ມາຣະໂກ 15 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າຕໍ່ໜ້າປີລາດ (ມທ 27:11-26; ລກ 23:2,3,18-25; ຢຮ 18:29–19:16 ) 1 ເມື່ອຮຸ່ງເຊົ້າມາ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່, ພວກຄູສອນກົດບັນຍັດ ແລະ ບັນດາສະມາຊິກສະພາແຊນເຮດຣິນທັງໝົດໄດ້ປຶກສາຫາລືກັນເພື່ອວາງແຜນຂອງພວກເຂົາ. ດັ່ງນັ້ນ ພວກເຂົາໄດ້ມັດພຣະເຢຊູເຈົ້າ ແລະ ນໍາພຣະອົງໄປມອບໃຫ້ແກ່ປີລາດ. 2 ສ່ວນປີລາດໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”. 3 ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ. 4 ດັ່ງນັ້ນ, ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ເບິ່ງແມ ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍຢ່າງ”. 5 ແຕ່ພຣະເຢຊູເຈົ້າບໍ່ຕອບຫຍັງ ແລະ ປີລາດຈຶ່ງປະຫລາດໃຈຫລາຍ. 6 ບັດນີ້ ເປັນທຳນຽມໃນເທດສະການທີ່ຈະປ່ອຍນັກໂທດໜຶ່ງຄົນຕາມທີ່ປະຊາຊົນຂໍຮ້ອງ. 7 ມີຊາຍຄົນໜຶ່ງຊື່ວ່າບາຣາບາ ຖືກຂັງຄຸກຮ່ວມກັບພວກກະບົດທີ່ໄດ້ຂ້າຄົນໃນການກະບົດນັ້ນ. 8 ປະຊາຊົນໄດ້ຂຶ້ນໄປຫາປີລາດ ແລະ ໄດ້ຂໍໃຫ້ປີລາດເຮັດຕາມທີ່ເພິ່ນເຄີຍໄດ້ປະຕິບັດມາ. 9 ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?” 10 ປີລາດຮູ້ດີວ່າການທີ່ພວກຫົວໜ້າປະໂລຫິດໄດ້ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະພວກເຂົາອິດສາ. 11 ແຕ່ພວກຫົວໜ້າປະໂລຫິດໄດ້ຍຸຍົງປະຊາຊົນໃຫ້ຮ້ອງຂໍປີລາດໃຫ້ປ່ອຍບາຣາບາແທນ. 12 ປີລາດຖາມພວກເຂົາອີກວ່າ, “ແລ້ວພວກທ່ານຈະໃຫ້ເຮົາເຮັດຢ່າງໃດກັບຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງຊາວຢິວ?” 13 ພວກເຂົາຮ້ອງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ”. 14 ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ກໍ່ອາດຊະຍາກຳຫຍັງ?” ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!” 15 ເພື່ອເອົາໃຈປະຊາຊົນ ປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ. ພວກທະຫານເຢາະເຢີ້ຍພຣະເຢຊູເຈົ້າ (ມທ 27:27-31; ຢຮ 19:2-3) 16 ພວກທະຫານໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນວັງຂອງຜູ້ປົກຄອງ (ຄືສານເພໂທຣຽມ) ແລ້ວກໍເອີ້ນກອງທັບທະຫານມາເຕົ້າໂຮມກັນໃນທີ່ນັ້ນ. 17 ພວກເຂົາໄດ້ເອົາເສື້ອຄຸມສີມ່ວງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນ ກໍສານມົງກຸດໜາມແລ້ວສຸບໃສ່ຫົວຂອງພຣະອົງ. 18 ແລ້ວພວກເຂົາກໍເລີ່ມຮ້ອງຂຶ້ນວ່າ, “ກະສັດແຫ່ງຊາວຢິວເອີຍ ຈົ່ງຈະເລີນ!” 