Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 8 - ພຣະຄຳພີລາວສະບັບສະໄໝໃໝ່


ພຣະເຢຊູເຈົ້າ​ລ້ຽງ​ຄົນ​ສີ່ພັນ​ຄົນ
(ມທ 15:32-39; 16:1-12)

1 ໃນ​ຊ່ວງ​ວັນ​ເຫລົ່ານັ້ນ ມີ​ປະຊາຊົນ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ. ເນື່ອງ​ຈາກ​ວ່າ ພວກເຂົາ​ບໍ່​ມີ​ອາຫານ​ກິນ, ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ວ່າ,

2 “ເຮົາ​ສົງສານ​ຄົນ​ເຫລົ່ານີ້​ເພາະ​ພວກເຂົາ​ມາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ ບໍ່​ມີ​ຫຍັງ​ກິນ.

3 ຖ້າ​ເຮົາ​ໃຫ້​ພວກເຂົາ​ກັບ​ໄປ​ທັງ​ທີ່​ຍັງ​ຫິວ​ຢູ່​ພວກເຂົາ​ອາດ​ຈະ​ໝົດ​ແຮງ​ກາງທາງ​ກໍ​ໄດ້​ເພາະ​ບາງຄົນ​ກໍ​ມາ​ແຕ່​ໄກ”.

4 ພວກສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ແຕ່​ໃນ​ທີ່​ຫ່າງໄກ​ເຊັ່ນ​ນີ້​ຈະ​ຫາ​ເຂົ້າຈີ່​ຢູ່​ໃສ​ມາ​ພໍ​ລ້ຽງ​ພວກເຂົາ?”

5 ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.

6 ພຣະອົງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ. ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ ແລະ ພວກເພິ່ນ​ກໍ​ເຮັດ​ຕາມ​ນັ້ນ.

7 ພວກເຂົາ​ຍັງ​ມີ​ປານ້ອຍ​ຈຳນວນ​ໜຶ່ງ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ປາ​ເຫລົ່ານີ້ ແລະ ໃຫ້​ພວກສາວົກ​ນຳ​ໄປ​ແຈກຢາຍ​ເໝືອນ​ກັນ.

8 ປະຊາຊົນ​ຕ່າງ​ກໍ​ກິນ​ຈົນ​ອີ່ມ. ຫລັງຈາກນັ້ນ ພວກສາວົກ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ໄວ້​ໄດ້​ເຕັມ​ເຈັດ​ກະບຸງ.

9 ໃນ​ທີ່​ນັ້ນ ມີ​ຜູ້ຊາຍ​ປະມານ​ສີ່ພັນ​ຄົນ. ຫລັງຈາກ​ທີ່​ພຣະອົງ​ໃຫ້​ພວກເຂົາ​ກັບ​ໄປ​ແລ້ວ,

10 ພຣະອົງ​ກໍ​ລົງ​ເຮືອ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ໄປ​ເຖິງ​ຂົງເຂດ​ເມືອງ​ດານມານຸທາ.

11 ພວກ​ຟາຣີຊາຍ​ໄດ້​ມາ​ຫາ ແລະ ເລີ່ມ​ຖາມ​ພຣະເຢຊູເຈົ້າ. ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.

12 ພຣະອົງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ວ່າ, “ເປັນຫຍັງ​ຄົນ​ໃນ​ຍຸກ​ນີ້​ຈຶ່ງ​ຂໍ​ແຕ່​ໝາຍສຳຄັນ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດໆ​ແກ່​ພວກເຂົາ”.

13 ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ກັບ​ລົງ​ໄປ​ໃນ​ເຮືອ ແລະ ຂ້າມ​ທະເລສາບ​ໄປ​ຍັງ​ຟາກ​ອື່ນ.


ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ຂອງ​ເຮໂຣດ

14 ພວກສາວົກ​ໄດ້​ລືມ​ເອົາ​ເຂົ້າຈີ່​ມາ​ນຳ ແລະ ຢູ່​ໃນ​ເຮືອ​ກໍ​ມີ​ເຂົ້າຈີ່​ພຽງ​ແຕ່​ກ້ອນ​ດຽວ.

15 ພຣະເຢຊູເຈົ້າ​ກ່າວ​ເຕືອນ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ເຊື້ອແປ້ງ​ຂອງ​ເຮໂຣດ​ໃຫ້​ດີ”.

16 ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ມີ​ເຂົ້າຈີ່”.

17 ພຣະເຢຊູເຈົ້າ​ຮູ້​ເລື່ອງ​ທີ່​ພວກເພິ່ນ​ເວົ້າ​ກັນ​ນັ້ນ ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່​ມີ​ເຂົ້າຈີ່? ພວກເຈົ້າ​ຍັງ​ບໍ່​ເຫັນ ຫລື ຍັງ​ບໍ່​ເຂົ້າໃຈ​ບໍ? ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ແມ່ນ​ບໍ?

