັບ​ພຣະອົງ.

16 ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”

17 ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ໄດ້​ນໍາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ, ລາວ​ຖືກ​ຜີມານຮ້າຍ​ສິງ​ຈົນ​ເຮັດ​ໃຫ້​ລາວ​ປາກກືກ.

18 ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອ​ໃດ, ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມລົງ​ພື້ນ, ແລະ ມີ​ນ້ຳລາຍ​ຟູມປາກ​ທັງ​ກັດແຂ້ວ ແລະ ໂຕ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ. ຂ້ານ້ອຍ​ຂໍ​ໃຫ້​ພວກສາວົກ​ຂອງ​ທ່ານ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໄດ້”.

19 ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.

20 ພວກເຂົາ​ກໍ​ໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ເມື່ອ​ຜີມານຮ້າຍ​ທີ່​ສິງ​ຢູ່​ໃນ​ໂຕ​ເດັກນ້ອຍ​ນັ້ນ​ໄດ້​ເຫັນ​ພຣະເຢຊູເຈົ້າ, ທັນໃດ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມລົງ​ພື້ນດິນ, ຊັກດິ້ນ​ລົ້ມລົງ​ກິ້ງ​ໄປ​ມາ ແລະ ມີ​ນ້ຳລາຍ​ຟູມປາກ.

21 ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ

22 ຫລາຍ​ເທື່ອ​ແລ້ວ​ທີ່​ມັນ​ຊຸກ​ລາວ​ໃຫ້​ຕົກນ້ຳ ແລະ ຕົກ​ໃສ່​ໄຟ​ເພື່ອ​ຂ້າ​ລາວ. ແຕ່​ຖ້າ​ທ່ານ​ສາມາດ​ຊ່ວຍ​ໄດ້ ຂໍ​ສົງສານ​ພວກຂ້ານ້ອຍ ແລະ ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ”.

23 ພຣະເຢຊູເຈົ້າ​ກ່າວ​ວ່າ, “‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.

24 ໃນ​ທັນໃດ​ນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງ​ຕອບ​ທັນທີ​ວ່າ, “ຂ້ານ້ອຍ​ເຊື່ອ; ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່​ທ້ອນ!”

25 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ກຳລັງ​ບຸບຽດກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ວິນຍານສົກກະປົກ, “ວິນຍານ​ປາກກືກ ແລະ ຫູໜວກ ເຮົາ​ສັ່ງ​ພວກເຈົ້າ​ໃຫ້​ອອກ​ຈາກ​ເດັກນ້ອຍ ແລະ ຢ່າ​ກັບ​ເຂົ້າ​ໄປ​ສິງ​ລາວ​ອີກ​ຈັກເທື່ອ”.

26 ຜີມານຮ້າຍ​ນັ້ນ​ແຜດສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ແລ້ວ​ກໍ​ອອກ​ໜີ​ໄປ. ເດັກນ້ອຍ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ທັງຫລາຍ​ເວົ້າ​ວ່າ, “ລາວ​ຕາຍ​ແລ້ວ”.

27 ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ ແລະ ດຶງ​ຂຶ້ນ ແລ້ວ​ລາວ​ກໍ​ລຸກຢືນ​ຂຶ້ນ.

28 ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ຂອງ​ພຣະອົງ​ກໍ​ຖາມ​ພຣະອົງ​ເປັນ​ການ​ສ່ວນໂຕ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”

29 ພຣະອົງ​ຕອບ​ວ່າ, “ຜີຮ້າຍ​ແບບນີ້​ຈະ​ຂັບໄລ່​ອອກ​ດ້ວຍ​ວິທີ​ອື່ນ​ບໍ່​ໄດ້ ເວັ້ນໄວ້​ແຕ່​ດ້ວຍ​ການອະທິຖານ​ເທົ່ານັ້ນ”.


ພຣະເຢຊູເຈົ້າ​ທຳນວາຍ​ກ່ຽວກັບ​ການຕາຍ​ຂອງ​ພຣະອົງ​ຄັ້ງ​ທີ່​ສອງ

30 ພວກເພິ່ນ​ໄດ້​ຈາກ​ທີ່​ນັ້ນ ແລະ ຜ່ານ​ແຂວງ​ຄາລີເລ​ໄປ. ພຣະເຢຊູເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຮູ້​ບ່ອນ​ທີ່​ພວກເພິ່ນ​ຢູ່,

31 ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”.

