ມາຣະໂກ 12 - ພຣະຄຳພີລາວສະບັບສະໄໝໃໝ່ຄຳອຸປະມາເລື່ອງຄົນເຊົ່າສວນ (ມທ 21:33-46; ລກ 20:9-19) 1 ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ: “ມີຊາຍຄົນໜຶ່ງເຮັດສວນອະງຸ່ນ. ເພິ່ນໄດ້ເຮັດຮົ້ວອ້ອມສວນໄວ້, ເຈາະອ່າງເພື່ອໃຊ້ເປັນບ່ອນຢຽບເອົານໍ້າອະງຸ່ນ ແລະ ໄດ້ສ້າງຫໍຄອຍໄວ້ເພື່ອເຝົ້າຍາມ. ຫລັງຈາກນັ້ນ ເພິ່ນໄດ້ໃຫ້ພວກຊາວສວນເຊົ່າ ແລ້ວເພິ່ນກໍຍ້າຍອອກໄປບ່ອນອື່ນ. 2 ເມື່ອເຖິງລະດູເກັບກ່ຽວເພິ່ນກໍສົ່ງຜູ້ຮັບໃຊ້ຄົນໜຶ່ງໄປຫາພວກຄົນເຊົ່າສວນ ເພື່ອຮັບສ່ວນແບ່ງຂອງຜົນລະປູກຈາກສວນອະງຸ່ນນຳພວກເຂົາ. 3 ແຕ່ພວກຄົນເຊົ່າສວນໄດ້ຈັບລາວມາ, ຂ້ຽນຕີ ແລະ ສົ່ງລາວກັບໄປມືເປົ່າ. 4 ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ຄົນອື່ນໄປຫາພວກເຂົາອີກ ພວກເຂົາກໍຟາດຫົວຂອງຄົນນັ້ນ ແລະ ເຮັດໃຫ້ລາວອັບອາຍຂາຍໜ້າ. 5 ເພິ່ນກໍຍັງສົ່ງຜູ້ຮັບໃຊ້ຄົນອື່ນໄປອີກ ແລະ ພວກເຂົາກໍຂ້າຄົນນັ້ນເສຍ. ເຈົ້າຂອງສວນກໍຍັງສົ່ງຄົນຮັບໃຊ້ໄປອີກຫລາຍໆຄົນ, ພວກເຮົາກໍຂ້ຽນຕີບາງຄົນ ແລະ ພວກເຂົາກໍຂ້າບາງຄົນ. 6 “ເພິ່ນຈຶ່ງເຫລືອແຕ່ຄົນດຽວທີ່ຈະໃຊ້ມາຄືລູກຊາຍ ຜູ້ທີ່ເພິ່ນຮັກ. ເພິ່ນຈຶ່ງສົ່ງລູກຄົນນັ້ນໄປເປັນຄົນສຸດທ້າຍ ໂດຍກ່າວວ່າ, ‘ພວກເຂົາຈະໃຫ້ຄວາມເຄົາລົບນັບຖືລູກຊາຍຂອງເຮົາ’. 7 “ແຕ່ພວກຄົນເຊົ່າສວນເວົ້າກັນວ່າ, ‘ຄົນນີ້ເປັນຜູ້ສືບທອດມໍລະດົກ. ໃຫ້ພວກເຮົາຂ້າລາວແລ້ວມໍລະດົກຈະຕົກເປັນຂອງພວກເຮົາ’. 8 ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນ ແລະ ຂ້າລາວ, ແລ້ວພວກເຂົາກໍໂຍນລາວຖິ້ມອອກໄປນອກສວນອະງຸ່ນ. 9 “ພຣະເຢຊູເຈົ້າຖາມວ່າ ແລ້ວເຈົ້າຂອງສວນອະງຸ່ນຈະເຮັດຢ່າງໃດ? ເພິ່ນຈະມາຂ້າພວກຄົນເຊົ່າສວນ ແລະ ເອົາສວນອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ. 10 ພວກເຈົ້າຍັງບໍ່ໄດ້ອ່ານພຣະຄຳພີຂໍ້ນີ້ບໍວ່າ: “‘ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວ ບັດນີ້ກໍໄດ້ກາຍເປັນຫີນເສົາເອກ, 11 ອົງພຣະຜູ້ເປັນເຈົ້າໄດ້ກະທຳການນີ້ ແລະ ເປັນສິ່ງທີ່ອັດສະຈັນໃນສາຍຕາຂອງພວກເຮົາ’”. 