18 ພວກເຈົ້າ​ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ, ມີ​ຫູ​ແຕ່​ບໍ່​ໄດ້ຍິນ​ບໍ? ແລະ ພວກເຈົ້າ​ຈື່​ບໍ່​ໄດ້​ບໍ?

19 ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.

20 ພຣະອົງ​ຖາມ​ວ່າ, “ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ຄົນ​ສີ່ພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.

21 ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ຢູ່​ບໍ?”


ພຣະເຢຊູເຈົ້າ​ຮັກສາ​ຄົນຕາບອດ​ຜູ້​ໜຶ່ງ​ທີ່​ເບັດຊາອີດາ​ໃຫ້​ຫາຍດີ

22 ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ມາ​ຮອດ​ເມືອງ​ເບັດຊາອີດາ, ມີ​ບາງ​ຄົນ​ໄດ້​ພາ​ຊາຍ​ຕາບອດ​ຜູ້​ໜຶ່ງ​ມາ ແລະ ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ວາງມື​ໃສ່​ລາວ.

23 ພຣະອົງ​ຈູງ​ມື​ຄົນ​ຕາບອດ​ອອກ​ໄປ​ນອກ​ໝູ່​ບ້ານ. ເມື່ອ​ພຣະອົງ​ຖົ່ມ​ນ້ຳລາຍ​ໃສ່​ຕາ​ທັງ​ສອງ​ຂອງ​ຊາຍ​ຜູ້​ນີ້ ແລະ ວາງມື​ໃສ່​ລາວ​ແລ້ວ ພຣະອົງ​ກໍ​ຖາມ​ລາວ​ວ່າ, “ເຈົ້າ​ເຫັນ​ຫຍັງ​ບໍ?”

24 ລາວ​ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ ແລະ ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ, ພວກເຂົາ​ເໝືອນ​ຕົ້ນໄມ້​ຍ່າງ​ໄປ​ຍ່າງ​ມາ”.

25 ພຣະເຢຊູເຈົ້າ​ວາງມື​ໃສ່​ທີ່​ຕາ​ຂອງ​ລາວ​ອີກ​ເທື່ອ​ໜຶ່ງ. ແລ້ວ​ຕາ​ທັງສອງ​ຂອງ​ລາວ​ກໍ​ເປີດ​ອອກ, ສາຍຕາ​ຂອງ​ລາວ​ກໍ​ດີ​ເປັນປົກກະຕິ ແລະ ເບິ່ງ​ເຫັນ​ທຸກ​ຢ່າງ​ໄດ້​ຊັດເຈນ.

26 ພຣະເຢຊູເຈົ້າ​ຈຶ່ງ​ໃຫ້​ລາວ​ກັບ​ເມືອ​ໂດຍ​ສັ່ງ​ວ່າ, “ຢ່າ​ເຂົ້າໄປ​ໃນ​ໝູ່ບ້ານ”.


ເປໂຕ​ປະກາດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ
(ມທ 16:13-16; ລກ 9:18-20)

27 ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ໝູ່​ບ້ານ​ໃກ້​ເຂດ​ເມືອງ​ກາຍຊາເຣຍ ຟີລິບປອຍ. ໃນ​ລະຫວ່າງທາງ​ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ເຮົາ​ເປັນ​ຜູ້ໃດ?”

28 ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.

29 ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ”.

30 ແລ້ວ​ພຣະເຢຊູເຈົ້າ​ເຕືອນ​ພວກເພິ່ນ​ບໍ່​ໃຫ້​ບອກ​ຜູ້ໃດ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ທຳນວາຍ​ເຖິງ​ການຕາຍ​ຂອງ​ພຣະອົງ
(ມທ 16:21-28; ລກ 9:22-27)

31 ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.

32 ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ສູ່​ພວກເພິ່ນ​ຟັງ​ຢ່າງ​ຈະແຈ້ງ, ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ.

33 ແຕ່​ເມື່ອ​ພຣະເຢຊູເຈົ້າ​ຫັນ​ກັບ​ມາ​ເບິ່ງ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ຕຳໜິ​ເປໂຕ, ພຣະອົງ​ກ່າວ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.

34 ແລ້ວ​ພຣະອົງ​ເອີ້ນ​ປະຊາຊົນ​ກັບ​ພວກສາວົກ​ເຂົ້າ​ມາ ແລະ ກ່າວ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ, ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນເອງ ແລະ ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.

35 ເພາະ​ຜູ້ໃດ​ທີ່​ຢາກ​ຮັກສາ​ຊີວິດ​ຂອງ​ຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ກໍ​ຈະ​ເສຍ​ຊີວິດ, ເພາະ​ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ແລະ ຂ່າວປະເສີດ ຜູ້​ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ.

36 ຈະ​ມີ​ປະໂຫຍດ​ອັນໃດ ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ?

37 ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກປ່ຽນ​ເອົາ​ຈິດວິນຍານ​ຂອງ​ຕົນ​ໄດ້?

38 ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan