ມາຣະໂກ 3 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຮັກສາໃນວັນສະບາໂຕ 1 ອີກຄັ້ງໜຶ່ງ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະ ຢູ່ທີ່ນັ້ນມີຊາຍມືລີບຄົນໜຶ່ງ. 2 ມີບາງຄົນໃນພວກເຂົາກຳລັງຊອກຫາສາເຫດທີ່ຈະກ່າວໂທດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຕິດຕາມເບິ່ງພຣະອົງຢ່າງໃກ້ຊິດວ່າພຣະອົງຈະຮັກສາຊາຍຄົນນີ້ໃນວັນຊະບາໂຕ ຫລື ບໍ່. 3 ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງຢືນຂຶ້ນຕໍ່ໜ້າທຸກຄົນ”. 4 ແລ້ວພຣະເຢຊູເຈົ້າຖາມພວກເຂົາວ່າ, “ອັນໃດທີ່ຖືກຕ້ອງຕາມກົດບັນຍັດໃນວັນຊະບາໂຕ ຈະເຮັດດີ ຫລື ເຮັດຊົ່ວ, ຈະຊ່ວຍຊີວິດ ຫລື ທຳລາຍຊີວິດ?” ແຕ່ພວກເຂົາໄດ້ມິດຢູ່. 5 ພຣະອົງແນມໄປເບິ່ງພວກເຂົາດ້ວຍຄວາມເຄືອງໃຈ ແລະ ເປັນທຸກໃຈທີ່ສຸດທີ່ພວກເຂົາໃຈແຂງກະດ້າງ. ພຣະອົງຈຶ່ງກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກ”. ລາວກໍເຮັດຕາມ ແລະ ມືຂອງລາວກໍດີເປັນປົກກະຕິທຸກຢ່າງ. 6 ພວກຟາຣີຊາຍຈຶ່ງໄດ້ອອກໄປ ແລະ ເລີ່ມວາງແຜນກັບກຸ່ມສະໜັບສະໜູນເຮໂຣດວ່າຈະຂ້າພຣະເຢຊູເຈົ້າ. ປະຊາຊົນຕິດຕາມພຣະເຢຊູເຈົ້າ ( ມທ 12:15 , 16 ; ລກ 6:17-19) 7 ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ແຍກໂຕຈາກທີ່ນັ້ນໄປຍັງທະເລສາບ, ມີປະຊາຊົນເປັນຈຳນວນຫລວງຫລາຍມາຈາກແຂວງຄາລີເລໄດ້ຕິດຕາມພຣະອົງໄປ. 8 ເມື່ອພວກເຂົາໄດ້ຍິນເຖິງສິ່ງຕ່າງໆທີ່ພຣະອົງໄດ້ກະທຳແລ້ວ, ມີຄົນເປັນຈຳນວນຫລວງຫລາຍທີ່ມາຈາກແຂວງຢູດາຍ, ຈາກເຢຣູຊາເລັມ, ຈາກເຂດແດນອີດູມາຍ ແລະ ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ແລະ ຂົງເຂດອ້ອມແອ້ມເມືອງຕີເຣ ແລະ ເມືອງຊີໂດນໄດ້ພາກັນມາຫາພຣະອົງ. 9 ເພາະຍ້ອນປະຊາຊົນເຫລົ່ານີ້ ພຣະອົງຈຶ່ງສັ່ງພວກສາວົກຂອງພຣະອົງໃຫ້ຕຽມເຮືອນ້ອຍໄວ້ໃຫ້ພຣະອົງລຳໜຶ່ງ, ເພື່ອບໍ່ໃຫ້ປະຊາຊົນມາບຽດພຣະອົງ. 10 ເນື່ອງຈາກວ່າ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນໃຫ້ຫາຍດີ, ດັ່ງນັ້ນ ບັນດາຜູ້ທີ່ເຈັບເປັນດ້ວຍພະຍາດຕ່າງໆຈຶ່ງບຽດກັນເຂົ້າມາເພື່ອທີ່ຈະໄດ້ຈັບບາຍພຣະອົງ. 11 ເມື່ອໃດທີ່ພວກວິນຍານສົກກະປົກໄດ້ເຫັນພຣະອົງ ພວກມັນກໍຂາບລົງຕໍ່ໜ້າພຣະອົງ ແລະ ຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ”. 