ມາຣະໂກ 10 - ພຣະຄຳພີລາວສະບັບສະໄໝໃໝ່ການຢ່າຮ້າງ (ມທ 19:1-9) 1 ຕໍ່ມາ ພຣະເຢຊູເຈົ້າກໍອອກຈາກທີ່ນັ້ນໄປຍັງແຂວງຢູດາຍ ແລ້ວພຣະອົງກໍຂ້າມແມ່ນ້ຳຈໍແດນທາງຟາກເບື້ອງນັ້ນ. ມີປະຊາຊົນຈໍານວນຫລວງຫລາຍໄດ້ມາຫາພຣະອົງອີກ, ແລະ ພຣະອົງກໍໄດ້ສັ່ງສອນພວກເຂົາເໝືອນດັ່ງທີ່ພຣະອົງເຄີຍເຮັດມາ. 2 ພວກຟາຣີຊາຍບາງຄົນໄດ້ມາທົດລອງພຣະອົງໂດຍຖາມພຣະອົງວ່າ, “ເປັນການຖືກຕ້ອງຕາມກົດບັນຍັດທີ່ຜູ້ຊາຍຈະຢ່າຮ້າງເມຍຂອງຕົນແມ່ນບໍ?” 3 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊໄດ້ໃຫ້ຂໍ້ຄຳສັ່ງໄວ້ຢ່າງໃດ?” 4 ພວກເຂົາຕອບວ່າ, “ໂມເຊໄດ້ອະນຸຍາດໃຫ້ຜູ້ຊາຍຂຽນໜັງສືຢັ້ງຢືນການຢ່າຮ້າງ ແລະ ສົ່ງນາງໜີໄປ”. 5 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເພາະໃຈຂອງພວກເຈົ້າທັງຫລາຍແຂງກະດ້າງ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂໍ້ນີ້ໃຫ້ພວກເຈົ້າ. 6 ຕັ້ງແຕ່ເລີ່ມຕົ້ນທີ່ສ້າງໂລກນັ້ນ ພຣະເຈົ້າ ‘ໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ’. 7 ‘ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລະ ໄປຜູກພັນຢູ່ກັບເມຍຂອງຕົນ 8 ແລະ ພວກເຂົາທັງສອງກໍເປັນກາຍດຽວກັນ’. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ໄດ້ເປັນສອງອີກຕໍ່ໄປ ແຕ່ເປັນກາຍດຽວກັນ. 9 ເຫດສະນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ”. 10 ເມື່ອພວກເພິ່ນກັບເຂົ້າໄປໃນເຮືອນອີກ, ພວກສາວົກກໍໄດ້ຖາມພຣະເຢຊູເຈົ້າກ່ຽວກັບເລື່ອງນີ້. 11 ພຣະອົງຈຶ່ງຕອບວ່າ, “ຜູ້ໃດທີ່ຢ່າຮ້າງເມຍຂອງຕົນແລ້ວໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຫລິ້ນຊູ້. 12 ແລະ ຖ້ານາງຢ່າຮ້າງຜົວຂອງຕົນແລ້ວໄປແຕ່ງງານກັບຊາຍອື່ນ ນາງກໍຫລິ້ນຊູ້”. ເດັກນ້ອຍ ແລະ ພຣະເຢຊູເຈົ້າ (ມທ 19:13-15; ລກ 18:15-17) 13 ປະຊາຊົນໄດ້ນໍາເດັກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ, ແຕ່ພວກສາວົກໄດ້ຫ້າມພວກເຂົາໄວ້. 14 ເມື່ອພຣະເຢຊູເຈົ້າເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈຈຶ່ງກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ, ແລະ ຢ່າຂັດຂວາງພວກເຂົາ, ເພາະອານາຈັກຂອງພຣະເຈົ້າເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ. 15 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບເອົາອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”. 16 ແລ້ວພຣະອົງກໍໄດ້ອູ້ມເດັກນ້ອຍໄວ້ໃນແຂນຂອງພຣະອົງ, ວາງມືຂອງພຣະອົງເທິງພວກເຂົາ ແລະ ອວຍພອນພວກເຂົາ. ເສດຖີ ແລະ ອານາຈັກຂອງພຣະເຈົ້າ (ມທ 19:16-30; ລກ 18:18-30) 17 ເມື່ອພຣະເຢຊູເຈົ້າອອກເດີນທາງຕໍ່ໄປ, ມີຊາຍຄົນໜຶ່ງແລ່ນມາຫາພຣະອົງ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວຖາມວ່າ, “ອາຈານຜູ້ປະເສີດເອີຍ, ຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນ?” 18 ພຣະເຢຊູເຈົ້າຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີຜູ້ໃດທີ່ປະເສີດນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. 19 ເຈົ້າກໍຮູ້ຈັກພຣະບັນຍັດແລ້ວວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, ຢ່າສໍ້ໂກງ, ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງຕົນ’”. 