ມາຣະໂກ 14 - ພຣະຄຳພີລາວສະບັບສະໄໝໃໝ່ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ (ມທ 26:2-16; ລກ 22:1-6) 1 ບັດນີ້ ຍັງອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະ ເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຕ່າງກໍກຳລັງຊອກຫາກົນອຸບາຍທີ່ຈະຈັບພຣະເຢຊູເຈົ້າ ແລະ ຂ້າພຣະອົງ. 2 ຄືພວກເຂົາເວົ້າວ່າ, “ແຕ່ຢ່າເຮັດໃນລະຫວ່າງເທດສະການ ບໍ່ດັ່ງນັ້ນປະຊາຊົນອາດຈະກໍ່ຄວາມວຸ້ນວາຍ”. 3 ໃນຂະນະທີ່ພຣະອົງຢູ່ທີ່ບ້ານເບັດທານີ, ກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານທີ່ຢູ່ໃນເຮືອນຂອງຊີໂມນຜູ້ທີ່ເປັນພະຍາດຂີ້ທູດ, ມີຍິງຄົນໜຶ່ງເຂົ້າມາພ້ອມດ້ວຍເຕົ້າຫີນຂາວ ເຊິ່ງບັນຈຸນ້ຳຫອມທີ່ມີລາຄາແພງ, ນ້ຳຫອມນັ້ນເຮັດຈາກເຄື່ອງຫອມບໍລິສຸດ. ນາງໄດ້ຫັກຄໍເຕົ້ານັ້ນ ແລະ ຖອກນ້ຳຫອມຫົດສົງຫົວພຣະອົງ. 4 ມີບາງຄົນໃນທີ່ນັ້ນບໍ່ພໍໃຈ ຈຶ່ງເວົ້າກັນວ່າ, “ເປັນຫຍັງຈຶ່ງເຮັດໃຫ້ນ້ຳຫອມນີ້ເສຍໄປລ້າໆ? 5 ນ້ຳຫອມນີ້ສາມາດຂາຍໄດ້ໃນລາຄາສູງຫລາຍກວ່າຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ ເພື່ອຈະໄດ້ເອົາເງິນໄປໃຫ້ຄົນຍາກຈົນ”. ແລ້ວພວກເຂົາກໍຕຳໜິຍິງຜູ້ນີ້ຢ່າງໜັກ. 6 ແຕ່ພຣະເຢຊູເຈົ້າກ່າວວ່າ, “ປ່ອຍນາງເທາະ, ພວກເຈົ້າໄປກວນໃຈນາງເຮັດຫຍັງ? ນາງໄດ້ເຮັດສິ່ງດີງາມໃຫ້ແກ່ເຮົາ. 7 ພວກເຈົ້າຈະມີຄົນຍາກຈົນຢູ່ກັບພວກເຈົ້າສະເໝີ ແລະ ພວກເຈົ້າສາມາດຊ່ວຍພວກເຂົາໄດ້ທຸກເວລາຕາມທີ່ພວກເຈົ້າຕ້ອງການ. ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ. 8 ນາງເຮັດເທົ່າທີ່ນາງເຮັດໄດ້. ນາງຖອກນ້ຳຫອມໃສ່ຮ່າງກາຍຂອງເຮົາກໍເພື່ອເປັນການຕຽມພິທີຝັງສົບຂອງເຮົາໄວ້ລ່ວງໜ້າ. 9 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂ່າວປະເສີດຖືກປະກາດໄປທີ່ໃດກໍຕາມໃນທົ່ວໂລກ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ກ່າວອອກໄປເໝືອນກັນ, ເພື່ອເປັນການລະນຶກເຖິງນາງ”. 10 ແລ້ວຢູດາອິດສະກາຣີອົດ, ຄົນໜຶ່ງໃນພວກສາວົກສິບສອງຄົນ, ກໍໄດ້ໄປພົບພວກຫົວໜ້າປະໂລຫິດເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ. 