12 ແຕ່ພຣະອົງຫ້າມພວກມັນຢ່າງເດັດຂາດບໍ່ໃຫ້ບອກຄົນອື່ນກ່ຽວກັບເລື່ອງຂອງພຣະອົງ. ພຣະເຢຊູເຈົ້າແຕ່ງຕັ້ງອັກຄະສາວົກສິບສອງຄົນ (ມທ 10:2-4; ລກ 6:14-16; ກຈກ 1:13 ) 13 ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູເຂົາແຫ່ງໜຶ່ງ ແລະ ເອີ້ນເອົາບັນດາຜູ້ທີ່ພຣະອົງຕ້ອງການມາຫາພຣະອົງ, ແລະ ພວກເພິ່ນໄດ້ມາຫາພຣະອົງ. 14 ພຣະອົງໄດ້ແຕ່ງຕັ້ງສິບສອງຄົນໃຫ້ເປັນອັກຄະສາວົກໃຫ້ຢູ່ກັບພຣະອົງ ແລະ ພຣະອົງຈະໃຊ້ພວກເພິ່ນອອກໄປປະກາດ, 15 ແລະ ໃຫ້ພວກເພິ່ນມີສິດອຳນາດທີ່ຈະຂັບໄລ່ຜີມານຮ້າຍອອກໄດ້. 16 ບັນດາສິບສອງຄົນທີ່ພຣະອົງໄດ້ແຕ່ງຕັ້ງມີດັ່ງນີ້: ຊີໂມນ (ພຣະອົງໄດ້ຕັ້ງຊື່ໃຫ້ວ່າເປໂຕ), 17 ຢາໂກໂບລູກຊາຍຂອງເຊເບດາຍ ແລະ ໂຢຮັນຜູ້ເປັນນ້ອງຊາຍຂອງຢາໂກໂບ (ພຣະອົງໄດ້ຕັ້ງຊື່ໃຫ້ທັງສອງຄົນວ່າໂບອະເນເຄ ເຊິ່ງມີຄວາມໝາຍວ່າລູກຟ້າຮ້ອງ), 18 ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ທາດາຍ, ຊີໂມນຜູ້ຮັກຊາດ 19 ແລະ ຢູດາອິດສະກາຣີອົດ, ຜູ້ທີ່ທໍລະຍົດຕໍ່ພຣະອົງ. ພຣະເຢຊູເຈົ້າຖືກກ່າວຫາໂດຍຄອບຄົວຂອງພຣະອົງ ແລະ ໂດຍຄູສອນກົດບັນຍັດ (ມທ 12:25-29; ລກ 11:17-22) 20 ແລ້ວພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນ ແລະ ປະຊາຊົນກໍໄດ້ມາເຕົ້າໂຮມກັນອີກຈົນພຣະອົງ ແລະ ພວກສາວົກຂອງພຣະອົງບໍ່ມີເວລາແມ່ນແຕ່ຈະຮັບປະທານອາຫານ. 21 ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນເລື່ອງນີ້ ພວກເຂົາກໍມາເພື່ອຈະຫ້າມພຣະອົງໄວ້, ເພາະພວກເຂົາເວົ້າວ່າ, “ພຣະອົງເສຍສະຕິໄປແລ້ວ”. 22 ແລະ ພວກຄູສອນກົດບັນຍັດທີ່ລົງມາຈາກນະຄອນເຢຣູຊາເລັມໄດ້ເວົ້າວ່າ, “ຜູ້ນີ້ຖືກເບເອນເຊບູນເຂົ້າສິງຢູ່! ໂດຍອຳນາດຂອງນາຍຜີມານຮ້າຍ ລາວຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”. 