12 ດັ່ງນັ້ນ ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ຈຶ່ງໄດ້ຊອກຫາທາງທີ່ຈະຈັບພຣະອົງ ພວກເຂົາຮູ້ຈັກວ່າພຣະອົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ. ແຕ່ຍ້ອນພວກເຂົາຢ້ານປະຊາຊົນ, ດັ່ງນັ້ນ ພວກເຂົາຈຶ່ງໄປຈາກພຣະອົງ ແລະ ໄປທາງອື່ນ. ການເສຍພາສີແກ່ກາຍຊາ (ມທ 22:15-22; ລກ 20:20-26) 13 ແລ້ວພວກເຂົາກໍໃຊ້ຟາຣີຊາຍບາງຄົນ ແລະ ກຸ່ມສະໜັບສະໜູນເຮໂຣດມາຫາພຣະເຢຊູເຈົ້າເພື່ອຈັບຜິດຖ້ອຍຄຳຂອງພຣະອົງ. 14 ພວກເຂົາໄດ້ມາຫາພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ ແລະ ທ່ານບໍ່ໄດ້ຖືກຊັກຈູງໂດຍຄົນອື່ນ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ທ່ານໄດ້ສອນທາງຂອງພຣະເຈົ້າຕາມຄວາມຈິງ. ເປັນການຖືກຕ້ອງທີ່ຈະເສຍພາສີໃຫ້ແກ່ກາຍຊາບໍ? 15 ພວກເຮົາຄວນເສຍ ຫລື ພວກເຮົາບໍ່ຄວນເສຍ?” ແຕ່ພຣະເຢຊູເຈົ້າຮູ້ທັນກົນອຸບາຍຂອງພວກເຂົາ ຈຶ່ງຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງພະຍາຍາມຈະຈັບຜິດເຮົາ? ຈົ່ງນຳເງິນໜຶ່ງຫລຽນມາໃຫ້ເຮົາເບິ່ງດູ”. 16 ພວກເຂົາກໍເອົາຫລຽນມາໃຫ້ ແລະ ພຣະອົງກໍຖາມພວກເຂົາວ່າ, “ຮູບນີ້ເປັນຂອງຜູ້ໃດ? ແລະ ຄຳຈາລຶກນີ້ເປັນຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນຂອງກາຍຊາ”. 17 ແລ້ວພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ແລະ ສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຖວາຍຄືນໃຫ້ແກ່ພຣະເຈົ້າ”. ເມື່ອທຸກຄົນໄດ້ຍິນຄຳຕອບຂອງພຣະເຢຊູເຈົ້າແລ້ວ ພວກເຂົາຕ່າງກໍປະຫລາດໃຈໃນພຣະອົງ. ບັນຫາເລື່ອງການເປັນຄືນມາຈາກຕາຍ (ມທ 22:23-33; ລກ 20:27-38) 18 ແລ້ວພວກຊາດູກາຍຜູ້ທີ່ກ່າວວ່າບໍ່ມີການເປັນຄືນມາຈາກຕາຍ ໄດ້ມາຖາມພຣະເຢຊູເຈົ້າ. 19 ພວກເຂົາເວົ້າວ່າ, “ອາຈານເອີຍ, ໂມເຊໄດ້ຂຽນເປັນຄຳສັ່ງສຳລັບພວກເຮົາໄວ້ວ່າຖ້າອ້າຍຂອງຊາຍຜູ້ໜຶ່ງຕາຍປະເມຍຂອງຕົນໂດຍບໍ່ມີລູກ, ຊາຍຄົນນັ້ນຈະຕ້ອງແຕ່ງງານກັບຍິງໝ້າຍຄົນນັ້ນເພື່ອຈະມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ. 20 ຍັງມີອ້າຍນ້ອງເຈັດຄົນ. ຜູ້ທີໜຶ່ງໄດ້ແຕ່ງງານ ແລະ ໄດ້ຕາຍໄປໂດຍບໍ່ມີລູກ. 21 ແລ້ວຜູ້ທີສອງກໍໄດ້ແຕ່ງງານກັບຍິງນັ້ນ ແລະ ລາວກໍໄດ້ຕາຍໄປອີກໂດຍບໍ່ມີລູກ. ຜູ້ທີສາມກໍເໝືອນກັນ. 22 ອ້າຍນ້ອງທັງເຈັດໄດ້ເອົາຍິງນັ້ນມາເປັນເມຍ ແລະ ພວກເຂົາໄດ້ຕາຍໄປໂດຍບໍ່ມີລູກ, ແລ້ວໃນທີ່ສຸດຍິງນັ້ນກໍໄດ້ຕາຍໄປເໝືອນກັນ. 23 ໃນວັນທີ່ເປັນຄືນມາຈາກຕາຍຍິງຄົນນີ້ຈະເປັນເມຍຂອງຜູ້ໃດ? ດ້ວຍວ່າຊາຍທັງເຈັດຄົນໄດ້ເປັນຜົວຂອງນາງແລ້ວ”. 