ມາຣະໂກ 7 - ພຣະຄຳພີລາວສະບັບສະໄໝໃໝ່ສິ່ງທີ່ເປັນມົນທິນ (ມທ 15:1-20) 1 ຝ່າຍພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດບາງຄົນທີ່ໄດ້ມາແຕ່ນະຄອນເຢຣູຊາເລັມ ແລະ ເຕົ້າໂຮມກັນຫຸ້ມອ້ອມພຣະເຢຊູເຈົ້າ 2 ແລະ ເຫັນພວກສາວົກບາງຄົນຂອງພຣະອົງຮັບປະທານອາຫານໂດຍບໍ່ໄດ້ລ້າງມືກອ່ນ ເຊິ່ງຖືວ່າເປັນມົນທິນ. 3 (ພວກຟາຣີຊາຍ ແລະ ຄົນຢິວທົ່ວໄປນັ້ນ ຖືຕາມປະເພນີທີ່ສືບທອດມາຈາກບັນດາເຖົ້າແກ່ວ່າຈະບໍ່ຮັບປະທານອາຫານຈົນກວ່າຈະໄດ້ລ້າງມືຕາມພິທີກ່ອນ. 4 ເມື່ອພວກເຂົາກັບມາຈາກຕະຫລາດຖ້າບໍ່ໄດ້ຊຳລະໂຕກ່ອນ ພວກເຂົາກໍຈະບໍ່ຍອມກິນ ແລະ ຍັງມີທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຈອກ, ໝໍ້ ແລະ ພາຊະນະຕ່າງໆ.) 5 ດັ່ງນັ້ນ ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນຂອງພວກເຖົ້າແກ່ ແຕ່ຮັບປະທານອາຫານດ້ວຍມືທີ່ເປັນມົນທິນ?” 6 ພຣະອົງຕອບພວກເຂົາວ່າ, “ເອຊາຢາໄດ້ທຳນວາຍກ່ຽວກັບພວກເຈົ້າກໍຖືກຕ້ອງແລ້ວວ່າພວກເຈົ້າເປັນຄົນໜ້າຊື່ໃຈຄົດ, ຕາມທີ່ຂຽນໄວ້ໃນພຣະຄຳພີວ່າ: “‘ປະຊາຊົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ, ສ່ວນໃຈຂອງພວກເຂົາຫ່າງໄກຈາກເຮົາ. 7 ພວກເຂົານະມັດສະການເຮົາໂດຍບໍ່ມີປະໂຫຍດ ຄຳສອນຂອງພວກເຂົາເປັນພຽງກົດເກນທີ່ມະນຸດສອນຕໍ່ກັນມາ’. 8 ພວກເຈົ້າໄດ້ປະຖິ້ມຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ໄປຢຶດຖືຄຳສັ່ງສອນຂອງມະນຸດ”. 9 ແລະ ພຣະອົງກໍກ່າວຕໍ່ໄປວ່າ, “ພວກເຈົ້າມີວິທີຫລີກລ້ຽງຄຳສັ່ງຂອງພຣະເຈົ້າເພື່ອໄປເຮັດຕາມທຳນຽມຂອງຕົນ! 10 ເພາະໂມເຊໄດ້ກ່າວວ່າ, ‘ຈົ່ງນັບຖືພໍ່ ແລະ ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ສາບແຊ່ງພໍ່ ແລະ ແມ່ຂອງຕົນຈະຕ້ອງຖືກໂທດເຖິງຕາຍ’ 11 ແຕ່ຝ່າຍພວກເຈົ້າກັບເວົ້າວ່າຖ້າຄົນໃດປະກາດວ່າ, ‘ສິ່ງໃດທີ່ເຄີຍໃຊ້ເພື່ອຊ່ວຍເຫລືອພໍ່ແມ່ຂອງຕົນ ສິ່ງນັ້ນກໍເປັນໂກຣະບານ’ (ກໍເປັນສິ່ງທີ່ອຸທິດຖວາຍແກ່ພຣະເຈົ້າແລ້ວ), 12 ແລ້ວພວກເຈົ້າຈຶ່ງບໍ່ອະນຸຍາດໃຫ້ຜູ້ນັ້ນເຮັດສິ່ງໃດໃຫ້ພໍ່ແມ່ຂອງຕົນອີກຕໍ່ໄປ. 13 ດ້ວຍເຫດນີ້ ພວກເຈົ້າໄດ້ລຶບລ້າງພຣະຄຳຂອງພຣະເຈົ້າໂດຍການຢຶດເອົາທຳນຽມທີ່ສືບທອດກັນມາ ແລະ ຍັງມີອີກຫລາຍຢ່າງທີ່ພວກເຈົ້າເຮັດຜິດແບບນີ້”. 