20 ຊາຍຄົນນັ້ນໄດ້ຕອບວ່າ, “ອາຈານເອີຍ, ທັງໝົດເຫລົ່ານີ້ ຂ້ານ້ອຍໄດ້ຖືຮັກສາຕັ້ງແຕ່ເປັນເດັກນ້ອຍ”. 21 ພຣະເຢຊູເຈົ້າແນມເບິ່ງລາວດ້ວຍຄວາມຮັກ ແລະ ກ່າວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປ, ຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ແກ່ຄົນຍາກຈົນ, ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”. 22 ເມື່ອໄດ້ຍິນດັ່ງນັ້ນໜ້າຂອງລາວກໍເສົ້າລົງ. ລາວຈາກໄປດ້ວຍຄວາມທຸກໃຈ ເພາະລາວເປັນຄົນຮັ່ງມີຫລາຍ. 23 ພຣະເຢຊູເຈົ້າແນມເບິ່ງອ້ອມຮອບແລ້ວກ່າວກັບພວກສາວົກວ່າ, “ມັນຍາກແທ້ທີ່ຄົນຮັ່ງມີຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ!” 24 ພວກສາວົກຕ່າງກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ. ແຕ່ພຣະເຢຊູເຈົ້າໄດ້ກ່າວອີກວ່າ, “ລູກເອີຍ, ຍາກຫລາຍທີ່ຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ! 25 ໃຫ້ອູດໂຕໜຶ່ງລອດຮູເຂັມຍັງງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”. 26 ພວກສາວົກກໍຍິ່ງປະຫລາດໃຈຫລາຍຂຶ້ນ ຈຶ່ງເວົ້າກັນວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?” 27 ພຣະເຢຊູເຈົ້າແນມເບິ່ງພວກເພິ່ນ ແລະ ກ່າວວ່າ, “ສຳລັບມະນຸດກໍເປັນໄປບໍ່ໄດ້ ແຕ່ສຳລັບພຣະເຈົ້າທຸກສິ່ງເປັນໄປໄດ້”. 28 ແລ້ວເປໂຕກໍກ່າວຂຶ້ນວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງເພື່ອຕິດຕາມພຣະອົງ!” 29 ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ໄດ້ປະຖິ້ມເຮືອນ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາຂອງຕົນເພື່ອເຮົາ ແລະ ເພື່ອຂ່າວປະເສີດ 30 ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍເທົ່າໃນຍຸກນີ້ຄື: ເຮືອນ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມທັງການຂົ່ມເຫັງ ແລະ ໃນຍຸກໜ້າຈະໄດ້ຊີວິດນິລັນດອນ. 31 ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ປາຍຈະກັບເປັນຜູ້ຕົ້ນ”. ພຣະເຢຊູເຈົ້າທຳນວາຍການຕາຍຂອງພຣະອົງຄັ້ງທີສາມ (ມທ 20:17-19; ລກ 18:31-33) 32 ພວກເພິ່ນກຳລັງເດີນທາງຂຶ້ນໄປນະຄອນເຢຣູຊາເລັມ, ໂດຍມີພຣະເຢຊູເຈົ້ານຳໜ້າພວກເພິ່ນໄປ, ແລະ ພວກສາວົກກໍພາກັນປະຫລາດໃຈ, ສ່ວນຄົນທີ່ມາຕາມຫລັງນັ້ນຕ່າງກໍມີຄວາມຢ້ານ. ແລ້ວພຣະເຢຊູເຈົ້າກໍພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກອີກ ແລະ ກ່າວເຖິງສິ່ງທີ່ກຳລັງຈະເກີດຂຶ້ນກັບພຣະອົງວ່າ, 33 “ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ແລະ ບຸດມະນຸດຈະຖືກມອບໄວ້ກັບພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພວກເຂົາຈະລົງໂທດພຣະອົງໃຫ້ເຖິງຕາຍ ແລະ ຈະມອບພຣະອົງໃຫ້ກັບຄົນຕ່າງຊາດ, 34 ພວກເຂົາຈະເຢາະເຢີ້ຍພຣະອົງ ແລະ ຈະຖົ່ມນ້ຳລາຍໃສ່ພຣະອົງ, ຈະຂ້ຽນຕີພຣະອົງ ແລະ ຈະຂ້າພຣະອົງ. ສາມວັນຕໍ່ມາພຣະອົງຈະເປັນຄືນມາ”. ຄຳຂໍຂອງຢາໂກໂບ ແລະ ໂຢຮັນ (ມທ 20:20-28) 35 ແລ້ວຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍໄດ້ມາຫາພຣະເຢຊູເຈົ້າ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍຢາກໃຫ້ທ່ານເຮັດຕາມຄຳຂໍຂອງພວກຂ້ານ້ອຍ”. 