19 ພວກເຂົາຟາດຫົວພຣະອົງດ້ວຍໄມ້ຄ້ອນ, ຟາດແລ້ວຟາດອີກ ແລະ ຖົ່ມນ້ຳລາຍໃສ່ພຣະອົງ. ພວກເຂົາໄດ້ຄຸເຂົ່າລົງເຮັດຄືວ່າຄຳນັບພຣະອົງ. 20 ແລະ ເມື່ອພວກເຂົາໄດ້ເຢາະເຢີ້ຍພຣະອົງແລ້ວ, ພວກເຂົາກໍແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງເອງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນພວກເຂົາໄດ້ນຳພຣະອົງອອກໄປເພື່ອຄຶງພຣະອົງໄວ້ທີ່ໄມ້ກາງແຂນ. ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ (ມທ 27:33-44; ລກ 23:33-43; ຢຮ 19:17-24) 21 ຊາຍຄົນໜຶ່ງມາຈາກເມືອງກີເຣເນ ຊື່ວ່າຊີໂມນ, ເຊິ່ງເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ, ລາວກຳລັງມາແຕ່ນອກເມືອງຜ່ານໄປທາງນັ້ນ ແລະ ພວກເຂົາໄດ້ບັງຄັບລາວໃຫ້ແບກໄມ້ກາງແຂນນັ້ນ. 22 ພວກເຂົາໄດ້ພາພຣະເຢຊູເຈົ້າໄປຍັງບ່ອນໜຶ່ງທີ່ເອີ້ນວ່າໂຄລະໂຄທາ (ເຊິ່ງແປວ່າສະຖານທີ່ແຫ່ງກະໂຫລກຫົວ). 23 ແລ້ວພວກເຂົາໄດ້ເອົາເຫລົ້າອະງຸ່ນປະສົມກັບຢາງໄມ້ຫອມຊະນິດໜຶ່ງໃຫ້ພຣະເຢຊູເຈົ້າດື່ມ, ແຕ່ພຣະອົງບໍ່ຍອມດື່ມ. 24 ພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນໄວ້. ພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນເພື່ອເບິ່ງວ່າແຕ່ລະຄົນຈະໄດ້ອັນໃດ. 25 ເມື່ອພວກເຂົາຄຶງພຣະອົງທີ່ໄມ້ກາງແຂນນັ້ນແມ່ນເວລາເກົ້າໂມງເຊົ້າ. 26 ມີປ້າຍທີ່ພວກເຂົາຂຽນຂໍ້ກ່າວຫາທີ່ລົງໂທດພຣະອົງ ເຊິ່ງອ່ານວ່າ: “ກະສັດຂອງຊາວຢິວ”. 27 ພວກເຂົາຍັງໄດ້ຄຶງໂຈນສອງຄົນທີ່ໄມ້ກາງແຂນພ້ອມກັບພຣະອົງ, ຄົນໜຶ່ງຢູ່ເບື້ອງຂວາ ແລະ ອີກຄົນໜຶ່ງຢູ່ເບື້ອງຊ້າຍຂອງພຣະອົງ. 28 ແລະ ຈຶ່ງເປັນຈິງຕາມພຣະຄຳພີທີ່ວ່າ, “ພວກເຂົາຖືກນັບເປັນຄົນທີ່ລ່ວງລະເມີດ”. 29 ບັນດາຄົນທີ່ຜ່ານໄປມາຕ່າງກໍດູຖູກພຣະອົງ, ພາກັນແກວ່ງຫົວ ແລະ ເວົ້າວ່າ, “ເປັນຢ່າງໃດ! ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ໃນສາມວັນ, 30 ຈົ່ງລົງມາຈາກໄມ້ກາງແຂນ ແລະ ຊ່ວຍຕົນເອງໃຫ້ພົ້ນສາ!” 31 ໃນທຳນອງດຽວກັນນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍໄດ້ພາກັນເຢາະເຢີ້ຍພຣະອົງໃນທ່າມກາງພວກເຂົາເອງເໝືອນກັນວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ແຕ່ລາວບໍ່ສາມາດຊ່ວຍຕົນເອງໄດ້! 32 ໃຫ້ພຣະຄຣິດເຈົ້າ, ກະສັດຂອງຊາວອິດສະຣາເອນ ລົງມາຈາກໄມ້ກາງແຂນດຽວນີ້, ເພື່ອພວກເຮົາຈະໄດ້ເຫັນ ແລະ ໄດ້ເຊື່ອ”. ບັນດາຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນພ້ອມກັບພຣະເຢຊູເຈົ້າກໍພາກັນເວົ້າດູຖູກພຣະອົງເໝືອນກັນ. ການຕາຍຂອງພຣະເຢຊູເຈົ້າ (ມທ 27:45-56; ລກ 23:44-49) 33 ເມື່ອເຖິງເວລາຕອນທ່ຽງ ທົ່ວແຜ່ນດິນກໍເກີດຄວາມມືດມົວຈົນເຖິງບ່າຍສາມໂມງ. 