14 ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງອີກເທື່ອໜຶ່ງ ແລະ ກ່າວວ່າ, “ທຸກຄົນຈົ່ງຟັງເຮົາ ແລະ ເຂົ້າໃຈຂໍ້ນີ້. 15 ບໍ່ມີສິ່ງໃດທີ່ຢູ່ພາຍນອກທີ່ເຂົ້າໄປໃນມະນຸດແລ້ວເຮັດໃຫ້ມະນຸດ ‘ເປັນມົນທິນ’. ແຕ່ແມ່ນສິ່ງທີ່ອອກມາຈາກມະນຸດນັ້ນແຫລະ ທີ່ເຮັດໃຫ້ພວກເຂົາເປັນມົນທິນ”. 16 ຜູ້ໃດມີຫູ, ກໍຈົ່ງຟັງເອົາ. 17 ຫລັງຈາກພຣະອົງໄດ້ຈາກປະຊາຊົນໄປ ແລະ ເຂົ້າໄປໃນເຮືອນແລ້ວ, ພວກສາວົກໄດ້ຖາມພຣະອົງກ່ຽວກັບຄຳອຸປະມານີ້. 18 ພຣະອົງຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ? ພວກເຈົ້າບໍ່ເຫັນບໍວ່າບໍ່ມີສິ່ງໃດຈາກພາຍນອກທີ່ເຂົ້າໄປໃນໂຕມະນຸດແລ້ວເຮັດໃຫ້ມະນຸດ ‘ເປັນມົນທິນ’ ໄດ້? 19 ເພາະວ່າສິ່ງນັ້ນບໍ່ໄດ້ເຂົ້າໄປໃນໃຈຂອງພວກເຂົາ ແຕ່ເຂົ້າໄປໃນທ້ອງຂອງພວກເຂົາແລ້ວກໍຖ່າຍອອກມາຈາກຮ່າງກາຍ”. (ທີ່ພຣະເຢຊູເຈົ້າກ່າວເຊັ່ນນີ້ເປັນການປະກາດວ່າອາຫານທຸກຊະນິດ “ປາດສະຈາກມົນທິນ”.) 20 ພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກມະນຸດນັ້ນແຫລະ ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’. 21 ເພາະທີ່ອອກມາຈາກພາຍໃນ, ອອກມາຈາກຈິດໃຈຂອງມະນຸດຄື: ຄວາມຄິດຊົ່ວ, ການຜິດສິນທຳທາງເພດ, ການລັກ, ການຂ້າຄົນ, 22 ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ. 23 ທັງໝົດເຫລົ່ານີ້ແມ່ນອອກມາຈາກພາຍໃນ ແລະ ເຮັດໃຫ້ມະນຸດ ‘ເປັນມົນທິນ’”. ພຣະເຢຊູເຈົ້າຍົກຍ້ອງຄວາມເຊື່ອຂອງຍິງຊາວຊີເຣຍ ເຟນີເຊຍ (ມທ 15:21-28) 24 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ແລະ ໄປຍັງຂົງເຂດເມືອງຕີເຣ, ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງ ແລະ ບໍ່ຕ້ອງການໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ທີ່ນັ້ນ ແຕ່ພຣະອົງກໍປິດບັງໄວ້ບໍ່ໄດ້. 