11 ບັນດາຫົວໜ້າປະໂລຫິດດີໃຈຫລາຍທີ່ໄດ້ຍິນເລື່ອງນີ້ ແລະ ສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດທີ່ຈະມອບພຣະເຢຊູເຈົ້າແກ່ພວກເຂົາ. ພຣະເຢຊູເຈົ້າຮັບປະທານອາຫານປັດສະຄາກັບສາວົກ (ມທ 26:17-30; ລກ 22:7-23) 12 ໃນວັນທີໜຶ່ງຂອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ເຊິ່ງຕາມທຳນຽມຈະຖວາຍລູກແກະປັດສະຄາ, ບັນດາສາວົກຂອງພຣະເຢຊູເຈົ້າໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດຕຽມອາຫານປັດສະຄາໃຫ້ທ່ານຮັບປະທານຢູ່ທີ່ໃດ?” 13 ດັ່ງນັ້ນ ພຣະອົງຈຶ່ງໃຊ້ສາວົກສອງຄົນໃນພວກເພິ່ນໄປພ້ອມກັບບອກພວກເພິ່ນວ່າ, “ຈົ່ງເຂົ້າໄປໃນເມືອງ ແລະ ຈະມີຊາຍຄົນໜຶ່ງແບກໄຫນ້ຳມາພົບພວກເຈົ້າ. ຈົ່ງຕາມລາວໄປ. 14 ຈົ່ງບອກເຈົ້າຂອງເຮືອນທີ່ລາວເຂົ້າໄປນັ້ນວ່າ, ‘ອາຈານຖາມວ່າ: ຫ້ອງຮັບແຂກຂອງເຮົາ ຢູ່ທີ່ໃດ, ບ່ອນທີ່ເຮົາຈະຮັບປະທານອາຫານປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ໃດ?’ 15 ແລ້ວລາວກໍຈະພາພວກເຈົ້າໄປເບິ່ງຫ້ອງໃຫຍ່ຊັ້ນເທິງ ເຊິ່ງຕົບແຕ່ງຕຽມໄວ້ຮຽບຮ້ອຍແລ້ວ. ຈົ່ງຕຽມທຸກສິ່ງໄວ້ສຳລັບພວກເຮົາຢູ່ບ່ອນນັ້ນ”. 16 ພວກສາວົກກໍໄປ ແລະ ໄດ້ເຂົ້າໄປໃນເມືອງ ແລ້ວກໍພົບສິ່ງຕ່າງໆຕາມທີ່ພຣະເຢຊູເຈົ້າໄດ້ບອກພວກເພິ່ນໄວ້. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຈັດຕຽມປັດສະຄາໄວ້. 17 ເມື່ອເຖິງຕອນຄ່ຳມາ ພຣະເຢຊູເຈົ້າກໍມາພ້ອມກັບພວກສາວົກສິບສອງຄົນ. 18 ໃນຂະນະທີ່ພວກເພິ່ນກຳລັງນັ່ງເອນໂຕຮັບປະທານອາຫານຢູ່ທີ່ໂຕະອາຫານ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ ຄືຜູ້ທີ່ກຳລັງຮັບປະທານອາຫານຮ່ວມກັບເຮົາ”. 19 ພວກສາວົກຕ່າງກໍເສຍໃຈ ແລະ ຖາມພຣະອົງເທື່ອລະຄົນວ່າ, “ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?” 20 ພຣະເຢຊູເຈົ້າຕອບວ່າ, “ແມ່ນຄົນໜຶ່ງໃນພວກເຈົ້າສິບສອງຄົນນີ້ແຫລະ ເປັນຄົນທີ່ຢິບອາຫານຈຸ່ມໃນຖ້ວຍດຽວກັນກັບເຮົາ. 21 ບຸດມະນຸດຈະຕ້ອງເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ. ແຕ່ວິບັດຈະມີແກ່ຜູ້ນັ້ນທີ່ທໍລະຍົດຕໍ່ບຸດມະນຸດ! ຖ້າລາວບໍ່ໄດ້ເກີດມາເລີຍກໍຈະດີຕໍ່ລາວຫລາຍກວ່າ”. ພິທີສິນມະຫາສະໜິດ (ມທ 26:26-29; ລກ 22:15-20; 1ກຣທ 11:23-26) 22 ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ, ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຂົ້າຈີ່ນີ້, ນີ້ຄືກາຍຂອງເຮົາ”. 23 ແລ້ວພຣະອົງກໍຈັບເອົາຈອກມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຍື່ນຈອກນັ້ນໃຫ້ພວກເພິ່ນ ແລະ ພວກເພິ່ນທຸກຄົນກໍດື່ມຈາກຈອກນັ້ນ. 24 ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ນີ້ຄືເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາ ທີ່ຖອກອອກມາເພື່ອຄົນທັງຫລາຍ. 25 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົາຈະບໍ່ດື່ມນ້ຳຈາກໝາກອະງຸ່ນນີ້ອີກຈົນຈະເຖິງວັນນັ້ນທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ໃນອານາຈັກຂອງພຣະເຈົ້າ”. 26 ເມື່ອພວກເພິ່ນຮ້ອງເພງສັນລະເສີນບົດໜຶ່ງແລ້ວ ພວກເພິ່ນກໍພາກັນອອກໄປທີ່ພູເຂົາໝາກກອກ. ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ (ມທ 26:31-35) 27 ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ເຮົາຈະຟາດຜູ້ລ້ຽງແກະ ແລະ ຝູງແກະຈະກະຈັດກະຈາຍໄປ’. 28 ແຕ່ຫລັງຈາກທີ່ເຮົາເປັນຄືນມາຈາກຕາຍແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ”. 29 ເປໂຕປະກາດວ່າ, “ເຖິງແມ່ນວ່າທຸກຄົນຈະປະຖິ້ມພຣະອົງໄປກໍຕາມ ຂ້ານ້ອຍຈະບໍ່ໜີໄປຈາກພຣະອົງ”. 30 ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້, ຄືນນີ້ແຫລະ ກ່ອນໄກ່ຂັນສອງເທື່ອ ເຈົ້າເອງຈະປະຕິເສດວ່າບໍ່ຮູ້ຈັກເຮົາສາມເທື່ອ”. 31 ແຕ່ເປໂຕຍັງຢືນຢັນຢ່າງໜັກແໜ້ນວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ, ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງ”. ແລ້ວພວກສາວົກທຸກຄົນກໍເວົ້າຢ່າງນັ້ນເໝືອນກັນ. ເຄັດເຊມາເນ (ມທ 26:36-46; ລກ 22:40-46) 32 ແລ້ວພວກເພິ່ນໄດ້ໄປບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ, ພຣະເຢຊູເຈົ້າກ່າວແກ່ພວກສາວົກຂອງພຣະອົງວ່າ, “ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາອະທິຖານ”. 33 ພຣະອົງໄດ້ເອົາເປໂຕ, ຢາໂກໂບ ແລະ ໂຢຮັນໄປກັບພຣະອົງ, ພຣະອົງເລີ່ມໂສກເສົ້າ ແລະ ເປັນທຸກໃຈຫລາຍ. 