23 ສະນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກເຂົາມາ ແລະ ກ່າວກັບພວກເຂົາເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານອອກໄດ້ຢ່າງໃດ? 24 ຖ້າອານາຈັກໃດເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍຕັ້ງຢູ່ຕໍ່ໄປບໍ່ໄດ້. 25 ຖ້າເຮືອນຫລັງໃດເກີດແຕກແຍກກັນ ເຮືອນຫລັງນັ້ນກໍຈະຕັ້ງຢູ່ບໍ່ໄດ້. 26 ແລະ ຖ້າມານຊາຕານຕໍ່ຕ້ານກັນເອງ ແລະ ແຕກແຍກກັນ, ມັນກໍຕັ້ງຢູ່ບໍ່ໄດ້ ຈຸດຈົບຂອງມັນກໍມາເຖິງແລ້ວ. 27 ຕາມຄວາມຈິງແລ້ວ ບໍ່ມີຜູ້ໃດສາມາດເຂົ້າໄປໃນເຮືອນຂອງຄົນແຂງແຮງໄດ້ ເວັ້ນໄວ້ແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ ແລ້ວຈຶ່ງປຸ້ນເຮືອນຂອງລາວໄດ້. 28 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ການບາບ ແລະ ຄຳໝິ່ນປະໝາດທຸກຢ່າງທີ່ມະນຸດກ່າວສາມາດໃຫ້ອະໄພໄດ້. 29 ແຕ່ຜູ້ໃດກໍຕາມທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດເຈົ້າຈະບໍ່ໄດ້ຮັບການອະໄພຈັກເທື່ອ, ພວກເຂົາໄດ້ເຮັດຄວາມຜິດອັນເປັນບາບຕິດໂຕຕະຫລອດໄປ”. 30 ພຣະອົງກ່າວຢ່າງນີ້ກໍເພາະພວກເຂົາໄດ້ເວົ້າວ່າ, “ເພິ່ນມີວິນຍານສົກກະປົກເຂົ້າສິງຢູ່”. ມານດາ ແລະ ພວກນ້ອງຊາຍຂອງພຣະເຢຊູເຈົ້າ (ມທ 12:46-50; ລກ 8:19-21) 31 ແລ້ວມານດາ ແລະ ພວກນ້ອງຊາຍຂອງພຣະເຢຊູເຈົ້າກໍມາເຖິງ. ພວກເຂົາໄດ້ຢືນຢູ່ຂ້າງນອກ ແລະ ໃຊ້ຄົນເຂົ້າໄປເອີ້ນພຣະອົງ. 32 ປະຊາຊົນນັ່ງອ້ອມພຣະອົງຢູ່ ແລະ ພວກເຂົາໄດ້ບອກພຣະອົງວ່າ, “ມານດາ ແລະ ບັນດານ້ອງຊາຍຂອງທ່ານກຳລັງຊອກຫາທ່ານຢູ່ທາງນອກ”. 33 ພຣະອົງຖາມວ່າ, “ຜູ້ໃດເປັນມານດາ ແລະ ຜູ້ໃດເປັນພວກນ້ອງຊາຍຂອງເຮົາ?” 34 ແລ້ວພຣະອົງກໍຫລຽວເບິ່ງບັນດາປະຊາຊົນທີ່ນັ່ງອ້ອມພຣະອົງຢູ່ນັ້ນ ແລະ ໄດ້ກ່າວວ່າ, “ນີ້ຄືແມ່ ແລະ ນ້ອງຊາຍຂອງເຮົາ! 35 ຜູ້ໃດທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍເປັນນ້ອງຊາຍ ແລະ ເປັນນ້ອງສາວ ແລະ ເປັນແມ່ຂອງເຮົາ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.