ມາຣະໂກ 5 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຮັກສາຊາຍຄົນໜຶ່ງທີ່ຜີມານຮ້າຍສິງໃຫ້ດີ (ມທ 8:28-34; ລກ 8:26-39) 1 ເມື່ອພວກເພິ່ນຂ້າມຟາກມາຮອດເມືອງເຄຣາເຊນ. 2 ພໍພຣະເຢຊູເຈົ້າອອກຈາກເຮືອໄປ, ມີຊາຍຄົນໜຶ່ງທີ່ຖືກວິນຍານສົກກະປົກເຂົ້າສິງຢູ່ໄດ້ອອກຈາກອຸບມຸງຝັງສົບມາພົບພຣະອົງ. 3 ຊາຍຜູ້ນີ້ເຄີຍອາໄສຢູ່ຕາມອຸບມຸງຝັງສົບ ແລະ ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ລ່າມໂສ້ລາວໄວ້ໄດ້. 4 ເພາະລາວເຄີຍຖືກລ່າມໂສ້ໃສ່ມື ແລະ ຕີນຂອງລາວຫລາຍເທື່ອແລ້ວ, ແຕ່ລາວກໍຫັກໂສ້ຂາດ. ບໍ່ມີຜູ້ໃດແຂງແຮງພໍທີ່ຈະປາບລາວໄດ້. 5 ລາວໄດ້ແຜດສຽງຮ້ອງຢູ່ຕາມອຸບມຸງຝັງສົບ ແລະ ຕາມເນີນພູເຂົາທັງກາງເວັນ ແລະ ກາງຄືນ ແລ້ວກໍເອົາຫີນປາດຕົນເອງ. 6 ເມື່ອລາວເຫັນພຣະເຢຊູເຈົ້າແຕ່ໄກໆ, ລາວໄດ້ແລ່ນມາຫາ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງ. 7 ລາວຮ້ອງດ້ວຍສຸດສຽງຂອງລາວວ່າ, “ພຣະເຢຊູ ພຣະບຸດຂອງພຣະເຈົ້າອົງສູງສຸດເອີຍ, ທ່ານຕ້ອງການສິ່ງໃດຈາກຂ້ານ້ອຍ? ຂໍໃຫ້ທ່ານສັນຍາໃນນາມພຣະເຈົ້າວ່າຈະບໍ່ທໍລະມານຂ້ານ້ອຍ!” 8 ເພາະພຣະເຢຊູເຈົ້າໄດ້ກ່າວກັບມັນວ່າ, “ວິນຍານສົກກະປົກ ຈົ່ງອອກມາຈາກຊາຍຄົນນີ້!” 9 ແລ້ວພຣະເຢຊູເຈົ້າໄດ້ຖາມມັນວ່າ, “ເຈົ້າຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ, ເພາະພວກຂ້ານ້ອຍມີຢູ່ນຳກັນຫລາຍໂຕ”. 10 ແລະ ມັນຈຶ່ງອ້ອນວອນຂໍນຳພຣະເຢຊູເຈົ້າເພື່ອບໍ່ໃຫ້ຂັບໄລ່ພວກມັນອອກຈາກເຂດແດນນັ້ນ. 11 ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ. 12 ພວກຜີມານຮ້າຍຈຶ່ງຂໍຮ້ອງພຣະເຢຊູເຈົ້າວ່າ, “ຂໍໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນໝູຝູງນັ້ນສາ”. 13 ພຣະອົງກໍໄດ້ອະນຸຍາດໃຫ້, ແລ້ວວິນຍານສົກກະປົກເຫລົ່ານັ້ນກໍອອກຈາກຊາຍຜູ້ນັ້ນ ແລະ ເຂົ້າໄປສິງຢູ່ໃນຝູງໝູ. ໝູທັງໝົດປະມານສອງພັນໂຕກໍຟ້າວແລ່ນລົງຕາລິ່ງຊັນໂຕນລົງທະເລສາບຈົມນ້ຳຕາຍໝົດ. 14 ບັນດາຄົນລ້ຽງໝູຕ່າງກໍແລ່ນໜີ ແລະ ໄປເລົ່າເລື່ອງນີ້ຢູ່ໃນເມືອງ ແລະ ຕາມຊົນນະບົດ, ດັ່ງນັ້ນ ປະຊາຊົນຈຶ່ງພາກັນອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ. 