34 ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອໂລອີ, ເອໂລອີ, ແລມາ ຊາບັກທານີ?” ເຊິ່ງແປວ່າ: “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍ?” 35 ເມື່ອບາງຄົນທີ່ຢືນຢູ່ໃກ້ທີ່ນັ້ນໄດ້ຍິນດັ່ງນີ້ ພວກເຂົາຈຶ່ງເວົ້າວ່າ, “ຟັງແມ, ລາວຮ້ອງຫາເອລີຢາ”. 36 ມີຄົນໜຶ່ງແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າອະງຸ່ນສົ້ມສຽບໃສ່ໄມ້ ແລ້ວຍື່ນໃຫ້ພຣະເຢຊູເຈົ້າດື່ມ ແລະ ເວົ້າວ່າ, “ຢ່າໄປຫຍຸ້ງກ່ຽວກັບລາວ. ໃຫ້ພວກເຮົາເບິ່ງວ່າເອລີຢາຈະມາຊ່ວຍລາວລົງຈາກໄມ້ກາງແຂນບໍ່”. 37 ເມື່ອພຣະເຢຊູເຈົ້າຮ້ອງດ້ວຍສຽງດັງແລ້ວກໍສິ້ນລົມຫາຍໃຈ. 38 ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ. 39 ແລະ ເມື່ອນາຍທະຫານຜູ້ທີ່ຢືນຢູ່ຕໍ່ໜ້າພຣະເຢຊູເຈົ້າ ໄດ້ເຫັນວ່າພຣະອົງຕາຍຢ່າງໃດ, ລາວຈຶ່ງເວົ້າວ່າ, “ແທ້ຈິງແລ້ວ ທ່ານຜູ້ນີ້ເປັນພຣະບຸດຂອງພຣະເຈົ້າ!” 40 ມີແມ່ຍິງບາງຄົນທີ່ເຝົ້າເບິ່ງຢູ່ຫ່າງໆ. ໃນພວກເຂົານັ້ນມີມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບຜູ້ເປັນນ້ອງຊາຍ, ໂຢເຊ ແລະ ນາງຊາໂລເມ. 41 ແມ່ຍິງເຫລົ່ານີ້ໄດ້ຕິດຕາມພຣະເຢຊູເຈົ້າ ແລະ ບົວລະບັດພຣະອົງໃນແຂວງຄາລີເລ. ຍັງມີແມ່ຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ. ການຝັງສົບຂອງພຣະເຢຊູເຈົ້າ (ມທ 27:57-61; ລກ 23:50-56; ຢຮ 19:38-42) 42 ເນື່ອງຈາກວ່າວັນນັ້ນເປັນວັນຈັດຕຽມ (ເປັນວັນກ່ອນທີ່ຈະເຖິງວັນຊະບາໂຕ). ດັ່ງນັ້ນ ເມື່ອເວລາຄໍ່າມາ, 43 ໂຢເຊັບຈາກອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດທີ່ສຳຄັນຄົນໜຶ່ງ ເພິ່ນເປັນຜູ້ທີ່ລໍຖ້າການມາປາກົດແຫ່ງອານາຈັກຂອງພຣະເຈົ້າ, ເພິ່ນກ້າເຂົ້າໄປພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ. 44 ແຕ່ປີລາດປະຫລາດໃຈຫລາຍທີ່ໄດ້ຍິນວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຖາມວ່າພຣະອົງຕາຍແລ້ວບໍ. 45 ເມື່ອຮູ້ຄຳຕອບຈາກນາຍທະຫານແລ້ວ ເພິ່ນກໍໄດ້ມອບສົບໃຫ້ແກ່ໂຢເຊັບ. 46 ດັ່ງນັ້ນ ໂຢເຊັບໄດ້ຊື້ຜ້າຝ້າຍລິນິນ ແລ້ວໄດ້ນໍາເອົາສົບລົງມາຈາກໄມ້ກາງແຂນ ແລະ ນຳໄປວາງໄວ້ໃນອຸບມຸງຫີນທີ່ເຈາະໄວ້ ແລະ ເພິ່ນກໍກຶ່ງກ້ອນຫີນໃຫຍ່ປິດທາງເຂົ້າອຸບມຸງໄວ້. 47 ສ່ວນມາຣີຊາວມັກດາລາ ແລະ ມາຣີແມ່ຂອງໂຢເຊັບກໍໄດ້ເຫັນບ່ອນທີ່ໄວ້ສົບຂອງພຣະເຢຊູເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.