25 ແລ້ວກໍມີຍິງຄົນໜຶ່ງ ເຊິ່ງລູກສາວນ້ອຍຂອງນາງຖືກວິນຍານສົກກະປົກເຂົ້າສິງຢູ່ ເມື່ອນາງໄດ້ຍິນເຖິງເລື່ອງຂອງພຣະອົງກໍຟ້າວມາ ແລະ ຂາບລົງທີ່ຕີນຂອງພຣະອົງ. 26 ຍິງຜູ້ນີ້ເປັນຊາວກຣີກ, ເກີດຢູ່ໃນຊີເຣຍເຟນີເຊຍ. ນາງມາຂໍຮ້ອງພຣະເຢຊູເຈົ້າໃຫ້ຊ່ວຍຂັບໄລ່ຜີມານຮ້າຍອອກຈາກລູກສາວຂອງນາງ. 27 ພຣະອົງບອກນາງວ່າ, “ຕ້ອງໃຫ້ເດັກນ້ອຍທັງຫລາຍກິນອີ່ມກ່ອນ ບໍ່ເປັນການຖືກຕ້ອງທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ”. 28 ນາງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງໄດ້ກິນເສດອາຫານທີ່ເຫລືອຈາກເດັກນ້ອຍ”. 29 ແລ້ວພຣະອົງຈຶ່ງກ່າວແກ່ນາງວ່າ, “ຈົ່ງໄປສາ, ເພາະຄຳຕອບຂອງເຈົ້າ ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ”. 30 ນາງຈຶ່ງກັບເມືອເຮືອນ ແລະ ເຫັນລູກສາວຂອງຕົນນອນຢູ່ເທິງຕຽງ ແລະ ຜີມານຮ້າຍນັ້ນໄດ້ອອກໄປແລ້ວ. ພຣະເຢຊູເຈົ້າຮັກສາຄົນຫູໜວກ ແລະ ຄົນປາກກືກໃຫ້ຫາຍດີ (ມທ 15:29-31) 31 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດເມືອງຕີເຣ ຜ່ານເມືອງຊີໂດນ, ສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ. 32 ຢູ່ທີ່ນັ້ນມີປະຊາຊົນບາງຄົນໄດ້ນໍາຊາຍຜູ້ໜຶ່ງທີ່ຫູໜວກ ແລະ ເວົ້າເກືອບບໍ່ໄດ້ເລີຍມາຫາພຣະອົງ ແລະ ຂໍຮ້ອງພຣະອົງໃຫ້ວາງມືໃສ່ຊາຍຜູ້ນັ້ນ. 33 ຫລັງຈາກທີ່ພຣະອົງໄດ້ພາລາວອອກໄປຫ່າງຈາກປະຊາຊົນ, ແລ້ວພຣະເຢຊູເຈົ້າກໍໃຊ້ນິ້ວມືສອດເຂົ້າໄປໃນຫູທັງສອງຂອງຊາຍຜູ້ນັ້ນ, ແລ້ວບ້ວນນ້ຳລາຍເອົາໄປແປະໃສ່ທີ່ລີ້ນຂອງລາວ. 34 ພຣະອົງເງີຍໜ້າເບິ່ງສະຫວັນພ້ອມທັງຖອນຫາຍໃຈຍາວ ແລະ ກ່າວກັບລາວວ່າ “ເອຟາທາ!” (ເຊິ່ງແປວ່າ: “ຈົ່ງເປີດອອກ!”). 35 ໃນທັນໃດນັ້ນ ຫູທັງສອງຂອງຊາຍຄົນນັ້ນກໍໄດ້ເປີດອອກ ແລະ ລີ້ນຂອງລາວກໍເຊົາຂັດ ແລະ ລາວເລີ່ມເວົ້າໄດ້ຊັດເຈນ. 36 ພຣະເຢຊູເຈົ້າສັ່ງພວກເຂົາບໍ່ໃຫ້ເລົ່າເລື່ອງນີ້ແກ່ຜູ້ໃດ. ແຕ່ຍິ່ງພຣະອົງສັ່ງຫ້າມພວກເຂົາ ພວກເຂົາກໍຍິ່ງເວົ້າເລື່ອງນີ້ໄປທົ່ວ. 37 ປະຊາຊົນຕ່າງກໍປະຫລາດໃຈຫລາຍ ຈຶ່ງເວົ້າກັນວ່າ, “ພຣະອົງກະທຳແຕ່ສິ່ງດີທັງນັ້ນ. ແມ່ນແຕ່ຄົນຫູໜວກພຣະອົງກໍເຮັດໃຫ້ໄດ້ຍິນ ແລະ ຄົນປາກກືກກໍເຮັດໃຫ້ເວົ້າໄດ້”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.