36 ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?” 37 ພວກເພິ່ນຕອບວ່າ, “ເມື່ອພຣະອົງໄດ້ຮັບສະຫງ່າລາສີ ຂໍໃຫ້ພວກຂ້ານ້ອຍໄດ້ນັ່ງທີ່ເບື້ອງຂວາຂອງພຣະອົງ ແລະ ອີກຄົນໜຶ່ງນັ່ງທີ່ເບື້ອງຊ້າຍຂອງພຣະອົງ”. 38 ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ ຈອກທີ່ເຮົາຈະດື່ມນັ້ນພວກເຈົ້າຈະດື່ມໄດ້ບໍ? ແລະ ບັບຕິສະມາທີ່ເຮົາຮັບນັ້ນພວກເຈົ້າຈະຮັບໄດ້ບໍ?” 39 ພວກເພິ່ນຕອບວ່າ, “ໄດ້ພຣະອົງເຈົ້າ”. ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະໄດ້ດື່ມຈາກຈອກທີ່ເຮົາດື່ມແທ້ ແລະ ບັບຕິສະມາທີ່ເຮົາຮັບ ພວກເຈົ້າກໍຕ້ອງໄດ້ຮັບແທ້, 40 ແຕ່ການນັ່ງທີ່ເບື້ອງຂວາ ຫລື ເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນເຮົາຈະເປັນຜູ້ອະນຸຍາດ. ບ່ອນເຫລົ່ານັ້ນເປັນຂອງບັນດາຜູ້ທີ່ໄດ້ຖືກຈັດຕຽມໄວ້ແລ້ວ”. 41 ເມື່ອສາວົກອີກສິບຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເພິ່ນກໍບໍ່ພໍໃຈກັບຢາໂກໂບ ແລະ ໂຢຮັນ. 42 ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາພ້ອມໜ້າກັນ ແລະ ກ່າວວ່າ, “ພວກເຈົ້າທັງຫລາຍຕ່າງກໍຮູ້ດີວ່າບັນດາຜູ້ທີ່ຖືວ່າເປັນຜູ້ປົກຄອງຂອງຄົນຕ່າງຊາດຍ່ອມເປັນນາຍເໜືອພວກເຂົາ ແລະ ເຈົ້າໜ້າທີ່ຊັ້ນໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ. 43 ແຕ່ສຳລັບພວກເຈົ້າບໍ່ເປັນດັ່ງນັ້ນ ກົງກັນຂ້າມ, ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ພວກເຈົ້າທັງຫລາຍ, 44 ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງທຸກຄົນ. 45 ເພາະແມ່ນແຕ່ບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ແຕ່ມາເພື່ອຮັບໃຊ້, ແລະ ສະຫລະຊີວິດຂອງພຣະອົງເປັນຄ່າໄຖ່ເພື່ອຄົນທັງຫລາຍ”. ຊາຍຕາບອດຊື່ວ່າບາຣະຕີມາຍເບິ່ງເຫັນໄດ້ (ມທ 20:29-34; ລກ 18:35-43) 46 ຫລັງຈາກນັ້ນ ພວກເພິ່ນກໍມາຮອດເມືອງເຢຣີໂກ. ຂະນະທີ່ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງພ້ອມກັບປະຊາຊົນກຸ່ມໃຫຍ່ກຳລັງຈະອອກຈາກເມືອງ, ມີຊາຍຕາບອດຄົນໜຶ່ງຊື່ວ່າບາຣະຕີມາຍ (ທີ່ເປັນລູກຊາຍຂອງຕີມາຍ) ນັ່ງຂໍທານຢູ່ແຄມທາງ. 47 ເມື່ອລາວໄດ້ຍິນວ່າພຣະເຢຊູເຈົ້າຊາວນາຊາເຣັດກຳລັງມາໃກ້, ລາວກໍຮ້ອງສຽງດັງຂຶ້ນວ່າ, “ພຣະເຢຊູເຈົ້າ ບຸດດາວິດ, ຂໍເມດຕາຂ້ານ້ອຍດ້ວຍ!” 48 ມີຫລາຍຄົນໄດ້ຫ້າມໄວ້ ແລະ ບອກລາວໃຫ້ມິດຢູ່, ແຕ່ລາວຍິ່ງຮ້ອງດັງຂຶ້ນກວ່າເກົ່າວ່າ, “ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ!” 49 ພຣະເຢຊູເຈົ້າຈຶ່ງຢຸດ ແລະ ກ່າວວ່າ, “ຈົ່ງເອີ້ນລາວມາ”. ດັ່ງນັ້ນ ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນມາ ແລະ ເວົ້າວ່າ, “ຈົ່ງດີໃຈ! ແລະ ລຸກຂຶ້ນ! ພຣະອົງກຳລັງເອີ້ນເຈົ້າ”. 50 ລາວຈຶ່ງໂຍນເສື້ອຄຸມຂອງຕົນຖິ້ມ ແລ້ວຟ້າວກະໂດດໄປຫາພຣະເຢຊູເຈົ້າ. 51 ພຣະອົງຖາມລາວວ່າ, “ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ລາວຈຶ່ງຕອບວ່າ, “ອາຈານເອີຍ, ຂ້ານ້ອຍຢາກເບິ່ງເຫັນ”. 52 ພຣະເຢຊູເຈົ້າກ່າວວ່າ, “ໄປສາ, ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. ໃນທັນໃດນັ້ນລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປຕາມທາງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.