34 ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ. “ຈິດໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າໃກ້ຈະຕາຍຢູ່ແລ້ວ. ຈົ່ງເຝົ້າລະວັງຢູ່ທີ່ນີ້”. 35 ພຣະອົງຍ່າງໄປອີກໜ້ອຍໜຶ່ງ, ພຣະອົງໝູບລົງພື້ນດິນ ແລະ ອະທິຖານວ່າຖ້າເປັນໄປໄດ້ຂໍໃຫ້ຊົ່ວໂມງນີ້ຜ່ານພົ້ນໄປຈາກພຣະອົງ. 36 ພຣະອົງກ່າວວ່າ, “ອັບບາ ພຣະບິດາເຈົ້າເອີຍ, ທຸກສິ່ງເປັນໄປໄດ້ສຳລັບພຣະອົງ. ຂໍເອົາຈອກນີ້ໄປຈາກລູກດ້ວຍ. ແຕ່ເຖິງຢ່າງໃດກໍຕາມຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”. 37 ແລ້ວພຣະອົງກໍກັບຄືນມາຫາພວກສາວົກຂອງພຣະອົງ ແລະ ພົບວ່າພວກເພິ່ນກຳລັງນອນຫລັບຢູ່ ພຣະອົງຈຶ່ງກ່າວກັບເປໂຕວ່າ, “ຊີໂມນເອີຍ, ເຈົ້ານອນຫລັບຢູ່ບໍ? ເຈົ້າຈະເຝົ້າລະວັງຢູ່ຈັກຊົ່ວໂມງດຽວບໍ່ໄດ້ບໍ? 38 ຈົ່ງເຝົ້າລະວັງ ແລະ ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນກຳລັງ”. 39 ພຣະອົງໄດ້ໄປ ແລະ ອະທິຖານຢ່າງດຽວກັນອີກເທື່ອໜຶ່ງ. 40 ເມື່ອພຣະອົງກັບຄືນມາກໍພົບວ່າພວກເພິ່ນຍັງນອນຫລັບຢູ່ຄືເກົ່າ ເພາະວ່າພວກເພິ່ນເຫງົານອນຫລາຍຈົນມືນຕາບໍ່ຂຶ້ນ. ພວກເພິ່ນກໍບໍ່ຮູ້ວ່າຈະເວົ້າກັບພຣະອົງຢ່າງໃດ. 41 ເມື່ອພຣະອົງກັບຄືນມາເປັນເທື່ອທີສາມ ພຣະອົງກໍກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງນອນຫລັບ ແລະ ພັກຜ່ອນຢູ່ບໍ? ພໍແລ້ວ! ເວລາມາຮອດແລ້ວ. ເບິ່ງແມ, ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບທັງຫລາຍ. 42 ຈົ່ງລຸກຂຶ້ນ! ພາກັນໄປເທາະ! ຜູ້ທີ່ທໍລະຍົດເຮົາກໍມາທີ່ນີ້ແລ້ວ!” ພຣະເຢຊູເຈົ້າຖືກຈັບກຸມ (ມທ 26:47-56; ລກ 22:47-50; ຢຮ 18:3-11) 43 ເມື່ອພຣະເຢຊູເຈົ້າກ່າວຍັງບໍ່ທັນສຸດຄຳ, ຢູດາ ໜຶ່ງໃນພວກສາວົກສິບສອງຄົນກໍມາປາກົດ. ມີປະຊາຊົນຈຳນວນຫລວງຫລາຍຖືດາບ ແລະ ໄມ້ຄ້ອນມາກັບລາວດ້ວຍ, ເຊິ່ງເປັນຄົນທີ່ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ໃຊ້ມາ. 44 ຜູ້ທໍລະຍົດໄດ້ກຳນົດສັນຍານກັບພວກເຂົາວ່າ, “ຜູ້ໃດທີ່ເຮົາຈູບຄຳນັບແມ່ນຜູ້ນັ້ນ ຈົ່ງໄປຈັບກຸມລາວ ແລະ ເອົາລາວອອກໄປໃຫ້ຢູ່ໃຕ້ການຄວບຄຸມ”. 45 ຢູດາກໍເຂົ້າໄປຫາພຣະເຢຊູເຈົ້າທັນທີ ແລະ ເວົ້າວ່າ, “ຣັບບີເອີຍ!” ແລ້ວກໍຈູບພຣະອົງ. 46 ດັ່ງນັ້ນ ພວກເຂົາຈຶ່ງຄວ້າຈັບພຣະເຢຊູເຈົ້າ ແລະ ຈັບພຣະອົງໄວ້. 