24 ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຜິດເພາະວ່າພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລື ລິດອຳນາດຂອງພຣະເຈົ້າບໍ? 25 ເມື່ອຄົນຕາຍຄືນສູ່ຊີວິດນັ້ນຈະບໍ່ມີການແຕ່ງງານ ຫລື ຍົກໃຫ້ເປັນຜົວເມຍກັນອີກ ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ. 26 ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍໄດ້ອ່ານຖ້ອຍຄຳກ່ຽວກັບເລື່ອງຂອງໂມເຊ ທີ່ຟຸ່ມໄມ້ມີໄຟລຸກໄໝ້ນັ້ນບໍ? ພຣະເຈົ້າໄດ້ກ່າວກັບເພິ່ນດັ່ງນີ້, ‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ’? 27 ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ, ແຕ່ແມ່ນພຣະເຈົ້າຂອງຄົນເປັນ. ພວກເຈົ້າເຂົ້າໃຈຜິດຫລາຍແລ້ວ!” ກົດບັນຍັດຂໍ້ໃຫຍ່ທີ່ສຸດ (ມທ 22:34-40) 28 ມີຄູສອນກົດບັນຍັດຄົນໜຶ່ງໄດ້ເຂົ້າມາ ແລະ ໄດ້ຍິນພຣະເຢຊູເຈົ້າກັບພວກຊາດູກາຍກຳລັງຖົກຖຽງກັນຢູ່. ເຫັນວ່າພຣະເຢຊູເຈົ້າຕອບພວກເຂົາໄດ້ດີ, ລາວຈຶ່ງຖາມພຣະອົງວ່າ, “ໃນບັນດາກົດບັນຍັດທັງໝົດຂໍ້ໃດສຳຄັນທີ່ສຸດ?” 29 ພຣະເຢຊູເຈົ້າຕອບລາວວ່າ, “ຂໍ້ທີ່ສຳຄັນທີ່ສຸດຄື ‘ຊາວອິດສະຣາເອນເອີຍ ຈົ່ງຟັງ, ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາ, ອົງພຣະຜູ້ເປັນເຈົ້າເປັນໜຶ່ງດຽວ. 30 ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະ ດ້ວຍສຸດກຳລັງຂອງເຈົ້າ’. 31 ສ່ວນຂໍ້ທີສອງຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’. ບໍ່ມີກົດບັນຍັດຂໍ້ໃດທີ່ໃຫຍ່ກວ່າສອງຂໍ້ນີ້”. 32 ຄູສອນກົດບັນຍັດຄົນນີ້ຈຶ່ງຕອບວ່າ, “ທ່ານອາຈານຕອບໄດ້ດີ, ທີ່ທ່ານໄດ້ກ່າວນັ້ນຖືກຕ້ອງແລ້ວທີ່ວ່າພຣະເຈົ້າເປັນໜຶ່ງ ແລະ ບໍ່ມີພະອື່ນນອກຈາກພຣະອົງ. 33 ການທີ່ຮັກພຣະອົງດ້ວຍສຸດຫົວໃຈ, ສຸດຄວາມເຂົ້າໃຈ ແລະ ສຸດກຳລັງຂອງທ່ານ ແລະ ການທີ່ຮັກເພື່ອນບ້ານເໝືອນຮັກຕົນເອງກໍສຳຄັນຫລາຍກວ່າເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍທັງຫລາຍ”. 34 ເມື່ອພຣະເຢຊູເຈົ້າເຫັນວ່າລາວຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງກ່າວກັບລາວວ່າ, “ເຈົ້າບໍ່ໄດ້ຢູ່ໄກຈາກອານາຈັກຂອງພຣະເຈົ້າ”. ຕັ້ງແຕ່ນັ້ນມາກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ. ພຣະຄຣິດເຈົ້າເປັນບຸດຂອງຜູ້ໃດ? ( ມທ 22:41–23:7 ; ລກ 20:41-47) 35 ໃນຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ໃນເດີ່ນວິຫານ, ພຣະອົງໄດ້ຖາມວ່າ, “ດ້ວຍເຫດໃດພວກຄູສອນກົດບັນຍັດຈຶ່ງເວົ້າໄດ້ວ່າພຣະຄຣິດເຈົ້າເປັນບຸດຂອງດາວິດ? 36 ດາວິດເອງເມື່ອກ່າວໂດຍພຣະວິນຍານບໍລິສຸດເຈົ້າກໍປະກາດວ່າ: “‘ພຣະເຈົ້າໄດ້ກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ: “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕູທັງຫລາຍຂອງເຈົ້າ ໃຫ້ຢູ່ໃຕ້ຕີນຂອງເຈົ້າ”’. 37 ໃນເມື່ອກະສັດດາວິດເອງຍັງເອີ້ນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ?” ປະຊາຊົນຈໍານວນຫລວງຫລາຍຟັງພຣະອົງດ້ວຍຄວາມຊື່ນຊົມຍິນດີ. 38 ໃນຂະນະທີ່ພຣະເຢຊູເຈົ້າສັ່ງສອນຢູ່ນັ້ນ ພຣະອົງໄດ້ກ່າວວ່າ, “ຈົ່ງລະວັງພວກຄູສອນກົດບັນຍັດໃຫ້ດີ. ພວກເຂົາມັກນຸ່ງເສື້ອຄຸມຍາວຍ່າງໄປມາ ແລະ ມັກໃຫ້ຄົນມາຄຳນັບທັກທາຍໃນບ່ອນຊຸມນຸມຊົນ, 39 ມັກນັ່ງໃນບ່ອນນັ່ງທີ່ສຳຄັນໃນທຳມະສາລາ ແລະ ບ່ອນນັ່ງທີ່ມີກຽດໃນງານກິນລ້ຽງຕ່າງໆ. 40 ພວກເຂົາສໍ້ໂກງເອົາເຮືອນຂອງບັນດາແມ່ໝ້າຍ ແລະ ເຮັດທຳທ່າອະທິຖານຢ່າງຍືດຍາວເພື່ອໃຫ້ຄົນເຫັນ. ຄົນເຫລົ່ານີ້ຈະຖືກລົງໂທດໜັກທີ່ສຸດ”. ເງິນຖວາຍຂອງແມ່ໝ້າຍ (ລກ 21:1-4) 41 ພຣະເຢຊູເຈົ້ານັ່ງຢູ່ກົງກັນຂ້າມກັບບ່ອນທີ່ຮັບເງິນຖວາຍຂອງວິຫານນັ້ນ ແລະ ພຣະອົງສັງເກດເບິ່ງປະຊາຊົນປ່ອນເງິນຂອງພວກເຂົາລົງໃສ່ຄັງວິຫານ. ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຈໍານວນຫລວງຫລາຍ. 42 ແຕ່ແມ່ໝ້າຍທີ່ຍາກຈົນຄົນໜຶ່ງໄດ້ມາ ແລະ ປ່ອນຫລຽນທອງແດງຂະໜາດນ້ອຍໆສອງຫລຽນ, ເຊິ່ງມີມູນຄ່າເທົ່າກັບສອງສາມເຊັນເທົ່ານັ້ນລົງຖວາຍ. 43 ພຣະເຢຊູເຈົ້າເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວກັບພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ແມ່ໝ້າຍຍາກຈົນຄົນນີ້ໄດ້ຖວາຍເຂົ້າຄັງວິຫານຫລາຍກວ່າຄົນອື່ນທັງໝົດ. 44 ເພາະພວກເຂົາທັງໝົດລ້ວນແຕ່ເອົາສ່ວນໜຶ່ງຈາກຄວາມຮັ່ງມີຂອງພວກເຂົາມາຖວາຍ, ແຕ່ແມ່ໝ້າຍຄົນນີ້ໄດ້ເອົາທຸກສິ່ງທີ່ຕົນມີຢູ່ສຳລັບລ້ຽງຊີວິດມາຖວາຍ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.