ມາຣະໂກ 13 - ພຣະຄຳພີລາວສະບັບສະໄໝໃໝ່ການທຳລາຍວິຫານ ແລະ ໝາຍສຳຄັນຂອງຍຸກສຸດທ້າຍ (ມທ 24:1-51; ລກ 21:5-36) 1 ຂະນະທີ່ພຣະເຢຊູເຈົ້າກຳລັງອອກຈາກວິຫານໄປ, ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ເບິ່ງແມ, ອາຈານເອີຍ! ຫີນຄືກ້ອນໃຫຍ່ແທ້! ອາຄານເຫລົ່ານີ້ຊ່າງງົດງາມແທ້!” 2 ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າເຫັນອາຄານໃຫຍ່ເຫລົ່ານັ້ນບໍ? ຫີນຢູ່ທີ່ນີ້ຈະບໍ່ເຫລືອຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”. 3 ຂະນະທີ່ພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາໝາກກອກ ກົງກັນຂ້າມກັບວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາໄດ້ມາຖາມພຣະອົງເປັນການສ່ວນໂຕວ່າ, 4 “ຂໍບອກພວກຂ້ານ້ອຍແດ່ວ່າເຫດການນີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນໝາຍສຳຄັນວ່າເຫດການທັງໝົດເຫລົ່ານີ້ກຳລັງຈະສຳເລັດ?” 5 ພຣະເຢຊູເຈົ້າກໍກ່າວກັບພວກເພິ່ນວ່າ: “ຈົ່ງລະວັງໃຫ້ດີຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າ. 6 ຫລາຍຄົນມາໃນນາມຂອງເຮົາ ແລະ ອ້າງໂຕວ່າ, ‘ເຮົາເປັນຜູ້ນັ້ນ’ ແລະ ຈະຫລອກລວງຫລາຍຄົນ. 7 ເມື່ອພວກເຈົ້າໄດ້ຍິນເຖິງເລື່ອງສົງຄາມ ແລະ ຂ່າວລືເລື່ອງການເຮັດສົງຄາມ ຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວ່າເວລາສຸດທ້າຍຈະຍັງບໍ່ມາເຖິງ. 8 ປະເທດຕໍ່ປະເທດ ແລະ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ. ຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະ ຈະເກີດການອຶດຢາກອາຫານ. ເຫດການເຫລົ່ານີ້ແມ່ນຂັ້ນເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ. 9 “ພວກເຈົ້າຈົ່ງລະວັງໂຕໃຫ້ດີ. ພວກເຈົ້າຈະຖືກມອບໃຫ້ສະພາທ້ອງຖິ່ນ ແລະ ຈະຖືກຂ້ຽນຕີໃນທຳມະສາລາ. ພວກເຈົ້າຈະຢືນຢູ່ຕໍ່ໜ້າບັນດາຜູ້ປົກຄອງ ແລະ ກະສັດທັງຫລາຍເພື່ອເປັນພະຍານແກ່ພວກເຂົາເພື່ອເຮົາ. 10 ຂ່າວປະເສີດຈະຕ້ອງປະກາດໄປທົ່ວປະຊາຊາດທັງໝົດກ່ອນ. 11 ເມື່ອໃດກໍຕາມທີ່ເຈົ້າຖືກຈັບ ແລະ ຖືກສົ່ງໄປຂຶ້ນສານ, ພວກເຈົ້າຢ່າກັງວົນໄປກ່ອນລ່ວງໜ້າວ່າຈະເວົ້າຢ່າງໃດ. ຈົ່ງເວົ້າໄປຕາມຖ້ອຍຄຳທີ່ໃຫ້ແກ່ພວກເຈົ້າໃນເວລານັ້ນ, ເພາະບໍ່ແມ່ນພວກເຈົ້າທີ່ເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍລິສຸດເຈົ້າ. 12 “ອ້າຍເອື້ອຍນ້ອງຈະທໍລະຍົດກັນໃຫ້ເຖິງຕາຍ ແລະ ພໍ່ຈະທໍລະຍົດລູກ. ລູກຈະລຸກຂຶ້ນຕໍ່ສູ້ພໍ່ແມ່ຂອງຕົນຈົນເຖິງແກ່ຄວາມຕາຍ. 13 ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຮົາ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ. 14 “ເມື່ອພວກເຈົ້າເຫັນ ‘ສິ່ງທີ່ໜ້າກຽດໜ້າຊັງອັນເປັນຕົ້ນເຫດຂອງວິບັດ’ ຕັ້ງຢູ່ໃນບ່ອນບໍ່ສົມຄວນຈະຕັ້ງ (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) ແລ້ວໃຫ້ບັນດາຜູ້ທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ. 15 ຜູ້ທີ່ຢູ່ເທິງຫລັງຄາ ກໍບໍ່ຕ້ອງລົງມາ ຫລື ເຂົ້າໄປໃນເຮືອນເພື່ອເກັບເອົາສິ່ງຂອງອອກໄປ. 16 ສ່ວນຜູ້ທີ່ຢູ່ໃນທົ່ງນາ ກໍບໍ່ຕ້ອງກັບຄືນໄປເອົາເສື້ອຜ້າຂອງຕົນ. 17 ວັນເຫລົ່ານັ້ນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ! 18 ຈົ່ງອະທິຖານເພື່ອວ່າເຫດການເຫລົ່ານີ້ຈະບໍ່ເກີດຂຶ້ນໃນລະດູໜາວ, 19 ເພາະວ່າ ໃນເວລານັ້ນຈະມີຄວາມທຸກລຳບາກຄັ້ງໃຫຍ່ທີ່ບໍ່ເຄີຍມີມາຕັ້ງແຕ່ຕົ້ນເດີມ ເມື່ອພຣະເຈົ້າໄດ້ສ້າງໂລກຈົນເຖິງທຸກວັນນີ້ ແລະ ຈະບໍ່ມີຄັ້ງໃດເທົ່າກັບຄັ້ງນີ້ອີກ. 20 “ຖ້າອົງພຣະຜູ້ເປັນເຈົ້າບໍ່ໄດ້ຕັດວັນເຫລົ່ານັ້ນໃຫ້ສັ້ນເຂົ້າແລ້ວ ກໍຈະບໍ່ມີຄົນໃດພົ້ນເລີຍ. ແຕ່ເພື່ອເຫັນແກ່ຜູ້ທີ່ໄດ້ເລືອກໄວ້ນັ້ນ, ຈະເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ. 21 ໃນເວລານັ້ນຖ້າມີຜູ້ໃດເວົ້າກັບພວກເຈົ້າວ່າ, ‘ເບິ່ງແມ ພຣະຄຣິດເຈົ້າຢູ່ທີ່ນີ້!’ ຫລື ‘ເບິ່ງແມ! ພຣະອົງຢູ່ທີ່ນັ້ນ!’ ຢ່າໄດ້ເຊື່ອ. 22 ດ້ວຍວ່າ ຈະມີພຣະຄຣິດປອມ ແລະ ຜູ້ທຳນວາຍປອມປາກົດຂຶ້ນ. ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນຫລາຍປະການ. ຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ຜູ້ທີ່ໄດ້ເລືອກໄວ້. 23 ດັ່ງນັ້ນ ຈົ່ງລະວັງໃຫ້ດີ, ເຮົາໄດ້ບອກພວກເຈົ້າທັງຫລາຍໃຫ້ຮູ້ທຸກສິ່ງໄວ້ລ່ວງໜ້າກ່ອນແລ້ວ. 24 “ແຕ່ໃນວັນເຫລົ່ານັ້ນ, ຫລັງຈາກຄວາມທຸກລຳບາກ “‘ດວງອາທິດຈະມືດໄປ ແລະ ດວງເດືອນຈະບໍ່ສ່ອງແສງ, 25 ດວງດາວທັງຫລາຍຈະຕົກຈາກທ້ອງຟ້າ, ແລະ ສະຫວັນຈະສັ່ນສະເທືອນ’. 26 “ເມື່ອນັ້ນຄົນທັງຫລາຍຈະເຫັນບຸດມະນຸດມາໃນເມກດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່. 27 ແລະ ພຣະອົງຈະໃຊ້ບັນດາເທວະດາຂອງພຣະອົງອອກໄປເພື່ອຮວບຮວມເອົາຜູ້ທີ່ເລືອກໄວ້ຈາກທັງສີ່ທິດ, ຕັ້ງແຕ່ທີ່ສຸດປາຍແຜ່ນດິນໂລກຈົນເຖິງທີ່ສຸດປາຍຟ້າສະຫວັນ. 28 “ບັດນີ້ ຈົ່ງຮຽນຮູ້ເອົາບົດຮຽນນີ້ຈາກຕົ້ນໝາກເດື່ອຄື: ທັນທີທີ່ກິ່ງອ່ອນ ແລະ ໃບຂອງມັນປົ່ງອອກມາ ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງ. 29 ຢ່າງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ເກີດຂຶ້ນ, ພວກເຈົ້າກໍຈະຮູ້ວ່າສິ່ງນີ້ເຂົ້າມາໃກ້ແລ້ວ, ຢູ່ທີ່ປະຕູແລ້ວ. 30 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ. 31 ສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ. ວັນ ແລະ ເວລາທີ່ບໍ່ມີຜູ້ໃດຮູ້ 32 “ແຕ່ເລື່ອງວັນ ຫລື ເວລານັ້ນບໍ່ມີຜູ້ໃດຮູ້, ແມ່ນແຕ່ບັນດາເທວະດາໃນສະຫວັນ ຫລື ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້. 33 ຈົ່ງລະມັດລະວັງ! ຈົ່ງເຝົ້າລະວັງຢູ່! ພວກເຈົ້າບໍ່ຮູ້ວ່າເວລານັ້ນຈະມາເຖິງເມື່ອໃດ. 34 ປຽບເໝືອນກັບຊາຍຄົນໜຶ່ງທີ່ອອກຈາກເຮືອນຂອງຕົນໄປ ແລະ ໄດ້ແຕ່ງຕັ້ງໃຫ້ຄົນຮັບໃຊ້ຮັບຜິດຊອບໜ້າທີ່ຕ່າງໆຕາມແຕ່ລະຄົນໄດ້ຮັບມອບໝາຍ ແລະ ບອກຄົນເຝົ້າປະຕູໃຫ້ເຝົ້າລະວັງໄວ້ໃຫ້ດີ. 35 “ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າທັງຫລາຍບໍ່ຮູ້ວ່າເຈົ້າຂອງເຮືອນຈະກັບມາເມື່ອໃດ, ຈະກັບມາເວລາຄ່ຳ ຫລື ເວລາທ່ຽງຄືນ, ເວລາໄກ່ຂັນ, ຫລື ເວລາຮຸ່ງເຊົ້າ. 36 ຖ້າເພິ່ນກັບມາກະທັນຫັນ ກໍຢ່າໃຫ້ເພິ່ນຈະພົບວ່າພວກເຈົ້າກຳລັງຫລັບຢູ່. 37 ສິ່ງທີ່ເຮົາໄດ້ກ່າວກັບພວກເຈົ້ານີ້ ເຮົາກໍກ່າວເຕືອນແກ່ທຸກຄົນເໝືອນກັນວ່າ: ‘ຈົ່ງເຝົ້າລະວັງຢູ່!’” |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.