47 ແລ້ວມີຄົນໜຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນໄດ້ຊັກດາບອອກມາຟັນຫູຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງໜຶ່ງ. 48 ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາກຳລັງກໍ່ການກະບົດບໍ ພວກເຈົ້າຖືດາບຖືໄມ້ຄ້ອນມາຈັບເຮົາ? 49 ເຮົາຢູ່ກັບພວກເຈົ້າ, ສັ່ງສອນຢູ່ໃນເດີ່ນວິຫານທຸກວັນ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ. ແຕ່ຈະຕ້ອງສຳເລັດຕາມທີ່ກ່າວໄວ້ໃນພຣະຄຳພີ”. 50 ແລ້ວທຸກຄົນໄດ້ປະຖິ້ມພຣະອົງ ແລະ ໜີໄປ. 51 ມີຊາຍໜຸ່ມຄົນໜຶ່ງນຸ່ງຜ້າຝ້າຍລິນິນແຕ່ຜືນດຽວຕິດຕາມພຣະເຢຊູເຈົ້າໄປ. ພວກເຂົາໄດ້ຄວ້າຈັບຊາຍໜຸ່ມນັ້ນ, 52 ລາວໄດ້ປະຜ້າຜືນທີ່ນຸ່ງຢູ່ນັ້ນຖິ້ມ ແລະ ໜີໄປໂຕເປົ່າ. ພຣະເຢຊູເຈົ້າຕໍ່ໜ້າສະພາແຊນເຮດຣິນ (ມທ 26:57-68; ລກ 22:67-71; ຢຮ 18:12,13,19-24) 53 ພວກເຂົາໄດ້ພາພຣະເຢຊູເຈົ້າໄປຫາມະຫາປະໂລຫິດ, ບ່ອນທີ່ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ພາກັນມາເຕົ້າໂຮມກັນຢູ່. 54 ສ່ວນເປໂຕໄດ້ຕິດຕາມພຣະອົງໄປໃນໄລຍະຫ່າງໆ ແລະ ເຂົ້າໄປໃນເດີ່ນບ້ານຂອງມະຫາປະໂລຫິດ. ແລ້ວນັ່ງຝີງໄຟຢູ່ກັບພວກທະຫານຍາມ. 55 ພວກຫົວໜ້າປະໂລຫິດ ແລະ ສະມາຊິກສະພາແຊນເຮດຣິນທັງໝົດ ໄດ້ຊອກຫາຫລັກຖານມາຕໍ່ສູ້ພຣະເຢຊູເຈົ້າເພື່ອວ່າພວກເຂົາຈະໄດ້ຂ້າພຣະອົງ, ແຕ່ພວກເຂົາກໍຊອກຫາຫລັກຖານບໍ່ໄດ້. 56 ມີຫລາຍຄົນກ່າວຄຳພະຍານບໍ່ຈິງຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາຂັດແຍ້ງກັນເອງ. 57 ຕໍ່ມາ ມີບາງຄົນຢືນຂຶ້ນກ່າວຄຳພະຍານບໍ່ຈິງຕໍ່ສູ້ພຣະອົງວ່າ: 58 “ພວກເຮົາໄດ້ຍິນລາວກ່າວວ່າ, ‘ເຮົາຈະມ້າງວິຫານຫລັງນີ້ທີ່ສ້າງຂຶ້ນດ້ວຍມືມະນຸດ ແລະ ໃນສາມວັນເຮົາຈະສ້າງຂຶ້ນໃໝ່ ເຊິ່ງບໍ່ໄດ້ສ້າງດ້ວຍມືມະນຸດ’”. 59 ເຖິງປານນັ້ນ ຄຳພະຍານຂອງພວກເຂົາກໍຍັງຂັດແຍ້ງກັນ. 60 ມະຫາປະໂລຫິດຈຶ່ງລຸກຂຶ້ນຢືນຕໍ່ໜ້າພວກເຂົາ ແລະ ຖາມພຣະເຢຊູເຈົ້າວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?” 61 ແຕ່ພຣະເຢຊູເຈົ້າຍັງມິດງຽບຢູ່ ແລະ ບໍ່ໄດ້ຕອບຫຍັງ. ມະຫາປະໂລຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດເຈົ້າພຣະບຸດຂອງພຣະເຈົ້າ ຜູ້ເປັນທີ່ໄດ້ຮັບການຍົກຍ້ອງສັນເສີນບໍ?” 