32 ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ໝາຍ​ເຖິງ​ສິ່ງ​ໃດ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ?
(ມທ 18:1-5; ລກ 9:46-48)

33 ເມື່ອ​ພວກເພິ່ນ​ມາ​ຮອດ​ເມືອງ​ກາເປນາອູມ. ຂະນະ​ທີ່​ພຣະອົງ​ຢູ່​ໃນ​ເຮືອນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ໃນ​ລະຫວ່າງ​ທາງ​ນັ້ນ ພວກເຈົ້າ​ໄດ້​ຖົກຖຽງກັນ​ເຖິງ​ເລື່ອງ​ຫຍັງ?”

34 ແຕ່​ພວກເພິ່ນ​ມິດ​ຢູ່ ເພາະ​ໃນ​ລະຫວ່າງ​ທາງ​ນັ້ນ​ພວກເພິ່ນ​ໄດ້​ຖົກຖຽງ​ກັນ​ວ່າ​ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ.

35 ພຣະເຢຊູເຈົ້າ​ຈຶ່ງ​ນັ່ງ​ລົງ ແລ້ວ​ເອີ້ນ​ພວກສາວົກ​ທັງ​ສິບສອງ​ຄົນ​ມາ ແລະ ກ່າວ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ຜູ້ຕົ້ນ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ປາຍ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ຄົນ​ທັງຫລາຍ”.

36 ພຣະອົງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ. ພຣະອົງ​ອຸ້ມ​ເດັກນ້ອຍ​ນັ້ນ​ໄວ້ ແລ້ວ​ກ່າວ​ກັບ​ພວກເພິ່ນ​ວ່າ,

37 “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ”.


ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ຢູ່​ຝ່າຍ​ພວກເຮົາ
( ລກ 9:49 , 50 )

38 ໂຢຮັນ​ກ່າວ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ, ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.

39 ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ໃນ​ນາມ​ຂອງ​ເຮົາ ແລະ ພາຍຫລັງ​ມາ​ຈະ​ເວົ້າ​ສິ່ງ​ທີ່​ບໍ່​ດີ​ກ່ຽວກັບ​ເຮົາ,

40 ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ຢູ່​ຝ່າຍ​ພວກເຮົາ.

41 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ເອົາ​ນ້ຳ​ຈອກ​ໜຶ່ງ​ໃຫ້​ພວກເຈົ້າ​ໃນ​ນາມ​ຂອງ​ເຮົາ ເພາະ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ”.


ຕົ້ນເຫດ​ໃຫ້​ເຮັດ​ບາບ

42 “ຖ້າ​ຜູ້ໃດ​ເປັນຕົ້ນເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ໃຫ້​ເອົາ​ຫີນໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ກໍ​ຍັງ​ດີ​ກວ່າ.

43 ຖ້າ​ມື​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ມື​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ມື​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ລົງ​ໄປ​ໃນ​ນະລົກ, ບ່ອນ​ທີ່​ໄຟ​ບໍ່​ມອດ​ຈັກ​ເທື່ອ.

44 ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’

45 ແລະ ຖ້າ​ຕີນ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕີນ​ກຸດ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕີນ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ນະລົກ.

46 ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’

47 ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ຈະ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະເຈົ້າ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໄປ​ໃນ​ນະລົກ,

48 ບ່ອນ​ທີ່ “‘ໂຕໜອນ​ທີ່​ກັດ​ກິນ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ, ແລະ ໄຟ​ກໍ​ບໍ່​ຮູ້​ມອດ​ຈັກ​ເທື່ອ’.

49 ທຸກຄົນ​ຈະ​ຕ້ອງ​ຖືກ​ເອືອບ​ດ້ວຍ​ເກືອ​ແລ້ວ​ຊຳລະ​ດ້ວຍ​ໄຟ.

50 “ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ພວກເຈົ້າ​ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ພວກເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ໂຕ ແລະ ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan