ມາຣະໂກ 2 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຮັກສາຄົນເປ້ຍຜູ້ໜຶ່ງໃຫ້ຫາຍດີ (ມທ 9:2-8; ລກ 5:18-26) 1 ສອງສາມວັນຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງກາເປນາອູມອີກ, ປະຊາຊົນທັງຫລາຍຕ່າງກໍໄດ້ຍິນຂ່າວວ່າພຣະອົງໄດ້ມາເຮືອນ. 2 ດັ່ງນັ້ນ ປະຊາຊົນຢ່າງຫລວງຫລາຍຈຶ່ງມາເຕົ້າໂຮມກັນຢູ່ທີ່ນັ້ນຈົນບໍ່ມີບ່ອນຫວ່າງແມ່ນແຕ່ທີ່ນອກປະຕູທາງເຂົ້າ ແລະ ພຣະອົງໄດ້ສັ່ງສອນພຣະທຳສູ່ພວກເຂົາຟັງ. 3 ມີຊາຍສີ່ຄົນຫາມຄົນເປ້ຍຜູ້ໜຶ່ງມາຫາພຣະອົງ. 4 ແຕ່ພວກເຂົາບໍ່ສາມາດເຂົ້າໄປຫາພຣະເຢຊູເຈົ້າໄດ້ເພາະມີປະຊາຊົນຈຳນວນຫລວງຫລາຍ, ພວກເຂົາຈຶ່ງຮື້ຫລັງຄາຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນ ແລ້ວຢ່ອນບ່ອນນອນທີ່ຄົນເປ້ຍນັ້ນນອນຢູ່ລົງມາ. 5 ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ ພຣະອົງຈຶ່ງກ່າວຕໍ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ບາບຂອງເຈົ້າໄດ້ຮັບອະໄພແລ້ວ”. 6 ແຕ່ມີພວກຄູສອນກົດບັນຍັດບາງຄົນທີ່ນັ່ງຢູ່ທີ່ນັ້ນຄິດໃນໃຈວ່າ, 7 “ເປັນຫຍັງຄົນນີ້ຈຶ່ງເວົ້າຢ່າງນີ້? ລາວກຳລັງເວົ້າໝິ່ນປະໝາດພຣະເຈົ້າ! ນອກຈາກພຣະເຈົ້າແລ້ວ ຈະມີຜູ້ໃດສາມາດອະໄພບາບໄດ້?” 8 ພຣະເຢຊູເຈົ້າຮູ້ໃນໃຈຂອງພຣະອົງທັນທີວ່າພວກເຂົາກຳລັງຄິດຫຍັງຢູ່ ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດຢ່າງນັ້ນ? 9 ອັນໃດຈະງ່າຍກວ່າກັນທີ່ຈະກ່າວແກ່ຄົນເປ້ຍນັ້ນວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ຫລື ກ່າວວ່າ ‘ຈົ່ງລຸກຂຶ້ນ, ເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ?’ 10 ແຕ່ເຮົາຢາກໃຫ້ພວກເຈົ້າທັງຫລາຍຮູ້ວ່າບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ” ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, 11 “ເຮົາສັ່ງເຈົ້າວ່າ, ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ເມືອເຮືອນສາ”. 12 ລາວຈຶ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງຕົນ ແລະ ກໍຍ່າງອອກໄປຕໍ່ໜ້າຄົນທັງຫລາຍ. ທຸກຄົນຕ່າງກໍປະຫລາດໃຈ ແລະ ສັນລະເສີນພຣະເຈົ້າ ແລະ ເວົ້າວ່າ, “ພວກເຮົາບໍ່ເຄີຍພົບເຫັນເຫດການຢ່າງນີ້ຈັກເທື່ອ!” ພຣະເຢຊູເຈົ້າເອີ້ນເອົາເລວີ ແລະ ຮັບປະທານອາຫານຮ່ວມກັບຄົນບາບ (ມທ 9:9-13; ລກ 5:27-32) 13 ອີກຄັ້ງຫນຶ່ງ ພຣະເຢຊູເຈົ້າໄດ້ອອກໄປທີ່ແຄມຝັ່ງທະເລສາບ. ປະຊາຊົນຈໍານວນຫລວງຫລາຍໄດ້ພາກັນມາຫາພຣະອົງ ແລະ ພຣະອົງໄດ້ສັ່ງສອນພວກເຂົາ. 14 ໃນຂະນະທີ່ພຣະອົງຍ່າງໄປຕາມທາງນັ້ນ ພຣະອົງກໍເຫັນເລວີ ລູກຊາຍຂອງອາລະຟາຍ ກຳລັງນັ່ງຢູ່ດ່ານເກັບພາສີ ພຣະເຢຊູເຈົ້າຈຶ່ງກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”, ແລ້ວເລວີກໍລຸກຂຶ້ນ ແລະ ຕິດຕາມພຣະອົງໄປ. 15 ໃນຂະນະທີ່ພຣະເຢຊູເຈົ້າກຳລັງກິນອາຫານແລງຢູ່ເຮືອນຂອງເລວີ, ມີຄົນເກັບພາສີ ແລະ ຄົນບາບຫລາຍຄົນກໍໄດ້ມາຮ່ວມກິນອາຫານກັບພຣະອົງ ແລະ ພວກສາວົກຂອງພຣະອົງ, ເພາະວ່າມີຫລາຍຄົນໄດ້ຕິດຕາມພຣະອົງ. 16 ເມື່ອພວກຄູສອນກົດບັນຍັດຜູ້ທີ່ເປັນຟາຣີຊາຍໄດ້ເຫັນພຣະອົງກຳລັງກິນອາຫານຮ່ວມກັບຄົນເກັບພາສີ ແລະ ຄົນບາບ, ພວກເຂົາຈຶ່ງຖາມພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນອາຫານຮ່ວມກັບຄົນເກັບພາສີ ແລະ ຄົນບາບ?” 17 ເມື່ອໄດ້ຍິນດັ່ງນີ້, ພຣະເຢຊູເຈົ້າຈຶ່ງກ່າວກັບພວກເຂົາວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ. ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເພື່ອເອີ້ນເອົາຄົນບາບທັງຫລາຍ”. ຄຳຖາມເລື່ອງການຖືສິນອົດອາຫານ (ມທ 9:14-17; ລກ 5:33-38) 18 ໃນຂະນະນັ້ນ ພວກລູກສິດຂອງໂຢຮັນ ແລະ ພວກຟາຣີຊາຍ ກຳລັງຖືສິນອົດອາຫານຢູ່. ມີບາງຄົນມາຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກລູກສິດຂອງໂຢຮັນ ແລະ ພວກຟາຣີຊາຍຈຶ່ງຖືສິນອົດອາຫານ, ແຕ່ເປັນຫຍັງພວກສາວົກຂອງທ່ານບໍ່ຖືສິນອົດອາຫານ?” 19 ພຣະເຢຊູເຈົ້າຕອບວ່າ, “ຈະໃຫ້ແຂກຂອງເຈົ້າບ່າວຖືສິນອົດອາຫານຂະນະທີ່ເຈົ້າບ່າວຢູ່ນຳໄດ້ຢ່າງໃດ? ເມື່ອໃດເຈົ້າບ່າວຍັງຢູ່ນຳພວກເຂົາ ພວກເຂົາກໍເຮັດຢ່າງນັ້ນບໍ່ໄດ້. 20 ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຖືກນໍາໂຕໄປຈາກພວກເຂົາ, ວັນນັ້ນແຫລະ ພວກເຂົາຈະຖືສິນອົດອາຫານ. 21 “ບໍ່ມີຜູ້ໃດທີ່ເອົາຕ່ອນຜ້າໃໝ່ໄປຕາບເສື້ອເກົ່າ. ຖ້າເຮັດຢ່າງນັ້ນຜ້າໃໝ່ຈະຫົດ ແລະ ເຮັດໃຫ້ເສື້ອເກົ່າຂາດເປັນຮູໃຫຍ່ຕື່ມອີກ. 22 ແລະ ບໍ່ມີຜູ້ໃດທີ່ຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດຢ່າງນັ້ນ ເຫລົ້າອະງຸ່ນຈະເຮັດໃຫ້ຖົງໜັງນັ້ນແຕກ ແລະ ເຫລົ້າອະງຸ່ນກັບທັງຖົງກໍຈະເສຍຫາຍ. ບໍ່ດອກ, ພວກເຂົາຕ້ອງຖອກເຫລົ້າອະງຸ່ນໃໝ່ໃສ່ໃນຖົງໜັງໃໝ່ເທົ່ານັ້ນ”. ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ (ມທ 12:1-14; ລກ 6:1-11) 23 ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າໄດ້ຍ່າງຜ່ານທົ່ງນາ, ໃນຂະນະທີ່ຍ່າງໄປຕາມທາງນັ້ນ ພວກສາວົກຂອງພຣະອົງໄດ້ເດັດຮວງເຂົ້າ. 24 ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າກັບພຣະອົງວ່າ, “ເບິ່ງແມ, ເປັນຫຍັງພວກເຂົາຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນຊະບາໂຕ?” 25 ພຣະອົງຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນສິ່ງທີ່ດາວິດ ແລະ ຄົນຂອງເພິ່ນໄດ້ເຮັດເມື່ອເພິ່ນຫິວເຂົ້າ ແລະ ຂັດສົນນັ້ນບໍ? 26 ໃນສະໄໝນັ້ນ ແມ່ນອາບີອາທາເປັນມະຫາປະໂລຫິດ, ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະ ກິນເຂົ້າຈີ່ສັກສິດ, ເຊິ່ງຕາມກົດບັນຍັດແລ້ວ ມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນເຂົ້າຈີ່ນີ້ໄດ້. ແລະ ດາວິດຍັງໄດ້ເອົາເຂົ້າຈີ່ນັ້ນໃຫ້ຄົນຂອງເພິ່ນກິນນຳອີກດ້ວຍ”. 27 ແລ້ວພຣະອົງກໍກ່າວກັບພວກເຂົາວ່າ, “ວັນຊະບາໂຕຖືກຕັ້ງໄວ້ເພື່ອມະນຸດ, ບໍ່ແມ່ນມະນຸດຖືກຕັ້ງໄວ້ເພື່ອວັນຊະບາໂຕ. 28 ດັ່ງນັ້ນ ບຸດມະນຸດຈຶ່ງເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.