15 ເມື່ອພວກເຂົາມາຫາພຣະເຢຊູເຈົ້າ, ພວກເຂົາກໍເຫັນຊາຍທີ່ຖືກຜີມານຮ້າຍເປັນກອງທັບເຄີຍເຂົ້າສິງຢູ່ ເຫັນລາວນຸ່ງຫົ່ມເສື້ອຜ້າ ແລະ ມີສະຕິດີ, ພວກເຂົາຈຶ່ງຢ້ານ. 16 ບັນດາຜູ້ທີ່ໄດ້ເຫັນເຫດການກໍໄດ້ເລົ່າສິ່ງທີ່ໄດ້ເກີດຂຶ້ນກັບຊາຍທີ່ຖືກຜີມານຮ້າຍສິງ ແລະ ເລົ່າກ່ຽວກັບຝູງໝູນັ້ນສູ່ປະຊາຊົນຟັງ. 17 ດັ່ງນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໄປຈາກເຂດແດນຂອງພວກເຂົາ. 18 ຂະນະທີ່ພຣະເຢຊູເຈົ້າກຳລັງລົງເຮືອ, ຊາຍທີ່ມີຜີມານຮ້າຍເຄີຍສິງນັ້ນ ກໍຂໍຮ້ອງໄປກັບພຣະອົງ. 19 ພຣະເຢຊູເຈົ້າບໍ່ອະນຸຍາດໃຫ້ລາວໄປນຳ ແຕ່ໄດ້ກ່າວວ່າ, “ຈົ່ງກັບເມືອບ້ານໄປຫາຍາດພີ່ນ້ອງຂອງເຈົ້າ ແລະ ບອກພວກເຂົາເຖິງເຫດການທີ່ອົງພຣະຜູ້ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະ ພຣະອົງເມດຕາຕໍ່ເຈົ້າຢ່າງໃດ”. 20 ດັ່ງນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະ ເລີ່ມປະກາດໃນແຂວງເດກາໂປລີວ່າພຣະເຢຊູເຈົ້າໄດ້ກະທຳເພື່ອລາວຫລາຍຢ່າງ. ແລະ ຄົນທັງປວງຕ່າງກໍປະຫລາດໃຈ. ພຣະເຢຊູເຈົ້າເຮັດໃຫ້ເດັກຍິງທີ່ຕາຍແລ້ວເປັນຄືນມາ ແລະ ຮັກສາຍິງທີ່ເຈັບປ່ວຍ (ມທ 9:18-26; ລກ 8:41-56) 21 ເມື່ອພຣະເຢຊູເຈົ້າໄດ້ຂີ່ເຮືອຂ້າມຟາກທະເລສາບກັບມາອີກ, ຂະນະທີ່ພຣະອົງຢູ່ທີ່ແຄມທະເລສາບນັ້ນ ມີປະຊາຊົນຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ. 22 ມີຫົວໜ້າທຳມະສາລາຄົນໜຶ່ງຊື່ວ່າຢາອີໂຣໄດ້ມາທີ່ນັ້ນ ເມື່ອລາວເຫັນພຣະເຢຊູເຈົ້າຈຶ່ງໝູບລົງທີ່ຕີນຂອງພຣະອົງ 23 ແລ້ວຂໍຮ້ອງພຣະອົງດ້ວຍຄວາມຮ້ອນຮົນໃຈວ່າ, “ລູກສາວຂອງຂ້ານ້ອຍເຈັບໜັກກຳລັງຈະຕາຍແລ້ວ ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອນາງຈະຫາຍດີ ແລະ ມີຊີວິດຢູ່”. 24 ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄປກັບລາວ. ມີປະຊາຊົນຕິດຕາມພຣະອົງມາຢ່າງໜາແໜ້ນ ແລະ ບຽດກັນຢູ່ອ້ອມພຣະອົງ. 25 ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີແລ້ວ. 26 ນາງໄດ້ຮັບຄວາມທຸກທໍລະມານຫລາຍ ເຖິງແມ່ນວ່າມີໝໍຫລາຍຄົນໄດ້ປິ່ນປົວ ແລະ ເສຍເງິນຈົນໝົດໂຕແລ້ວ, ແທນທີ່ນາງຈະດີຂຶ້ນ ແຕ່ອາການກັບຊຸດໂຊມລົງ. 27 ເມື່ອນາງໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ນາງຈຶ່ງຍ່າງປົນກັບປະຊາຊົນມາທາງຫລັງພຣະອົງ ແລະ ບາຍເສື້ອຄຸມຂອງພຣະອົງ, 28 ເພາະນາງຄິດວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເສື້ອຄຸມຂອງເພິ່ນເທົ່ານັ້ນເຮົາກໍຈະດີພະຍາດ”. 