62 ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນ ແລະ ພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາມືຂອງຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ກຳລັງມາເທິງເມກແຫ່ງສະຫວັນ”. 63 ມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລະ ຖາມວ່າ, “ພວກເຮົາຈະຕ້ອງການພະຍານຕື່ມອີກເຮັດຫຍັງ? 64 ພວກເຈົ້າທັງຫລາຍກໍໄດ້ຍິນຄຳເວົ້າໝິ່ນປະໝາດແລ້ວ. ພວກເຈົ້າຄິດຢ່າງໃດ?” ພວກເຂົາທັງໝົດເຫັນດີພ້ອມກັນວ່າພຣະອົງສົມຄວນຕາຍ. 65 ມີບາງຄົນໃນພວກເຂົາໄດ້ເລີ່ມຖົ່ມນ້ຳລາຍໃສ່ພຣະອົງ, ພວກເຂົາເອົາຜ້າປິດຕາພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ ແລະ ເວົ້າວ່າ, “ທວາຍເບິ່ງດູ” ແມ່ນຜູ້ໃດຕີເຈົ້າ ແລ້ວພວກຍາມກໍເອົາພຣະອົງໄປ ແລະ ທຸບຕີພຣະອົງ. ເປໂຕປະຕິເສດພຣະເຢຊູເຈົ້າ (ມທ 26:69-75; ລກ 22:56-62; ຢຮ 18:16-18,25-27) 66 ໃນຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ, ມີຄົນຮັບໃຊ້ຍິງຄົນໜຶ່ງຂອງມະຫາປະໂລຫິດໄດ້ຜ່ານມາ. 67 ເມື່ອນາງເຫັນເປໂຕຝີງໄຟຢູ່, ນາງກໍຈ້ອງຕາເບິ່ງເພິ່ນ. ນາງເວົ້າວ່າ, “ເຈົ້າກໍເຄີຍຢູ່ກັບເຢຊູຊາວນາຊາເຣັດເໝືອນກັນ”. 68 ແຕ່ເປໂຕໄດ້ປະຕິເສດ ແລະ ເພິ່ນເວົ້າວ່າ, “ຂ້ອຍບໍ່ຮູ້ ແລະ ບໍ່ເຂົ້າໃຈໃນສິ່ງທີ່ເຈົ້າກຳລັງເວົ້າ”, ແລ້ວກໍຍ່າງອອກໄປບ່ອນປະຕູທາງເຂົ້າ. 69 ເມື່ອສາວໃຊ້ຄົນນັ້ນໄດ້ເຫັນເພິ່ນຢູ່ທີ່ນັ້ນ ນາງຈຶ່ງເວົ້າກັບບັນດາຄົນທີ່ຢືນຢູ່ແຖບນັ້ນອີກວ່າ, “ຄົນນີ້ກໍເປັນຄົນໜຶ່ງໃນພວກເຂົາ”. 70 ແຕ່ເປໂຕໄດ້ປະຕິເສດອີກ. ຫລັງຈາກນັ້ນໜ້ອຍໜຶ່ງ ບັນດາຄົນທີ່ຢືນຢູ່ໃກ້ກໍເວົ້າຕໍ່ເປໂຕວ່າ, “ແມ່ນແທ້ ເຈົ້າເປັນຄົນໜຶ່ງໃນພວກເຂົາ, ເພາະເຈົ້າເປັນຊາວຄາລີເລ”. 71 ເປໂຕຈຶ່ງເລີ່ມສາບແຊ່ງ ແລະ ສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນີ້”. 72 ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ. ເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວແກ່ລາວວ່າ: “ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເປໂຕຈຶ່ງຮ້ອງໄຫ້ອອກມາດ້ວຍຄວາມເສຍໃຈ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.