Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 4 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳອຸປະມາ​ເລື່ອງ​ຜູ້ຫວ່ານ
(ມທ 13:1-15,18-23; ລກ 8:4-15)

1 ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ທີ່​ແຄມ​ທະເລສາບ​ອີກ. ປະຊາຊົນ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ​ຢ່າງ​ແໜ້ນໜາ​ຫລາຍ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ໃນ​ເຮືອ​ຢູ່​ແຄມ​ຝັ່ງ​ທະເລສາບ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.

2 ພຣະອົງ​ໄດ້​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ ພຣະອົງ​ໄດ້​ສອນ​ວ່າ:

3 “ຈົ່ງ​ຟັງ​ໃຫ້​ດີ! ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.

4 ໃນຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.

5 ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.

6 ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ​ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.

7 ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ, ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ ຈຶ່ງ​ເກີດຜົນ​ບໍ່​ໄດ້.

8 ຍັງ​ມີ​ບາງເມັດ​ອີກ​ທີ່​ຕົກໃສ່​ດິນ​ດີ ພືດ​ກໍ​ງອກ​ຂຶ້ນ​ມາ, ເຕີບໃຫຍ່​ຂຶ້ນ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ, ແລະ ຮ້ອຍ​ເທົ່າ”.

9 ແລ້ວ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.

10 ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ແລ້ວ, ພວກສາວົກ​ທັງ​ສິບສອງ​ຄົນ​ກັບ​ຄົນ​ອື່ນໆ​ທີ່​ຕິດຕາມ​ພຣະອົງ​ບາງຄົນ​ຈຶ່ງ​ຖາມ​ພຣະອົງ​ກ່ຽວ​ກັບ​ຄຳອຸປະມາ​ດັ່ງ​ກ່າວ.

11 ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ

12 ເພື່ອ​ວ່າ, “‘ພວກເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ກໍ​ຈະ​ບໍ່​ເຫັນ ແລະ ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ ບໍ່​ດັ່ງນັ້ນ​ແລ້ວ ພວກເຂົາ​ຈະ​ຫັນ​ກັບ​ຄືນ​ມາ ແລະ ໄດ້​ຮັບ​ການ​ອະໄພ!’”

13 ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ບໍ? ຖ້າ​ເປັນ​ຢ່າງນັ້ນ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງໃດ?

14 ຊາວນາ​ນັ້ນ​ໄດ້​ຫວ່ານ​ພຣະທຳ.

15 ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຕົກ​ຕາມ​ທາງ. ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ, ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດຊີງ​ເອົາ​ພຣະຄຳ​ທີ່​ໄດ້​ຫວ່ານ​ລົງ​ໃນ​ພວກເຂົາ​ໄປ.

16 ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ເທິງ​ບ່ອນ​ມີ​ຫີນ​ຫລາຍ, ເມື່ອ​ໄດ້​ຍິນ​ພຣະຄຳ​ແລ້ວ​ກໍ​ຮັບ​ເອົາ​ໄວ້​ທັນທີ​ດ້ວຍ​ຄວາມຍິນດີ.

17 ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ. ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.

18 ຍັງ​ມີ​ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ກາງ​ຟຸ່ມໜາມ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ,

19 ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.

20 ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ດິນ​ດີ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ, ຕ້ອນຮັບ​ເອົາ​ພຣະຄຳ​ໄວ້ ແລະ ເກີດຜົນ​ສາມສິບ​ເທົ່າ, ຫົກສິບ​ເທົ່າ ແລະ ຮ້ອຍ​ເທົ່າ​ຂອງ​ທີ່​ໄດ້​ຫວ່ານ​ລົງ​ໄປ”.


ຕະກຽງ​ຢູ່​ເທິງ​ຫລັກຕະກຽງ

21 ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ເອົາ​ຕະກຽງ​ວາງ​ໄວ້​ໃນ​ກະບຸງ ຫລື ເອົາ​ວາງ​ໄວ້​ຢູ່​ກ້ອງ​ຕຽງນອນ​ແທນທີ່​ພວກເຈົ້າ​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ບໍ?

22 ເພາະ​ສິ່ງໃດ​ທີ່​ຖືກ​ເຊື່ອງຊ້ອນ​ໄວ້​ຈະ​ຖືກ​ນຳ​ອອກມາ​ປາກົດ​ໃຫ້​ເຫັນ ແລະ ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ກໍ​ຈະ​ຖືກ​ນຳ​ມາ​ເປີດເຜີຍ​ໃຫ້​ຮູ້.

23 ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.

24 ພຣະອົງ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ໃຫ້​ດີ. ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ຢ່າງໃດ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ຢ່າງນັ້ນ ແລະ ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ​ອີກ.

25 ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ, ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ”.


ຄຳອຸປະມາ​ເລື່ອງ​ເມັດພືດ​ທີ່​ງອກ​ຂຶ້ນ

26 ພຣະອົງ​ກ່າວ​ອີກ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ເໝືອນ ຄົນ​ໜຶ່ງ​ຫວ່ານ​ເມັດພືດ​ລົງ​ໃນ​ດິນ.

27 ໃນ​ເວລາ​ກາງເວັນ ແລະ ເວລາ​ກາງຄືນ ບໍ່​ວ່າ​ລາວ​ຈະ​ນອນຫລັບ ຫລື ຕື່ນ​ຂຶ້ນ, ເມັດພືດ​ນັ້ນ​ກໍ​ງອກ ແລະ ເຕີບໃຫຍ່​ຂຶ້ນ ເຖິງ​ວ່າ​ລາວ​ບໍ່​ຮູ້​ວ່າ​ມັນ​ງອກ​ຂຶ້ນ​ໄດ້​ຢ່າງໃດ.