29 ໃນທັນໃດນັ້ນ ເລືອດທີ່ຕົກນັ້ນກໍຢຸດທັນທີ ແລະ ນາງຮູ້ສຶກວ່າຕົນດີພະຍາດແລ້ວ. 30 ຝ່າຍພຣະເຢຊູເຈົ້າຮູ້ທັນທີວ່າລິດເດດໄດ້ອອກຈາກພຣະອົງ. ພຣະອົງຈຶ່ງປິ່ນໜ້າມາທາງປະຊາຊົນ ແລະ ຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງຂອງເຮົາ?” 31 ພວກສາວົກຂອງພຣະອົງຕອບວ່າ, “ທ່ານກໍເຫັນຢູ່ແລ້ວວ່າປະຊາຊົນຢ່າງແໜ້ນໜາບຽດທ່ານ, ແລ້ວເປັນຫຍັງທ່ານຈຶ່ງຖາມອີກວ່າ ‘ຜູ້ໃດໄດ້ບາຍເຮົາ?’” 32 ແຕ່ພຣະເຢຊູເຈົ້າຍັງຫລຽວໄປອ້ອມໆເພື່ອຊອກເບິ່ງວ່າຜູ້ໃດທີ່ເຮັດຢ່າງນັ້ນ. 33 ຝ່າຍຍິງຄົນນັ້ນຮູ້ດີວ່າສິ່ງທີ່ໄດ້ເກີດຂຶ້ນກັບຕົນ, ນາງຈຶ່ງມາໝູບລົງທີ່ຕີນຂອງພຣະອົງດ້ວຍຄວາມຢ້ານ, ແລ້ວເວົ້າຄວາມຈິງທັງໝົດໃຫ້ພຣະອົງຟັງ. 34 ພຣະອົງກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງກັບໄປດ້ວຍສັນຕິສຸກ ແລະ ພົ້ນຈາກຄວາມທຸກທໍລະມານສາ”. 35 ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີບາງຄົນຈາກເຮືອນຂອງຢາອີໂຣຫົວໜ້າທຳມະສາລາ ພວກເຂົາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຈະລົບກວນອາຈານເຮັດຫຍັງ?” 36 ພຣະເຢຊູເຈົ້າບໍ່ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແຕ່ກ່າວແກ່ຢາອີໂຣວ່າ, “ຢ່າຢ້ານເລີຍ, ຈົ່ງເຊື່ອເທົ່ານັ້ນ”. 37 ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຕິດຕາມພຣະອົງໄປຍົກເວັ້ນເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ. 38 ເມື່ອມາຮອດເຮືອນຂອງຫົວໜ້າທຳມະສາລາແລ້ວ, ພຣະເຢຊູເຈົ້າກໍເຫັນຄວາມວຸ້ນວາຍ, ມີຄົນຮ້ອງໄຫ້ ແລະ ສະອື້ນສຽງດັງ. 39 ພຣະອົງເຂົ້າໄປໃນເຮືອນ ແລະ ກ່າວກັບພວກເຂົາວ່າ, “ພວກເຈົ້າຮ້ອງໄຫ້ຄ່ຳຄວນ ແລະ ວຸ້ນວາຍເຮັດຫຍັງ? ເດັກນ້ອຍຍັງບໍ່ຕາຍພຽງແຕ່ນອນຫລັບຢູ່”. 40 ແຕ່ພວກເຂົາພາກັນຫົວຂວັນພຣະອົງ. ຫລັງຈາກທີ່ພຣະອົງໃຫ້ຄົນທັງປວງອອກໄປແລ້ວ ພຣະອົງກໍເອົາພໍ່ແມ່ຂອງເດັກນ້ອຍ ແລະ ພວກສາວົກທີ່ຢູ່ກັບພຣະອົງເຂົ້າໄປໃນຫ້ອງທີ່ເດັກນ້ອຍນັ້ນນອນຢູ່. 41 ພຣະອົງຈັບມືເດັກນ້ອຍ ແລະ ກ່າວຕໍ່ນາງວ່າ, “ຕາລີທາ ກຸມ!” (ເຊິ່ງແປວ່າ “ນາງນ້ອຍເອີຍ, ເຮົາບອກເຈົ້າວ່າ, ຈົ່ງລຸກຂຶ້ນ!”). 42 ທັນໃດນັ້ນ ນາງກໍລຸກຂຶ້ນ ແລະ ຍ່າງໄປມາ (ນາງອາຍຸໄດ້ສິບສອງປີ). ພວກເຂົາໄດ້ພາກັນປະຫລາດໃຈຫລາຍໃນສິ່ງນີ້. 43 ພຣະອົງໄດ້ສັ່ງຫ້າມບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເດັດຂາດ ແລະ ສັ່ງໃຫ້ພວກເຂົາເອົາອາຫານມາໃຫ້ນາງກິນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.