28 ແມ່ນ​ດິນ​ເອງ​ທີ່​ເຮັດ​ໃຫ້​ເມັດພືດ​ງອກ​ຂຶ້ນ, ທຳອິດ​ເປັນ​ຕົ້ນອ່ອນ ຕໍ່ມາ​ກໍ​ມີ​ເມັດເຂົ້າ​ເຕັມ​ຮວງ.

29 ທັນທີ​ທີ່​ເຂົ້າ​ສຸກ​ແລ້ວ ລາວ​ກໍ​ໃຊ້​ກ່ຽວ​ເພື່ອ​ກ່ຽວ​ເຂົ້າ​ນັ້ນ ເພາະ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ”.


ຄຳອຸປະມາ​ເລື່ອງ​ເມັດພືດ
( ມທ 13:31 , 32 ; ລກ 13:18 , 19 )

30 ພຣະອົງ​ກ່າວ​ອີກ​ວ່າ, “ພວກເຮົາ​ຈະ​ປຽບ​ອານາຈັກ​ຂອງ​ພຣະເຈົ້າ​ກັບ​ສິ່ງ​ໃດ​ດີ, ຫລື ຈະ​ໃຊ້​ຄຳອຸປະມາ​ຢ່າງໃດ​ເພື່ອ​ມາ​ອະທິບາຍ​ເຖິງ​ອານາຈັກ​ນີ້?

31 ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ເຊິ່ງ​ເປັນ​ເມັດ​ທີ່​ນ້ອຍ​ທີ່ສຸດ​ກວ່າ​ເມັດ​ໃດໆ​ທັງໝົດ​ໃນ​ໂລກ.

32 ແຕ່​ເມື່ອ​ຫວ່ານ​ລົງ​ໄປ​ແລ້ວ ມັນ​ກໍ​ງອກ​ຂຶ້ນ ແລະ ກາຍ​ເປັນ​ຕົ້ນ​ທີ່​ໃຫຍ່​ທີ່ສຸດ​ກວ່າ​ຜັກ​ຊະນິດ​ອື່ນໆ​ໃນ​ສວນ ແລະ ແຕກ​ກິ່ງ​ໃຫຍ່​ອອກ​ຈົນ​ຝູງ​ນົກ​ສາມາດ​ມາ​ເຮັດຮັງ​ຢູ່​ໄດ້”.

33 ພຣະເຢຊູເຈົ້າ​ໄດ້​ກ່າວ​ຖ້ອຍຄຳ​ເປັນ​ຄຳອຸປະມາ​ຫລາຍ​ເລື່ອງ​ຢ່າງ​ດຽວ​ກັນ​ນີ້​ໃຫ້​ພວກເຂົາ​ຟັງ, ຕາມ​ທີ່​ພວກເຂົາ​ສາມາດ​ເຂົ້າໃຈ​ໄດ້.

34 ພຣະອົງ​ກ່າວ​ກັບ​ພວກເຂົາ​ທຸກຄົນ​ເປັນ​ຄຳອຸປະມາ. ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ພວກສາວົກ​ຂອງ​ພຣະອົງ​ແລ້ວ ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ.


ພຣະເຢຊູເຈົ້າ​ສັ່ງຫ້າມ​ລົມພະຍຸ
(ມທ 8:18,23-27; ລກ 8:22-25)

35 ໃນ​ຕອນຄ່ຳ​ຂອງ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”.

36 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາ​ພຣະອົງ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະອົງ​ເຄີຍ​ຢູ່​ໂດຍ​ປະ​ປະຊາຊົນ​ໄວ້ ແລະ ມີ​ເຮືອ​ລຳ​ອື່ນໆ​ໄປ​ນຳ​ດ້ວຍ.

37 ແລ້ວ​ເກີດ​ມີ​ລົມພະຍຸ​ຮຸນແຮງ ແລະ ຄື້ນນ້ຳ​ໄດ້​ຊັດ​ຖ້ວມ​ເຮືອ​ຈົນ​ເຮືອ​ເກືອບ​ຈະ​ຈົມ.

38 ພຣະເຢຊູເຈົ້າ​ນອນ​ໝູນ​ໝອນ​ຫລັບ​ຢູ່​ທ້າຍເຮືອ. ພວກສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ ພຣະອົງ​ບໍ່​ເປັນຫ່ວງ​ພວກຂ້ານ້ອຍ​ບໍ?”

39 ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ, ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ​ວ່າ, “ຈົ່ງ​ມິດ! ງຽບສະຫງົບ​ແມ!” ແລ້ວ​ລົມພະຍຸ​ກໍ​ຢຸດ​ພັດ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.

40 ພຣະອົງ​ກ່າວ​ກັບ​ພວກສາວົກ​ວ່າ, “ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢ້ານ​ຫລາຍ​ແທ້? ພວກເຈົ້າ​ຍັງ​ບໍ່​ມີ​ຄວາມເຊື່ອ​ຢູ່​ບໍ?”

41 ພວກສາວົກ​ໄດ້​ພາກັນ​ຕົກໃຈ​ຢ້ານ​ຫລາຍ ແລະ ຕ່າງ​ກໍ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ!”

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan